ທ່ານ ຮຸນມາເນັດໄດ້ເປີດກອງທຶນພັດທະນາພື້ນຖານໂຄງລ່າງບໍລິເວນຊາຍແດນ (BIDF) ໃນວັນທີ 26 ສິງຫາ ຜ່ານມາ ເປົ້າໝາຍແນໃສ່ລະດົມທຶນເພີ່ມເຕີມເພື່ອພັດທະນາພື້ນຖານໂຄງລ່າງຕາມຊາຍແດນຂອງກຳປູເຈຍ. ໂດຍເນັ້ນໃສ່ການກໍ່ສ້າງເສັ້ນທາງວົງແຫວນຊາຍແດນເປັນຫຼັກ.
ທ່ານ ຮຸນມາເນັດໄດ້ສະແດງຄວາມຂອບໃຈຕໍ່ພີ່ນ້ອງຮ່ວມຊາດຊາວກຳປູເຈຍທັງຢູ່ພາຍໃນ ແລະ ຕ່າງປະເທດທີ່ໄດ້ໃຫ້ການສະໜັບສະໜູນທຶນຢ່າງເຕັມສ່ວນ. ໂດຍການລະດົມທຶນຈະດໍາເນີນໄປຈົນເຖິງວັນທີ 31 ຕຸລາຂອງປີນີ້.
ນັບແຕ່ປີ 1994 ເປັນຕົ້ນມາ, ກຳປູເຈຍໄດ້ສ້າງເສັ້ນທາງວົງແຫວນຊາຍແດນຍາວປະມານ 1.300 ກິໂລແມັດຫຼືປະມານ 50% ຂອງຄວາມຍາວທັງໝົດ ແລະ ວາງແຜນທີ່ຈະສ້າງເສັ້ນທາງທີ່ຍັງເຫຼືອໃຫ້ສຳເລັດພາຍໃນ 10 ປີ ດ້ວຍຕົ້ນທຶນ 200 ລ້ານກວ່າໂດລາ.
ຄໍາເຫັນ