ບົດລາຍງານລະບຸວ່າ: ຈຳນວນການສົ່ງອອກເຄື່ອງນຸ່ງຫົ່ມບັນລຸ 9.62 ຕື້ໂດລາໃນໄລຍະເດືອນມັງກອນ-ຕຸລາ, ເພີ່ມຂຶ້ນ 20.3% ເມື່ອທຽບໃສ່ປີກ່ອນ, ໃນຂະນະທີ່ການສົ່ງອອກແຜ່ນແພບັນລຸ 564 ລ້ານໂດລາ, ເພີ່ມຂຶ້ນ 38.7%.
ດ້ານການສົ່ງອອກເກີບບັນລຸ 1.73 ຕື້ໂດລາ, ເພີ່ມຂຶ້ນ 30%, ໃນຂະນະທີ່ການສົ່ງອອກສິນຄ້າດ້ານການເດີນທາງ ແລະ ກະເປົາບັນລຸ 1.7 ຕື້ໂດລາ, ເພີ່ມຂຶ້ນ 5.8%.
ທັງນີ້, ອຸດສາຫະກຳເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ຖືເປັນແຫຼ່ງລາຍຮັບຈາກຕ່າງປະເທດທີ່ໃຫຍ່ທີ່ສຸດຂອງກຳປູເຈຍ.
ກະຊວງແຮງງານ ແລະ ການຝຶກອົບຮົມວິຊາຊີບລະບຸວ່າ: ປັດຈຸບັນຂະແໜງການດັ່ງກ່າວມີໂຮງງານຫຼາຍກວ່າ 1,500 ແຫ່ງ ແລະ ມີພະນັກງານຫຼາຍກວ່າ 900,000 ຄົນ, ສ່ວນໃຫຍ່ແມ່ນແມ່ຍິງ.
ອາຈານສອນຈາກມະຫາວິທະຍາໄລ Royal University of Phnom Penh ເປີດເຜີຍວ່າ: ການເຕີບໂຕທີ່ເຂັ້ມແຂງສະທ້ອນໃຫ້ເຫັນເຖິງຄວາມສາມາດຂອງກຳປູເຈຍໃນການກະຈາຍຕະຫຼາດຂອງຕົນຢ່າງມີປະສິດທິພາບນອກເໜືອຈາກຄູ່ຮ່ວມງານແບບດັ້ງເດີມ. ພ້ອມກັບຄາດຄະເນວ່າທ່າອ່ຽງການເຕີບໂຕນີ້ຈະສືບຕໍ່ໄປຈົນຮອດປີ 2026,ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການພາຍນອກ ແລະ ການລົງທຶນໃໝ່ຈາກຈີນ, ສ ເກົາຫຼີແລະ ຍີ່ປຸ່ນ.
ຄໍາເຫັນ