ຖະແຫຼງການດັ່ງກ່າວໄດ້ລົງນາມໂດຍ ທ່ານ ເຈຍ ເຊລີຜູ້ວ່າການNBC ຫວ່າງບໍ່ດົນມານີ້ລະບຸວ່າ: ຜູ້ໃຫ້ບໍລິການຊັບສິນດີຈີຕອນຕ້ອງໄດ້ຮັບການອະນຸມັດຈາກNBC ກ່ອນ, ໂດຍ NBCຈະແຈ້ງຜົນການອະນຸມັດເປັນລາຍລັກອັກສອນພາຍໃນ 60 ວັນລັດຖະການ ນັບຈາກວັນທີ່ໄດ້ຮັບໃບສະໝັກພ້ອມເອກະສານປະກອບຄົບຖ້ວນ.
ການປະກາດດັ່ງກ່າວລະບຸວ່າ: ຊັບສິນດີຈີຕອນໝາຍເຖິງໜ່ວຍເອເລັກໂຕຣນິກທີ່ສະແດງມູນຄ່າ ຊຶ່ງຂຶ້ນກັບການເຂົ້າລະຫັດຂໍ້ມູນແລະການເກັບຮັກສາຂໍ້ມູນແບບກະຈາຍສູນ ຫຼືເຕັກໂນໂລຊີທີ່ຄ້າຍຄືກັນ. ໂດຍສາມາດຊື້-ຂາຍຫຼືໂອນໃຊ້ໃນການຊຳລະເງິນແລະການລົງທຶນ ຫຼືເພື່ອເຂົ້າເຖິງສິນຄ້າ ຫຼືບໍລິການທາງດີຈີຕອນ.
ຊັບສິນດີຈີຕອນປະກອບດ້ວຍຊັບສິນດັ່ງເດີມໃນຮູບແບບຂອງ tokens, ຊັບສິນດີຈີຕອນທີ່ບໍ່ມີຊັບສິນອື່ນສະໜັບສະໜູນ. ສະກຸນເງິນດີຈີຕອນມູນຄ່າຄົງທີ່utility token ແລະ securities tokenແຕ່ບໍ່ລວມເອົາຫົວໜ່ວຍເອເລັກໂຕຣນິກສະແດງມູນຄ່າໃນຮູບແບບສະກຸນເງິນfiat currency ຊຶ່ງເປັນສະກຸນເງິນດີຈີຕອນຂອງທະນາຄານກາງ.
ຄໍາເຫັນ