ການດໍາເນີນຄະດີຕໍ່ກັບການກະທໍາຜິດກ່ຽວກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ການດໍາເນີນຄະດີຕໍ່ກັບການກະທໍາຜິດກ່ຽວກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ການດໍາເນີນຄະດີຕໍ່ກັບການກະທໍາຜິດກ່ຽວກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
ໃນໄລຍະຜ່ານມາ ໄດ້ເກີດມີປະກົດການຫຍໍ້ທໍ້ໃນສັງຄົມເຊັ່ນ: ການຕັດໄມ້ຄຸ້ມຄອງ, ຖາງປ່າ, ຈູດປ່າ ແລະ ການຂຸດຄົ້ນເຄື່ອງປ່າຂອງດົງ ໂດຍບໍ່ຖືກຕ້ອງຕາມກົດໝາຍ, ການຕັດ, ຊື້-ຂາຍ ຫຼື ເຄື່ອນຍ້າຍໄມ້ ແລະ ຕໍໄມ້ທຳມະຊາດ ປະເພດຫວງຫ້າມ ແລະ ໄມ້ພິເສດທີ່ໃກ້ຈະສູນພັນໂດຍບໍ່ຖືກຕ້ອງຕາມກົດໝາຍ, ການທໍາລາຍເຄື່ອງປູກ, ການລ່າເນື້ອ, ການຫາປາ ຫຼື ສັດນໍ້າອື່ນໆ ໂດຍບໍ່ຖືກຕ້ອງຕາມກົດ ໝາຍ, ການບຸກລຸກທຳລາຍຖິ່ນອາໄສ ແລະ ແຫຼ່ງອາຫານຂອງສັດນ້ຳ ແລະ ສັດປ່າ, ການຄ້າຂາຍ ຫຼື ມີໄວ້ໃນຄອບຄອງສັດນໍ້າ ຫຼື ສັດປ່າທີ່ຫວງຫ້າມ, ການນໍາເຂົ້າ, ສົ່ງອອກ, ນໍາຜ່ານ ຫຼື ເຄື່ອນຍ້າຍສັດນໍ້າ ແລະ ສັດປ່າ, ການທໍາລາຍຊັບພະຍາກອນສັດນໍ້າ, ການລະເມີດລະບຽບການກ່ຽວກັບການຄຸ້ມຄອງສັດປ່າທີ່ມີຄຸນຄ່າ ແລະ ຫາຍາກ, ການທໍລະມານສັດ ແລະ ການກະທໍາຜິດອື່ນໆ ທີ່ກ່ຽວຂ້ອງກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເກີດຂຶ້ນຢ່າງຫຼວງຫຼາຍ ແຕ່ການດໍາເນີນຄະດີຕາມກົດ ໝາຍແມ່ນມີໜ້ອຍ, ສ່ວນຫຼາຍແມ່ນແກ້ໄຂທາງບໍລິຫານ, ສ່ວນຄະດີແມ່ນບໍ່ດໍາເນີນຕາມກົດໝາຍ ເຮັດໃຫ້ເກີດຜົນກະທົບທາງລົບຕໍ່ການບັງຄັບໃຊ້ກົດໝາຍຂອງ ສປປ ລາວ.

 

ການດາເນນຄະດຕກບການກະທາຜດກຽວກບຊບພະຍາກອນທາມະຊາດ ແລະ ສງແວດລອມ - image 1
 

 ເພື່ອເປັນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ໃນການຫັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ພ້ອມທັງເປັນການປະຕິບັດພັນທະສາກົນ ກ່ຽວກັບບັນຫາດັ່ງກ່າວ ແລະ ເພື່ອໃຫ້ມີຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ. ຫຼາຍພາກສ່ວນຈຶ່ງມີຄວາມພະຍາຍາມໃນການຊຸກຍູ້ວຽກງານການຕິດຕາມກວດກາ ການດໍາເນີນຄະດີຕໍ່ກັບການກະທໍາຜິດກ່ຽວກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ກ້າວເຂົ້າສູ່ຂະບວນການຍຸຕິທໍາ ຂອງອົງການໄອຍະການປະຊາຊົນ.

ໃນໄລະຍະທີ່ຜ່ານມາ ການຮ່ວມມືລະຫວ່າງ ອົງການອົງການໄອຍະການປະຊາຊົນສູງສຸດ ແລະ ອົງການອະນຸລັກສັດປ່າ (WCS) ພາຍໃຕ້ ໂຄງການສະໜັບສະໜູນ ສະກັດກັ້ນການຄ້າຂາຍສັດປ່າທີ່ຜິດກົດໝາຍ ຢູ່ ສປປ ລາວ ໄດ້ບັນລຸໝາກຜົນແຫ່ງຄວາມສໍາເລັດຢ່າງເພິ່ງພໍໃຈ; ຍ້ອນອົງການໄອຍະການປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະເທດໄດ້ຮັບຮູ້ ແລະ ເຂົ້າໃຈເປັນເອກະພາບກັນວ່າ: “ອາຊະຍາກຳສັດປ່າ ເປັນອາຊະຍາກໍາໜຶ່ງທີ່ຮ້າຍແຮງ ຊຶ່ງຕິດພັນກັບເຄືອຂ່າຍອາຊະຍາກໍາຂ້າມຊາດ, ເປັນທຸລະກິດຂະໜາດໃຫຍ່ ແລະ ຍັງຕິດພັນກັບອາຊະຍາກຳອື່ນທີ່ຮ້າຍແຮງ ເຊັ່ນ: ອາຊະຍາກຳດ້ານອາວຸດ, ຢາເສບຕິດ, ການຄ້າມະນຸດ, ການຟອກເງິນ ແລະ ການກໍ່ການຮ້າຍ ເປັນຕົ້ນ”. ຍ້ອນເຫດຜົນດັ່ງກ່າວນີ້, ໃນປັດຈຸບັນ, ການດໍາເນີນຄະດີຕໍ່ກັບການກະທໍາຜິດກ່ຽວກັບຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ກ້າວເຂົ້າສູ່ຂະບວນການຍຸຕິທໍາໄດ້ຖືກຍົກສູງໃຫ້ເປັນອີກໜຶ່ງບຸລິມະສິດທີ່ມີຄວາມສໍາຄັນເປັນຢ່າງຍິ່ງຂອງອົງການໄອຍະການປະຊາຊົນໃນຂອບເຂດທົ່ວປະເທດ ໃນການເພີ່ມທະວີການຕິດຕາມກວດກາ ການດໍາເນີນຄະດີອາຍາທີ່ຕິດພັນກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເວົ້າລວມ, ເວົ້າສະເພາະແມ່ນຄະດີທີ່ກ່ຽວຂ້ອງກັບສັດນໍ້າ, ສັດປ່າ ແລະ ປ່າໄມ້ ແມ່ນຫ້າມນໍາໄປແກ້ໄຂທາງດ້ານບໍລິຫານ ແລະ ຕ້ອງນໍາເຂົ້າສູ່ການດໍາເນີນຄະດີຕາມຂະບວນການຍຸຕິທໍາຢ່າງເຂັ້ມງວດ ໄປຄຽງຄູ່ກັບການກະທໍາຜິດອື່ນກໍຄືການຟອກເງິນ. ທັງນີ້ ກໍເພື່ອຮັບປະກັນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ການຫັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ພ້ອມທັງເປັນການປະຕິບັດສົນທິສົນຍາ ແລະ ສັນຍາສາກົນທີ່ກ່ຽວຂ້ອງ ກໍຄື ສົນທິສັນຍາສາກົນວ່າດ້ວຍ ການຄ້າຂາຍສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (ໄຊເຕັດ - CITES).

ການດາເນນຄະດຕກບການກະທາຜດກຽວກບຊບພະຍາກອນທາມະຊາດ ແລະ ສງແວດລອມ - image 2
 

ເພື່ອຮັບປະກັນໃຫ້ຜູ້ກະທໍາຜິດໄດ້ຮັບການລົງໂທດ. ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຈຶ່ງໄດ້ອອກຄໍາສັ່ງ ເລກທີ 05/ອອປສ ນະຄອນຫຼວງວຽງຈັນ ລົງວັນທີ 7 ກໍລະກົດ 2025 ວ່າດ້ວຍການດໍາເນີນຄະດີຕໍ່ກັບການກະທໍາຜິດກ່ຽວກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ເຖິງບັນດາອົງການໄອຍະການປະຊາຊົນທ້ອງຖິ່ນ ແລະ ອົງການໄອຍະການທະຫານ ໃນຂອບເຂດທົ່ວປະເທດ ດັ່ງນີ້:

1). ຕໍ່ກັບຜູ້ກະທໍາຜິດກ່ຽວກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊຶ່ງເປັນການກະທໍາຜິດທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ສະບັບປີ 2017 ນັບແຕ່ ມາດຕາ 326 - 353 ແລະ ກົດໝາຍອື່ນແມ່ນຫ້າມບໍ່ໃຫ້ພະນັກງານໄອຍະການສົມທົບກັບເຈົ້າໜ້າທີ່ອົງການສືບສວນ-ສອບສວນ ທຸກພາກສ່ວນແກ້ໄຂຄະດີດ້ວຍຮູບການປັບໃໝທາງບໍລິຫານແລ້ວທໍາການຊັດມ້ຽນຄະດີ ແລະ ປ່ອຍຕົວຜູ້ກະທໍາຜິດຢ່າງເດັດຂາດ;

2). ຕໍ່ກັບການກະທໍາຜິດກ່ຽວກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊຶ່ງເປັນການກະທໍາຜິດຕາມທີ່ກໍານົດໄວ້ໃນປະມວນກົດໝາຍອາຍາ ແລະ ກົດໝາຍອື່ນແມ່ນໃຫ້ພະນັກງານໄອຍະການ ຕິດຕາມກວດກາ ແລະ ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງດໍາເນີນການສືບສວນ-ສອບສວນປະກອບຫຼັກຖານໃນຄະດີຟອກເງິນໄປພ້ອມກັນຕາມກົດໝາຍ;

3). ໃນກໍລະນີມີການລະເມີດແມ່ນຈະໄດ້ຮັບຜິດຊອບຕໍ່ໜ້າກົດໝາຍຢ່າງເຂັ້ມງວດ.

ຄໍາສັ່ງດັ່ງກ່າວນີ້ສະແດງໃຫ້ເຫັນວ່າທຸກບາດກ້າວແຫ່ງການຮ່ວມມື ພາຍໃຕ້ໂຄງການສະໜັບສະໜູນສະ ກັດກັ້ນການຄ້າຂາຍສັດປ່າທີ່ຜິດກົດໝາຍ ຢູ່ ສປປ ລາວ ໃນໄລຍະທີ່ຜ່ານມາ, ຍາມໃດອົງການໄອຍະການປະຊາຊົນສູງສຸດ ກໍໄດ້ເອົາໃຈໃສ່ ແລະ ມີຄວາມພະຍາຍາມໃນການຊຸກຍູ້ວຽກງານການຕິດຕາມກວດກາ ການດໍາເນີນຄະດີີຕໍ່ກັບການກະທໍາຜິດກ່ຽວກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດທົ່ວປະເທດໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ເພື່ອເປັນການຮັບປະກັນການດໍາເນີນຄະດີອາຍາໃຫ້ມີຄວາມຍຸຕິທໍາ, ຄົບຖ້ວນ, ຮອບດ້ານ, ພາວະວິໄສ ແລະ ຜູ້ກະທໍາຜິດຕ້ອງໄດ້ຮັບການລົງໂທດຕາມກົດໝາຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ