ການກະກຽມນຳຄະນະຜູ້ແທນສາກົນ ຢ້ຽມຢາມພາກສະໜາມ ຢູ່ ແຂວງຫຼວງພະບາງ

ການກະກຽມນຳຄະນະຜູ້ແທນສາກົນ ຢ້ຽມຢາມພາກສະໜາມ ຢູ່ ແຂວງຫຼວງພະບາງ

ການກະກຽມນຳຄະນະຜູ້ແທນສາກົນ ຢ້ຽມຢາມພາກສະໜາມ ຢູ່ ແຂວງຫຼວງພະບາງ
ທ່ານ ອານຸພາບ ວົງໜໍ່ເເກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕອບສຳພາດຕໍ່ສື່ມວນຊົນ ກ່ຽວກັບການກະກຽມນຳຄະນະຜູ້ແທນສາກົນ ຢ້ຽມຢາມພາກສະໜາມ ຢູ່ ແຂວງຫຼວງພະບາງ:

 

ຖາມ: ຂໍໃຫ້ທ່ານມີຄຳເຫັນ ກ່ຽວກັບຈຸດປະສົງຂອງການນຳຄະນະຜູ້ແທນສາກົນ ໄປຢ້ຽມຢາມພາກສະໜາມ ເເລະ ການກະກຽມສຳລັບການຢ້ຽມຢາມຄັ້ງນີ້ ໄດ້ດຳເນີນໄປແນວໃດ ຢູ່ແຂວງຫຼວງພະບາງ ໃນວາລະກອງປະຊຸມ 3RC-CCM ຄັ້ງນີ້?

ຕອບ: ການນຳພາຄະນະຜູ້ແທນສາກົນ ໄປຢ້ຽມຢາມພາກສະໜາມ ເປັນສ່ວນໜຶ່ງທີ່ມີຄວາມສຳຄັນຂອງກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ເພື່ອໃຫ້ຄະນະຜູ້ແທນທີ່ມາຈາກທົ່ວໂລກ ໄດ້ມີໂອກາດເຫັນສະພາບຄວາມເປັນຈິງຂອງຜົນກະທົບວຽກງານກວດກູ້ ແລະ ການທຳລາຍລະເບີດ ຢູ່ພາກສະໜາມດ້ວຍຕົນເອງ. ໃນຄັ້ງນີ້, ລັດຖະບານ ໄດ້ເລືອກເອົາແຂວງຫຼວງພະບາງ ເປັນສະຖານທີ່ເພື່ອເຄື່ອນໄຫວຢ້ຽມຢາມພາກສະໜາມ ຍ້ອນເປັນແຂວງທີ່ມີການສືບຕໍ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງມີຜົນສໍາເລັດເປັນຮູບປະທຳ ພ້ອມທັງເປັນເມືອງທ່ອງທ່ຽວມໍລະດົກໂລກ ທີ່ມີມູນເຊື້ອທາງດ້ານວັດທະນະທຳ ແລະ ປະຫວັດສາດຂອງຊາດ.

ການຢ້ຽມຢາມພາກສະໜາມ ໄດ້ກຳນົດໄວ້ໃນວັນທີ 13 ກັນຍາ 2026, 1 ວັນກ່ອນພິທີເປີດກອງປະຊຸມຢ່າງເປັນທາງການ. ຖືຕາມການລົງທະບຽນເບື້ອງຕົ້ນ ຄາດວ່າຈະມີຄະນະຜູ້ແທນເຂົ້າຮ່ວມປະມານ 250 ກວ່າທ່ານ, ໂດຍຈະໄດ້ເດີນທາງໄປ-ກັບ ລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ດ້ວຍລົດໄຟຄວາມໄວສູງລາວ-ຈີນ ຊຶ່ງເປັນວິທີການເດີນທາງທີ່ສະດວກ, ວ່ອງໄວ ແລະ ປອດໄພ ພ້ອມທັງເປັນໂອກາດອັນດີ ໃຫ້ຄະນະຜູ້ແທນສາກົນ ໄດ້ສຳຜັດກັບຄວາມກ້າວໜ້າດ້ານການພັດທະນາພື້ນຖານໂຄງລ່າງຂອງ ສປປ ລາວ ໄປພ້ອມກັນ. ຄະນະຜູ້ແທນ ຍັງຈະໄປຢ້ຽມຊົມບ່ອນວາງສະແດງ ລບຕ (UXO Visitor Center) ເພື່ອສ້າງຄວາມເຂົ້າໃຈກ່ອນຈະຮ່ວມຂະບວນໄປຢ້ຽມຢາມສະໜາມ. ພ້ອມນີ້, ພວກເຮົາຍັງໄດ້ກະກຽມແຜນສຳຮອງໄວ້ ໃນກໍລະນີສະພາບອາກາດບໍ່ເອື້ອອຳນວຍ ໂດຍຈະໄດ້ຈັດໃຫ້ຄະນະຜູ້ແທນ ໄດ້ຢ້ຽມຢາມກິດຈະກຳ ແລະ ສະຖານທີ່ອື່ນທີ່ຕິດພັນກັບວຽກງານ ລບຕ ແທນ ເພື່ອຮັບປະກັນວ່າ ຄະນະຜູ້ແທນທຸກທ່ານ ຈະໄດ້ຮັບປະສົບການອັນມີຄຸນຄ່າ ບໍ່ວ່າສະພາບອາກາດຈະເອື້ອອໍານວຍ ຫຼື ບໍ່ກໍຕາມ.

ກະຊວງການຕ່າງປະເທດ ໄດ້ຮັບການຮ່ວມມືຢ່າງໃກ້ຊິດກັບທຸກຂະແໜງການທີ່ກ່ຽວຂ້ອງ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນວ່າ ການເດີນທາງ, ການຕ້ອນຮັບ ແລະ ການອຳນວຍຄວາມສະດວກ ໃຫ້ຄະນະຜູ້ແທນອີງຕາມແຜນການທີ່ວາງໄວ້ຢ່າງລະອຽດ ເພື່ອຮັບປະກັນຄວາມລະບຽບຮຽບຮ້ອຍ ແລະ ຄວາມປອດໄພ ຕະຫຼອດການເດີນທາງ.

ຖາມ: ໃນທັດສະນະຂອງທ່ານ, ການຢ້ຽມຢາມພາກສະໜາມຄັ້ງນີ້ ຈະມີຄວາມໝາຍສຳຄັນແນວໃດ ຕໍ່ຄະນະຜູ້ແທນສາກົນ ເເລະ ຂໍໃຫ້ມີຄຳເຊື້ອເຊີນຕໍ່ຄະນະຜູ້ເເທນ ກ່ອນການເດີນທາງມາຮ່ວມກອງປະຊຸມ?

ຕອບ: ຂ້າພະເຈົ້າເຊື່ອໝັ້ນວ່າ ການໄດ້ເຫັນສະພາບຄວາມເປັນຈິງ ຢູ່ພາກສະໜາມດ້ວຍຕົນເອງ ຈະສ້າງຄວາມເຂົ້າໃຈອັນເລິກເຊິ່ງ ໃຫ້ແກ່ຄະນະຜູ້ແທນ ກ່ຽວກັບຜົນກະທົບອັນແທ້ຈິງຂອງລະເບີດບໍ່ທັນແຕກ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ພ້ອມທັງຄວາມພະຍາຍາມ ແລະ ຄວາມເສຍສະຫຼະຂອງພະນັກງານພາກສະໜາມ ໃນການແກ້ໄຂບັນຫາດັ່ງກ່າວ. ສິ່ງນີ້ຈະຊ່ວຍເສີມສ້າງຄວາມເຂົ້າໃຈ ແລະ ເພີ່ມທະວີຄວາມໝາຍໝັ້ນຮ່ວມກັນຂອງປະຊາຄົມໂລກ ຕໍ່ວຽກງານດ້ານມະນຸດສະທຳນີ້ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ໃນນາມ ສປປ ລາວ, ຂ້າພະເຈົ້າຂໍເຊື້ອເຊີນຄະນະຜູ້ແທນທຸກທ່ານ ເພື່ອມາຮ່ວມກັນເປັນສັກຂີພິຍານ ໃນເສັ້ນທາງແຫ່ງຄວາມສຳເລັດ ຂອງວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ຂອງ ສປປ ລາວ, ພ້ອມທັງຮ່ວມກັນສືບຕໍ່ຊຸກຍູ້ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດສົນທິສັນຍາ CCM ເພື່ອພ້ອມກັນບັນລຸເປົ້າໝາຍໂລກທີ່ປອດໄພຈາກໄພຂົ່ມຂູ່ຂອງລະເບີດລູກຫວ່ານຢ່າງແທ້ຈິງ.

ຂ່າວ: ກຕທ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ), ໃນ​ວັນ​ທີ 2 ຕຸ​ລາ​ນີ້ ທີ່ ແຂວງ​ຈຳ​ປາ​ສັກ, ໂດຍ​ການເປັນປະທານ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມ.
ເພີ່ມເຕີມ