ເຈດຕະນາລົມ ຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ກ່າວໃນຕອນທ້າຍຂອງກອງປະຊຸມສາທາລະນະສຸກທົ່ວປະເທດ ຄັ້ງທີ II, ວັນທີ 11 ມີນາ 1987; ກະຊວງສາທາລະນະສຸກໄດ້ຕົກລົງນໍາສະເໜີສະພາແຫ່ງຊາດ ແລະ ຮັບຮອງເອົາ ວັນທີ 18 ມິຖຸນາ ເປັນວັນແພດລາວ ຊຶ່ງໄດ້ລະບຸໃນກົດໝາຍປິ່ນປົວ (ສະບັບປັບປຸງ 2014). ວັນແພດລາວ ແມ່ນວັນໜຶ່ງທີ່ເປັນປະຫວັດສາດອັນລໍ້າຄ່າ ຂອງຂະແໜງການສາທາລະນະສຸກ, ເປັນວັນສ້າງຂະບວນການ, ກິດຈະກຳຕ່າງໆ ເພື່ອລະນຶກເຖິງຜົນງານ ແລະ ສັນລະເສີນຄຸນງາມຄວາມດີຂອງແພດລາວ ໃນສະໄໝຕໍ່ສູ້ກູ້ຊາດ ກໍຄືສະໄໝປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອປຸກລະດົມມວນຊົນ ໃຫ້ເຫັນຄວາມສໍາຄັນ, ເຂົ້າໃຈ ແລະ ເປັນເຈົ້າການໃນການກັນພະຍາດ, ສົ່ງເສີມ ແລະ ຮັກສາສຸຂະພາບຂອງຕົນເອງ, ຄອບຄົວ ແລະ ສັງຄົມ. ເພື່ອເຮັດໃຫ້ພົນລະເມືອງລາວບັນດາເຜົ່າ, ທຸກຊັ້ນຄົນ, ພະນັກງານແພດໝໍເຫັນໄດ້ຄວາມເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງ ວຽກງານສາທາລະນະສຸກ, ຂອງຖັນແຖວແພດໝໍລາວໃນແຕ່ລະໄລຍະ. ນອກຈາກນັ້ນ ຍັງເປັນການປູກຈິດສໍານຶກ ໃຫ້ແກ່ແພດໝໍ ແລະ ພະນັກງານ ສາທາລະນະສຸກລາວ ຮຸ່ນສືບທອດຮໍ່າຮຽນເອົາແບບຢ່າງອັນດີງາມຂອງແພດໝໍ ແລະ ພະນັກງານສາທາລະນະສຸກລາວຮຸ່ນກ່ອນ, ອອກແຮງຝຶກຝົນຫຼໍ່ຫຼອມ ສ້າງຕົນເອງໃຫ້ພຽບພ້ອມໄປດ້ວຍຄຸນສົມບັດ, ຈັນຍາທໍາວິຊາຊີບ ແລະ ຄວາມຊຳນານງານດ້ານວິຊາສະເພາະ ເພື່ອກາຍເປັນແພດແຫ່ງຊາດ ແລະ ແພດປະຊາຊົນ: ສົມກຽດສັກສີວ່າເປັນ ນັກຮົບເສື້ອຂາວປະຕິວັດຂອງພັກ.
ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM
ຂະແໜງສາທາລະນະສຸກ ໄດ້ກຽມຄວາມພ້ອມຮອບດ້ານ 100% ທາງດ້ານກຳລັງທີມແພດໝໍ, ຢາປິ່ນປົວພະຍາດ ແລະ ອຸປະກອນການແພດ ເພື່ອໃຫ້ການບໍລິການປິ່ນປົວດູແລຮັກສາສຸຂະພາບຂອງບັນດາແຂກ, ຜູ້ຊ່ຽວຊານ ແລະ ຜູ້ແທນຈາກຕ່າງປະເທດ ທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຢ່າງໃກ້ຊິດຕະຫຼອດ 24 ຊົ່ວໂມງ.
ຄໍາເຫັນ