ການກຳເນີດທະນາຄານ

ການກຳເນີດທະນາຄານ
ໂດຍ: ພະແນກຂໍ້ມູນຂ່າວສານ ແລະ ປະຊາສຳພັນ ທຫລ
ໃນວັນທີ 7 ຕຸລາ 1968, ຄະນະປະຈຳສູນກາງແນວລາວຮັກຊາດ ໄດ້ປະກາດສ້າງຕັ້ງທະນາຄານ ໂດຍເອີ້ນຊື່ວ່າ “ທະນາຄານປະເທດລາວ” ຂຶ້ນຢ່າງເປັນທາງການ ທີ່ຖໍ້າເສດຖະກິດ-ການເງິນ, ບ້ານນາໄກ່ ເມືອງວຽງໄຊ ແຂວງຫົວພັນ ຊຶ່ງເປັນຖານທີ່ໝັ້ນ ແລະ ເປັນສູນກາງບັນຊາຊີ້ນຳການປະຕິບັດທົ່ວປະເທດ. ຈຸດປະສົງໃນການສ້າງຕັ້ງແມ່ນເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດການເງິນຂອງກຳລັງແນວລາວຮັກຊາດ, ສ້າງຄວາມເອກະລາດທາງດ້ານເງິນຕາ ໂດຍພິມຈຳໜ່າຍເງິນກີບປົດປ່ອຍອອກໝູນວຽນໃນທົ່ວເຂດປົດປ່ອຍ ເພື່ອຮັບໃຊ້ວຽກງານດ້ານຕ່າງໆ. ຈາກນັ້ນ, ຂະບວນການກຳເນີດຂອງທະນາຄານແມ່ນໄດ້ຜ່ານບາດລ້ຽວທາງດ້ານປະຫວັດສາດ ທີ່ມີຄວາມສໍາຄັນໃນຂະບວນວິວັດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດ.
ໃນໄລຍະຕົ້ນຂອງການສ້າງຕັ້ງທະນາຄານປະເທດລາວຢູ່ເຂດປົດປ່ອຍ, ໄດ້ມີພະນັກງານຮຸ່ນກໍ່ຕັ້ງທະນາຄານທັງໝົດ 6 ທ່ານ ໂດຍປະກອບມີ: ທ່ານ ໜູຮັກ ພູມສະຫວັນ ອະດີດຄະນະປະຈຳສູນກາງ ແນວລາວຮັກຊາດ ຜູ້ຊີ້ນຳວຽກງານເສດຖະກິດ; ທ່ານ ທອງຈັນ ອຸປະລາວັນ ອະດີດຫົວໜ້າທະນາຄານສູນກາງ. ທ່ານ ສີສະຫວາດ ສີສານ ອະດີດຮອງຫົວໜ້າທະນາຄານສູນກາງ ພ້ອມດ້ວຍຄະນະຈຳນວນໜຶ່ງ.
   ທະນາຄານປະເທດລາວ ໃນເບື້ອງຕົ້ນປະກອບມີ 2 ພາກສ່ວນ ຄື: 1. ທະນາຄານສູນກາງ ແມ່ນມີບົດບາດຊີ້ນຳວຽກງານທະນາຄານໃນທົ່ວເຂດປົດປ່ອຍ, ໂດຍແມ່ນທ່ານ ທອງຈັນ ອຸປະລາວັນ ເປັນຫົວໜ້າຊີ້ນຳລວມທົ່ວປະເທດ ໃນນາມຄະນະຫ້ອງການການເງິນ, ທ່ານ ສີສະຫວາດ ສີສານ ເປັນຮອງຫົວໜ້າ; 2. ທະນາຄານພິເສດ ເຮັດໜ້າທີ່ຄ້າຍຄືທະນາຄານທຸລະກິດ ຮັບໃຊ້ບັນດາສໍານັກງານອົງການຈັດຕັ້ງ ປິ່ນອ້ອມສູນກາງວຽງໄຊ ແລະ ເຂດພິເສດທີ່ຂຶ້ນກັບສູນກາງ, ໂດຍແມ່ນ ທ່ານ ອຸດອນ ພົນເສນາ ເປັນຫົວໜ້າ. ໃນເບື້ອງຕົ້ນມີພະນັກງານພຽງແຕ່ 14 ຄົນ, ມີຊ່ຽວຊານ ສສ ຫວຽດນາມ 4 ສະຫາຍ; ມີສະມາຊິກພັກນຳພາ 1 ສະຫາຍ ຕໍ່ມາຈຶ່ງເພີ່ມເປັນ 3 ສະຫາຍ, ໂຄງຮ່າງການຈັດຕັ້ງຂອງທະນາຄານສູນກາງແບ່ງອອກເປັນ 4 ພາກສ່ວນຄື: ຫ້ອງການ, ບັນຊີ, ຄັງສາງ ແລະ ສິນເຊື່ອ. ໜ້າທີ່ຕົ້ນຕໍຂອງທະນາຄານສູນກາງ ແມ່ນປະຕິບັດໜ້າທີ່ເປັນຄັງເງິນໃນການເບີກຈ່າຍງົບປະມານບໍລິຫານຮັບໃຊ້ກຳລັງຕໍ່ສູ້ຢູ່ແນວໜ້າ ແລະ ກຳລັງສະໜັບສະໜູນຢູ່ແນວຫຼັງ.
ນັບແຕ່ມື້ສ້າງຕັ້ງທະນາຄານປະເທດລາວເປັນຕົ້ນມາ, ຝ່າຍແນວລາວຮັກຊາດ ໄດ້ມີເງິນຕາເປັນຂອງຕົນເອງຄື: ເງິນກີບປົດປ່ອຍ ທີ່ໄດ້ຈໍລະຈອນໄປຄຽງຄູ່ກັບເງິນກີບວຽງຈັນ ແລະ ເງິນກີບຄັງໄຂ, ເງິນກີບປົດປ່ອຍທີ່ໄດ້ພິມອອກມານັ້ນແມ່ນເພື່ອສ້າງຄວາມເປັນເອກະລາດທາງດ້ານເງິນຕາຢູ່ເຂດປົດປ່ອຍ ແລະ ເພື່ອຮັບໃຊ້ວຽກງານຕ່າງໆຄື: 1. ໃຫ້ຮ້ານຄ້າຂອງລັດກູ້ຢືມ ເພື່ອຊື້ເຄື່ອງກະສິກຳ, ເຄື່ອງປ່າຂອງດົງຈາກປະຊາຊົນ ເພື່ອສົ່ງສິນຄ້າອອກໄປຂາຍ ໃຫ້ບັນດາປະເທດອ້າຍນ້ອງ ແລະ ແລກປ່ຽນເອົາສິນຄ້າອຸດສາຫະກຳເຂົ້າມາຂາຍໃຫ້ປະຊາຊົນໃນເຂດປົດປ່ອຍ, 2. ໃຫ້ກູ້ຢືມ ເພື່ອຂະຫຍາຍການຜະລິດກະສິກຳ ແລະ ຫັດຖະກຳ ເພື່ອໃຫ້ມີເຄື່ອງຊົມໃຊ້ຫຼາຍຂຶ້ນຕື່ມ ແລະ ຊຸກຍູ້ການຈໍລະຈອນແຈກຢາຍສິນຄ້າໃຫ້ດີຂຶ້ນ; 3. ໃຫ້ກູ້ຢືມ ເພື່ອຊື້ພາຫະນະລໍາລຽງຂົນສົ່ງໃຫ້ຫຼາຍຂຶ້ນ ແລະ 4. ເປັນພາຫະນະຊຳລະສະສາງໃນເຂດປົດປ່ອຍ ເຮັດໃຫ້ປະຊາຊົນມີເຄື່ອງມື ເພື່ອຊື້ອຸປະກອນການຜະລິດ. ເງິນກີບປົດປ່ອຍ ທີ່ໄດ້ພິມອອກໃນເວລານັ້ນ ມີ 7 ປະເພດຄື: ທະນະບັດ ໃບ 1 ກີບ, 10 ກີບ, 20 ກີບ, 50 ກີບ, 100 ກີບ, 200 ກີບ ແລະ 500 ກີບ ທີ່ຈໍລະຈອນຄຽງຄູ່ກັບເງິນຣາຊະອານາຈັກລາວ ແລະ ເງິນກີບຄັງໄຂ.        
ເງິນກີບປົດປ່ອຍຈໍລະຈອນຮັບໃຊ້ໃນຖານທີ່ໝັ້ນຂອງການປະຕິວັດ ໄດ້ມີຜົນດີຫຼາຍຢ່າງ, ເປັນຕົ້ນແມ່ນໄດ້ປະກອບສ່ວນຊຸກຍູ້ການຜະລິດ ແລະ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ, ທະຫານ ແລະ ປະຊາຊົນ ໃນເຂດປົດປ່ອຍທີ່ຢູ່ແນວໜ້າ ແລະ ແນວຫຼັງ ພ້ອມທັງໄດ້ສ້າງເງື່ອນໄຂສະດວກໃຫ້ເຂດປົດປ່ອຍ ສາມາດຄຸ້ມຄອງການຈໍລະຈອນຂອງເງິນ ໄດ້ຢ່າງເປັນເອກະລາດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ