ການເຕີບໂຕດ້ານປະລິມານການອອກໃບຢັ້ງຢືນກິດຈະການທາງການຄ້າ ໄດ້ສ່ອງແສງໃຫ້ເຫັນວ່າ: ພາຍໃຕ້ສະພາບການທີ່ຈີນປະຕິບັດນະໂຍບາຍເພີ່ມຕື່ມຕ່າງໆ, ການຄ້າກັບຕ່າງປະເທດຂອງຈີນໄດ້ເຕີບໂຕຢ່າງໝັ້ນທ່ຽງ, ຂະໜາດການຄ້າໄດ້ເປີດກວ້າງອອກຢ່າງຕໍ່ເນື່ອງ ແລະ ໂຄງປະກອບໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ຊຶ່ງທັງໝົດນີ້ໄດ້ສະແດງໃຫ້ເຫັນວ່າ: ຜ່ານການອົບຮົມ, ເຜີຍແຜ່ ແລະ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າຈາກບັນດາຝ່າຍ ຊຶ່ງລວມທັງຄະນະກຳມະການສົ່ງເສີມການຄ້າສາກົນຈີນ, ໄດ້ມີວິສາຫະກິດຈີນຫຼາຍກວ່າເກົ່າສາມາດນຳໃຊ້ນະໂຍບາຍທີ່ກ່ຽວຂ້ອງກັບ RCEP ເປັນຢ່າງດີເພື່ອໄດ້ຮັບຜົນປະໂຫຍດຕົວ ຈິງ, ເຮັດໃຫ້ວິສາຫະກິດສາມາດໄດ້ຮັບແຮງຂັບເຂື່ອນທີ່ເຂັ້ມແຂງກວ່າເກົ່າໃນການດຳເນີນທຸລະກິດການຄ້າກັບຕ່າງປະເທດ.
ການໃຊ້ຈ່າຍຜ່ານບັດຂອງອັງກິດຫຼຸດລົງເປັນຄັ້ງທຳອິດໃນຮອບ 5 ປີ
ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ທັນວາ ຜ່ານມາວ່າ: ຂໍ້ມູນຈາກທະນາຄານ Barclays ຊີ້ໃຫ້ເຫັນວ່າ, ການໃຊ້ຈ່າຍຜ່ານບັດເດບິດ ແລະ ບັດເຄຣດິດຂອງຜູ້ຊື້ສິນຄ້າຊາວອັງກິດໃນປີ 2025 ຫຼຸດລົງເປັນຄັ້ງທຳອິດນັບຕັ້ງແຕ່ການລະບາດຂອງ ໂຄວິດ-19. ເຖິງຢ່າງໃດກໍຕາມ, ຊາວອັງກິດຍັງຄົງເຕັມໃຈທີ່ຈະໃຫ້ຄວາມສຸກຕົນເອງດ້ວຍການຊື້ສິນຄ້າຟຸ່ມເຟືອຍ ລວມທັງໃຊ້ຈ່າຍກັບການຫາປະສົບການໃໝ່ໆ.
ຄໍາເຫັນ