ຂ່າວສານຊີອາໄອລາຍງານວ່າ: ມ້າສວຍສົດງົດງາມສີ່ໂຕໄດ້ປະກົດຕົວ,ອອກເດີນທາງ
ຄັ້ງໃໝ່,ແລ່ນໄປສູ່ຂ້າງໜ້າຢ່າງເຕັມກຳລັງ.
ຂ່າສານຊີອາໄອລາຍງານວ່າ: ນັບແຕ່ວັນທີ 18 ທັນວາ 2025 ເປັນຕົ້ນໄປ, ຈີນເລີ່ມປະຕິບັດດ່ານພາສີອິດສະຫຼະທົ່ວເກາະໄຫຫຼຳຢ່າງເປັນທາງການ.
ປີນີ້ເປັນປີຄົບຮອບ 10 ປີຂອງການເຊັນສັນຍາປາຣີວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນຕ້ອງຫ້າມແດງລະດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດສະພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາຂອງຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດສະມາຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອປົກປ້ອງໂລກ.
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 8 ທັນວາ ຜ່ານມາ, ໂຕເລກສະຖິຕິທີ່ເຜີຍແຜ່ໂດຍລັດຖະບານຈີນສະແດງເຫັນວ່າ, ໃນ 11 ເດືອນຂອງປີ 2025, ຍອດມູນຄ່ານຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນມີເຖິງ 41,210 ຕື້ຢວນ, ເພີ່ມຂຶ້ນ 3.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຍອດມູນຄ່າ ນຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງຂອງເດືອນພະຈິກໄດ້ເພີ່ມຂຶ້ນ 4.1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 ຊຶ່ງໄດ້ຮັກສາການເຕີບໂຕເປັນເວລາ 10 ເດືອນລຽນຕິດ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ນັກວິເຄາະຊີ້ໃຫ້ເຫັນວ່າ, ໂຄງປະກອບການຄ້າກັບຕ່າງປະເທດຂອງຈີນໄດ້ປັບປຸງດີຂຶ້ນເລື້ອຍໆ, ປ່ອຍພະລັງຂັບເຄື່ອນໃໝ່ຢ່າງຕໍ່ເນື່ອງ, ສະແດງໃຫ້ເຫັນເຖິງຄວາມໝັ້ນໜຽວທີ່ເຂັ້ມແຂງ.
ຫວ່າງມໍ່ໆມານີ້, ມູນຄ່າຂາຍປີ້ເຂົ້າຊົມຮູບເງົາເລື່ອງ“ Zootopia 2” ຢູ່ແຜ່ນດິນໃຫຍ່ຈີນບັນລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່ພຽງແຕ່ໄດ້ສ້າງສະຖິຕິມູນຄ່າຂາຍປີ້ເຂົ້າຊົມຮູບເງົາກາຕູນທີ່ນຳເຂົ້າຈາກຕ່າງປະເທດໃນປະຫວັດສາດຮູບເງົາຈີນໃໝ່ເທົ່ານັ້ນ, ຍິ່ງໄດ້ລື່ນກາຍຕະຫຼາດອາເມຣິກາເໜືອແລ້ວກາຍເປັນຕະຫຼາດທີ່ໄດ້ຂາຍປີ້ເຂົ້າຊົມຫຼາຍທີ່ສຸດໃນໂລກອີກດ້ວຍ. ກ່ອນຈະໄດ້ສາຍຮູບເງົາເລື່ອງນີ້, ຜູ້ບໍລິໂພກຈີນກໍໄດ້ພົບເຫັນຊັບສິນທາງປັນຍາ (IP)ນີ້ໃນຊີວິດປະຈຳວັນເລື້ອຍໆເຊັ່ນ: ຈອກກາເຟ Luckin ທີ່ໄດ້ແຕ້ມໂປສເຕີຮູບເງົາໃສ່, ເສື້ອເຊີດທີ່ມີຮູບກາຕູນຮູບເງົາຂອງ UNIQLO, ກ່ອງສຸ່ມຂອງ POP MART ແລະ ອື່ນໆ. ຈາກມູນຄ່າຂາຍປີ້ເຂົ້າຊົມຮູບເງົາເຖິງຜະລິດຕະພັນຕ່າງໆຮ່ວມມືກັບຍີ່ຫໍ້ຕ່າງໆ ໄດ້ພິສູດໃຫ້ເຫັນເຖິງຖານະທີ່ທົດແທນບໍ່ໄດ້ຂອງຕະຫຼາດຈີນໃນຍຸດທະສາດທົ່ວໂລກຂອງບໍລິສັດດິສນີ.
ເມື່ອວັນທີ24ພະຈິກຜ່ານມານີ້ທີ່ເມືອງໄຫ່ໂຄ່ ແຂວງໄຫ່ໜານໄດ້ຈັດພິທີຖະແຫຼງການກ່ຽວກັບການເປີດໂອກາດໃຫ້ນັກລົງທຶນມາລົງທຶນທີ່ ແຂວງໄຫ່ໜານ
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບສົນທິສັນຍາວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ພະຈິກ ຜ່ານມາຢູ່ນະຄອນເບເລມ ພາກເໜືອຂອງປະເທດບຣາຊິນ. ກອງປະຊຸມໄດ້ຮັບຮອງເອົາສັນຍາໂດຍລວມກ່ຽວກັບການເຄື່ອນໄຫວດ້ານດິນຟ້າອາກາດສະບັບໃໝ່ ຄື: "ການລະດົມທົ່ວໂລກ: ສາມັກຄີ ແລະ ປະສານງານກັນເພື່ອຮັບມືກັບສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງເປັນເຈົ້າການ ແລະ ເລັ່ງການເຄື່ອນໄຫວດ້ານດິນຟ້າອາກາດທີ່ກ່ຽວຂ້ອງ.
ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ຄໍາເຫັນ