ການແຂ່ງຂັນ Lao Digital Award 2024 

ການແຂ່ງຂັນ Lao Digital Award 2024 
ກະຊວງເຕັກໂນໂລຊີ ແລະການສື່ສານ, ໄດ້ຈັດພິທີ ການແຂ່ງຂັນ Lao Digital Award 2024 ຂຶ້ນໃນວັນທີ 11 ມັງກອນນີ້  ທີ່ຫໍປະຊຸມແຫ່ງຊາດ. ເປັນກຽດເຂົ້າຮ່ວມໃນພິທີ ມີ  ທ່ານ ຄໍາຫຼ້າ ສູນນະລັດ ຫົວໜ້າກົມຄວາມປອດໄພໄຊເບີ ຫົວໜ້າຄະນະອະນຸກໍາມະການແຂ່ງຂັນ, ບັນດາທ່ານຄະນະກົມ, ຄະນະກໍາມະການ,ແຂກຖືກເຊີນ ພ້ອມດ້ວຍຜູ້ເຂົ້າແຂ່ງຂັນ.
ໃນພິທີ, ທ່ານ ຄໍາຫຼ້າ ສູນນະລັດ ກ່າວວ່າ: ປັດຈຸບັນ ໃນສະພາບການພັດທະນາຢ່າງຕໍ່ເນື່ອງຂອງເຕັກໂນໂລຊີດີຈີຕອນ ແລະ ນະວັດຕະກໍາ ໄດ້ເຮັດໃຫ້ການຜະລິດ, ການບໍລິການ ແລະ ການບໍລິຫານ ຫັນໄປສູ່ດີຈີຕອນຫຼາຍຂຶ້ນ. ຫຼາຍປະເທດ ໄດ້ຊຸກຍູ້-ສົ່ງເສີມນັກຄົ້ນຄວ້າ, ນັກພັດທະນາ ແລະ ບັນດາບໍລິສັດທາງດ້ານໄອຊີທີ,ດີຈີຕອນ, ນະວັດຕະກໍາ, ສະຕາດອັບ(startup)ໄດ້ພັດທະນາໂຕເອງ ດ້ວຍຫຼາຍຮູບແບບ ແລະ ໜຶ່ງໃນຮູບແບບການສົ່ງເສີມ ກໍຄືການຈັດແຂ່ງຂັນໄອຊີທີ, ດີຈີຕອນ, ນະວັດຕະກໍາ ແລະ ສະຕາດອັບ ໃນລະດັບປະເທດ ຫຼື ສາກົນ. ສຳລັບ ສປປ ລາວ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນນາມອົງການຈັດຕັ້ງຄຸ້ມຄອງມະຫາພາກ ທາງດ້ານໄປສະນີ, ໂທລະຄົມ, ໄອຊີທີ ແລະ ດີຈີຕອນ ກໍໄດ້ຈັດການແຂ່ງຂັນລາວດີຈີຕອນອາວອດທົ່ວປະເທດຄັ້ງນີ້ເປັນຄັ້ງທີ 6 ຫຼັງຈາກທີ່ໄດ້ຮັບຜົນສຳເລັດຈາກການຈັດງານ Lao ICT Awardand Innovationໃນ 5 ຄັ້ງຜ່ານມາ.ເປົ້າໝາຍແມ່ນເພື່ອຊຸກຍູ້-ສົ່ງເສີມໃຫ້ບັນດານັກພັດທະນາ,ບໍລິສັດທາງດ້ານໄອຊີທີ, startupໃນລາວ, ສ້າງຊື່ສຽງຜະລິດຕະພັນຂອງຕົນ ໃຫ້ກັບຄົນລາວ ແລະ ສາມາດບໍລິການອອກສູ່ສາກົນ. ພ້ອມນັ້ນ ກໍສົ່ງເສີມໃຫ້ຄົນລາວໄດ້ນຳໃຊ້ການບໍລິການໄອຊີທີ, ດີຈີຕອນ ແລະ ນະວັດຕະກໍາ ຂອງຄົນລາວເອງ.  
ການຈັດການແຂ່ງຂັນ Lao Digital Award ກໍເປັນແຜນງານໜຶ່ງທີ່ນອນໃນແຜນພັດທະນາ ຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ໂດຍໄດ້ຮັບການອະນຸມັດຈາກຄະນະພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານໃນການຈັດຕັ້ງປະຕິບັດຢ່າງເປັນເອກະພາບ ໂດຍມີຄະນະຮັບຜິດຊອບ ທີ່ປະກອບມີທັງພະນັກງານໃນກະຊວງ ຕສ, ຕາງໜ້າສະມາຄົມການຄ້າໄອຊີທີລາວ, ສະມາຄົມທຸລະກິດໜຸ່ມ, ທຸລະກິດສະຕາດອັບແລະ ອາຈານ ຈາກມະຫາວິທະຍາໄລແຫ່ງຊາດ, ຕາງໜ້າຈາກບໍລິສັດໄອຊີທີ ແລະ ບັນດາຜູ້ໃຫ້ບໍລິການໂທລະຄົມເພື່ອເຮັດໃຫ້ຄະນະຮັບຜິດຊອບດ່ັງກ່າວ ສາມາດເຄື່ອນໄຫວຢ່າງສະດວກ, ສ້າງຫຼັກການແຂ່ງຂັນຢ່າງຖືກຕ້ອງ ແລະ ສອດຄ່ອງກັບ ຫຼັກການແຂ່ງຂັນ ຂອງອາຊຽນ ແນໃສ່ເຮັດໃຫ້ການແຂ່ງຂັນໃນຄັ້ງນີ້ ເປັນທຳ ແລະ ໂປງໃສ.  
ງານແຂ່ງຂັນLao Digital Awardປະຈໍາປີ2024ໃນຄັ້ງນີ້ໄດ້ຖືກຈັດຂຶ້ນພາຍໃຕ້ງານສັບປະດາດີຈີຕອນ ຫຼືDigital Week 2024ທີ່ເປັນງານໃຫຍ່ລະດັບປະເທດ ແລະ  ມີຜູ້ເຂົ້າຮ່ວມແຂ່ງຂັນ ທີ່ມາຈາກ40ພາກສ່ວນ ເປັນຕົ້ນຈາກພາກລັດ, ລັດວິສາຫະກິດ, ນິຕິບຸກຄົນ, ບຸກຄົນແລະ ນັກສຶກສາ ຊຶ່ງແບ່ງໝວດແຂ່ງຂັນອອກເປັນ: ປະເພດໝວດຜະລິດຕະພັນສົ່ງເສີມພາກລັດ, ຜະລິດຕະພັນເອກະຊົນ, ຜະລິດຕະພັນສະຕາດອັບ ແລະ ຜະລິດຕະພັນແນວຄິດສ້າງສັນ ຂອງບັນດານັກພັດທະນາ ແລະ ນັກສຶກສາ.ພ້ອມກັນນັ້ນ ເວລາແຫ່ງນີ້ ຈະເປັນເວລາແຫ່ງການຄັດເລືອກເອົາ ຜະລິດຕະພັນທີ່ດີເດັ່ນ ເພື່ອເປັນຕົວແທນ ຂອງສປປ ລາວ ເຂົ້າຮ່ວມແຂ່ງຂັນງານ ລະດັບພາກພື້ນ ແລະ ສາກົນໃນຕໍ່ໜ້າ.
ທ່ານ ຄໍາຫຼ້າ ສູນນະລັດ ຍັງໄດ້ກ່າວຕື່ມວ່າ: ຫວັງວ່າ ຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ ຈະສຸມສະຕິ ແລະ ສະມາທິເພື່ອນຳສະເໜີກ່ຽວກັບຜະລິດຕະພັນຂອງຕົນ ຢ່າງໂດດເດັ່ນ ແລະ ຈູງໃຈຄະນະກຳມະການ ເພື່ອຍາດໄດ້ລາງວັນຊະນະເລີດ. ເຖິງຢ່າງໃດກໍຕາມ ສຳລັບຜູ້ເຂົ້າຮ່ວມທ່ານໃດ ທີ່ບໍ່ສາມາດຍາດໄດ້ໄຊຊະນະໃນຄັ້ງນີ້ ກໍສາມາດສືບຕໍ່ພັດທະນາຜະລິດຕະພັນຂອງຕົນ ໃຫ້ສົມບູນແບບ ແລະ ສົ່ງເຂົ້າແຂ່ງຂັນໃນປີຕໍ່ໄປ. 
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ຈັບສະຫຼາກແບ່ງກຸ່ມລາຍການແຂ່ງຂັນເຕະບານ ເຍົາວະຊົນ ຊີງຊັນປະທານ ສຕນວ

ຈັບສະຫຼາກແບ່ງກຸ່ມລາຍການແຂ່ງຂັນເຕະບານ ເຍົາວະຊົນ ຊີງຊັນປະທານ ສຕນວ

ການແຂ່ງຂັນເຕະບານ ເຍົາວະຊົນ ຊີງຂັນປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ (ສຕ ນວ) ຄັ້ງທີ 1 ປະຈຳປີ 2025 ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ (ວັນທີ 1 ມິຖຸນາ 2025) ໃຫ້ເປັນຂະບວນການຄືກຄື້ນ. ດັ່ງນັ້ນໃນວັນທີ 4 ມີຖຸນາ ຜ່ານມາ ຈຶ່ງໄດ້ຈັດກອງປະຊຸມເພື່ອເຜີຍແຜ່ກົດລະບຽບກະຕິກາກຽມຈັດການແຂ່ງຂັນທີ່ຫ້ອງການຄະນະກຳມະການໂອແລັມປິກແຫ່ງຊາດລາວ ຫຼື ຄອລ ພາຍໃຕ້ການເປັນປະທານ ຂອງທ່ານ ສຸລິວັນ ເຊີນວິໄລ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ທ່ານ ບຸນສົງ ອິນທິຈັກ ຮອງຫົວໜ້າຂະແໜງກິລາ-ກາຍະກຳ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຄະນະນຳ, ຄູຝຶກແຕ່ສະໂມສອນ, ຜູ້ໃຫ້ການສະໜັບສະໜູນ ແລະ ສື່ມວນຊົນ ເຂົ້າຮ່ວມ.
ສົກຮຽນນີ້ ນວ ມີນັກຮຽນສອບເສັງຈົບຊັ້ນ ມ7 ຈຳນວນ 9,000 ກວ່າຄົນ

ສົກຮຽນນີ້ ນວ ມີນັກຮຽນສອບເສັງຈົບຊັ້ນ ມ7 ຈຳນວນ 9,000 ກວ່າຄົນ

ພິທີເປີດການສອບເສັງຈົບຊັ້ນສາຍສາມັນສຶກສາ (ມ4, ມ7) ປະຈຳສົກຮຽນ 2024-2025 ທົ່ວນະຄອນ ຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນວັນທີ 6 ມິຖຸນານີ້ ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ໂດຍມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ, ທ່ານເຈົ້າເມືອງ-ຮອງເຈົ້າເມືອງ, ມີຕາງໜ້າກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຂ່ງຂັນຍິງປືນ ລະດົມທຶນຊຸກຍູ້ທີມນັກກິລາຍິງປືນຄົນພິການລາວ ຮ່ວມອາຊຽນພາຣາເກມ 2026

ແຂ່ງຂັນຍິງປືນ ລະດົມທຶນຊຸກຍູ້ທີມນັກກິລາຍິງປືນຄົນພິການລາວ ຮ່ວມອາຊຽນພາຣາເກມ 2026

ແຂ່ງຂັນກິລາຍິງປືນສັ້ນມາດຕະຖານ ໄລຍະ 15 ແມັດ ປະເພດດ່ຽວຊາຍ-ຍິງ ຊີງຂັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ ເພື່ອເປັນການລະດົມກອງທຶນສະໜັບສະໜູນທີມນັກກິລາຍິງປືນຄົນພິການທີມຊາດລາວ ເຂົ້າຮ່ວມງານມະຫະກຳກິລາ ອາຊຽນພາຣາເກມ ຄັ້ງທີ 13 ຕົ້ນປີ 2026 ທີ່ປະເທດໄທ ແລະ ຍັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2025 ໃຫ້ເປັນຂະບວນການຟົດຟື້ນ.
ໄຊສົມບູນ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງໄລຍະ 6 ເດືອນ ຮຸ່ນທີ II

ໄຊສົມບູນ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງໄລຍະ 6 ເດືອນ ຮຸ່ນທີ II

ພິທີເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ໄລຍະ 6 ເດືອນ ຮຸ່ນທີ ll ຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 3 ມິຖຸນາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ.
ໂຮງ­ຮຽນ​ອະ­ນຸ­ບານ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ຈັດ​ກິດ­ຈະ­ກຳ​ວັນ­ເດັກ­ນ້ອຍ​ສາ­ກົນ ແລະ ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ

ໂຮງ­ຮຽນ​ອະ­ນຸ­ບານ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ຈັດ​ກິດ­ຈະ­ກຳ​ວັນ­ເດັກ­ນ້ອຍ​ສາ­ກົນ ແລະ ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ

ເນື່ອງ​ໃນ​ໂອ­ກາດ​ວັນ­ເດັກ­ນ້ອຍ​ສາ­ກົນ ແລະ ວັນ​ປູກ​ຕົົົົົົົົົົົົົົົົົົົົົົ້ນ​ໄມ​ແຫ່ງ​ຊາດ ໂຮງ­ຮຽນ​ອະ­ນຸ­ບານ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ໄດ້​ຈັດ​ພິ­ທີ​​ສະ­ເຫຼີມ­ສະ­ຫຼອງ​ວັນ​ສຳ­ຄັນ​ດັ່ງ­ກ່າວ​ຂຶ້ນ​ໃນ​ວັນ​ທີ 30 ພຶດ­ສະ­ພາ​ຜ່ານ​ມາ​ທີ່​ໂຮງ­ຮຽນ​ດັ່ງ­ກ່າວ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ນາງ​ເພັດ​ສະ­ໄໝ ໄຊ​ຍະ​ມຸງ​ຄົນ ພັນ​ລະ​ຍາ​ຜູ້​ອໍາ​ນວຍ​ກາຍ​ໂຮງ­ໝໍມະ­ໂຫ­ສົດ, ທ່ານ ພອນ​ປະ­ດິດ ສັງ​ໄຊ​ຍະ​ລາດ ປະ­ທານ​ສະ­ຫະ­ພັນ​ກຳ­ມະ­ບານ​ກະ­ຊວງ, ຫົວ­ໜ້າ​ກົມ​ຄວບ​ຄຸມ­ພະ​ຍາດ​ຕິດ­ຕໍ່ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ,ມີ​ບັນດາ​ຫຼານ​ນ້ອຍ, ພໍ່​ແມ່​ຜູ້​ປົກ­ຄອງ​ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.
ປະດັບຫຼຽນໄຊ-ຫຼຽນກາ-ໃບຍ້ອງຍໍ ໃຫ້ຄະນະນັກກິລາເພາະກາຍລາວ

ປະດັບຫຼຽນໄຊ-ຫຼຽນກາ-ໃບຍ້ອງຍໍ ໃຫ້ຄະນະນັກກິລາເພາະກາຍລາວ

ພິທີປະດັບຫຼຽນໄຊແຮງງານຊັ້ນ I, II, III,ຫຼຽນກາແຮງງານ ແລະ ໃບຍ້ອງຍໍລັດຖະບານລາວໃຫ້ຄະນະບໍລິຫານງານສະຫະພັນກິລາເພາະກາຍແຫ່ງຊາດລາວ (ສພກລ) ລວມເຖິງຄູຝຶກນັກກິລາ ແລະ ບັນດາຜູ້ສະໜັບສະໜູນຂຶ້ນໃນວັນທີ 31 ພຶດສະພາຜ່ານມາທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໃຫ້ກຽດປະດັບຫຼຽນໄຊໂດຍທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ,
ໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມສຶກສາປັນຍາມະນີເອົາໃຈໃສ່ ສອນດີ ມີວິໃນ ໃສ່ໃຈຄຸນນະພາບ  (ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ)

ໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມສຶກສາປັນຍາມະນີເອົາໃຈໃສ່ ສອນດີ ມີວິໃນ ໃສ່ໃຈຄຸນນະພາບ (ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ)

ໂດຍ: ພູວັນ ເດັກນ້ອຍໃນວັນນີ້ ຄືຜູ້ໃຫຍ່ທີ່ມີອະນາຄົດສົດໃສໃນວັນໜ້າ ວັນເດັກນ້ອຍສາກົນເປັນວັນທີ່ມີຄວາມໝາຍສຳຄັນເພາະເດັກນ້ອຍແມ່ນໜໍ່ແໜງທີ່ຈະສືບຕໍ່ວຽກງານທີ່ສຳຄັນຈາກຮຸ່ນນີ້ສູ່ຮຸ່ນຕໍ່ໆໄປ, ພັກ ແລະ ລັດຖະບານເວລາໃດກໍ ໃຫ້ຄວາມສຳຄັນຕໍ່ເດັກນ້ອຍ, ທາງໂຮງຮຽນໄດ້ອົບຮົມບົ່ມສອນ, ພັດທະນາ ແລະ ສົ່ງເສີມໃຫ້ເດັກນ້ອຍຂອງພວກເຮົາເປັນຄົນທີ່ມີຄຸນນະພາບ, ມີຄຸນນະທໍາ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.
ພິທີມອບ-ຮັບ ນໍ້າລິນ ໃຫ້ໂຮງຮຽນ ມໍສ ເທດສະບານເມືອງນາເເລ

ພິທີມອບ-ຮັບ ນໍ້າລິນ ໃຫ້ໂຮງຮຽນ ມໍສ ເທດສະບານເມືອງນາເເລ

ພິທີມອບ-ຮັບ ນໍ້າລິນໃຫ້ໂຮງຮຽນ ມໍສ ເທດສະບານເມືອງນາເເລ ເເຂວງຫຼວງນໍ້າມາ ໂດຍການສະໜັບສະໜູນຈາກສິດເກົ່າ ຊຽງຄໍາວິທະຍາຄົມ ລຸ້ນ 2520-2522 ຈັງວັດຊຽງລາຍປະເທດໄທ ໄດ້ຈັດຂຶ້ນ ໃນວັນທີ 27 ພຶດສະພາຜ່ານມາທີ່ສະໂມສອນໂຮງຮຽນມໍສ ເມືອງນາເເລ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຕັນ ວັນປະເສີດ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາສັງຄົມ, ທ່ານ ອຸໄທ ຫອມນ້ານ ຕາງໜ້າທິມງານຈາກປະເທດໄທ.
ມອບ-ຮັບເຄື່ອງຫຼິ້ນໃຫ້ໂຮງຮຽນລ້ຽງເດັກ-ອະນຸບານ ໂຮງໝໍມິດຕະພາບ

ມອບ-ຮັບເຄື່ອງຫຼິ້ນໃຫ້ໂຮງຮຽນລ້ຽງເດັກ-ອະນຸບານ ໂຮງໝໍມິດຕະພາບ

ໂຮງໝໍມິດຕະພາບ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ຄົບຮອບ 101 ປີ, ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ແລະ ມອບ-ຮັບເຄື່ອງຫຼິ້ນໃຫ້ໂຮງຮຽນລ້ຽງເດັກ-ອະນຸບານ ໂຮງໝໍມິດຕະພາບ ມູນຄ່າ 32,900,000 ກີບ. ຈາກພັນລະຍາການນໍາພັກ-ລັດ ​ຂຶ້ນໃນວັນທີ 27 ພຶດສະພານີ້ ໂດຍການ​ເຂົ້າ​ຮ່ວມຂອງ ທ່ານ ສອນໄຊ ລາດຊະວົງ ກຳມະການຄະນະພັກກະຊວງ ເລຂາຄະນະພັກຮາກຖານຜູ້ອໍານວຍການໂຮງໝໍມິດຕະພາບ, ພັນລະຍາການນໍາພັກ-ລັດ, ມີຄະນະອໍານວຍການ, ຕາງໜ້າສາມອົງການຈັດຕັ້ງ, ພະນັກງານແພດໝໍ ແລະ ພະຍາບານ ເຂົ້າຮ່ວມ.
ສະເຫຼີມສະຫຼອງ ຄົບຮອບ 10 ປີ ພັດທະນາການສຶກສາຊັ້ນປະຖົມສຶກສາ

ສະເຫຼີມສະຫຼອງ ຄົບຮອບ 10 ປີ ພັດທະນາການສຶກສາຊັ້ນປະຖົມສຶກສາ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ແລະ ສະຖານເອກອັກຄະລັດຖະທູດອົສຕຣາລີ ສະເຫຼີມສະຫຼອງ ການຈັດຕັ້ງປະຕິບັດ ແຜນງານປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ການຮ່ວມມືເພື່ອການຫັນປ່ຽນໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງການສຶກສາຊັ້ນປະຖົມສຶກສາທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ, ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ ແລະ ມີຄວາມຫຍຸ້ງຍາກ, ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ.
ເພີ່ມເຕີມ