ສະແດງໃຫ້ເຫັນວ່າ: ນັບແຕ່ເລີ່ມການຂົນສົ່ງໃນໄລຍະບຸນກຸດຈີນໃນວັນທີ 14 ມັງກອນຈົນຮອດວັນທີ 19 ມັງກອນນີ້, ການຂົນສົ່ງໂດຍສານຂ້າມເຂດແຄ້ວນໃນທົ່ວປະເທດຈີນບັນລຸຫຼາຍກວ່າ 1 ຕື້ເທື່ອຄົນ. ໃນນັ້ນ ການຂົນສົ່ງຜ່ານທາງຫຼວງກວມເອົາເກືອບ 80%.
ຂ່າວລະບຸວ່າ: ນອກຈາກການຂົນສົ່ງຜູ້ໂດຍສານແລ້ວ, ການຈໍລະຈອນສິນຄ້າກໍໄດ້ເພີ່ມຂຶ້ນເຊັ່ນດຽວກັນ. ຫວ່າງມໍ່ໆມານີ້, ອົງການໄປສະນີແຫ່ງຊາດຈີນໄດ້ເຜີຍແຜ່ໂຕເລກຂໍ້ມູນວ່າ: ຫຼັງຈາກເລີ່ມການຂົນສົ່ງໃນໄລຍະບຸນກຸດຈີນ, ຄວາມຕ້ອງການດ້ານການຝາກເຄື່ອງບໍລິໂພກບຸນກຸດຈີນເພີ່ມສູງຂຶ້ນ. ກ່ອນເລີ່ມການຂົນສົ່ງໃນໄລຍະບຸນກຸດຈີນ 3 ວັນ ຄືໃນວັນທີ 11 ມັງກອນ ຜ່ານມານີ້, ການຝາກເຄື່ອງດ່ວນໃນທົ່ວປະເທດຈີນມີຫຼາຍກວ່າ 670,000,000 ອັນຕໍ່ມື້, ການຂົນສົ່ງສິນຄ້າຜ່ານທາງລົດໄຟກໍນັບມື້ນັບຫຼາຍຂຶ້ນ.
ຄໍາເຫັນ