ໄດ້ສ້າງສະຖິຕິສູງສຸດຄັ້ງໃໝ່ໃນປະຫວັດສາດການພັດທະນາການຂົນສົ່ງຜູ້ໂດຍສານທາງອາກາດຂອງຈີນ.
ເຈົ້າໜ້າທີ່ສຳນັກງານການບິນພົນລະເຮືອນຈີນກ່າວວ່າ: ນັບແຕ່ປີນີ້ເປັນຕົ້ນມາ, ຕະຫຼາດພາຍໃນປະເທດໄດ້ຮັກສາຄວາມຄຶກຄັກມາຕະຫຼອດ, ເສັ້ນທາງການບິນພາຍໃນປະເທດໄດ້ສຳເລັດການຂົນສົ່ງຜູ້ໂດຍສານປະມານ 640 ລ້ານເທື່ອຄົນ, ເພີ່ມຂຶ້ນປະມານ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019:ຕະຫຼາດສາກົນກໍໄດ້ຟື້ນຟູໄວຂຶ້ນ ໂດຍການຂົນສົ່ງຜູ້ໂດຍສານຂອງເສັ້ນທາງການບິນສາກົນມີເຖິງ 60 ລ້ານກວ່າເທື່ອຄົນ, ເພີ່ມຂຶ້ນຫຼາຍກວ່າ 130% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ປະລິມານການຂົນສົ່ງຜູ້ໂດຍສານສູງສຸດໃນວັນດຽວມີເຖິງ 2.45 ລ້ານເທື່ອຄົນ, ເພີ່ມຂຶ້ນ 9.8% ເມື່ອທຽບໃສ່ປະລິມານສູງສຸດໃນວັນດຽວຂອງປີຜ່ານມາ; ລະດັບສະເລ່ຍຂອງຈຳນວນບ່ອນເຕັມສູງກວ່າ 83% ຊຶ່ງເປັນລະດັບທີ່ເທົ່າທຽມກັບໄລຍະດຽວກັນຂອງປີ 2019.
ຄໍາເຫັນ