ທ່ານນາງ ເໝົານິງ ກ່າວວ່າ: ຈີນຕັ້ງໜ້າຊຸກຍູ້ການພັດທະນາສີຂຽວ ແລະ ກາກບອນຕ່ຳຢ່າງສະເໝີຕົ້ນສະເໝີປາຍ, ໃນໄລຍະ 10 ປີຜ່ານມານີ້ອັດຕາສ່ວນຂອງພະລັງງານທີ່ບໍ່ແມ່ນປະເພດຟອສຊິວໃນຍອດປະລິມານການສິ້ນເປືອງພະລັງງານຂອງຈີນເພີ່ມຂຶ້ນເປັນ 17.9%, ຂະນະທີ່ປະລິມານການລະບາຍກາກບອນດີອົກສິດຕໍ່ຫົວໜ່ວຍ GDP ໄດ້ຫຼຸດລົງຫຼາຍກວ່າ 34%.
ຈີນ ຈະສືບຕໍ່ຮ່ວມກັບປະເທດຕ່າງໆເພີ່ມທະວີການຮ່ວມມືສາກົນໃນດ້ານການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະກອບສ່ວນເຂົ້າໃນການຫັນປ່ຽນຮູບແບບການພັດທະນາຕາມທິດສີຂຽວ ແລະ ການພັດທະນາແບບຍືນຍົງຂອງມວນມະນຸດ.
ຄໍາເຫັນ