ທ່ານ ເທບພະໄທ ພັນກ້າ ໄດ້ແຈ້ງຈຸດປະສົງຂອງການລົງມາເຮັດວຽກ ໃຫ້ທ່ານເຈົ້າແຂວງໄຊ ໄດ້ຮັບຊາບ. ການລົງມາເຄື່ອນໄຫວວຽກງານຄັ້ງນີ້, ເພື່ອລົງເຜີຍແຜ່ ແລະ ຕິດຕາມວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນ ໃຫ້ແກ່ພະນັກງານຜູ້ທີ່ເຮັດວຽກງານກວດກາ ຢູ່ແຂວງໄຊສົມບູນ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີປະສິດທິພາບ ແລະ ໃຫ້ມີປະສິດທິຜົນສູງ, ຖືກຕ້ອງໄປລວງດຽວກັນ ແລະ ສອດຄ່ອງຕາມກົດໝາຍກຳນົດໄວ້.
ທ່ານເຈົ້າແຂວງ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ ລາຍງານການຈັດຕັ້ງປະຕິບັດວຽກງານກວດກາ ຢູ່ແຂວງໄຊສົມບູນ ໃຫ້ ທ່ານ ເທບພະໄທ ພັນກ້າ ພ້ອມດ້ວຍຄະນະໄດ້ຮັບຊາບໂດຍຫຍໍ້. ຕະຫຼອດໄລຍະຜ່ານມາ ການນຳແຂວງ ໄດ້ເອົາໃຈໃສ່ການນໍາພາ-ຊີ້ນຳ ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ ດ້ວຍຄວາມຮັບຜິດຊອບສູງ ພ້ອມທັງເອົາໃຈໃສ່ເຮັດວຽກງານກວດກາເຂັ້ມງວດ ແລະ ເປັນປົກກະຕິ ເພື່ອເຕືອນສະຕິພະນັກງານ-ສະມາຊິກພັກ ແລະ ເປັນເຈົ້າການໃນການດຳເນີນການກວດກາ ເມື່ອພົບເຫັນບັນຫາ ກໍໄດ້ມີການປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອສືບສວນ-ສອບສວນ ຢ່າງເຄັ່ງຄັດ, ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບການ.
(ຂ່າວ: ພຸດທະສອນ ເວດສະວົງ)
ຄໍາເຫັນ