![]() |
ການລົງມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ກໍເພື່ອເປັນການຢ້ຽວຢາຈິດໃຈນາຍ ແລະພົນທະຫານ ທີ່ຖືກຜົນກະທົບຈາກພາຍຸໝາກເຫັບຕົກຢ່າງໜັກໜ່ວງໃນວັນທີ 22 ມີນາ ຜ່ານມາ, ນອກນີ້ ກໍເພື່ອສ້າງຂວັນກໍາລັງໃຈຈາກເຫດການດັ່ງກ່າວທີ່ສົ່ງຜົນກະທົບທາງດ້ານຊັບສິນຢ່າງມະຫາສານ ຊຶ່ງການຊ່ວຍເຫຼືອມີນ້ຳດື່ມ ແລະ ເງິນ ລວມມູນຄ່າທັງໝົດ 52,000,000 ກີບ, ໄດ້ມອບກະເບື້ອງມຸງຫຼັງຄາໃຫ້ກັບຫ້ອງການຊາວໜຸ່ມກອງທັບ ກະຊວງປ້ອງກັນປະເທດ ລວມມູນຄ່າ 25,000,000 ກີບ. ພິເສດ, ການລົງຊຸກຍູ້ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ຍັງໄດ້ມອບກະເບື້ອງໃຫ້ 4 ຄອບຄົວຂອງພະນັກງານສູນກາງຊາວໜຸ່ມທີ່ຖືກໄພພິບັດຈາກພາຍຸໃນຄັ້ງນີ້ ລວມມູນຄ່າທັງໝົດ 78,000,000 ກີບ.
ຂ່າວ: ນິງນ໋ອງ ສຽງສະຫວັນ

ຄໍາເຫັນ