![]() |
ທ່ານ ສອນເພັດ ພົງສຸທິ ປະທານຄະນະກຳມະການປົກຄອງເມືອງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ວ່າ: ເມືອງຈອມເພັດ ມີ 69 ບ້ານ, 6,569 ຄອບຄົວ, ມີ 36,113 ຄົນ ຍິງ 17,400 ຄົນ, ເນື້ອທີ່ສ່ວນໃຫຍ່ຂອງເມືອງເປັນປ່າໂຄກ ແລະ ພູສູງ ກວມ 70% ຂອງເນື້ອທີ່ທັງໝົດ, ອາຊີບຫຼັກຂອງປະຊາຊົນ ແມ່ນຍືດຖືເອົາການປູກຝັງ-ລ້ຽງສັດ ແລະ ການບໍລິການເປັນຕົ້ນຕໍ, ຕະຫຼອດໄລຍະຜ່ານມາ ເສດຖະກິດຂອງເມືອງ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເພາະປີ 2025 ລວມຍອດຜະລິດຕະພັນພາຍໃນ ຫຼື (GO) ບັນລຸໄດ້ 68.23% ຂອງແຜນການ, ຍ້ອນອົງການປົກຄອງເມືອງ ໄດ້ສຸມໃສ່ການລົງທຶນຂອງລັດ ແລະ ເອກະຊົນ ມີທັງໝົດ 24 ໂຄງການ, ທຽບໃສ່ແຜນ 5 ປີ ເທົ່າກັບ 13.87%, ປັດຈຸບັນ ສໍາເລັດ 17 ໂຄງການ, ມູນຄ່າ 23 ຕື້ 693 ລ້ານກີບ, ໂຄງການຊ່ວຍເຫຼືອລ້າ 44 ໂຄງການ, ມູນຄ່າ 23 ຕື້ 230 ລ້ານກີບ, ປະຕິບັດສໍາເລັດ 100%, ທົ່ວເມືອງມີບ້ານພົ້ນທຸກ 33 ບ້ານ, ກວມ 47,83%, ຄອບຄົວພົ້ນທຸກ 4,042 ຄອບຄົວ, ກວມ 64.68%, ມີບ້ານທຸກຍາກ 36 ບ້ານ, ຄອບຄົວທຸກຍາກ 2,207 ຄອບຄົວ ກວມ 35.32%, ມີບ້ານພັດທະນາ 7 ບ້ານ, ກວມ 10.14%, ຄອບຄົວພັດທະນາ 2,221 ຄອບຄົວ, ກວມ 35.52%. ຈາກນັ້ນ, ຜູ້ຕາງໜ້າພະແນກການຂອງແຂວງ ໄດ້ປະກອບຄໍາເຫັນ ຕໍ່ການພັດທະນາເສດຖະກິດຂອງເມືອງ.
ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ເນັ້ນໜັກໃຫ້ຄະນະນຳຂອງເມືອງ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ຍົກສູງຄວາມຮັບຜິດຊອບຂອງຕົນ, ຖືເອົາການສຶກສາອົບຮົມການເມືອງແນວຄິດເປັນບັນຫາຕົ້ນຕໍ ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ບຸກຄົນຮັບຜິດຊອບ, ຕິດຕາມຊຸກຍູ້ ບັນດາແຜນວຽກງານຈຸດສຸມທີ່ວາງໄວ້ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ ແລະ ດີຂຶ້ນກວ່າເກົ່າ. ໂອກາດດຽວກັນ ທ່ານຮອງເຈົ້າແຂວງພ້ອມດ້ວຍທິມງານ ໄດ້ລົງຕິດຕາມຄວາມຄືບໜ້າ ການຈັດຕັ້ງປະຕິບັດວຽກງານຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທອງ ຢູ່ເຂດບ້ານສະເລື່ອນ ໃນເນື້ອທີ່ 470 ກິໂລຕາແມັດ .
(ຂ່າວ: ທອງສຸກ ສຸນີນໄຊ)

ຄໍາເຫັນ