ຮັບຟັງການໂອ້ລົມຈາກທ່ານ ບຸນຍັງ ວໍລະຈິດ

ການນຳແຂວງສະຫວັນນະເຂດ ຮັບຟັງການໂອ້ລົມຈາກທ່ານ ບຸນຍັງ ວໍລະຈິດ

ການນຳແຂວງສະຫວັນນະເຂດ ຮັບຟັງການໂອ້ລົມຈາກທ່ານ ບຸນຍັງ ວໍລະຈິດ
ໃນຕອນເຊົ້າວັນທີ 16 ທັນວາ ນີ້, ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ; ທ່ານບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ໂອ້ລົມຄະນະພັກ, ຄະນະນໍາຂັ້ນສູງຂອງແຂວງສະຫວັນນະເຂດ.


ໃນໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ ໄດ້ລາຍງານວຽກງານທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2024 ແລະ ທິດທາງແຜນການປີ 2025. ໃນໄລຍະຜ່ານມາ, ຄະນະພັກ-ອົງການປົກຄອງແຂວງສະຫວັນນະເຂດໄດ້ສືບຕໍ່ເອົາໃຈໃສ່ ຊີ້ນໍາ-ນໍາພາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ແລະ ການຈັດຕັ້ງຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ຄຽງຄູ່ກັບການກະກຽມຄວາມພ້ອມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນທົ່ວອົງຄະນະພັກແຂວງກໍຄືການກະກຽມຮ່າງບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ອົງຄະນະພັກແຂວງ ຕິດພັນກັບການສ້າງຂະບວນແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ເຂດຫ່າງໄກສອກຫຼີກຂອງແຂວງ. ໃນນີ້, ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກຢ່າງແຂງແຮງ ແລະ ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ວຽກງານເສດຖະກິດ: ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວຢູ່ໃນລະດັບ 7.9% ລື່ນແຜນການທີ່ວາງໄວ້ 0.05%, ດ້ວຍມູນຄ່າລາຄາໃນປີ 36,575.48 ຕື້ກີບ; ສະເລ່ຍຕໍ່ພົນລະເມືອງ 32.68 ລ້ານກີບ ຫຼື ເທົ່າກັບ 1,486 ໂດລາສະຫະລັດ (ສະເລ່ຍໃສ່ພົນລະເມືອງ 1,118,957 ຄົນ, ຕົວເລກຈາກສູນສະຖິຕິປີ 2024).
ໃນນັ້ນ, ສາມາດຈັດເກັບລາຍຮັບງົບປະມານໄດ້ 4,282.40 ຕື້ກີບ, ລື່ນແຜນການທີ່ວາງໄວ້ 45,73% ຂອງແຜນການປີ, ເປັນເງິນ 1,343.72 ຕື້ກີບ; ດ້ານກະສິກຳ, ປີນີ້ແຂວງສະຫວັນນະເຂດມີຜົນຜະລິດເຂົ້າເປືອກທັງໝົດ 881,441 ໂຕນ. ໃນນີ້, ນາປີ ໄດ້ 747,325 ໂຕນ ແລະ ນາແຊງໄດ້ 134,116 ໂຕນ, ສະເລ່ຍໃສ່ພົນລະເມືອງໄດ້ 788 ກິໂລ/ຄົນ/ປີ, ມີເຂົ້າເຫຼືອກິນແຮໄວ້ຂາຍ 392,335 ໂຕນ (ເຂົ້າເປືອກ) ຫຼື 235,400 ໂຕນ (ເຂົ້າສານ). ໃນນັ້ນ, ໄດ້ສົ່ງເຂົ້າສານອອກຕ່າງປະເທດໄດ້20,829 ໂຕນ, ຄິດເປັນມູນຄ່າ 13,24 ລ້ານໂດລາສະຫະລັດ, ສົ່ງໄປ ສປ ຈີນ, ສສ ຫວຽດນາມ, ສະຫະພາບເອີຣົບ, ສະຫະລັດອາເມລິກາ ແລະ ຣາຊະອານາຈັກໄທ.
ການຜະລິດຊີ້ນ, ປາ ແລະ ໄຂ່ໄດ້ທັງໝົດ 99,901 ໂຕນ, ສະເລ່ຍໃສ່ຫົວຄົນ 89.28 ກິໂລ/ຄົນ/ປີ, ປູກມັນຕົ້ນໄດ້ 29,985 ເຮັກຕາ, ເພີ່ມຂຶ້ນຈາກປີກາຍ 4,760 ເຮັກຕາ, ລວມຜົນຜະລິດມັນຕົ້ນໄດ້ປະມານ 629,685 ໂຕນ; ມີເນື້ອທີ່ປູກອ້ອຍ 18,760 ເຮັກຕາ, ໄດ້ຮັບຜົນຜະລິດ 848,200 ໂຕນ, ລື່ນແຜນການ 3.12%, ມີເນື້ອທີ່ປູກຢາງພາລາ 26,780 ເຮັກຕາ, ເນື້ອທີ່ປາດຢາງ 20,565 ເຮັກຕາ,ສະມັດຕະພາບສະເລ່ຍ 1,72 ໂຕນ/ເຮັກຕາ, ຜົນຜະລິດຢາງພາລາກ້ອນໄດ້ 35,988 ໂຕນ, ມີເນື້ອທີ່ປູກກ້ວຍ 13,325 ເຮັກຕາ, ຜົນຜະລິດກ້ວຍໄດ້ 399,750 ໂຕນ.
ໃນວາລະປະຊຸມ, ທ່ານ ບຸນຍັງ ວໍລະຈິດ ໄດ້ໃຫ້ທິດຊີ້ນໍາ ແລະ ໂອ້ລົມບັນຫາຕ່າງໆຕໍ່ຄະນະພັກ-ຄະນະນຳຂອງແຂວງ, ຊຶ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະນຳຂອງແຂວງສະຫວັນນະເຂດທີ່ໄດ້ສຸມສະຕິປັນຍາ ແລະ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງພັກ ໂດຍໄດ້ສຸມໃສ່ການນຳພາ-ຊີ້ນຳວຽກງານຮອບດ້ານຂອງແຂວງຈົນສາມາດເຮັດໃຫ້ແຂວງສະຫວັນນະເຂດມີໃບໜ້າໃໝ່ອັນພົ້ນເດັ່ນໃນການພັດທະນາທຸກຂົງເຂດ. ຈາກນັ້ນ, ທ່ານອະດີດປະທານປະທານ ໄດ້ໃຫ້ທິດຊີ້ນຳບາງດ້ານ: ໂດຍເນັ້ນໃສ່ການສ້າງເສດຖະກິດເອກະລາດເພິ່ງຕົນເອງເປັນເຈົ້າຕົນເອງໃຫ້ຫຼາຍຂຶ້ນ, ໜັກແໜ້ນໃນການປັບປຸງລະບົບການເມືອງຢູ່ຂັ້ນຮາກຖານ, ເລັ່ງໃສ່ລຶບລ້າງຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ປຸກລະດົມໃຫ້ປະຊາຊົນມີສ່ວນຮ່ວມໃນໂຄງການພັດທະນາພື້ນຖານໂຄງລ່າງ, ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໂດຍຕິດພັນກັບຄວາມເປັນເອກະພາບພາຍໃນພັກ, ສ້າງແບບແຜນວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນໂດຍການປະຕິບັດຕົວຈິງກັບປະຊາຊົນ ແລະ ຮຽນຮູ້ຈາກປະຊາຊົນ.
ພ້ອມນັ້ນ, ທ່ານບຸນຍັງ ໄດ້ໃຫ້ທິດຊີ້ນຳໃນການກະກຽມໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ແລະ ໄດ້ຖາມເຖິງໂຄງການກໍ່ສ້າງລະບົບຊົນລະປະທານແຫ່ງຕ່າງໆຂອງແຂວງທີ່ຈະເປັນບ່ອນອຳນວຍຜົນໂຫຍດທາງດ້ານແຫຼ່ງນໍ້າໃຫ້ປະຊາຊົນໄດ້ທຳການຜະລິດໃນລະດູແລ້ງ.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ