ການນໍາເມືອງປາກກະດິງ ລົງກວດກາຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ 4 ບ້ານ

ການນໍາເມືອງປາກກະດິງ ລົງກວດກາຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ 4 ບ້ານ

ການນໍາເມືອງປາກກະດິງ ລົງກວດກາຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ 4 ບ້ານ
ເມື່ອບໍ່ດົນມານີ້, ທ່ານ ດາວ ດວງພະຈັນ ຮັກສາການຮອງເຈົ້າເມືອງປາກກະດິງ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລົງຕິດຕາມສະພາບຜົນເສຍຫາຍຈາກໄພນ້ຳຖ້ວມຢູ່ ບ້ານນາເຄືອໃນ, ນາຫີນ, ໂພນທອງ ແລະ ບ້ານ ນາສັງ.
ການນາເມອງປາກກະດງ ລງກວດກາຜນເສຍຫາຍຈາກໄພນຳຖວມຢ 4 ບານ - image 1
 

ການລົງເຄື່ອນໃຫວຄັ້ງນີ້, ໄດ້ຮັບຟັງການລາຍງານສະພາບຜົນກະທົບຈາກໄພນ້ຳຖ້ວມໃນທ້າຍເດືອນ ກໍລະກົດ ຜ່ານມາ ຈາກຄະນະບ້ານທີ່ກ່ຽວຂ້ອງ, ເຫັນວ່າເສັ້ນທາງປູຢາງເຂົ້າບ້ານນາເຄືອໃນ ຫາ ບ້ານນາຫີນ ມີຄວາມຍາວ 3,250 ແມັດ ໄດ້ຖືກນໍ້າຖ້ວມເສຍຫາຍເຫຼັກນ້ອຍ ເປັນຕົ້ນແມ່ນຖືກນໍ້າກັດເຊາະບາທາງ ບາງຈຸດມີຄວາມຍາວ 50 ແມັດ. ທາງເຂົ້າບ້ານໂພນທອງ ມີຄວາມຍາວ 4 ກິໂລແມັດ, ຈຸດທີ່ຖືກນ້ຳຖ້ວມ ແລະ ນ້ຳໄຫຼຊຸເສຍຫາຍເປ່ເພ່ 70 ແມັດ ແລະ ທາງເຂົ້າບ້ານ ນາສັງມີຄວາມຍາວ 6 ກິໂລແມັດ ກໍຖືກນ້ຳຖ້ວມ ແລະ ນ້ຳເຊາະເຈື່ອນເສຍຫາຍທໍ່ລະບາຍນ້ຳ 2 ຈຸດ ແລະ ໜ້າທາງເປ່ເພ ບາງຈຸດມີຄວາມຍາວ 150 ແມັດ. ພື້ນທີ່ທຳການຜະລິດຂອງພໍ່ແມ່ປະຊາຊົນ ກໍຍັງຖືກນ້ຳຖ້ວມເສຍຫາຍຈຳນວນຫຼາຍ; ເປັນຕົ້ນແມ່ນ: ເນື້ອທີ່ນາຖືກນ້ຳຖ້ວມ 2,525 ເຮັກຕາ ເສຍຫາຍ 131 ເຮັກຕາ ມີ 144 ຄອບຄົວໄດ້ຮັບຜົນກະທົບ. ສວນມັນຕົ້ນຖືກນ້ຳຖ້ວມເສຍຫາຍ 127 ເຮັກຕາ ມີ 159 ຄອບຄົວ ໄດ້ຮັບຜົນກະທົບ. ສວນໝາກເພັດຖືກນ້ຳຖ້ວມ ເສຍຫາຍ 0.72 ເຮັກຕາ ມີ 5 ຄອບຄົວໄດ້ຮັບຜົນກະທົບ. ສວນສາສີຫວານຖືກນ້ຳຖວ້ມ ເສຍຫາຍ 0,32 ເຮັກຕາ ມີ 1 ຄອບຄົວໄດ້ຮັບຜົນກະທົບ. ສວນຢາງພາລາ ຖືກນ້ຳຖ້ວມ 1,192 ເຮັກຕ່າ ມີ 661,560 ຕົ້ນ ເສຍຫາຍ 110 ຕົ້ນ ມີ 1 ຄອບຄົວ, ໜອງປາ ຖືກນ້ຳຖ້ວມ 78 ໜອງ ປາເສຍຫາຍ 109,620 ໂຕ. ນອກນີ້, ຍັງມີທີ່ຢູ່ອາໃສຂອງພໍ່ແມ່ປະຊາຊົນຈຳນວນໜຶ່ງຖືກນ້ຳຖ້ວມບາງສ່ວນ ແຕ່ບໍ່ໄດ້ຮັບຜົນເສຍຫາຍ.

(ພາບ-ຂ່າວ: ວີຄຳ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຢູນີເທວ ໄດ້ຮັບລິຂະສິດຖ່າຍທອດສົດບານໂລກ 2026 ໃຫ້ປະຊາຊົນລາວຮັບຊົມໂດຍບໍ່ເສຍຄ່າ

ຢູນີເທວ ໄດ້ຮັບລິຂະສິດຖ່າຍທອດສົດບານໂລກ 2026 ໃຫ້ປະຊາຊົນລາວຮັບຊົມໂດຍບໍ່ເສຍຄ່າ

ພິທີເປີດໂຕຢ່າງເປັນທາງການລິຂະສິດຖ່າຍທອດສົດບານໂລກ FIFA World Cup 2026 ທີ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 8 ມິຖຸນາຜ່ານມາ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ທັງເປັນປະທານສະພາບໍລິຫານ ບໍລິສັດ ສະຕາໂທລະຄົມ (ຢູນີເທວ), ມີທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຄະນະອໍານວຍການບໍລິສັດຢູນີເທວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ 5 ປີ

ສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ 5 ປີ

ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ 5 ປີ (2021-2025) ແລະ ວາງທິດທາງ 5 ປີ (2026-2030) ໃນວັນທີ 8 ມິຖຸນານີ້ ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ທັງເປັນປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ມີຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ຄະນະກຳມະການຕ້ານການຄ້າມະນຸດແຂວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສອງກຳມາທິການ ຊຸກຍູ້ວຽກງານກູ້ໄພ-ກູ້ຊີບ

ສອງກຳມາທິການ ຊຸກຍູ້ວຽກງານກູ້ໄພ-ກູ້ຊີບ

ພິທີມອບ-ຮັບເງິນຊຸກຍູ້ວຽກງານກູ້ໄພ-ກູ້ຊີບ (ກໍ່ສ້າງອາຄານປະຈຳການຈຸດນາເລົ່າ) ບ້ານນາເລົ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ຈຳນວນ 230 ລ້ານກີບ ຈາກກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ຮ່ວມກັບກຳມາທິການສາທາລະນູປະການສູນກາງ ຈັດຂຶ້ນໃນວັນທີ 5 ມິຖຸນາຜ່ານມາ ທີ່ສຳນັກງານສູນກາງແນວລາວສ້າງຊາດ. ກ່າວມອບໂດຍພະອາຈານໃຫຍ່ ສີທົນ ໄຊຍະວົງສອນ ຮອງປະ ທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ) ຫົວໜ້າກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ແລະ ພະອາຈານໃຫຍ່ ບຸນທະວີ ປະສິດທິສັກ ຮອງປະທານສູນກາງ ອພສ ຫົວໜ້າກຳມາທິການສາທາລະນູປະການສູນກາງ ແລະ ກ່າວຮັບໂດຍທ່ານ ນາງ ສີສະຫຼຽວ ທຳມະເທວາ ປະ ທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ, ມີພະເຖລານຸເຖລະ, ເຈົ້າອະທິການວັດ, ຫົວໜ້າກົມ-ຮອງກົມສາສະໜາ, ແນວລາວສ້າງຊາດເມືອງນາຊາຍທອງ, ເຈົ້າສັດທາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
​ພິທີ​ສົ່ງ​ຜູ້​ເຂົ້າ​ຮ່ວມ​ໂຄງ​ການ​ຝຶກ​ອົບ​ຮົມ​ຍົກ​ລະ​ດັບ​ຄວາມ​ເປັນ​ຜູ້​ນຳ ​ສຳ​ລັບພະ​ນັກ​ງານ​ນຳ​ພາ-ຄຸ້ມ​ຄອງຂອ​ງ​ພັກ​ ປປ ລາວ

​ພິທີ​ສົ່ງ​ຜູ້​ເຂົ້າ​ຮ່ວມ​ໂຄງ​ການ​ຝຶກ​ອົບ​ຮົມ​ຍົກ​ລະ​ດັບ​ຄວາມ​ເປັນ​ຜູ້​ນຳ ​ສຳ​ລັບພະ​ນັກ​ງານ​ນຳ​ພາ-ຄຸ້ມ​ຄອງຂອ​ງ​ພັກ​ ປປ ລາວ

ວັນທີ 6 ມິຖຸນາຜ່ານມາ, ສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ໄດ້ຈັດພິທີລ້ຽງສົ່ງຄະນະຜູ້ເຂົ້າຮ່ວມ “ໂຄງການຝຶກອົບຮົມຍົກລະດັບຄວາມເປັນຜູ້ນຳ ສຳລັບພະນັກງານນຳພາ-ຄຸ້ມຄອງ ຂອງພັກປະຊາຊົນປະຕິວັດລາວ ເພື່ອການພັດທະນາເສດຖະກິດ-ສັງຄົມ” ທີ່ຈະເລີ່ມຕັ້ງແຕ່ໃນວັນທີ 7 – 18 ມິຖຸນາ 2026.
ສໍາເລັດບັນຍາຍເອກະສານຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ”ໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ

ສໍາເລັດບັນຍາຍເອກະສານຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ”ໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ

ໃນວັນທີ 6 ມິຖຸນາຜ່ານມາ ທີ່ສະຖາບັນການທະນາຄານ, ກົມອົບຮົມຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເຄື່ອນໄຫວບັນຍາຍເອກະສານ ພາຍໃຕ້ຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາຕາມທິດຊີ້ນໍາຂອງພັກ-ລັດ” ໃຫ້ພະນັກງານນໍາພາ - ຄຸ້ມຄອງຫຼັກແຫຼ່ງທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ໂດຍການເປັນປະທານຂອງທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອໍານວຍການທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກພ້ອມດ້ວຍສໍາມະນາກອນເຂົ້າຮ່ວມທັງໝົດ 362 ສະຫາຍ ຍິງ 162 ສະຫາຍ. ຈຸດປະສົງຂອງການບັນຍາຍເອກະສານໃນຄັ້ງນີ້ເພື່ອຍົກລະດັບວຽກງານການເປັນຜູ້ນໍາພາ-ຊີ້ນໍາ ໂດຍສະເພາະແບບແຜນວິທີນໍາພາ ແລະ ວິທີເຮັດວຽກທີ່ຖືກຕ້ອງກັບແນວທາງນະໂຍບາຍຂອງພັກ-ລັດ.
ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ, ໄດ້ໄຂຂຶ້ນໃນວັນທີ 5 ມິຖຸນາ 2026 ທີ່ ແຂວງຫຼວງພະບາງ, ໂດຍມີ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຂົງເຂດຍຸຕິທຳແຂວງ ບໍລິຄຳໄຊ ຍົກລະດັບຄວາມຮູ້ ວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ

ຂົງເຂດຍຸຕິທຳແຂວງ ບໍລິຄຳໄຊ ຍົກລະດັບຄວາມຮູ້ ວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ

ຊຸດອົບຮົມວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ໃຫ້ພະນັກງານຂົງເຂດຍຸຕິທຳແຂວງ ບໍລິຄຳໄຊ ໂດຍເປັນປະທານຂອງ ທ່ານ ສົນທອງ ວີບູນກ້ວາງ ຄະນະກຳມະການປົກຄອງແຂວງ ຫົວໜ້າພະແນກຍຸຕິທຳແຂວງ ບໍລິຄຳໄຊ.ມີວິທະຍາກອນຈາກກະຊວງ ຍຸຕິທຳ,ສຳມະນາກອນມາຈາກພະແນກ ຍຸດຕິທຳແຂວງ ແລະ 7 ຕົວເມືອງເຂົ້າຮ່ວມ.
ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ

ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ

ວັນທີ 5 ມິຖຸນາ 2026 ນີ້, ຢູ່ທີ່ເມືອງມຸນລະປາໂມກ ແຂວງຈຳປາສັກ, ໄດ້ຈັດງານສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ແລະ ມີບັນຍາກາດຟົດຟື້ນມ່ວນຊື່ນ ໂດຍມີທ່ານ ປະດິດ ວັນນະລັດສະໝີ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ, ທ່ານ ວັນລະເດດ ແກ້ວຈັນທາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ,ທ່ານ ສົມຈັນ ສີຈັນແດງ ຮອງເລຂາພັກເມືອງ ປະທານກວດກາພັກ - ລັດເມືອງ ພ້ອມດ້ວຍຄະນະນຳແຂວງ-ເມືອງ, ນັກຮຽນ ແລະ ເດັກນ້ອຍ ເຂົ້າຮ່ວມ.
ເມືອງພຽງ ອະ​ນຸ​ມັດ​ໃຫ້ບໍ​ລິ​ສັດລົງ​ທຶນ ກ້າແນວພັນຫົວດຸກເດືອ

ເມືອງພຽງ ອະ​ນຸ​ມັດ​ໃຫ້ບໍ​ລິ​ສັດລົງ​ທຶນ ກ້າແນວພັນຫົວດຸກເດືອ

ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດພິທີເຊັນສັນຍາຊຸກຍູ້ການລົງທຶນປູກພືດກະສິກຳເປັນສິນຄ້າ ວ່າດ້ວຍການຄຸ້ມຄອງການລົງທຶນກ້າແນວພັນ ຫົວດຸກເດືອ (ຫົວບຸກ) ລະຫວ່າງ ອົງການປົກຄອງເມືອງພຽງ (ຕາງໜ້າໂດຍ ຫ້ອງການການເງິນເມືອງ) ແລະ ບໍລິສັດ ລາວ-ຈີນ ໂຍ່ງຮຸຍ ພັດທະນາກະສິກຳ ຈຳກັດຜູ້ດຽວ.
ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ

ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ

ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບເຄມີສາດ ຄົບຮອບ 60 ປີ (26 ຕຸລາ 1966-26 ຕຸລາ 2026) ໃນວັນທີ 5 ມິຖຸນາ ຜ່ານມາ ທີ່ກົມເຄມີສາດ ໂດຍການເປັນປະທານຂອງສະຫາຍ ພັນເອກ ຄໍາສະຫວັດ ໄຊຍະລາດ ຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ, ມີບັນດາຫົວໜ້າພະແນກ, ຮອງພະແນກ, ແຂກຖືກເຊີນ ພ້ອມດ້ວຍນາຍ ແລະ ພົນທະຫານເຂົ້າຮ່ວມ.
ເພີ່ມເຕີມ