ອີກທັງຊ່ວຍບັນເທົາອາການນອນຫຼັບບໍ່ພຽງພໍໃນຕອນກາງຄືນ. ໂດຍການນອນເຊືອບຫຼັບພຽງ 10 ນາທີນັ້ນກໍມີຜົນດີຕໍ່ກັບການຮັບຮູ້, ອາລົມແລະບັນເທົາອາການງ້ວງນອນໃນຕອນສວາຍ.
ລາຍງານອ້າງອີງຂໍ້ມູນການວິເຄາະ ແລະ ສະຫຼຸບລວມຜົນການຄົ້ນຄວ້າ ຈາກການສຶກສາ 54 ລາຍການ ໃນປີ 2022 ພົບວ່າ: ການນອນເຊືອບຫຼັບຕອນສວາຍ ສາມາດປັບປຸງສະຕິປັນຍາໄດ້.
ຄະນະນັກຄົ້ນຄວ້າເປີດເຜີຍວ່າ: ປະໂຫຍດທີ່ຍິ່ງໃຫຍ່ທີ່ສຸດຂອງການນອນເຊືອບຫຼັບໃນຕອນສວາຍຄືການຕື່ນຕົວແລະຄວາມຈໍາ. ໃນຂະນະທີ່ຜົນໄດ້ຮັບສະແດງໃຫ້ເຫັນວ່າຄວາມໄວໃນການປະມວນຜົນທາງຈິດໃຈຍັງດີຂຶ້ນອີກດ້ວຍ ແລະ ຜູ້ຄົນລ້ວນແຕ່ໄດ້ຮັບຜົນປະໂຫຍດບໍ່ວ່າຈະນອນເຊືອບຫຼັບເປັນເປັນນິໄສ ຫຼື ນອນຫຼັບໃຫ້ພຽງພໍໃນຄືນກ່ອນ.
ຄໍາເຫັນ