ການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ

ການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ
ໂດຍ:ວັນໄຊ ຕະວິນຍານ
ຕາມການຊີ້ແຈງຂອງ ທ່ານ ປະເດີມພອນ ສົນທະນີຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ຄັ້ງວັນທີ 3 ພະຈິກ ຜ່ານມາ ວ່າ: ນັບແຕ່ໄດ້ມີການຈັດຕັັ້ງປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ແຕ່ປີ 1993-2023 ເປັນຕົ້ນມາ, ສາມາດປະຕິບັດໄດ້ທັງໝົດ 54.763 ທ່ານ ເປັນເງິນ 834.918.691.886 ກີບ, ໃນນີ້: ເປົ້າໝາຍບຸລິມະສິດ 41.267 ທ່ານ, ເປັນເງິນ 762.341.838.161 ກີບ ແລະ ເປົ້າໝາຍທົ່ວໄປ 13.496 ກີບ ເປັນເງິນ 72.576.853.725 ກີບ.
ການປະຕິບັດນະໂຍບາຍຕໍ່ເປົ້າໝາຍຜູ້ທີ່ມີຜົນງານ ສະເພາະເປົ້າໝາຍບຸລິມະສິດປະຕິບັດສຳເລັດໂດຍພື້ນຖານຄື: ປຸກສ້າງເຮືອນໃຫ້ພະນັກງານເສຍອົງຄະພິເສດ, ນະໂຍບາຍເງິນອຸດໜູນໃຫ້ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດ ແລະ ນະໂຍບາຍເງິນປ່ຽນແທນໂກຕ້າລົດ, ສຳລັບເປົ້າໝາຍທີ່ຍັງຄ້າງໃນປັດຈຸບັນນີ້ ສ່ວນຫຼາຍແມ່ນນະໂຍບາຍອຸດໜູນເທື່ອດຽວຜູ້ທີ່ຍັງມີຊີວິດ ແລະ ອຸດໜູນເທື່ອດດຽວຜູ້ທີ່ເສຍສະຫຼະຊີວິດ.ການຈັດລຽງບຸລິມະສິດໃນການແກ້ໄຂນະໂຍບາຍຕໍ່ຜູ້ມີຜົນງານ ໃນແຕ່ລະປີນັ້ນແມ່ນມອບໃຫ້ບັນດາພະແນກ ຮສສ ແຂວງ ແລະ ນະຄອນຫຼວງ ໂດຍຜ່ານຄະນະກຳມະການຄົ້ນຄວ້ານະໂຍບາຍຂັ້ນແຂວງ ແລະ ນະຄອນຫຼວງ ເປັນຜູ້ຈັດລຽງບຸລິມະສິດ ສົ່ງໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອອະນຸມັດຕາມງົບປະມານທີ່ໄດ້ຮັບແຕ່ລະປີ ຈາກກະຊວງການເງິນ ແລະ ປະຕິບັດໃຫ້ແຂວງເປັນງວດ(ປີໜຶ່ງແມ່ນແກ້ເປັນ 4 ງວດ), ໂດຍອີງໃສ່ຂໍ້ມູນຂອງບັນດາແຂວງ ແລະ ນະຄອນຫຼວງ.
ທ່ານ ປະເດີມພອນ ສົນທະນີກ່າວຕື່ມວ່າ: ຄຽງຄູກັບຜົນສຳເລັດ ຕໍ່ກັບການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານທີ່ກ່າວມານັ້ນ, ກໍຍັງມີຂໍ້ຫຍຸ້ງຍາກ ແລະ ຄົງຄ້າງເຊັ່ນ:ງົບປະມານການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານແຕ່ລະປີມີຈຳກັດ ບໍ່ສາມາດຕອບສະໜອງໄດ້ຕາມແຜນການທີ່ກຳນົດໄວ້ ແລະ ຕາມມະຕິສະພາແຫ່ງຊາດຮັບຮອງແຕ່ລະປີ.(ຕົວຢ່າງ: ໃນມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 20/ສພຊ ກໍຄືແຜນການພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ  5 ປີ ຄັ້ງທີ 5 (2021-2025) ໄດ້ກໍານົດໂຕເລກຄາດໝາຍສູ້ຊົນ ໃນການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມ ຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ໃຫ້ໄດ້ທັງໝົດ 16.000 ທ່ານ, ມີຄວາມຕ້ອງການງົບປະມານທັງໝົດ 418,20 ຕື້ກີບ, ໃນປີໜຶ່ງຕ້ອງການງົບປະມານ 83 ຕື້ກ່ວາກີບ (ຊຶ່ງໃນ 3ປີ (2021-2023) ໄດ້ຮັບງົບປະມານ ພຽງແຕ່ 80 ຕື້ກີບ). ຂໍ້ມູນການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານບາງແຂວງຍັງບໍ່ທັນຈະແຈ້ງ ແລະ ຊັດເຈນແລະ ຍັງຫຼາຍແຂວງບໍ່ທັນສາມາດປິດຄຳຮ້ອງຂໍນະໂຍບາຍໃນຂັ້ນແຂວງໃຫ້ຂາດຕົວໄດ້.
    ດັ່ງນັ້ນ, ເພືີ່ອສືບຕໍ່ຈັດຕັັ້ງປະຕິບັດນະໂຍບາຍສະແດງຄວາມກະຕັນຍູ້ຮູ້ບຸນຄຸນຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມ ດີໃນພາລະກິດ ຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ໃຫ້ສໍາເລັດໄປເທືີ່ອລະກ້າວ ຈະໄດ້ສືບຕໍ່ສຸມໃສ່ ຂຶ້ນແຜນງົບປະມານ ປະຕິບັດນະໂຍບາຍ ຕໍ່ບັນດາເປົ້າໝາຍບຸລິມະສິດ ທີີ່ຄະນະກໍາມະການຄົ້ນຄວ້ານະໂຍບາຍຕໍ່ຜູ້ມີຜົນງານຕາມດໍາລັດ 272/ລບ ຂັັ້ນນະຄອນຫຼວງ, ແຂວງ ແລະ ເມືອງ ສົ່ງມາສັງລວມຢູ່ໃນຖານຂໍ້ມູນຂອງ ກະຊວງ ຮສສ ທີີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ຈໍານວນ 26.478 ທ່ານ, ຄາດຄະເນຄວາມຕ້ອງການງົບປະມານ 680 ກວ່າຕື້ກີບ, ໃນນີ້: ເຂົ້າການປະຕິວັດ ປີ 1954 ຄືນຫຼັງຈໍານວນ 4.150 ທ່ານ ເປັນເງິນ 70 ກວ່າຕື້ກີບ ແລະ ເຂົ້າການປະຕິວັດປີ 1955-1974 ຈໍານວນ 22.328 ທ່ານ, ເປັນເງິນ 610 ຕື້ກວ່າກີບ.
    ໂດຍອີງໃສ່ໂຕເລກທີີ່ຍັງເຫຼືອໃນຖານຂໍ້ມູນ ຈໍານວນ 26.478 ທ່ານ ນີີ້, ຖ້າຫາກສາມາດຈັດສັນງົບປະມານເຂົ້າໃສ່ການປະຕິບັດນະໂຍບາຍຕໍ່ຜູ້ທີີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດປະຊາທິປະໄຕ ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັັ້ງທີ 9 ໄລຍະ (2021-2025) ຕາມທີີ່ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 20/ສພຊ, ລົງວັນທີ 26 ມີນາ 2021 ກໍານົດໃນແຕ່ລະປີໃຫ້ໄດ້ 4.000 ກວ່າທ່ານ, ເປັນເງິນ 83 ຕື້ກວ່າກີບ/ປີ ຊຶ່ງຈໍານວນ 26.478 ທ່ານ ນີ້ຈະໃຊ້ເວລາໃນການປະຕິບັດນະໂຍບາຍ ປະມານ 7-8 ປີຈຶ່ງຈະສໍາເລັດ. 
    ແຕ່ຖ້າສະພາບເສດຖະກິດ-ການເງິນຍັງມີຄວາມຫຍຸ້ງຍາກຄືໃນປັດຈຸບັນ ແລະ ສາມາດຈັດສັນງົບປະມານ ແຕ່ລະປີພຽງແຕ່ 15 ຕື້ກີບ ແລະ ສາມາດປະຕິບັດໄດ້ 600 ກວ່າທ່ານ/ປີ ຄືແຈ້ງແຜນງົບປະມານຂອງກະຊວງການເງິນ ໃນປີ 2022, 2023 ແລະ ປີ 2024 ນີ້, ໃນຈໍານວນ 26.478 ທ່ານ ທີີ່ຍັງເຫຼືອໃນຖານຂໍ້ມູນນີ້ຈະໃຊ້ເວລາໃນການປະຕິບັດນະໂຍບາຍ ປະມານ 44 ປີຈຶ່ງຈະສໍາເລັດ. 
    ນອກຈາກຂໍ້ມູນທີີ່ມີຈໍານວນ 26.478 ທ່ານນີ້ແລ້ວ ຍັງມີຫຼາຍແຂວງບໍ່ສາມາດຢັ້ງຢືນ ແລະ ປິດບັນຊີການຮ້ອງຂໍນະໂຍບາຍ ໃຫ້ຂາດຕົວໄດ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ