ການປະຕິຮູບອົງການຕຸລາການຂອງຫວຽດນາມໃນປັດຈຸບັນ

ຮຽບຮຽງ:ໂດຍວັນໄຊ ຕະວິນຍານ
 ໃນຂະບວນວິວັດແຫ່ງກນປ່ຽນແປງໃໝ່,ການບູລະນະຄຸ້ມຄອງດ້ວຍກົດໝາຍສັງຄົມນິຍົມຫວຽດນາມ ແມ່ນມີຄວາມຈໍາເປັນ ແລະ ສໍາຄັນຄ່ຽງຄູ່ກັບຂະແໜງການອື່ນໆ.ເພາະສັງຄົມຈະມີຄວາມສະຫງົບສຸກໄດ້ກໍຍ້ອນມີການປົກປ້ອງດ້ວຍກົດໝາຍ,ມີຄວາມຍຸຕິທໍາ ໃຜຜິດ,ໃຜຖືກ ແມ່ນອົງການຕຸລາການເປັນຜູ້ພິພາກສາ ແລະ ຕັດສິນ.
   ກົມການເມືອງສູນກາງພັກພັກຄອມມຸຍນິດຫວຽດນາມໄດ້ອອກມະຕິ ກ່ຽວກັບຍຸດທະສາດປະຕິຮູບຕຸລາການ.ຍຸດທະສາດນີ້,ໄດ້ກໍານົດເປົ້າໝາຍ,ທັດສະນະ,ທິດທາງ,ຮູບການປະຕິຮູບໃນໄລຍະຍາວ.ເພື່ອສ້າງພື້ນຖານໂຄງປະກອນການຈັດຕັ້ງ,ລະບົບປະສານງານ,ລະບອບ ແບບແຜນວິທີເຮັດວຽກຂອງອົງການຕຸລາການໃຫ້ໂປ່ງໃສ,ເຂັມແຂງ,ນັກແໜ້ນ,ປະຊາທິປະໄຕ,ປົກປ້ອງຫຼັກການຍຸຕິທໍາເຂັ້ມງວດດທັນສະໄໝ ຮັບໃຊ້ປະຊາຊົນຢ່າງທົ່ວເຖິງ ແລະ ຮັບໃຊ້ປະເທດຊາດດ້ວຍຄວາມຈົ່ງຮັກພັກດີ.
 ຍຸດທະສາດການປັບປຸງອົງການຕຸລາການຫວຽດນາມໄດ້ກໍານົດ 8 ວຽກໃຫ່ຍຄື:
1.ປັບປຸງກົນໄກການນໍາພາຂອງພັກຕໍ່ອົງການຕຸລາການ.2.ປັບປຸ່ງແນວທາງແຜນນະໂຍບາຍ,ກົດໝາຍອາຍາ,ກົດໝາຍແພ່ງ ແລະ ຂັ້ນຕອນການດໍາເນີນຄະດີຂອງອົງການຕຸລາການຢ່າງທັນການ,ຊັດເຈນ ແລະ ເຂັ້ມງວດ.3.ປັບປຸງກົງຈັກການຈັດຕັ້ງ,ກໍານົດຢ່າງລະອຽດຈະແຈ້ງ ພາລະບົດບາດ,ໜ້າທີ່ ສິດອໍານາດ.4.ປັບປຸງນະໂຍບາຍດ້ານຕ່າງໆ ລວມທັງການອຸດໜູນຕໍ່ພະນັກງານອົງການຕຸລາການ.5.ສ້າງຖັນແຖວພະນັກງານໃຫ້ມີຄວາມໜັກແໜ້ນເຂັ້ມແຂງດ້ານການເມືອງດຄຸນສົມບັດປະຕິວັດ ພຽງພ້ອມໄປດ້ວຍຄຄວາມຮູ້ຄວາມສາມາດ.ຈັນຍາບັນວິຊາຊີບຂອງອົງການຕຸລາການ.6.ປັບປຸງກົນໄກການຕິດຕາມການເຄື່ອນໄຫວຂອງສະພາປະຊາຊົນຕໍ່ການເຄື່ອນໄຫວຂອງອົງການຕຸລາການ.7.ເພີ່ມທະວີການຮ່ວມມືພົວພັນກັບສາກົນ ກັບອົງການຈັດຕັ້ງຕ່າງໆ.8.ຮັບປະກັນພື້ນຖານເຕັກນິກ,ອຸປະກອນຮັບໃຊ້ວິຊາສະເພາະ ແລະ ພາຫະນະໃນການເຄື່ອນໄຫວວຽກງານ.
  ໃນໄລຍະປ່ຽນແປງໃໝ່ ຈົນຮອດປັດຈຸບັນ, ພັກຄອມມຸຍນິດຫວຽດນາມໄດ້ເອົາໃຈໃສ່ປະຕິຮູບອົງການຕຸລາການນັບແຕ່ທັດສະນະລວມ,ການອອກນະໂຍບາຍ,ກົດໝາຍ,ນິຕິກໍາ,ລະ
ບອບ,ແບບແຜນວິທີເຮັດວຽກແບບໂປ່ງໃສດ້ວຍຄວາມຮັບຜິດຊອບສູງ ໄປພ້ອມກັບການພັດທະນາລະບົບອົງການຕຸລາການໃຫ້ທັນຍຸກທັນສະໄໝເພື່ອເປັນທີ່ເພີ່ງຂອງປະຊາຊົົນ.
  ໃນໂຄງການ-ການເມືອງຂອງພັກຄອມມຸຍນິດຫວຽດນາມໃນໄລຍະຂ້າມຜ່ານສູ່ສັງຄົມນິຍົມ,ໃນມະຕິຂອງຄະນະບໍລິຫານງານສູນກາງພັກໄດ້ຢືນຢັ້ນວ່າ:ຕ້ອງປ່ຽນແປງໃໝ່ລະບົບການຈັດຕັ້ງ ແລະ ວິທີການເຄື່ອນໄຫວຂອງລະບົບການເມືອງຢ່າງໜັກແໜ້ນເທື່ອລະກ້າວ,ສ້າງລັດຄຸ້ມຄອງດ້ວຍກົດໝາຍສັງຄົມນິຍົມຫວຽດນາມ.ໃນນັ້ນ ຍັງຢືນຢັ້ນ ຫຼັກການອໍານາດແຫ່ງລັດເປັນເອກະພາບ,ມີການແບ່ງງານ,ແບ່ງຂັ້ນຄຸ້ມຄອງຢ່າງຈະແຈ້ງ,ປະສານສົມທົບຢ່າງແໜ້ນແຟ້ນ ແລະ ຄວາມຄຸມອົງການແຫ່ງລັດໃນການປະຕິບັດສິດນິຕິບັນຍັດ,ສິດບໍລິຫານ ແລະ ສິດອົງການຕຸລາການ ໃນການເຄື່ອນໄຫວຂອງອົງການປົກປ້ອງກົດໝາຍ.
 ຈຸດໃຈກາງໃນການປະຕິຮູບອົງການຕຸລາການ ແມ່ນປັບປຸງລະບົບການຈັດຕັ້ງ,ຍົກສູງຄຸນນະພາບການເຄື່ອນໄຫວວຽກງານຢ່າງມີປະສິດພາບ-ປະສິດທົຜົນບົນພື້ນຖານຄວາມຖືກ
ຕ້ອງຕາມກົດໝາຍ ,ຖືເອົາສານປະຊາຊົນເປັນຈຸດໃຈກາງ,ຮັບປະກັນຕໍ່ຂັ້ນຕອນການດໍາເນີນຄະດີ,ສັນລະສູດຕາມຫູັກວິທະຍາສາດ.ຍົກສູງລັກສະນະຄວາມເປັນເອກະລາດ,ສ້າງຕັ້ງຕໍາຫຼວດຕຸລາການ,ພະນັກງານອົງການຕຸລາການ ຕ້ອງເອົາໃຈໃສ່ຢ່າງເຂັ້ມງວດ ບໍ່ບ່າຍປ່ຽງ ນັບແຕ່ການສືບສວນ-ສອບສວນອອກຄໍາສັ່ງຈັບຕົວ,ກັກຂັງ,ດໍາເນີນຄະດີ,ຄໍາຕັດສິນຂອງສານບໍ່ໃຫ້ເກີດມີກໍລະນີຜິດພາດ.

ຄໍາເຫັນ

ຂ່າວຕ່າງປະເທດ

ນູແວນເຊລັງ ຈະຂະຫຍາຍຕະຫຼາດການສຶກສາ 2 ເທົ່າພາຍໃນ 10 ປີ

ນູແວນເຊລັງ ຈະຂະຫຍາຍຕະຫຼາດການສຶກສາ 2 ເທົ່າພາຍໃນ 10 ປີ

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 14 ກໍລະກົດ ຜ່ານມາ, ທ່ານນາງ ເອຣິກາ ສະແຕນຟອຣດ ລັດຖະມົນຕີກະຊວງສຶກສາ ຂອງນູແວນເຊລັງ ກ່າວໃນຖະແຫຼງການວ່າ: ດ້ວຍຈໍານວນນັກສຶກສາຕ່າງປະເທດທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງນັບຕັ້ງແຕ່ປີ 2023, "ລັດຖະບານຈຶ່ງຕ້ອງການເລັ່ງການເຕີບໂຕດັ່ງກ່າວ”.
ອາຊຽນ ຊຸກຍູ້ການຄ້າພາຍໃນພາກພື້ນ ແລະ ການຮ່ວມມືກັບບັນດາຄູ່ຮ່ວມມືທີ່ເປັນມິດ

ອາຊຽນ ຊຸກຍູ້ການຄ້າພາຍໃນພາກພື້ນ ແລະ ການຮ່ວມມືກັບບັນດາຄູ່ຮ່ວມມືທີ່ເປັນມິດ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ຖະ​ແຫຼ​ງການ​ຮ່ວມ​ຈາກ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ທີ 58 ທີ່​ນຳອອກມາເຜີຍ​ແຜ່ຫວ່າງມໍ່ໆມານີ້​ວ່າ: ການ​ຊຸກຍູ້​ການ​ຄ້າ​ພາຍ​ໃນ​ພາກ​ພື້ນ, ການ​ຮ່ວມ​ມື​ກັບບັນດາ​ຄູ່​ຮ່ວມ​ມືທີ່ມິດ ແລະ ຍາດແຍ່ງເອົາຄວາມໄດ້ປຽບຂອງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ໃນລະດັບສູງສຸດເປັນ​ຍຸດ​ທະ​ສາດ​ທີ່​ບັນດາ​ປະ​ເທດ​ອາ​ຊຽນຈະ​ປະຕິບັດ​ ເພື່ອ​ຮັບມືກັບ​ຜົນ​ກະທົບ​ທາງ​ລົບ​ຈາກ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ.
ເສດຖະກິດສິງກະໂປ ເຕີບໂຕ 4.3% ໃນໄຕມາດທີສອງ

ເສດຖະກິດສິງກະໂປ ເຕີບໂຕ 4.3% ໃນໄຕມາດທີສອງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ກໍລະກົດ ຜ່ານມາວ່າ: ກະຊວງ​ການ​ຄ້າ ​ແລະ​ ອຸດສາຫະກຳ ຂອງ​ສິງກະ​ໂປ ລາຍງານ​ການ​ຄາດ​ຄະ​ເນໂຕເລກ​ເບື້ອງ​ຕົ້ນ​ວ່າ, ລວມຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ໃນໄຕມາດທີສອງ (ເມສາ - ມິຖຸນາ) ຂອງປີ 2025, ​ເພີ່ມ​ຂຶ້ນ 4,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ ຊຶ່ງສູງ​ກວ່າ​ການ​ເຕີບ​ໂຕ 4.1% ​ໃນ​ໄຕ​ມາດ​ທຳ​ອິດ.
ສຸສານລາຊະວົງເຊ້ຍຕາເວັນຕົກ ຖືກຈັດເຂົ້າໃນລາຍຊື່ມໍລະດົກໂລກ

ສຸສານລາຊະວົງເຊ້ຍຕາເວັນຕົກ ຖືກຈັດເຂົ້າໃນລາຍຊື່ມໍລະດົກໂລກ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ກອງປະຊຸມມໍລະດົກໂລກຄັ້ງທີ 47 ຂອງອົງການສຶກສາ,ວິທະຍາສາດ ​ແລະ ວັດທະນະທຳສະຫະປະຊາຊາດ ຫຼື UNESCO ທີ່ຈັດຂຶ້ນຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໄດ້ຮັບຮອງເອົາມະຕິ ໂດຍຈັດເອົາສຸສານລາຊະວົງເຊ້ຍຕາເວັນຕົກທີ່ຈີນຮ້ອງຂໍຂຶ້ນທະບຽນເຂົ້າໃນ “ລາຍຊື່ມໍລະດົກໂລກ”.ມາຮອດປັດຈຸບັນ, ຈຳນວນມໍລະດົກໂລກຂອງຈີນໄດ້ບັນລຸເຖິງ 60 ລາຍການ.
ວິທະ​ຍາ​ສາດ ແລະ ການຫັນ​ເປັນ​ດີ​ຈີ​ຕອນ ​ປະ​ກອບ​ສ່ວນ 5% ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດຫວຽດນາມ

ວິທະ​ຍາ​ສາດ ແລະ ການຫັນ​ເປັນ​ດີ​ຈີ​ຕອນ ​ປະ​ກອບ​ສ່ວນ 5% ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ເມື່ອຫວຽດນາມວາງເປົ້າໝາຍການເຕີບໂຕເສດຖະກິດບັນລຸລະດັບສອງຕົວເລກນັ້ນ, ວິທະຍະສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນຕ້ອງປະກອບສ່ວນ 5% ເຂົ້າໃນການເຕີບໂຕເສດຖະກິດ.
ເຕັກ​ໂນ​ໂລ​ຊີ​ຈີນ ​ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກວິ​ສາ​ຫະ​ກິດ​​ລົດ​​ໃນທົ່ວ​ໂລກ

ເຕັກ​ໂນ​ໂລ​ຊີ​ຈີນ ​ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກວິ​ສາ​ຫະ​ກິດ​​ລົດ​​ໃນທົ່ວ​ໂລກ

ຫວ່າງບໍ່ດົນມານີ້, ບໍ​ລິ​ສັດ XIAOPENG ​ຊຶ່ງ​ເປັນ​ບໍ​ລິ​ສັດ​ຜະ​ລິດ​ລົດ​ຂອງ​ຈີນ​ປະ​ກາດ​ວ່າໄດ້​ຄົ້ນ​ຄວ້າ​ຜະ​ລິດ​ແຜ່ນ​ຊິບ​ຂັບ​ລົດ​ແບບ​ອັດ​ຕະ​ໂນ​ມັດທີ່​ມີສະ​ມັດ​ຖະ​ພາບ​ສູງ, ກຸ່ມ​ບໍ​ລິ​ສັດ​ໂວນ​ສະວາເກິນ​ຂອງ​ເຢຍ​ລະ​ມັນ​ອາດ​ຈະ​ຈັດ​ຊື້​ແຜ່ນ​ຊິບ​ຊຸດ​ທຳ​ອິດ​ຈາກ​ບໍ​ລິ​ສັດຕົນ. ນອກ​ນີ້, ​ບໍ​ລິ​ສັດ​ອໍ​ດີ​ໄດ້​ໂຄ​ສະ​ນາ​ຂາຍລົດ​ລຸ້ນ A5L ຂອງ​ຕົນ​ທີ່​ຈະ​ປ້​ອນ​ເຂົ້າ​ຕະຫຼາດ​ໃນ​ໄວໆ​ນີ້, “ລະ​ບົບ​ຂັບ​ລົດ​ອັດ​ສະ​ລິ​ຍະ​ສຽນ​ຄຸນ​ຂອງ​ບໍ​ລິ​ສັດ​ຫົວ​ເຫວີຍ” ໃນ​​ແຜ່ນ​ປ້າຍ​ໂຄ​ສະ​ນາ ຫຼື ໂປ​ສະ​ເຕີ​ ໄດ້​ກາຍ​ເປັນ​ຈຸດ​ເດັ່ນ​ທີ່​ດຶງ​ດູດ​ລູກ​ຄ້າ… ປັດ​ຈຸ​ບັນ, ອຸດ​ສາ​ຫະ​ກຳ​ລົດ​​ໃນທົ່ວ​ໂລກ​ພວມ​ເກີດ​ມີ​ການ​ປະ​ຕິ​ວັດ​ຄັ້ງ​ປະ​ຫວັດ​ສາດ, ​ຄວາມ​ເປັນ​ຜູ້​ນຳ​ດ້ານ​ເຕັກ​ໂນ​ໂລ​ຊີ​ລົດ​​ໃນ​ທົ່ວ​ໂລກ​ພວມ​​ຍົກ​ຍ້າຍ​ຈາກ​ຕາ​ເວັນ​ຕົກ​ມາ​ຫາ​ຕາ​ເວັນ​ອອກ, ເຕັກ​ໂນ​ໂລ​ຊີ​ຈີນ​ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກວິ​ສາ​ຫະ​ກິດ​ລົດ​​ໃນ​ທົ່ວ​ໂລກນັບ​ມື້​ນັບຫຼາຍ​ຂຶ້ນ.
ສະຫະພັນເຂົ້າມຽນມາ ວາງແຜນຈະນຳໃຊ້ພະລັງງານແສງຕາເວັນ ໃນໂຮງສີເຂົ້າ

ສະຫະພັນເຂົ້າມຽນມາ ວາງແຜນຈະນຳໃຊ້ພະລັງງານແສງຕາເວັນ ໃນໂຮງສີເຂົ້າ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້; ທ່ານ ອູເຍມິນອອງ ປະທານສະຫະພັນເຂົ້າມຽນມາ ເປີດເຜີຍວ່າ: ສະຫະພັນເຂົ້າວາງແຜນທີ່ຈະໃຊ້ພະລັງງານແສງຕາເວັນໃນໂຮງສີເຂົ້າສຳລັບຜະລິດເຂົ້າເພື່ອສົ່ງອອກ.
3 ອະນຸສອນສະຖານຂອງກຳປູເຈຍ ໄດ້ເຂົ້າເປັນມໍລະດົກໂລກ

3 ອະນຸສອນສະຖານຂອງກຳປູເຈຍ ໄດ້ເຂົ້າເປັນມໍລະດົກໂລກ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດ ຜ່ານມານີ້ວ່າ: ຖະແຫຼງການຈາກກະຊວງ​ວັດທະນະທຳ​ແລະ ​ວິຈິດ​ສິນ​ຂອງ​ກຳປູ​ເຈຍ​ ລະບຸວ່າ: ອະນຸສອນສະຖານຂອງ​ກຳປູ​ເຈຍ ​(The Cambodian Memorial Sites) ໄດ້ຮັບການຂຶ້ນທະບຽນເປັນ​ມໍລະດົກ​ໂລກ​ ຂອງ​ອົງການ UNESCO ​ໃນລະຫວ່າງ​ກອງ​ປະຊຸມ​ຄັ້ງ​ທີ 47 ຂອງ​ຄະນະ​ກຳມະການ​ມໍລະດົກ​ໂລກ​ຂອງ​ອົງການ UNESCO ທີ່​ນະຄອນຫຼວງ​ປາຣີ ປະ​ເທດ​ຝຣັ່ງ. ໂດຍການຂຶ້ນທະບຽນຄັ້ງນີ້ເຮັດໃຫ້ກຳປູເຈຍມີຈໍານວນແຫຼ່ງມໍລະດົກໂລກເພີ່ມຂຶ້ນເປັນ 5 ແຫ່ງ.
ລັດຖະບານຍີ່ປຸ່ນ ສົ່ງເສີມການນຳໃຊ້ AI

ລັດຖະບານຍີ່ປຸ່ນ ສົ່ງເສີມການນຳໃຊ້ AI

ຂ່າວຕ່າງປະເທດລາຍງານວ່າ: ກະ​ຊວງ​ປ້ອງກັນຄວາມສະຫງົບ​ ຍີ່​ປຸ່ນ ເປີດເຜີຍວ່າ, ຊາວ​ຍີ່​ປຸ່ນ​ຍັງ​ຊັກ​ຊ້າ​ໃນ​ການ​ນຳ​ໃຊ້ Generative AI ແລະ ຊຸກ​ຍູ້​ໃຫ້​ພົນ​ລະ​ເມືອງ​ຝຶກ​ນຳ​ໃຊ້ AI ໃນ​ຊີ​ວິດ​ປະ​ຈຳ​ວັນຫຼາຍຂຶ້ນ.
ນາ​ຍົກຫວຽດນາມ ປະ​ຊຸມ​ກັບ​ການ​ນຳ​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້

ນາ​ຍົກຫວຽດນາມ ປະ​ຊຸມ​ກັບ​ການ​ນຳ​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 13 ກໍລະກົດ ຜ່ານມາ ຢູ່ນະຄອນເກີ່ນເທີ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບການນຳບັນດາແຂວງ, ນະຄອນ ກ່ຽວກັບສະພາບການປະຕິບັດຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ; ຄວາມຄືບໜ້າການຜັນຂະຫຍາຍບັນດາໂຄງການຄົມມະນາຄົມຈຸດສຸມ ແລະ ແຜນຮ່າງພັດທະນາເຂດປູກເຂົ້າ 1 ລ້ານເຮັກຕາ ທີ່ບັນລຸຄຸນນະພາບສູງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ນີ້ແມ່ນກອງປະຊຸມຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ນັບແຕ່ສັບຊ້ອນຄືນບັນດາແຂວງ, ນະຄອນ ແລະ ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນມາ.
ເພີ່ມເຕີມ