ການຜະລິດໄຟຟ້າດ້ວຍພະລັງງານໝູນວຽນຂອງຈີນ ລື່ນກາຍ 50%

ການຜະລິດໄຟຟ້າດ້ວຍພະລັງງານໝູນວຽນຂອງຈີນ ລື່ນກາຍ 50%
ຂ່າວສານຊີອາໄອລາຍງານ ໂດຍອີງຕາມໂຕເລກຫຼ້າສຸດຈາກອົງການພະລັງງານແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ປີ 2023, ອັດຕາສ່ວນຄວາມສາມາດດ້ານການຜະລິດໄຟຟ້າດ້ວຍພະລັງງານ ໝູນວຽນຂອງຈີນໄດ້ລື່ນກາຍ 50% ຫຼາຍກວ່າຄວາມສາມາດດ້ານການຜະລິດໄຟຟ້າດ້ວຍຖ່ານຫີນ.
ໃນປີ 2023 ນີ້, ຈີນໄດ້ເລັ່ງການນຳໃຊ້ພະລັງງານສີຂຽວກາກບອນຕ່ຳ. ພະລັງງານໝູນວຽນໄດ້ກາຍເປັນພະລັງໃໝ່ຂອງຈີນໃນການຮັບປະກັນການສະໜອງພະລັງງານໄຟຟ້າ, ຄວາມສາມາດດ້ານການຜະລິດແມ່ນບັນລຸເຖິງ 1 ຕື້ 450 ລ້ານກິໂລວັດ, ກວມອັດຕາສ່ວນລື່ນກາຍ 50% ຂອງຄວາມສາມາດດ້ານການຜະລິດໄຟຟ້າໃນທົ່ວປະເທດຈີນ. ປີ 2023, ຄວາມສາມາດດ້ານການຜະລິດໄຟຟ້າໝົດປີຂອງຈີນສູງເຖິງ 2 ຕື້ 900 ລ້ານກິໂລວັດ.

ຄໍາເຫັນ

ຂ່າວຕ່າງປະເທດ

ບໍລິສັດ Hyundai ກະກຽມນໍາໃຊ້ຫຸ່ນຍົນໃນໂຮງງານຜະລິດລົດທົ່ວໂລກ

ບໍລິສັດ Hyundai ກະກຽມນໍາໃຊ້ຫຸ່ນຍົນໃນໂຮງງານຜະລິດລົດທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: Hyundai, ບໍລິສັດລົດຍົນຍັກໃຫຍ່ຂອງ ສ ເກົາຫຼີໄດ້ປະກາດແຜນການທີ່ຈະນໍາຫຸ່ນຍົນຮູບຮ່າງຄ້າຍຄືມະນຸດມານໍາໃຊ້ໃນໂຮງງານຜະລິດລົດຍົນທົ່ວໂລກ ເລີ່ມຕົ້ນໃນປີ 2028, ໃນທ່າມກາງການແຂ່ງຂັນຂອງອຸດສາຫະກຳຂະໜາດໃຫຍ່ ທີ່ເລັ່ງປັບຕົວເຂົ້າກັບຍຸກ AI.
ປີ 2025 ຈີນ​ສືບ​ຕໍ່​ຄອງ​ຖາ​ນະ​ປະ​ເທດ​ທີ່​ລົງ​ທຶນ​ຫຼາຍ​ທີ່​ສຸດ​ຢູ່​ກຳ​ປູ​ເຈຍ

ປີ 2025 ຈີນ​ສືບ​ຕໍ່​ຄອງ​ຖາ​ນະ​ປະ​ເທດ​ທີ່​ລົງ​ທຶນ​ຫຼາຍ​ທີ່​ສຸດ​ຢູ່​ກຳ​ປູ​ເຈຍ

ຂ່າວສານຊີອາໄອລາຍງານໃນວັນທີ 6 ມັງກອນ ຜ່ານມາວ່າ: ປີ 2025, ສະ​ພາ​​ການ​ພັດ​ທະ​ນາ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ໄດ້​ອະ​ນຸ​ມັດໂຄງ​ການ​ລົງ​ທຶນ 630 ໂຄງ​ການ, ມີມູນ​ຄ່າ​ການ​ລົງ​ທຶນເຖິງ 10 ຕື້​ໂດ​ລາ. ໃນ​ນັ້ນ, ຈີນສືບ​ຕໍ່​ຄອງ​ຖາ​ນະ​ປະ​ເທດ​ທີ່​ລົງ​ທຶນ​ຫຼາຍ​ທີ່​ສຸດ​ຢູ່​ກຳ​ປູ​ເຈຍ.
ຫວຽດ​ນາມ ດຶງ​ດູດ​ທຶນ FDI 38 ຕື້ກວ່າໂດລາ

ຫວຽດ​ນາມ ດຶງ​ດູດ​ທຶນ FDI 38 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 6 ມັງກອນ ຜ່ານມາວ່າ: ໃນກອງປະຊຸມຂ່າວທີ່ປະກາດໂຕເລກສະຖິຕິເສດຖະກິດ - ສັງຄົມ ໄຕມາດ IV ປີ 2025 ທີ່ຈັດຂຶ້ນຫວ່າງມໍ່ໆມານີ້ ທີ່ນະຄອນຫຼວງຮ່າໂນ້ຍ, ກົມສະຖິຕິ ກະຊວງການເງິນໃຫ້ຮູ້ວ່າ: ເງິນລົງທຶນຕ່າງປະເທດທັງໝົດ (FDI) ທີ່ຈົດທະບຽນລົງທຶນຢູ່ ຫວຽດນາມ ໃນປີ 2025 ບັນລຸໄດ້ 38.4 ຕື້ກວ່າໂດລາ, ເພີ່ມຂຶ້ນ 0.5% ເມື່ອທຽບໃສ່ປີກ່ອນ.
ເກຣັກ ໂຈະຖ້ຽວບິນທົ່ວປະເທດ ຫຼັງຈາກລະບົບການຄວບຄຸມທາງອາກາດລົ້ມ

ເກຣັກ ໂຈະຖ້ຽວບິນທົ່ວປະເທດ ຫຼັງຈາກລະບົບການຄວບຄຸມທາງອາກາດລົ້ມ

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 4 ມັງກອນຜ່ານມາ, ຖ້ຽວບິນທັງໝົດ ທັງຂາເຂົ້າ ແລະ ຂາອອກ ໃນເກຣັກ ໄດ້ໂຈະຊົ່ວຄາວ ຫຼັງຈາກລະບົບການສື່ສານຂັດຂ້ອງທົ່ວປະເທດ, ສົ່ງຜົນກະທົບຕໍ່ການດຳເນີນງານຂອງສູນຄວບຄຸມການຈາລະຈາທາງອາກາດ.
ທຳລາຍສະຖິຕິ ຮ້ານຊູຊິຍີ່ປຸ່ນ ປະມູນປາທູນາຄີບສີຟ້າ ມູນຄ່າ 510 ລ້ານກວ່າເຢນ

ທຳລາຍສະຖິຕິ ຮ້ານຊູຊິຍີ່ປຸ່ນ ປະມູນປາທູນາຄີບສີຟ້າ ມູນຄ່າ 510 ລ້ານກວ່າເຢນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ມັງກອນ ຜ່ານມາວ່າ: ຕະຫຼາດປາ Toyosu ໃນນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໄດ້ຈັດປະມູນປາທູນາຄັ້ງທຳອິດຂອງປີ 2026, ໂດຍມີປາທູນາຄີບສີຟ້າໂຕໜຶ່ງລາຄາສູງເຖິງ 510.3 ລ້ານເຢນ ຊຶ່ງຖືເປັນໂຕເລກທີ່ສູງທີ່ສຸດແບບບໍ່ເຄີຍມີມາກ່ອນ.
ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຽກ​ລັງ

ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຽກ​ລັງ

ຂ່າວສານຊີອາໄອລາຍງານວ່າ: ໃນ​ວັນ​ທີ 5 ມັງ​ກອນ ຜ່ານມາ ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້ຕ້ອ​ນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງ​ທ່ານ ມິ​ເຊວ ມາຕິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຽກ​ລັງ​ທີ່​ມາ​ຢ້ຽມ​ຢາມ​ຈີນຢ່າງ​ເປັນ​ທາງ​ການ.
ທ່ານ ໂຕ​ເລິມ ຮຽກ​ຮ້ອງ​ຂະ​ແໜງການ​ເມືອງ​ພາຍ​ໃນ​ຕ້ອງ​ຍົກ​ລະ​ດັບ​​ວຽກ​ງານເສ​ນາ​ທິ​ການ​ຍຸດ​ທະ​ສາດ

ທ່ານ ໂຕ​ເລິມ ຮຽກ​ຮ້ອງ​ຂະ​ແໜງການ​ເມືອງ​ພາຍ​ໃນ​ຕ້ອງ​ຍົກ​ລະ​ດັບ​​ວຽກ​ງານເສ​ນາ​ທິ​ການ​ຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 5 ມັງກອນ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະການເມືອງພາຍໃນສູນກາງພັກໄດ້ຈັດພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນມູນເຊື້ອຄະນະການເມືອງພາຍໃນຂອງພັກ (5/1/1966 - 5/1/2026) ແລະ ຕ້ອນຮັບຫຼຽນໄຊໂຮ່ຈິມິນ ຄັ້ງທີ 2. ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ເລືອງເກື່ອງ ປະທານປະເທດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະ ບັນດາການນຳ, ອະດີດການນຳພັກ, ລັດ ຂອງຫວຽດນາມ.
ບາຫຼີ ຈະເຂັ້ມງວດມາດຕະການກວດສອບນັກທ່ອງທ່ຽວຕ່າງປະເທດ ໃນປີ 2026

ບາຫຼີ ຈະເຂັ້ມງວດມາດຕະການກວດສອບນັກທ່ອງທ່ຽວຕ່າງປະເທດ ໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ອີ ວາຍັນ ກອສເຕີ ເຈົ້າແຂວງບາຫຼີ ປະເທດອິນໂດເນເຊຍ ກ່າວວ່າ: ເຈົ້າໜ້າທີ່ຂອງເກາະບາຫຼີ ກຽມຍົກລະດັບຄວາມເຂັ້ມງວດການກວດສອບນັກທ່ອງທ່ຽວຕ່າງປະເທດໃນປີ 2026. ໂດຍຈະລວມມີການກວດສອບສະຖານະພາບທາງການເງິນ, ໄລຍະເວລາພັກເຊົາ ແລະ ກິດຈະກຳທີ່ວາງແຜນໄວ້, ເພື່ອຈຸດປະສົງສົ່ງເສີມການທ່ອງທ່ຽວທີ່ມີຄຸນນະພາບ.
ມຽນມາ ປະກາດລາຍຊື່ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໃນຮອບທີໜຶ່ງ

ມຽນມາ ປະກາດລາຍຊື່ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໃນຮອບທີໜຶ່ງ

ຂ່າວສານຊີອາໄອລາຍງານວ່າ: ໃນ​ວັນ​ທີ 2 ມັງ​ກອນ​ ຜ່ານມານີ້, ຄະ​ນະ​ກຳ​ມະ​ການການ​ເລືອກ​ຕັ້ງ​ສະ​ຫະ​ພາບ​ມຽນ​ມາ​ ໄດ້​ປະ​ກາດ​ລາຍ​ຊື່​ຈຳ​ນວນ​ໜຶ່ງ​ ຂອງ​​ຜູ້​ທີ່ໄດ້​ຮັບ​ການ​ເລືອ​ກ​ຕັ້ງ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໃນຮອບ​ທີ​ໜຶ່ງ​ຂອງ​ການ​ເລືອກ​ຕັ້ງ​​ທົ່ວ​ປະ​ເທດ ​ຜ່ານ​ທາງ​ໂທ​ລະ​ພາບ. ລາຍຊື່ດັ່ງກ່າວສ່ວນໃຫຍ່ແມ່ນປະກອບດ້ວຍ​ສະ​ມາ​ຊິກສະ​ພາ​ຂອງ​ສະ​ພາ​ປະ​ຊາ​ຊົນ ແລະ ສະ​ພາ​ຊົນເຜົ່າຂອງສະພາແຫ່ງຊາດ ພ້ອມ​ດ້ວຍ​ສະ​ມາ​ຊິກ​ສະ​ພາ​ລະ​ດັບ​ແຂວງ​ຈຳ​ນວນ​ໜຶ່ງ. ລາຍ​ຊື່​ດັ່ງ​ກ່າວ​ຈະ​ປະ​ກາດອອກມາ​ເທື່ອ​ລະ​ກ້າວ​ໃນຫຼາຍ​ມື້ຕໍ່ໜ້າ.
ອິນເດຍສັ່ງໃຫ້ X Corp., ຄວບຄຸມເນື້ອຫາລາມົກຈາກ chatbot AI Grok

ອິນເດຍສັ່ງໃຫ້ X Corp., ຄວບຄຸມເນື້ອຫາລາມົກຈາກ chatbot AI Grok

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ມັງກອນ ຜ່ານມາວ່າ: ລັດຖະບານອິນເດຍໄດ້ສັ່ງໃຫ້ X Corp., ຊຶ່ງເປັນບໍລິສັດແມ່ຂອງ AI chatbot Grok ປ້ອງກັນບໍ່ໃຫ້ມີການສ້າງເນື້ອຫາທີ່ລາມົກ ແລະ ມີການຊີ້ນຳທາງເພດຢ່າງຈະແຈ້ງ ແລະ ໃຫ້ສົ່ງບົດລາຍງານການປະຕິບັດຕາມພາຍໃນ 72 ຊົ່ວໂມງ.
ເພີ່ມເຕີມ