ທ່ານ ອາມັດ ປາຣວີຊ ມູແລມ ກາດີ ຜູ້ອໍານວຍການ MPOB ກ່າວວ່າ: ເຖິງແມ່ນວ່າໃນບາງຂົງເຂດອາດມີບັນຫານ້ຳຖ້ວມຊົ່ວຄາວ ແລະ ການເກັບກ່ຽວລ້າຊ້າກໍຕາມ, ແຕ່ຄາດວ່າຜົນກະທົບໂດຍລວມຕໍ່ການຜະລິດຂອງປະເທດຈະສາມາດຄຸ້ມຄອງໄດ້.
ມາເລເຊຍໄດ້ປະສົບໄພນ້ຳຖ້ວມຮ້າຍແຮງທີ່ສຸດໃນຮອບຫຼາຍສິບປີ ໃນເດືອນພະຈິກປີຜ່ານມາ. ສົ່ງຜົນໃຫ້ປະຊາຊົນຫຼາຍກວ່າ 90,000 ຄົນຕ້ອງອົບພະຍົບອອກຈາກພື້ນທີ່. ຈາກນັ້ນໃນເດືອນມັງກອນປີນີ້ກໍເກີດໄພນ້ຳຖ້ວມອີກ ເຮັດໃຫ້ປະຊາຊົນຫຼາຍພັນຄົນໃນລັດຍະໂຮ ທາງພາກໃຕ້. ລວມທັງລັດຊາຣາວັກ ແລະ ຊາບາ ເທິງເກາະບໍນຽວ ຕ້ອງຍ້າຍອອກຈາກເຮືອນ.
ລັດຊາລາວັກ ແລະ ຊາບາ ກວມເອົາປະມານ 55% ຂອງເນື້ອທີ່ປູກປາມນ້ຳມັນທັງໝົດຂອງມາເລເຊຍ 5,61 ລ້ານເຮັກຕາ. ໂດຍທັງສອງລັດໄດ້ຜະລິດນ້ຳມັນປາມດິບ 43.6% ຂອງຜົນຜະລິດລວມໃນປີຜ່ານມາ.
ທ່ານ ອາມັດ ປາຣວີຊ ກ່າວວ່າ:MPOB ຈະຮ່ວມມືກັບຊາວກະສິກອນເພື່ອຟື້ນຟູອຸດສາຫະກໍາ.ເຖິງແມ່ນວ່າອາດຈະໄດ້ຮັບຜົນກະທົບໃນໄລຍະສັ້ນ, ແຕ່ອຸດສາຫະກຳນ້ຳມັນປາມຂອງມາເລເຊຍ ພ້ອມແລ້ວທີ່ຈະຮັບມືເພື່ອຮັກສາລະດັບການຜະລິດ ແລະ ສືບຕໍ່ສະໜອງຕະຫຼາດໂລກ.
ຄໍາເຫັນ