ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ
ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.

 

 

ທ່ານ ສິນລະປະກອນ ພົມມະໄຊສີ ປະທານຄະນະກຳມະການປົກຄອງ ເມືອງໄຊທານີ ໄດ້ລາຍງານໃຫ້ຮູ້ຫວ່າງບໍ່ດົນນີ້ວ່າ: ເສດຖະກິດຂອງເມືອງຍັງສືບຕໍ່ຂະຫຍາຍຕົວ ຊຶ່ງໃນດ້ານກະສິກໍາຂະຫຍາຍຕົວ 2.54% ກວມເອົາ 10.28% ຂອງລວມຍອດລາຍຮັບພາຍໃນເມືອງ ທຽບໃສປີຜ່ານມາແມ່ນເພີ່ມຂຶ້ນ 0.42%, ດ້ານອຸດສາຫະກໍາ-ກໍ່ສ້າງຂະຫຍາຍຕົວ 8.01% ກວມເອົາ 8.41% ຂອງລວມຍອດລາຍຮັບພາຍໃນເມືອງ ທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນ 0.74%, ຂະແໜງບໍລິການຂະຫຍາຍຕົວ 2.78% ກວມເອົາ 35.67% ຂອງລວມຍອດລາຍຮັບພາຍໃນເມືອງທຽບໃສປີຜ່ານມາແມ່ນເພີ່ມຂຶ້ນ 1.54%; ວຽກງານການຈັດເກັບລາຍຮັບປີ 2025, ເມືອງໄຊທານີ ໄດ້ຮັບໂຕເລກເກັບລາຍຮັບເຂົ້າງົບປະມານ 84,183,000,000 ກີບ ຊຶ່ງໃນນີ້ຈາກສອງຂະແໜງການລາຍຮັບຄື: ສ່ວຍສາອາກອນໄດ້ຮັບໂຕເລກແຜນການ 54,109,760,000 ກີບ, ທີ່ດິນ 15,430,000,000 ກີບ; ຄ່າທໍານຽມ ແລະ ຄ່າບໍລິການ-ວິຊາການ 11,793,240,000 ກີບ, ລາຍຮັບວິຊາການ ແລະ ກອງທຶນ 1,900,000,000 ກີບ ແລະ ຄຸ້ມຄອງຊັບສິນຂອງລັດໄດ້ຮັບໂຕເລກແຜນການ 950,000,000 ກີບ, ຜ່ານການຈັດຕັ້ງປະຕິບັດລາຍຮັບ (ມາຮອດວັນທີ 20 ສິງຫາ 2025) ໄດ້ 60,625,125,428 ກີບ ເທົ່າກັບ 72.02%; ໃນນີ້, ຮັບຈາກສ່ວຍສາອາກອນ 40.70 ຕື້ກວ່າກີບ ເທົ່າກັບ 75.23% ຂອງແຜນການປີ, ຮັບຈາກຄ່າທໍານຽມທີ່ດິນ 10.76 ຕື້ກວ່າກີບເທົ່າກັບ 69.75% ຂອງແຜນການປີ, ຮັບຈາກຄ່າທໍານຽມ ແລະ ຄ່າບໍລິການ-ວິຊາການ 6.78 ຕື້ກວ່າກີບ ເທົ່າກັບ 57.39% ຂອງແຜນການປີ, ຮັບຈາກລາຍຮັບວິຊາການ ແລະ ກອງທຶນ 1.48 ຕື້ກວ່າກີບ ເທົ່າກັບ 78.34% ຂອງແຜນການປີ, ຮັບຈາກຊັບສິນຂອງລັດ 0.89 ຕື້ກວ່າກີບ ເທົ່າກັບ 94.63% ຂອງແຜນການປີ.

1.

ໃນຂະດຽວກັນ, ວຽກງານແຜນການ ກໍໄດ້ຊຸກຍູ້ການຈັດຕັ້ງປະຕິບັດງົບປະມານທີ່ໄດ້ຮັບເຂົ້າໃນການພັດທະນາເສດຖະກິດ, ກໍ່ສ້າງພື້ນຖານໂຄງລ່າງ ຈາກນະຄອນຫຼວງວຽງຈັນອະນຸມັດໃນສົກປີງົບປະມານ ການລົງທຶນຂອງລັດ ປີ 2025, ທົ່ວເມືອງໄຊທານີໄດ້ຮັບໂຕເລກງົບປະມານໃນການຊໍາລະໂຄງການລົງທຶນ ທັງໝົດ 34 ໂຄງການ, ລວມມີມູນຄ່າທັງໝົດ 3,405 ລ້ານກີບ; ໃນນັ້ນ, ມີງົບປະມານຊໍາລະໜີ້ສິນ 24 ໂຄງການ ມີມູນຄ່າຊໍາລະທັງໝົດ 1,900 ລ້ານກີບ, ມີງົບປະມານໂຄງການສືບຕໍ່ກໍ່ສ້າງ 6 ໂຄງການມີມູນຄ່າຊຳລະທັງໝົດ 1,335 ລ້ານກີບ, ມີງົບປະມານໂຄງການ ສະເໜີໃໝ່ 4 ໂຄງການມີມູນຄ່າຊໍາລະທັງໝົດ 170 ລ້ານກີບ (ມີໂຄງການສົ່ງເສີມວິຊາການ 1 ໂຄງການມູນຄ່າທັງໝົດ 20 ລ້ານກີບ). ພ້ອມນີ້, ໄດ້ອອກໃບຢັ້ງຢືນທຶນໃຫ້ບັນດາໂຄງການສໍາເລັດ 31 ໂຄງການ, ຍັງ 3 ໂຄງການ; ໃນນັ້ນ, ວຽກງານກະສິກໍາ ແລະ ປ່າໄມ້, ດ້ານການປູກຝັງ ຄືການຜະລິດເຂົ້ານາແຊງ ໄດ້ 3,785 ເຮັກຕາ ເທົ່າກັບ 83.55% ຂອງແຜນປີ, ຜົນຜະລິດໄດ້ 15,707 ໂຕນສະມັດຖະພາບສະເລ່ຍ 4.15 ໂຕນ/ຮຕ, ການຜະລິດເຂົ້ານາປີຮອດເດືອນ 6/2025 ເຮັດນາຫວ່ານໄດ້ 3,448 ເຮັກຕາ, ນາຢອດດ້ວຍກົນຈັກ 1,502 ເຮັກຕາ ເທົ່າກັບ 30% ຂອງແຜນປີ; ການປູກພຶດຜັກລະດູແລ້ງ ໄດ້ 2,116 ເຮັກຕາ ເທົ່າກັບ 100.47% ຂອງເນື້ອທີ່ແຜນການ (2,106 ເຮັກຕາ) ຜະລິດຕະພາບສະເລ່ຍ 10.95 ໂຕນ/ເຮັກຕາຜົນຜະລິດເທົ່າກັບ 23,061 ໂຕນ; ການປູກພືດອຸດສາຫະກໍາໄດ້ 564 ເຮັກຕາເທົ່າກັບ 101% ທຽບໃສ່ແຜນການປີ (553 ເຮັກຕາ) ຜະລິດຕະພາບ 19.43 ໂຕນ/ເຮັກຕາ ຜົນຜະລິດ 21.276 ໂຕນ; ການປູກໄມ້ໃຫ້ໝາກປະຕິບັດໄດ້ 12 ເຮັກຕາເທົ່າກັບ 5% ຂອງເນື້ອທີ່ແຜນການປີຜະລິດຕະພາບ 15.90 ໂຕນ/ເຮັກຕາ ຜົນຜະລິດ 191 ໂຕນ. ດ້ານການລ້ຽງສັດ, ໄດ້ລົງຊຸກຍູ້ ຕິດຕາມ ກວດກາ ຕາໜ່າງສັດຕະວະແພດບ້ານໃນການເຄື່ອນໄຫວ ແລະ ການສັກຢາປ້ອງກັນພະຍາດໃຫ້ສັດລ້ຽງຂອງປະຊາຊົນໃນຂອບເຂດ 104 ບ້ານ ໄດ້ 166,537 ໂຕທຽບໃສ່ແຜນໄດ້ 52%, ປິ່ນປົວສັດເຈັບໄດ້ 356 ໂຕ,ລົງຕິດຕາມກວດກາການເຄື່ອນຍ້າຍສັດ ໄດ້ 24,488 ໂຕ ແລະ ດ້ານສຸຂາອານາໄມຜະລິດຕະພັນສັດຕາມໂຮງງານຂ້າສັດ 4 ແຫ່ງ ໄດ້ 856 ໂຕ. ການສະໜອງທາດຊີ້ນ, ປາ, ໄຂ່ ໃຫ້ສັງຄົມ ປະຕິບັດ ໄດ້ 12,053 ໂຕນ ທຽບໃສ່ແຜນການທີ່ວາງໄວ້ (17,750 ໂຕນ) ໄດ້ 68%; ໃນນັ້ນ, ຊີ້ນຄວາຍ 62 ໂຕນ, ງົວ 283 ໂຕນ, ໝູ-ແບ້ 2,616 ໂຕນ, ການສະໜອງຊີ້ນສັດປີກ 177 ໂຕນ, ໄຂ່ໄກ່ 3,989 ໂຕນ, ໄຂ່ເປັດ 1,820 ໂຕນ, ປາໜອງ 630ໂຕນ.

ສັງລວມແລ້ວ, ບັນດາຂະແໜງການ ທີ່ເປັນໂຄງປະກອບເສດຖະກິດເຫຼົ່ານັ້ນ, ເປັນການຜະລິດທີ່ມີບາດກ້າວ ໃໝ່ ຊຶ່ງໄດ້ປະກອບສ່ວນເຮັດໃຫ້ການພັດທະນາເສດຖະກິດ ຂອງເມືອງໄຊທານີ ໃນໄລຍະ 6 ເດືອນຕົ້ນປີນີ້ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງປະກອບສ່ວນໃຫ້ເມືອງ ສາມາດຄໍ້າປະກັນສະບຽງອາຫານ ໄດ້ໂດຍພື້ນຖານ ແລະ ເປັນສິນຄ້າ ຊຸກຍູ້ໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ.

ຄໍາເຫັນ

ຂ່າວເສດຖະກິດ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ໂດຍ: ແສງອາທິດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງຖືເປັນປັດໄຈສຳຄັນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ພົ້ນທຸກ. ດັ່ງຄອບຄົວຂອງທ່ານ ຄຳພັດ ພອນປະເສີດ ຊາວກະສິກອນຜູ້ມີວິໄສທັດ ແລະ ຄວາມດຸໝັ່ນ, ອາໄສຢູ່ບ້ານດອນງີ້ວ ເມືອງງາ ແຂວງອຸດົມໄຊ, ຊຶ່ເປັນຜູ້ທີ່ໄດ້ຫັນປ່ຽນຈາກການເຮັດກະສິກຳແບບດັ້ງເດີມ ມາສູ່ການລ້ຽງປາແບບເປັນສິນຄ້າ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຢ່າງມະຫາສານ.
ເພີ່ມເຕີມ