ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ: ຕ້ອງຮັບຮູ້ຢ່າງຈະແຈ້ງວ່າການພັດທະນາຕົວເມືອງ ແລະ ພັດທະນາຊົນນະບົດແມ່ນສອງໜ້າທີ່ຍຸດທະສາດເພີ່ມເຕີມ, ໜູນຊ່ວຍກັນ, ບໍ່ສາມາດຕັດແຍກອອກຈາກກັນ. ບັນຫາຕົວເມືອງແລະ ບັນຫາຊົນນະບົດບໍ່ພຽງແຕ່ແມ່ນບັນຫາເສດຖະກິດ-ສັງຄົມເທົ່ານັ້ນ ຫາກຍັງແມ່ນບັນຫາການເມືອງ, ວັດທະນະ ທຳ, ສະຫວັດດີການຂອງປະຊາຊົນອີກດ້ວຍ. ຕົວເມືອງທັນສະໄໝແມ່ນສິວິໄລ, ທັງແມ່ນກຳລັງໜູນຂອງການພັດທະ ນາ, ພ້ອມທັງສ້າງຊົນນະບົດຮັ່ງມີສວຍງາມ, ວັດທະນະທຳ, ຍືນຍົງແມ່ນແນວຫຼັງອັນໝັ້ນແກ່ນ.
ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການພັດທະນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດຂຶ້ນໃນວັນທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່ແກ້ໄຂຈຸດອຸດຕັນຂອງລະບອບລະບຽບການ ແລະ ຊຸກຍູ້ການສະໜອງ - ຄວາມຕ້ອງການ, ເພີ່ມທະວີການຄົ້ນຄວ້າຕາມຄວາມຕ້ອງການຂອງວິສາຫະກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນກຳລັງໜູນຂອງການເຕີບໂຕເສດຖະກິດຢ່າງແທ້ຈິງ.
ຄໍາເຫັນ