ການພັດທະນາວຽກງານທ່ອງທ່ຽວ ຂອງແຂວງຄໍາມ່ວນ ໃນປີ 2025

ການພັດທະນາວຽກງານທ່ອງທ່ຽວ ຂອງແຂວງຄໍາມ່ວນ ໃນປີ 2025

ການພັດທະນາວຽກງານທ່ອງທ່ຽວ ຂອງແຂວງຄໍາມ່ວນ ໃນປີ 2025
ໂດຍ: ວັນໄຊ ຕະວິນຍານ ເພື່ອຈັດຕັ້ງຜັນຂະຫຍາຍແຜນການພັດທະນາ ແລະ ສົ່ງເສີມວຽກງານທ່ອງທ່ຽວຂອງແຂວງຄໍາມ່ວນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວແຂວງນັບມື້ນັບຫຼາຍຂຶ້ນ. ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງ ຈຶ່ງໄດ້ເອົາໃຈໃສ່ຊຸກຍູ້ຜູ້ປະກອບການທັງພາກລັດ ແລະ ພາກເອກະຊົນ ລົງທຶນພັດທະນາແຫຼ່ງທ່ອງທ່ຽວ, ພ້ອມທັງຈັດກິດຈະກໍາວົງຈອນການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ.

 

ການພດທະນາວຽກງານທອງທຽວ ຂອງແຂວງຄາມວນ ໃນປ 2025 - image 1
 

 

ທ່ານ ສົມກຽດ ພິເນດ ຫົວໜ້າຂະແໜງທ່ອງທ່ຽວ ພະແນກ ຖວທ ແຂວງຄໍາມ່ວນໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ນັບແຕ່ຕົ້ນປີ 2025 ມາເຖິງປັດຈຸບັນ, ເພື່ອດຶງດູດການທ່ອງທ່ຽວພວກເຮົາໄດ້ຈັດກິດຈະກໍາການຂີ່ສະລິງ-ໄຕຂົວອູ່ຢູ່ໄດ້ 4 ແຫ່ງຄື: ພູຜາມ່ານ ເມືອງຄູນຄໍາ; ຂຸນກອງແລງ ເມືອງຫີນບູນ; ຖໍ້າຊຽງລຽບ ແລະ ນໍ້ານາງແອ່ນ ເມືອງທ່າແຂກ; ສ້າງບ່ອນປີນຜາໄດ້ 1 ແຫ່ງ, ກິດຈະກໍາຂີ່ເຮືອລອດຖໍ້າ 2 ແຫ່ງຄື: ຖໍ້າກອງລໍ-ນາຕານ ເມືອງຄູນຄໍາ ແລະ ຖໍ້ານໍ້າລອດເຊບັ້ງໄຟ ເມືອງບົວລະພາ; ຈຸດຕັ້ງແຄັມ 5 ແຫ່ງ; ໂຮມສະເຕໄດ້ 15 ຫຼັງ, ເສັ້ນທາງຍ່າງປ່າ 5 ລາຍການ, ທ່ຽວນໍ້າຕົກຕາດ 2 ແຫ່ງ ແລະ ທີ່ພົ້ນເດັ່ນແມ່ນກິດຈະກໍາຕາມວົງຈອນເດີລູບ (The Loop) ທີ່ກວມເອົາ 6 ຕົວເມືອງພາຍໃນແຂວງ ແລະ ທີ່ສໍາຄັນພວກເຮົາຍັງໄດ້ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດກິດຈະກໍາສົ່ງເສີມການທ່ອງທ່ຽວຢູ່ພາຍໃນແຂວງຂຶ້ນຫຼາຍຄັ້ງເຊັ່ນ:ຈັດງານເທດສະການອາຫານ, ງານວາງສະແດງ ແລະ ຈໍາໜ່າຍສິນຄ້າຂອງທ້ອງຖິ່ນ; ຈັດການແຂ່ງຂັນກິລາເຕະບານມິດຕະພາບລາວ-ໄທ (ທ່າແຂກ-ນະຄອນພະນົມ), ຈັດການແຂ່ງຂັນກິລາປັ່ນລົດຖີບມິດຕະພາບລາວ-ໄທ, ງານຄອນເສີດ ແລະ ອື່ນໆ.

ຄຽງຄູ່ກັບການພັດທະນາສົ່ງເສີມການທ່ອງທ່ຽວ ທາງພະແນກ ຖວທ ຂອງແຂວງ ຍັງໄດ້ເອົາໃຈໃສ່ປະສານສົມທັບກັບເຈົ້າໜ້າທີ່ກ່ຽວຂ້ອງ ເຄື່ອນໄຫວຕິດຕາມ, ກວດກາ ຄຸ້ມຄອງ ບັນດາຫົວໜ່ວຍທຸລະກິດຜູ້ປະກອບການດ້ານການທ່ອງທ່ຽວ ຢູ່ພາຍໃນແຂວງຢ່າງໃກ້ຊິດ, ປັບປຸງເຮືອນພັກ, ໂຮງແຮມ ແລະ ຮ້ານອາຫານ ໂດຍໄດ້ຊຸກຍູ້ໃຫ້ຜູ້ປະກອບການປັບປຸງອາຄານສະຖານທີ່ຂອງຕົນໃຫ້ມີຄວາມສະອາດງາມຕາຢູ່ສະເໝີ, ຮັກສາສະພາບແວດລ້ອມທັງພາຍໃນ ແລະ ພາຍນອກສະຖານທີ່ໃຫ້ສະອາດງາມຕາ, ບໍລິການດ້ວຍຄວາມປະທັບໃຈ ແລະ ບໍ່ເອົາປ່ຽບລູກຄ້າ; ສະຖານທີ່ທ່ອງທ່ຽວແມ່ນໃຫ້ເອົາໃຈໃສ່ຮັກສາຄວາມສະຫງົບປອດໄພພາຍໃນສະຖານທີ່ຢ່າງເຂັ້ມງວດ, ປັບປຸງສິ່ງອໍານວຍຄວາມສະດວກພາຍໃນແຫຼ່ງທ່ອງທ່ຽວໃຫ້ໄດ້ມາດຕະຖານມີຄວາມພ້ອມເພື່ອຮອງຮັບແຂກນັກທ່ອງທ່ຽວ ຕະຫຼອດເວລາ; ສະຖານທີ່ບັນເທີງ-ຮ້ານກິນດື່ມ ແມ່ນໃຫ້ເອົາໃຈໃສ່ປະຕິບັດໂມງເວລາເປີດ-ປິດຕາມລະບຽບການຢ່າງເຂັ້ມງວດ, ຫ້າມນໍາໃຊ້ສະຖານທີ່ຂອງຕົນເປັນບ່ອນຄ້າຂາຍປະເວນີ, ມົ້ວສຸມສິ່ງເສບຕິດ ແລະ ທີ່ສໍາຄັນແມ່ນຫ້າມເດັກທີ່ມີອາຍຸຕໍ່າກວ່າ 18 ປີເຂົ້າໃຊ້ບໍລິການໃນສະຖານທີ່ຂອງຕົນຢ່າງເດັດຂາດ. ເພື່ອເຮັດໃຫ້ຜູ້ປະກອບການທ່ອງທ່ຽວຫັນເຂົ້າສູ່ລະບົບລະບຽບ ໄລຍະ 1 ເດືອນຜ່ານມາ ທາງພະແນກກໍໄດ້ມີການຈັດກອງປະຊຸມ ເຜີຍແຜ່ແນະນໍາ ຄໍາສັ່ງຂອງ ທ່ານເຈົ້າແຂວງ ສະບັບເລກທີ 02/ຈຂ ລົງວັນທີ 21 ພຶດສະພາ 2025 ວ່າດ້ວຍການຄຸ້ມຄອງທຸລະກິດບໍລິການສະຖານທີ່ພັກແຮມ, ຮ້ານອາຫານ, ຮ້ານກິດດື່ມ, ສະຖານທີ່ບັນເທີງ ທົ່ວແຂວງຄໍາມ່ວນ ຊຶ່ງມີພາກລັດ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ 200 ກວ່າຫົວໜ່ວຍ.

ຜ່ານການຈັດຕັ້ງປະຕິບັດບັນດາມາດຕະການສົ່ງເສີມການທ່ອງທ່ຽວຕ່າງໆທີ່ກ່າວມານັ້ນ ເຫັນວ່າການທ່ອງທ່ຽວຂອງແຂວງຄໍາມ່ວນແມ່ນມີການຂະຫຍາຍຕົວດ້ວຍຈັງຫວະທີ່ດີຂຶ້ນເທື່ອລະກ້າວ ມີນັກລົງທຶນ ແລະ ນັກທ່ອງທ່ຽວເຂົ້າມາແຂວງຄໍາມ່ວນ ນັບມື້ນັບຫຼາຍຂຶ້ນ, ພຽງແຕ່ໄລຍະ 5 ເດືອນຕົ້ນປີ 2025 ມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມແຂວງຄໍາມ່ວນ ເຖິງ 774,427 ເທື່ອຄົນ ທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາເພີ່ມຂຶ້ນ 506,623 ເທື່ອຄົນ, ເທົ່າກັບ 189%. ໃນນັ້ນ, ມີນັກທ່ອງທ່ຽວພາຍໃນ 525,577 ເທື່ອຄົນ, ເພີ່ມຂຶ້ນ 425,955 ເທື່ອຄົນ, ເທົ່າກັບ 428%, ນັກທ່ອງທ່ຽວສາກົນ 248,850 ເທື່ອຄົນ, ເພີ່ມຂຶ້ນ 80,668 ເທື່ອຄົນ, ເທົ່າກັບ 48%, ລວມເງິນສະພັດ 54,153,911 ໂດລາ.

ທ່ານ ສົມກຽດ ພິເນດ ກ່າວຕື່ມວ່າ: ເພື່ອເຮັດໃຫ້ວຽກງານພັດທະນາສົ່ງເສີມການທ່ອງທ່ຽວຂອງແຂວງຄໍາມ່ວນ ມີການຂະຫຍາຍຕົວໃນຕໍ່ໜ້າທາງພະແນກ ຖວທ ແຂວງ ຈະສືບຕໍ່ເອົາໃຈໃສ່ຕິດຕາມ, ຊຸກຍູ້ພາກລັດ ແລະ ທຸລະກິດປັບປຸງຄຸນນະພາບການບໍລິການດ້ານການທ່ອງທ່ຽວໃຫ້ມີຄວາມປະທັບໃຈ, ອົບອຸ່ນຄ້າຍຄືຄອບຄົວດຽວກັນ, ມີຄວາມເປັນທຳ ແລະ ຮັບປະກັນຄວາມປອດໄພເຮັດໃຫ້ນັກທ່ອງທ່ຽວມາແລ້ວກໍຢາກກັບມາຕື່ມອີກ. ເພີ່ມທະວີການໂຄສະນາ ໂດຍນໍາໃຊ້ພາຫະນະສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດເພື່ອຊ່ວຍເປັນກະບອກສຽງໂຄສະນາຢ່າງກວ້າງຂວາງ ແລະ ທົ່ວເຖິງ. ເພື່ອໃຫ້ນັກທ່ອງທ່ຽວໄດ້ຮັບຮູ້ ເເລະ ເຂົ້າເຖິງຂໍ້ມູນຂ່າວສານສະດວກສະບາຍຂຶ້ນ ເຮັດໃຫ້ການທ່ອງທ່ຽວຂອງແຂວງຄຳມ່ວນ ບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດ ໝາຍທີ່ວາງໄວ້. ທີ່າສໍາຄັນແມ່ນການນໍາສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ເຂົ້າເປັນມໍລະດົກໂລກ ທາງທໍາມະຊາດ ແຫ່ງທໍາອິດຂອງ ສປປ ລາວ ໃນອະນາຄົດອັນໃກ້ນີ້ ຊຶ່ງຈະເປັນອີກທ່າແຮງໜຶ່ງໃນການດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວແຂວງຄຳມ່ວນ ພ້ອມແລ້ວທີ່ຈະອຳນວຍຄວາມສະດວກ ແລະ ຍິນດີຕ້ອນຮັບທຸກໆທ່ານ ເຂົ້າສູ່ດິນແດນ: ພະທາດສີໂຄດຕະບອງງາມສະຫງ່າ, ລໍາຜະຫຍາມະຫາໄຊ, ກໍາແພງໃຫຍ່ພູຄັນນາ, ຜາຫີນໜາມໜໍ່, ບໍ່ໄຟຟ້ານໍ້າເທີນ 2, ກອງລໍ-ນາຕານນໍ້າລອດຖໍ້າ, ວິລະກໍາ 21 ມີນາ 1946.

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ