ລ້ຽງສັດແບບປະສົມປະສານເຮັດໃຫ້ຊີວິດດີຂຶ້ນ

ການປູກຝັງ ແລະ ລ້ຽງສັດແບບປະສົມປະສານເຮັດໃຫ້ຊີວິດດີຂຶ້ນ

ການປູກຝັງ ແລະ ລ້ຽງສັດແບບປະສົມປະສານເຮັດໃຫ້ຊີວິດດີຂຶ້ນ
ຄອບຄົວທ່ານ ອິນຕາ ໂຮມຄະສິດ ອາຍຸ 57 ປີ ຢູ່ບ້ານປຸ່ງປ່າຕາວ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ໃຫ້ສຳພາດຕໍ່ນັກຂ່າວຂອງເມືອງຄໍາເກີດ ແຂວງຄໍາມ່ວນເມື່ອບໍ່ດົນມານີ້ວ່າ: ຕົນເອງເປັນຄອບຄົວໜຶ່ງທີ່ມີຄວາມມັກຮັກໃນອາຊີບກະສິກຳ

 ມີຄວາມດຸໝັ່ນຂະຫຍັນ ແລະ ອົດທົນເພື່ອສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນ. ສະນັ້ນ, ໃນປີ 2011 ຈຶ່ງໄດ້ປຶກສາຫາລືກັບຄອບຄົວ ເພື່ອຊອກຫາທາງອອກ ແລະ ຫັນມາປະກອບອາຊີບປູກຝັງ ແລະ ລ້ຽງສັດແບບປະສົມປະສານ ໃນໄລເບື້ອງຕົ້ນໄດ້ລິເລີ່ມ ປູກໝໍແຍ້ຈໍານວນ 2.000 ຕົ້ນ, ປູກໄມ້ເກດສະໜາ ແລະ ລ້ຽງຄວາຍມີ 15 ໂຕ, ງົວ 28 ໂຕ. ມາຮອດປີ 2016 ຈຶ່ງໄດ້ຂາຍແກ່ນແຍ້ ແລະ ຍອດແຍ້, ຂາຍງົວ ສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ 100 ລ້ານກີບຕໍ່ປີ, ເຮັດໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນ, ຊີວິດການເປັນຢູ່ດີຂຶ້ນ, ມີວຽກເຮັດງານທໍາ, ມີລາຍຮັບໝັ້ນຄົງ, ຍືນຍົງ. ເມື່ອເຫັນໄດ້ແນວນັ້ນຕົນເອງຍິ່ງມີກຳລັງໃຈ ແລະ ເຊື່ອໝັ້ນວ່າອາຊີບກະສິກຳປູກຝັງ ແລະ ລ້ຽງສັດຈະເຮັດໃຫ້ຄອບຄົວມີຊີວີດການເປັນຢູ່ທີ່ດີຂຶ້ນໄດ້ແນ່ນອນ, ຂ້າພະເຈົ້າຈຶ່ງຢາກລົງທຶນພັດທະນາຂະຫຍາຍກິດຈະກໍາເພີ່ມແຕ່ເງິນທີ່ຂາຍໄດ້ໃນແຕ່ລະປີເຫັນວ່າບໍ່ພຽງພໍໃນການລົງທຶນຈຶ່ງໄດ້ຕັດສິນໃຈໃນການກູ້ຢືມເງິນຈາກທະນາຄານນະໂຍບາຍຈໍານວນ 70 ລ້ານກີບ ເພື່ອມາຊື້ຄວາຍ ແລະ ບຸກເບີກພື້ນທີ່ເພີ່ມຈໍານວນໜຶ່ງ, ໃນປີຕໍ່ມາເຫັນວ່າຄວາຍມີຈຳນວນເພີ່ມຂຶ້ນ ແລະ ຂາຍຄວາຍຈຳນວນໜຶ່ງເຮັດໃຫ້ມີລາຍຮັບຈາກການຂາຍສັດ ແລະ ມູນສັດ (ຝຸ່ນຂີ້ສັດ) ດັ່ງກ່າວຍັງໄດ້ນໍາໄປໃຊ້ເຂົ້າໃນການປູກພືດຜັກເພື່ອບໍລິໂພກ ແລະ ຂາຍອອກສູ່ຕະຫຼາດໃນແຕ່ລະປີ.

ມາຮອດປັດຈຸບັນການປູກພືດເປັນສິນຄ້າໝູນວຽນຕາມລະດູການເຊັ່ນ: ປູກກະລໍາປີ, ຜັກກາດຂາວ, ໝາກຖົ່ວຍາວ, ປູກສາລີຫວານຈໍານວນ 25,000 ຂຸມ ເນື້ອທີ່ 4.4 ເຮັກຕ່າ, ປູກຕົ້ນໄມ້ໃຫ້ ໝາກ ເຊັ່ນ: ໝາກມ່ວງ, ໝາກເງາະ, ລີ້ນຈີ່, ລໍາໄຍ, ລໍາມຸດ, ໝາກກ້ຽງລວມທັງໝົດ 1,700 ຕົ້ນ ແລະ ລ້ຽງສັດປະເພດຄວາຍ 36 ໂຕ, ລ້ຽງງົວ 57 ໂຕ, ໄກ່ລາດພໍ່ແມ່-ພັນ 30ໂຕ, ເປັດພໍ່ແມ່-ພັນ 30 ໂຕ ສາມາດສ້າງລາຍຮັບໃນແຕ່ລະປີຄື: ລາຍຮັບຈາກການຂາຍງົວ, ຄວາຍ 90 ລ້ານກີບຕໍ່ປີ, ລາຍຮັບຈາກການຂາຍໝາກໄມ້ 85 ລ້ານກີບຕໍ່ປີ, ລາຍຮັບຈາການຂາຍໄກ່ ແລະ ເປັດ 9 ລ້ານກີບຕໍ່ປີ, ລາຍຮັບຈາກການຂາຍເຂົ້າ 30 ລ້ານກີບຕໍ່ປີ, ລາຍຮັບຈາກການຂາຍມັນຕົ້ນ 30 ລ້ານກີບຕໍ່ປີ, ລາຍຮັບຈາກການຂາຍພືດຜັກຕາມລະດູການ ແລະ ອື່ນໆ 70 ລ້ານກີບຕໍ່ປີ ແລະ ຍັງໄດ້ສ້າງເຮືອນຮົ່ມປູກຜັກ 2 ຫຼັງໂດຍໄດ້ຮັບທຶນສະໜັບສະໜູນລັດຖະບານ ສ.ເກົາຫຼີ ຜ່ານອົງການກ່ອຍກາ.

ການປູກພືດແບບປະສົມປະສານ ແລະ ການລ້ຽງສັດສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ314 ລ້ານກີບຕໍ່ປີ, ມີແຮງງານຫຼັກໃນຄອບຄົວ 4 ແຮງງານ, ຖ້າສະເລ່ຍໃສ່ຫົວຄົນພາຍໃນຄອບຄົວ78 ລ້ານ 5 ແສນກີບ, ເຮັດໃຫ້ຄອບຄົວມີເສດຖະກິດທີ່ດີຂຶ້ນ, ມີພື້ນຖານທີແໜ້ນໜາ ມີລາຍຮັບທີ່ໝັ້ນຄົງ, ສາມາດປຸກເຮືອນ ແລະ ພາຫະນະຮັບໄຊ້ (ລົດ ແລະ ເຄື່ອງມືກະສີກໍາ) ສາມາດສົ່ງລູກທຸກຄົນເຂົ້າໂຮງຮຽນ ແລະ ມີເງິນແຮໄວ້ໃຊ້ຈ່າຍໃນຍາມຈໍາເປັນ, ເສຍພັນທະຕ່າງໆ ແລະ ປະກອບສ່ວນຊ່ວຍເຫຼືອສັງຄົມ.

ຂ້າພະເຈົ້າຊື່ອິນຕາ ໂຮມຄະສິດ, ອາຍຸ 57 ປີ, ປະຈຸບັນຢູ່ບ້ານປຸ່ງປ່າຕາວ ເມືອງຄໍາເກີດ ແຂວງບໍລິຄໍາໄຊ.

ຈາກຜົນສຳເລັດດັ່ງກ່າວ ຂ້າພະເຈົ້າຂໍຂອບໃຈ ແລະ ຮູ້ບຸນຄຸນອັນລົ້ນເຫຼືອມາຍັງການນໍາພັກ-ລັດຂັ້ນເທີງ ໂດຍສະເພາະການນໍາເມືອງຄໍາເກີດ, ຂະແໜງການກ່ຽວຂ້ອງ ທີ່ມີນະໂຍບາຍອັນຖືກຕ້ອງໃນການສົ່ງເສີມການຜະລິດເປັນສິນຄ້າ, ເປີດກວ້າງໃຫ້ທຸກຄົນມີໂອກາດທໍາການຜະລິດ, ມີໂອກາດຊື້-ຂາຍ ຕາມລະບຽບກົດໝາຍ ຂ້າພະເຈົ້າບໍ່ມີສິ່ງໃດຈະຕອບບຸນແທນຄຸນພັກ-ລັດ ທີ່ເປັນຫ່ວງເປັນໄຍ ແລະ ຊຸກຍູ້ສົ່ງເສີມຄອບຄົວຂອງຂ້າພະເຈົ້າໄດ້ມີຖານະເສດຖະກິດດີຂຶ້ນຄືແນວນີ້. ໃນຕໍ່ໜ້າຂ້າພະເຈົ້າ ຈະສືບຕໍ່ພັດທະນາການຜະລິດກະສິກໍາ ແລະ ລ້ຽງສັດ ເປັນສິນຄ້າໃຫ້ມີຄວາມຍືນຍົງ ສາມາດສ້າງລາຍຮັບໃຫ້ກັບຄອບຄົວຫຼາຍຂຶ້ນ;ຈະຮັກສາໄວ້ມູນເຊື້ອດຸໝັ່ນຂະຫຍັນພຽນ ສົມກັບເປັນຕົວແບບໃນການຜະລິດກະສິກຳປະສົມປະສານຂອງເມືອງຄຳເກີດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເມືອງເຊບັ້ງໄຟ ແຂວງຄຳມ່ວນ ວາງແຜນຟື້ນຟູການຜະລິດກະສິກຳ ຫຼັງປະສົບໄພນ້ຳຖ້ວມ ເຊິ່ງສົ່ງຜົນໃຫ້ເນື້ອທີ່ການຜະລິດເສຍຫາຍກວ່າ 3,000 ເຮັກຕາ ຄິດເປັນມູນຄ່າປະມານ 92 ຕື້ກີບ. ຂະນະທີ່ ຂະແໜງກະສິກໍາເມືອງ ກຳລັງກະກຽມມາດຕະການຟື້ນຟູທັງດ້ານການປູກພືດ, ສັດລ້ຽງ ແລະ ລະບົບຊົນລະປະທານ ພ້ອມວາງແຜນສະໜອງແນວພັນເຂົ້າ ສຳລັບການປູກເຂົ້ານາແຊງສົກປີ 2026-2027 ຈໍານວນ 214 ໂຕນ ເພື່ອປູກໃນເນື້ອທີ່ 2,680 ເຮັກຕາ.
ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ໄດ້ເປີດບັ້ນຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃຫ້ພະນັກງານຫ້ອງການ ແລະ ບັນດາກົມອ້ອມຂ້າງ ສຊປລ ໃນວັນທີ 14 ຕຸລານີ້ ທີ່ ສຊປລ ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ໄລຍະ 5 ປີ (2021-2025) ຜ່ານການນໍາພາ-ຊີ້ນໍາ ຂອງອົງຄະນະພັກ ຄັ້ງທີ 1 ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຮອບດ້ານຂອງຄະນະພັກ, ເສີມຂະຫຍາຍຄວາມສາມັກຄີໃຫ້ເປັນປຶກແຜ່ນ, ບຸກທະລຸໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານທຸກວຽກງານຂອງຫ້ອງວ່າການສໍານັກງານປະທານປະເທດ". ເຫັນໄດ້ວ່າ ບັນດາແຜນງານ, ໂຄງການ ແລະ ກິດຈະກຳ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ເຮັດໃຫ້ ຫສປທ ພົ້ນເດັ່ນຂຶ້ນເທື່ອລະກ້າວ.
ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ການຕໍ່າຫູກ-ທໍໄໝ ແມ່ນມໍລະດົກທາງພູມປັນຍາທີ່ສືບທອດກັນມາແຕ່ຮຸ່ນປູ່, ຍ່າ ຈົນມາເຖິງລູກຫຼານ ຊຶ່ງໄດ້ນໍາມາສ້າງລາຍຮັບ, ສ້າງອາຊີບເສີມຂອງ​ຊົນ​ເຜົ່າ​ກະ​ຕູ່ ໃນງານ​ວາງສະແດງຜະລິດຕະພັນລາວ 2026 ທີ່​ຈັດ​ຂຶ້ນ​ຢູ່ ​ສູນ​ການ​ຄ້າ ລາວ​ໄອ​ເຕັກ​ຕຶກ​ເກົ່າ. ​
ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025), ກຳນົດທິດທາງແຜນການ 5 ປີ (2026–2030) ແລະ ເຊື່ອມຊຶມ – ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ), ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະນໍາອົງການໄອຍະການປະຊາຊົນສູງສຸດ, ຫ້ອງການ, ບັນດາຫົວໜ້າກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນພາກ, ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດ ໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມທັງແບບເຊິ່ງໜ້າ ແລະ ແບບທາງໄກອອນລາຍ.
ງານສະແດງທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ ການລົງທຶນໃນໄວໜຸ່ມ

ງານສະແດງທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ ການລົງທຶນໃນໄວໜຸ່ມ

ວັນທີ 12 ຕຸລາ ນີ້, ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບອົງການອຸຍນີເຊັບ ຈັດງານວາງສະແດງ ແລະ ມະຫະກຳທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ “ການລົງທຶນໃນໄວໜຸ່ມ” ເປັນກຽດເຂົ້າຮ່ວມ ແລະ ກ່າວເປີດງານໂດຍ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ມີທ່ານ ບິລາລ ອຸແຮັງ ເຊັບ ດູຣານີ (Bilal Aurang Zeb Durrani) ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າບັນດາສະຖານທູດ, ອົງການສາກົນ, ບັນດາກະຊວງ, ອົງການ, ຄູ່ຮ່ວມພັດທະນາ ແລະ ບັນດາຊາວໜຸ່ມ-ໄວ ໜຸ່ມເຂົ້າຮ່ວມ.
81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ເພີ່ມເຕີມ