ການປຸງແຕ່ງກະສິກຳ ແລະ ປ່າໄມ້ ຍັງບໍ່ຕອບສະໜອງໄດ້ກັບຄວາມຕ້ອງການ

ການປຸງແຕ່ງກະສິກຳ ແລະ ປ່າໄມ້ ຍັງບໍ່ຕອບສະໜອງໄດ້ກັບຄວາມຕ້ອງການ
ວັນທີ 25 ກັນຍາ ນີ້ ທີ່ພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍການເປັນປະທານຂອງ ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຕະຫຼອດຮອດຄະນະກອງເລຂາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈາກຂໍ້ມູນໃນການລາຍງານຫຼ້າສຸດ ໃນວັນທີ 15 ກັນຍາ ຜ່ານມາ ທີ່ກອງປະຊຸມພົບປະລະຫວ່າງນາຍົກລັດຖະມົນຕີ ແລະ ຜູ້ປະກອບການຂະແໜງກະສິກຳ ແລະ ປ່າໄມ້ ຄັ້ງທີ 1 ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ; ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: ໂຮງງານປຸງແຕ່ງກະສິກຳ ແລະ ປ່າໄມ້ ມີທັງໝົດ 5.290 ແຫ່ງ ແຕ່ກໍຍັງບໍ່ຕອບສະໜອງໄດ້ ກັບຄວາມຮຽກຮ້ອງຕ້ອງການໃນຕົວຈິງ ໂດຍສະເພາະການຜະລິດຝຸ່ນຊີວະພາບ ແລະ ຫົວອາຫານສັດ.
ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ໂຮງງານປຸ່ງແຕ່ງກະສິກຳ ແລະ ປ່າໄມ້ ພາຍຫຼັງມອບ-ຮັບ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ມີທັງໝົດ 5.290 ແຫ່ງ ປະກອບມີ: ໂຮງສີເຂົ້າ 3.516 ແຫ່ງ, ໂຮງງານຜະລິດນໍ້າຕານ 5 ແຫ່ງ, ໂຮງງານຜະລິດແປ້ງມັນຕົ້ນ 19 ແຫ່ງ, ໂຮງຊອຍມັນຕົ້ນ ແລະ ລານຕາກມັນຕົ້ນ 291 ແຫ່ງ, ໂຮງງານຜະລິດຝຸ່ນ 118 ແຫ່ງ, ໂຮງງານປຸງແຕ່ງໄມ້ 947 ແຫ່ງ, ໂຮງງານຂ້າສັດ 387 ແຫ່ງ ແລະ ໂຮງງານຫົວອາຫານສັດ 7 ແຫ່ງ.
ສຳລັບການຊຸກຍູ້ສົ່ງເສີ່ມໂຮງງານຜະລິດຝຸ່ນຊີວະພາບ ທັງໝົດ 118 ແຫ່ງນັ້ນ ແມ່ນສາມາດຜະລິດໄດ້ 99.670 ໂຕນ ແລະ ກຸ່ມຊາວກະສິກອນຜະລິດເພື່ອນໍາໃຊ້ເອງ ທັງໝົດໄດ້ປະມານ 700.000 ໂຕນ ຊຶ່ງລວມທັງໝົດ ສາມາດສະໜອງໄດ້ 799.670 ໂຕນ, ທຽບໃສ່ຄວາມຕ້ອງການ 2 ລ້ານໂຕນ ແມ່ນໄດ້ພຽງ 40%.
ນອກນີ້, ການຊຸກຍູ້ສົ່ງເສີມ ໂຮງງານຫົວອາຫານສັດ 7 ແຫ່ງ ແມ່ນສາມາດຜະລິດອາຫານສັດໄດ້ 353.995 ໂຕນ ຊຶ່ງສາມາດສະໜອງຕໍ່ຄວາມຕ້ອງການພາຍໃນໄດ້ພຽງ 60%.
(ຂ່າວ: ສຸກສະຫວັນ)

ຄໍາເຫັນ

ຂ່າວເສດຖະກິດ

ອັດຕະປື ຕັ້ງເປົ້າປີ 2027 ສູ້​ຊົນ​ເຮັດ​ໃຫ້ເສດຖະກິດຂະຫຍາຍຕົວ 7%

ອັດຕະປື ຕັ້ງເປົ້າປີ 2027 ສູ້​ຊົນ​ເຮັດ​ໃຫ້ເສດຖະກິດຂະຫຍາຍຕົວ 7%

ໃນປີ 2027 ແຂວງອັດຕະປື ຕັ້ງເປົ້າໝາຍຊຸກຍູ້ເສດຖະກິດໃຫ້ຂະຫຍາຍຕົວສະເລ່ຍ 7% ມີມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ຕາມລາຄາປີ8,530 ຕື້ກີບ ແລະ ລາຍຮັບສະເລ່ຍຕໍ່ຫົວຄົນ 1,961 ໂດລາ ຫຼື 44.9 ລ້ານກີບ.
ເສດຖະກິດ ແຂວງສາລະວັນ ຂະຫຍາຍຕົວ 6.5%

ເສດຖະກິດ ແຂວງສາລະວັນ ຂະຫຍາຍຕົວ 6.5%

ໃນປີ 2026 ເສດຖະກິດຂອງແຂວງສາລະວັນ ຂະຫຍາຍຕົວໃນລະດັບ 6.5% ລື່ນແຜນການທີ່ວາງໄວ້ (ແຜນ​ວາງ​ໄວ້ຢູ່​ທີ່ 6.3%), ຂະນະທີ່ການຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 977.04 ຕື້ກີບ ບັນລຸແຜນການ 100%, ລື່ນຄາດໝາຍ 16.57% ຂອງແຜນການດັດແກ້ເຊິ່ງເປັນຕົວຊີີ້ວັດໃຫ້ເຫັນເຖິງທ່າອ່ຽງການຟື້ນຕົວ ແລະ ຂະຫຍາຍຕົວຂອງຫຼາຍຂະແໜງການທັງດ້ານການຜະລິດ, ການລົງທຶນ, ການຄ້າ, ການບໍລິການ ແລະ ດ້ານອື່ນໆ ໃນການຈັດຕັ້ງປະຕິບັດວຽກງານໃນຂົງເຂດຕ່າງໆ ມີບາດກ້າວທີ່ດີຂຶ້ນ.
ເສດຖະກິດ ແຂວງວຽງຈັນ ຂະຫຍາຍຕົວ 4.5%.

ເສດຖະກິດ ແຂວງວຽງຈັນ ຂະຫຍາຍຕົວ 4.5%.

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ V ທີ່ຈັດຂຶ້ນໃນວັນທີ 25 ພະຈິກນີ້, ທ່ານ ພູວົງ ບຸນຊູປະທານຄະນະກຳມະການປົກຄອງແຂວງວຽງຈັນ ໄດ້ລາຍງານສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານໄລຍະ 10 ເດືອນ, ວຽກຈຸດສຸມ 2 ເດືອນທ້າຍປີ 2026 ແລະ ທິດທາງແຜນການປີ 2027 ຂອງແຂວງ ໃຫ້ຮູ້ວ່າ: ໃນໄລຍະ 10 ເດືອນຜ່ານມາ ການພັດທະນາເສດຖະກິດຂອງແຂວງວຽງ​ຈັນຂະຫຍາຍຕົວ ບັນລຸ 4.5%, ມີມູນຄ່າ 14,764 ຕື້ກີບ. ໃນນັ້ນ, ຂະແໜງກະສິກຳຂະຫຍາຍຕົວ 3.9%, ອຸດສາຫະກຳ 5% ແລະ ບໍລິການ 5.2%. ດ້ານການຜະລິດກະສິກຳສາມາດປູກເຂົ້າໄດ້ 61,463 ເຮັກຕາ, ໄດ້​ຮັບຜົນຜະລິດ 253,985 ໂຕນ, ສ່ວນການປູກພືດບັນລຸ 74,110 ເຮັກຕາ, ຜົນຜະລິດກວ່າ 1 ລ້ານກວ່າໂຕນ. ຂະນະທີ່ຂະແໜງອຸດສາຫະກຳມີຜົນການຜະລິດປຸງແຕ່ງ 1,908 ຕື້ກວ່າກີບ ແລະ ຂະແໜງບໍລິການ ມີລາຍຮັບຈາກການທ່ອງທ່ຽວ 1,628 ຕື້ກີບ ຈາກຈຳນວນນັກທ່ອງທ່ຽວ 2 ລ້ານກວ່າເທື່ອຄົນ.
ເສດຖະກິດແຂວງອຸດົມໄຊ ຂະຫຍາຍຕົວ 5.38%

ເສດຖະກິດແຂວງອຸດົມໄຊ ຂະຫຍາຍຕົວ 5.38%

ທ່ານ ວົງສະຫວັນ ໄຊຍະວົງ ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ຕໍ່​ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ 5, ໃນວັນທີ່ 24 ພະຈິກ​ນີ້ ໃຫ້ຮູ້ວ່າ:
ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ ລາວ ຄືນໃໝ່ ດ້ວຍມູນຄ່າ 492 ລ້ານໂດລາ. ໃນຕອນເຊົ້າຂອງວັນທີ 12 ຕຸລາຜ່ານມາ, ທີ່ເມືອງໜອງບົກ ແຂວງຄຳມ່ວນ, ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ (Vinachem) ໂດຍຮ່ວມມືກັບ ບໍລິສັດຮຸ້ນສ່ວນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ຫວຽດນາມ, ໄດ້ຈັດພິທີລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ຄືນໃໝ່. ໂຄງການດັ່ງກ່າວ ມີເປົ້າໝາຍຈະນຳໂຮງງານ ຊຶ່ງຖືກອອກແບບໃຫ້ມີກຳລັງການຜະລິດ ໂປຕາສຊຽມ ຄລໍໄຣດ໌ (potassium chloride) 500,000 ໂຕນຕໍ່ປີ ເຂົ້າສູ່ຂະບວນການຜະລິດພາຍໃນ ປີ 2028.
ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າແຕງ ແຂວງ​ເຊກອງກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2029) ເຫັນວ່າ ເສດຖະກິດເມືອງທ່າແຕງ ຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 5.7%.
6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

ໃນ 6 ເດືອນ​ຕົ້ນ​ປີ 2026 ເສດ​ຖະ​ກິດ​ແຂວງ​ອັດ​ຕະ​ປື​ຂະ​ຫຍາຍ​ຕົວ 4.3%, ໃນ​ນັ້ນຂະ​ແໜງ​ກະ​ສິ​ກຳຂະ​ຫຍາຍ​ຕົວ 4.9% ກວມ 51% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.2% ກວມ 29%,ຂະແໜງບໍລິການ ຂະຫຍາຍຕົວ 3.7% ກວມ 17% ແລະ ຂະແໜງພາສີ-ອາກອນ ຂະຫຍາຍຕົວ 5.8%.
ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ດ້ວຍສັກກະຍະພາບດ້ານຊັບພະຍາກອນທາງທຳມະຊາດ ພູມສາດ ແລະ ສະພາບອາກາດທີ່ເອື້ອອຳນວຍ ເມືອງປ່າວຊານ ໄດ້ພັດທະນາອຸດສາຫະກຳກາເຟອາຣາບີກາໃຫ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ສ້າງມູນຄ່າເພີ່ມຕາມຫ່ວງໂຊ່ການຜະລິດ. “ກາເຟອາຣາບີກາປ່າວຊານ” ໄດ້ກາຍເປັນສິນຄ້າກະສິກຳຫຼັກຂອງພື້ນທີ່ ດ້ວຍຄຸນນະພາບມາດຕະຖານສູງ ແລະ ອັດຕະລັກດ້ານລົດຊາດທີ່ໂດດເດັ່ນ ໂດຍມີຈຸດເດັ່ນຄື “ບໍ່ສົ້ມ, ບໍ່ຮຶນ,ເຂັ້ມແຕ່ບໍ່ຂົມຫຼາຍ, ຫອມແບບທຳມະຊາດກິ່ນດອກໄມ້ອ່ອນໆ” ສະທ້ອນໃຫ້ເຫັນສັກກະຍະພາບການຜະລິດແລະ ການຄວບຄຸມຄຸນນະພາບຢ່າງເປັນລະບົບ.
ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້ເມືອງໄຊເສດຖາ, ແຂວງອັດຕະປື ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ, ບັນລຸໄດ້ເກືອບ 100% ຂອງແຜນການປີ, ເຊິ່ງ ປັດຈຸບັນທົ່ວເມືອງ ມີຫົວໜ່ວຍທຸລະກິດທັງໝົດ 596 ຫົວໜ່ວຍ, ໃນນີ້ 6 ເດືອນຜ່ານມາ, ສາມາດຊຸກຍູ້ທຸລະກິດໃໝ່ເຂົ້າຈົດທະບຽນໄດ້ຕື່ມອີກ 22 ຫົວໜ່ວຍ ແລະ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ, ທີ່ຈະຕ້ອງໄດ້ເລັ່ງໃຫ້ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ.
ເພີ່ມເຕີມ