ອິນ​ເດຍ ​ໄດ້​ສົ່ງ​ອອກ​ອາ​ຫານ​ທະ​ເລ 1.781.602 ໂຕນ ​​ມູນ​ຄ່າ 7,38 ຕື້​ໂດ​ລາ​ ​ໃນ​ປີ​ການ​ເງິນ 2023-2024

ການ​ສົ່ງ​ອອກ​ອາຫານ​ທະ​ເລ​ຂອງ ​ອິນ​ເດຍ ​ບັນລຸ​ລະດັບ​ສູງ​ເປັນ​ສະຖິຕິ

ການ​ສົ່ງ​ອອກ​ອາຫານ​ທະ​ເລ​ຂອງ ​ອິນ​ເດຍ ​ບັນລຸ​ລະດັບ​ສູງ​ເປັນ​ສະຖິຕິ
ຂ່າວສານຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ລັດຖະບານ ອິນເດຍ ປະກາດໃຫ້ຮູ້ວ່າ: ການສົ່ງອອກອາຫານທະເລຂອງປະເທດໃນສົກປີ 2023-2024 ບັນລຸປະລິມານທີ່ສູງທີ່ສຸດ, ເຖິງວ່າຕ້ອງຮັບມືກັບສິ່ງທ້າທາຍຫຼາຍຢ່າງກໍຕາມ.

ຂ່າວລະບຸວ່າ: ອິນເດຍ ໄດ້ສົ່ງອອກອາຫານທະເລ 1.781.602 ໂຕນ ມູນຄ່າ 7,38 ຕື້ໂດລາ ໃນປີການເງິນ 2023-2024. ການສົ່ງອອກອາຫານທະເລເພີ່ມຂຶ້ນ 2,67% ໃນດ້ານປະລິມານ, ແຕ່ຫຼຸດລົງ 8,77% ໃນດ້ານມູນຄ່າ. ກຸ້ງແຊ່ແຂງຍັງຄົງເປັນອັນດັບໜຶ່ງໃນບັນຊີລາຍຊື່ການສົ່ງອອກອາຫານທະເລຂອງອິນເດຍກວມເອົາ 40,19% ຂອງປະລິມານທັງໝົດ ແລະ 66,12% ຂອງມູນຄ່າການສົ່ງອອກທັງໝົດ. ປັດຈຸບັນ, ອາເມຣິກາ ແລະ ຈີນ ແມ່ນຜູ້ນຳເຂົ້າອາຫານທະເລລາຍໃຫຍ່ຂອງອິນເດຍ.

ອົງການຈັດລໍາດັບສິນເຊື່ອ Moody's ໄດ້ຄາດຄະເນເສດຖະກິດອິນເດຍຈະເຕີບໂຕ 6,8% ໃນປີນີ້ ແລະ 6,5% ໃນປີ 2025, ຍ້ອນການເປີດກວ້າງຂອງເສດຖະກິດທີ່ແຂງແຮງພ້ອມກັບນະໂຍບາຍຫຼັງການເລືອກຕັ້ງ.

GDP ຕົວຈິງຂອງອິນເດຍໃນປີ 2023 ເພີ່ມຂຶ້ນ 7,7%, ສູງກວ່າການເພີ່ມຂຶ້ນ 6,5% ໃນປີ 2022, ຍ້ອນການໃຫ້ທຶນຂອງລັດຖະບານ ແລະ ການເຄື່ອນໄຫວການຜະລິດທີ່ເຂັ້ມແຂງ.

ຄໍາເຫັນ

ຂ່າວຕ່າງປະເທດ

ເດືອນມັງກອນ ອັດຕາເງິນເຟີ້ຕວັກກີ ສູງເຖິງ 30.65%

ເດືອນມັງກອນ ອັດຕາເງິນເຟີ້ຕວັກກີ ສູງເຖິງ 30.65%

ຂ່າວຕ່າງປະເທດລາຍງານວ່າ: ອົງການສະຖິຕິຂອງຕວັກກີໄດ້ເປີດເຜີຍຂໍ້ມູນໃນວັນທີ 3 ກຸມພາ ຜ່ານມາຊຶ່ງສະແດງໃຫ້ເຫັນວ່າ, ດັດຊະນີລາຄາຜູ້ບໍລິໂພກ (CPI) ສຳລັບເດືອນມັງກອນຊ້າລົງເລັກນ້ອຍເປັນ 30.65% ເມື່ອທຽບກັບປີກ່ອນ, ຫຼຸດລົງຈາກ 30.89% ໃນເດືອນທັນວາ. ຢ່າງໃດກໍຕາມ, ໂຕເລກນີ້ສູງກວ່າຄວາມຄາດຫວັງຂອງນັກວິເຄາະໄວ້ທີ່ 30.00% ຊຶ່ງໄດ້ຮັບແຮງກົດດັນຈາກການເພີ່ມຂຶ້ນຂອງຄ່າແຮງງານຂັ້ນຕໍ່່າປະຈໍາປີ, ການຂຶ້ນລາຄາສິນຄ້າ ແລະ ການບໍລິການຫຼາຍຢ່າງໃນຕົ້ນປີ.
ສິງກະໂປ ສ້າງລາຍຮັບຈາກການທ່ອງທ່ຽວສູງແບບບໍ່ເຄີຍມີມາກ່ອນ

ສິງກະໂປ ສ້າງລາຍຮັບຈາກການທ່ອງທ່ຽວສູງແບບບໍ່ເຄີຍມີມາກ່ອນ

ຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມະການການທ່ອງທ່ຽວສິງກະໂປໄດ້ເປີດເຜີຍໃນວັນທີ 3 ກຸມພາ ຜ່ານມາວ່າ, ລາຍຮັບຈາກການທ່ອງທ່ຽວຂອງສິງກະໂປໃນສາມໄຕມາດທຳອິດຂອງປີ 2025 ໄດ້ເພີ່ມຂຶ້ນ 6.5% ເມື່ອທຽບໃສ່ປີກ່ອນໜ້າ ຊຶ່ງບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 23.9 ຕື້ໂດລາສິງກະໂປ (ປະມານ 18.8 ຕື້ໂດລາ) ແລະ ມີທ່າອ່ຽງທີ່ຈະສ້າງລາຍຮັບໄດ້ຕະຫຼອດປີ 2025 ສູງກວ່າເປົ້າໝາຍທີ່ຄາດຄະເນໄວ້ ທີ່ 29-30.5 ຕື້ໂດລາສິງກະໂປ.
ສີລັງກາ ອະນຸຍາດໃຫ້ແມ່ຍິງເຮັດວຽກກະກາງຄືນ ຕຳແໜ່ງເຮັດຄວາມສະອາດ ແລະ ການບໍລິການອາຫານ

ສີລັງກາ ອະນຸຍາດໃຫ້ແມ່ຍິງເຮັດວຽກກະກາງຄືນ ຕຳແໜ່ງເຮັດຄວາມສະອາດ ແລະ ການບໍລິການອາຫານ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກຸມພາ ຜ່ານມາວ່າ: ສີລັງກາ ໄດ້ປະກາດອະນຸຍາດໃຫ້ແມ່ຍິງສາມາດເຮັດວຽກກະກາງຄືນໃນຕຳແໜ່ງພະນັກງານເຮັດຄວາມສະອາດ ແລະ ພະນັກງານບໍລິການອາຫານ, ໂດຍມີຈຸດປະສົງເພື່ອເພີ່ມການມີສ່ວນຮ່ວມຂອງແຮງງານ, ຍ້ອນວ່າອັດຕາການເຂົ້າສູ່ຕະຫຼາດແຮງງານຂອງແມ່ຍິງໃນສີລັງກາຍັງຢູ່ໃນລະດັບ ຕໍ່າ ຢູ່ທີ່ປະມານ 30%.

ອິນເດຍ ປະກາດຍົກເວັ້ນພາສີ 20 ປີ ເພື່ອດຶງດູດນັກລົງທຶນສູນຂໍ້ມູນທົ່ວໂລກ

ອິນເດຍ ປະກາດຍົກເວັ້ນພາສີ 20 ປີ ເພື່ອດຶງດູດນັກລົງທຶນສູນຂໍ້ມູນທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກຸມພາ ຜ່ານມາວ່າ: ອິນເດຍໄດ້ປະກາດມາດຕະການຈູງໃຈຄັ້ງສຳຄັນ, ໂດຍການຍົກເວັ້ນພາສີ (Tax Holiday) ສູງເຖິງ 20 ປີໃຫ້ແກ່ບໍລິສັດຂ້າມຊາດທີ່ເຂົ້າມາໃຫ້ການບໍລິການສູນຂໍ້ມູນລະດັບໂລກໃນອິນເດຍ, ໂດຍຫວັງຈະເລັ່ງດຶງດູດນັກລົງທຶນເຂົ້າສູ່ຂະແໜງພື້ນຖານໂຄງລ່າງດີຈີຕອນທີ່ເຕີບໂຕຢ່າງໄວວາ.
ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​ເບົາ​ຂະ​ໜາດ​ໃຫຍ່​ຂອງ​ຈີນ ເພີ່ມ​ຂຶ້ນ 5,3%

ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​ເບົາ​ຂະ​ໜາດ​ໃຫຍ່​ຂອງ​ຈີນ ເພີ່ມ​ຂຶ້ນ 5,3%

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 3 ກຸມ​ພາ​ ຜ່ານມາ, ສະ​ຫະ​ພັນ​ອຸດ​ສາ​ຫະ​ກຳ​ເບົາ​ຂອງ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ, ປີ 2025, ​ສະ​ພາບ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດອຸດ​ສາ​ຫະ​ກຳ​ເບົາ​ຂອງ​ຈີນ​ໄດ້​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ.
ທ່ານ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ ຊູ​ແອັດ ແລະ ເອີ​ຣົບ ລົງ​ທຶນ​ການ​ຜະ​ລິດ​ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ​ຢູ່ຫວຽດ​ນາມ

ທ່ານ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ ຊູ​ແອັດ ແລະ ເອີ​ຣົບ ລົງ​ທຶນ​ການ​ຜະ​ລິດ​ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ​ຢູ່ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 3 ກຸມພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໃຫ້ການຕ້ອນຮັບທ່ານ ປ.ອ ຟີລິບ ຣອສເລີ ປະທານເວທີປາໄສເສດຖະກິດຊູແອັດ - ຫວຽດນາມ ພ້ອມກັບບັນດາວິສາຫະກິດ ຊູແອັດ ແລະ ເອີຣົບ ທີ່ມາຊອກຫາໂອກາດລົງທຶນຢູ່ຫວຽດນາມ.
ໂຄງການຜະລິດໄຟຟ້າດ້ວຍພະລັງງານລົມຂອງເອທິໂອປີ ເລີ່ມການຜະລິດໄຟຟ້າ

ໂຄງການຜະລິດໄຟຟ້າດ້ວຍພະລັງງານລົມຂອງເອທິໂອປີ ເລີ່ມການຜະລິດໄຟຟ້າ

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ໂຄງການຜະລິດໄຟຟ້າດ້ວຍພະລັງງານລົມອາຢີຊານຂອງເອທິໂອປີ ທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຈີນໄດ້ຈັດພິທີເປີດການຜະລິດໄຟຟ້າຢູ່ລັດໂຊມາລີຂອງເອທິໂອປີ, ໂດຍມີທ່ານ ອາບີ ອາເມັດ ອາລີ ນາຍົກລັດຖະມົນຕີເອທິໂອປີ, ທ່ານ ອິສເມວ ໂອມາ ກູເອລເລ ປະທານາທິບໍດີບູຕິ, ທ່ານ ຮາສຊານ ເຊກໂມຮາມຸດ ປະທານາທິບໍດີໂຊມາລີ ແລະ ທ່ານອື່ນໆ ເຂົ້າຮ່ວມພິທີດັ່ງກ່າວ.
ສິງກະໂປ ຈະສ້າງຕັ້ງອົງການອາວະກາດ

ສິງກະໂປ ຈະສ້າງຕັ້ງອົງການອາວະກາດ

ຂ່າວຕ່າງປະເທດລາຍງານວ່າ: ສິງກະໂປ ກຳລັງຢູ່ໃນຂັ້ນຕອນການສ້າງຕັ້ງອົງການອະວະກາດຂອງຕົນ ເພື່ອພະຍາຍາມຍາດເອົາສ່ວນແບ່ງຂອງອຸດສາຫະກຳອະວະກາດທົ່ວໂລກ ຊຶ່ງຄາດວ່າຈະບັນລຸ 1.8 ພັນຕື້ໂດລາ ໃນເວລາບໍ່ຮອດ 10 ປີ. ໂດຍກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ໄດ້ປະກາດໃນວັນທີ 2 ກຸມພາ ຜ່ານມາວ່າ: ອົງການອະວະກາດແຫ່ງຊາດສິງກະໂປ (National Space Agency of Singapore ຫຼື NSAS) ຈະຖືກສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 1 ເມສາ ນີ້ ໂດຍມີຈຸດປະສົງເພື່ອດຶງດູດບໍລິສັດອະວະກາດຈາກທົ່ວໂລກ ໃຫ້ມາສ້າງຕັ້ງຖານການດໍາເນີນງານໃນສິງກະໂປ.
ຈີນສືບຕໍ່ຄອງຖານະນຳໜ້າໂລກໃນຕະຫຼາດສາກົນຂອງການຕໍ່ກຳປັ່ນ

ຈີນສືບຕໍ່ຄອງຖານະນຳໜ້າໂລກໃນຕະຫຼາດສາກົນຂອງການຕໍ່ກຳປັ່ນ

ຂ່າວສານຊີອາໄອລາຍງານວ່າ: ກະຊວງອຸດສາຫະກຳ ແລະ ຫັນເປັນຂໍ້ມູນຂ່າວສານຈີນໄດ້ເຜີຍແຜ່ຂໍ້ມູນໃນວັນທີ 1 ກຸມພາ ຜ່ານມາ ສະແດງໃຫ້ເຫັນວ່າ: ໃນປີ 2025, ອັດຕາສ່ວນໃນຕະຫຼາດສາກົນຂອງຈີນໃນຕົວຊີ້ວັດຫຼັກ 3 ຢ່າງຂອງການຕໍ່ກຳປັ່ນໄດ້ຮັກສາຕຳແໜ່ງຜູ້ນຳໜ້າຂອງໂລກ 16 ປີລຽນຕິດ.
ເພີ່ມເຕີມ