ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປີດເຜີຍໃນວັນທີ 14 ກັນຍາ ຜ່ານມາວ່າ: ການສົ່ງອອກ ICT ບັນລຸ 59.98 ຕື້ໂດລາ ໃນເດືອນສິງຫາ, ເພີ່ມຂຶ້ນ 162.6% ຈາກ 22.84 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ. ເປັນຄັ້ງທຳອິດ, ຜະລິດຕະພັນ ICT ກວມເອົາຫຼາຍກວ່າ 60% ຂອງການສົ່ງອອກທັງໝົດໃນເດືອນສິງຫາ.
ສຳລັບການນຳເຂົ້າສິນຄ້າ ICT ຂອງ ສ ເກົາຫຼີ ໃນເດືອນສິງຫາເພີ່ມຂຶ້ນ 48.8% ເມື່ອທຽບກັບປີກ່ອນເປັນ 18.61 ຕື້ໂດລາ ຊຶ່ງສົ່ງຜົນໃຫ້ຍອດເກີນດຸນການຄ້າ 41.37 ຕື້ໂດລາ ໃນຂະແໜງ ICT. ນີ້ແມ່ນຄັ້ງທຳອິດທີ່ຍອດເກີນດຸນການຄ້າ ICT ເກີນ 40 ຕື້ໂດລາ.
ແຍກຕາມປະເພດຜະລິດຕະພັນ, ການສົ່ງອອກເຊມິຄອນດັກເຕີເພີ່ມຂຶ້ນ 209% ເມື່ອທຽບກັບປີກ່ອນເປັນ 46.67 ຕື້ໂດລາ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການຢ່າງຕໍ່ເນື່ອງສຳລັບພື້ນຖານໂຄງລ່າງ AI ແລະ ຍ້ອນວ່າບໍລິສັດເຕັກໂນໂລຊີທີ່ສຳຄັນທົ່ວໂລກຂະຫຍາຍການລົງທຶນຢ່າງຕໍ່ເນື່ອງ.
ສ່ວນການສົ່ງອອກຄອມພິວເຕີ ແລະ ອຸປະກອນການສື່ສານເພີ່ມຂຶ້ນ 383.1% ເປັນ 6.4 ຕື້ໂດລາ, ໃນຂະນະທີ່ການສົ່ງອອກໂທລະສັບມືຖືເພີ່ມຂຶ້ນ 23.2% ເປັນ 1.64 ຕື້ໂດລາ.
ຢ່າງໃດກໍຕາມ, ການສົ່ງອອກຈໍສະແດງຜົນຫຼຸດລົງ 7% ເປັນ 1.69 ຕື້ໂດລາ ຍ້ອນວ່າບໍລິສັດຕ່າງໆປະເຊີນກັບແຮງກົດດັນໃນການຫຼຸດຕົ້ນທຶນຫຼັງຈາກລາຄາໜ່ວຍຄວາມຈຳເພີ່ມຂຶ້ນ.
ເມື່ອແຍກຕາມຈຸດໝາຍປາຍທາງການສົ່ງອອກ, ການສົ່ງອອກໄປຍັງຈີນ ແລະ ຮົງກົງ ລວມກັນເພີ່ມຂຶ້ນ 227.9%, ໃນຂະນະທີ່ການສົ່ງອອກໄປຍັງ ສະຫະລັດ ອາເມຣິກາ ເພີ່ມຂຶ້ນ 306.5%, ຫວຽດນາມ ເພີ່ມຂຶ້ນ 81.4%, ສະຫະພາບເອີຣົບ ເພີ່ມຂຶ້ນ 49.1% ແລະ ອິນເດຍ ເພີ່ມຂຶ້ນ 126.7% ເມື່ອທຽບກັບປີກ່ອນ.
ຄໍາເຫັນ