ທ່ານ ໂມຮາມມັດ ອູຊີ ມາຮີດິນ ຫົວໜ້າຫ້ອງການສະຖິຕິແຫ່ງຊາດມາເລເຊຍ ໃຫ້ຮູ້ວ່າ: ການຂະຫຍາຍຕົວໃນເດືອນກໍລະກົດ ແມ່ນສອດຄ່ອງກັບການສົ່ງອອກຄືນໃໝ່ (re-export) ທີ່ເພີ່ມສູງຂຶ້ນ ເຊັ່ນດຽວກັບການຂົນສົ່ງສິນຄ້າ ເຄື່ອງຈັກ, ຜະລິດຕະພັນນ້ຳມັນປາມ ແລະ ອຸປະກອນທາງວິທະຍາສາດ.
ຂໍ້ມູນຈາກກົມສະຖິຕິ ແລະ ກະຊວງການຄ້າ ລະບຸວ່າ: ການສົ່ງອອກໄປສິງກະໂປຊຶ່ງເປັນຄູ່ຮ່ວມມືການຄ້າສຳຄັນໄດ້ເພີ່ມຂຶ້ນເຖິງ 22.2%, ໃນຂະນະທີ່ການສົ່ງອອກໄປຈີນເພີ່ມຂຶ້ນ 6.8%. ການຂົນສົ່ງໄປ ສະຫະລັດ ອາເມຣິກາເພີ່ມຂຶ້ນ 3.8%.
ໃນດ້ານການນໍາເຂົ້າປະກົດວ່າໃນເດືອນກໍລະກົດ ຜ່ານມາ ເພີ່ມຂຶ້ນ 0.6% ຈາກປີຜ່ານມາ, ກົງກັນຂ້າມກັບການຄາດຄະເນຂອງນັກເສດຖະສາດທີ່ຄາດວ່າຈະຫຼຸດລົງ 2.9%.
ທັງນີ້, ການນຳເຂົ້າສິນຄ້າທຶນເພີ່ມຂຶ້ນເຖິງ 20.6%, ແຕ່ການນຳເຂົ້າສິນຄ້າລະດັບກາງ ແລະ ເຄື່ອງອຸປະໂພກບໍລິໂພກຫຼຸດລົງ 17.8% ແລະ 5% ຕາມລຳດັບ.
ດ້ວຍເຫດຜົນດັ່ງກ່າວ, ເຮັດໃຫ້ໃນເດືອນກໍລະກົດ ຜ່ານມາ ມາເລເຊຍມີຍອດມູນຄ່າການຄ້າເກີນດຸນ 15 ຕື້ຣິງກິດ (3.55 ຕື້ໂດລາ) ສູງກວ່າໂຕເລກທີ່ຜົນສຳຫຼວດຄາດຄະເນໄວ້ທີ່ 5.4 ຕື້ຣິງກິດ.
ຄໍາເຫັນ