ການທ່ອງທ່ຽວທົ່ວໂລກຈະສູງກວ່າລະດັບກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19

ການທ່ອງທ່ຽວທົ່ວໂລກຈະສູງກວ່າລະດັບກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19
    ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ອົງການໆທ່ອງທ່ຽວໂລກ (UNWTO) ຊຶ່ງເປັນອົງການຊຳນານງານພິເສດດ້ານການທ່ອງທ່ຽວຂອງອົງການສະຫະປະຊາຊາດ (UN) ແລະ ມີສຳນັກງານໃຫຍ່ຢູ່ນະຄອນຫຼວງມາດຣິດ ປະເທດແອັດສະປາຍ ລະບຸວ່າ: ລະດັບການທ່ອງທ່ຽວສາກົນໃນປີນີ້ ຈະສູງກວ່າລະດັບກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄດ້ຮັບແຮງໜູນມາຈາກການຟື້ນຕົວໃນທະວີບອາຊີ.
    UNWTO ລະບຸວ່າ: ການທ່ອງທ່ຽວສາກົນຄາດວ່າຈະກັບມາສູ່ລະດັບກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໃນປີ 2024 ຊຶ່ງການຄາດຄະເນໃນເບື້ອງຕົ້ນຊີ້ໃຫ້ເຫັນວ່າພາກສ່ວນດັ່ງກ່າວຈະຂະຫຍາຍຕົວ 2% ສູງກວ່າລະດັບໃນປີ 2019. ໂຕເລກໃນປີຜ່ານມາສະແດງໃຫ້ເຫັນວ່າ ມີນັກທ່ອງທ່ຽວເດີນທາງໄປຕ່າງປະເທດ 1.300 ລ້ານຄົນ ຊຶ່ງສູງກວ່າປີ 2022 ແລະ ປີ 2019 ເຖິງ 44% ແລະ 88% ຕາມລຳດັບ. ເຖິງແມ່ນວ່າ UNWTO ຊີ້ໃຫ້ເຫັນເຖິງການຟື້ນຕົວຢ່າງແຂງແຮງໃນຕະຫຼາດອາຊີ ແຕ່ລະບຸຕື່ມວ່າ: ການເພີ່ມຂຶ້ນຫຼາຍທີ່ສຸດແມ່ນຢູ່ຕາເວັນອອກກາງ ຊຶ່ງເປັນພາກພື້ນດຽວທີ່ມີໂຕເລກສູງກວ່າລະດັບກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໃນປີ 2019 ທີ່ 22%. ອີກດ້ານໜຶ່ງ, ອາຊີ-ປາຊີຟິກ ເປັນພາກພື້ນທີ່ມີການຟື້ນຕົວຢູ່ໃນລະດັບຕ່ຳສຸດຂອງໂລກ ໂດຍຢູ່ທີ່ 65% ຂອງລະດັບກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານ ຊູຣັບ ໂປໂລລິຄາສວິລີ ກ່າວໃນຖະແຫຼງການລະບຸວ່າ: ຂໍ້ມູນຫຼ້າສຸດຂອງ UNWTO ເນັ້ນຢໍ້າເຖິງຄວາມຍືນຍົງ ແລະ ການຟື້ນຕົວຢ່າງວ່ອງໄວຂອງການທ່ອງທ່ຽວ ຊຶ່ງຄາດວ່າຈະມີໂຕເລກໃນລະດັບກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນທ້າຍປີ 2024. ທັງນີ້, ການທ່ອງທ່ຽວຈີນຄາດວ່າຈະຂະຫຍາຍຕົວຢ່າງວ່ອງໄວໃນປີນີ້ ເນື່ອງຈາກອຳນາດການປົກຄອງປັກກິ່ງອອກນະໂຍບາຍຟຣີວີຊາສຳລັບນັກເດີນທາງຈາກ 6 ປະເທດໄດ້ແກ່ ຝຣັ່ງ, ເຢຍລະມັນ, ອີຕາລີ, ໂຮນລັງ, ແອັສປາຍ ແລະ ມາເລເຊຍ ຈົນເຖິງທ້າຍເດືອນພະຈິກນີ້.
    ເຖິງຢ່າງໃດກໍຕາມ, UNWTO ລະບຸວ່າ: ການຄາດຄະເນໃນປີ 2024 ຍັງຄົງຂຶ້ນຢູ່ກັບອັດຕາການຟື້ນຕົວໃນອາຊີ ແລະ ຄວາມສ່ຽງດ້ານລົບທາງເສດຖະກິດ ແລະ ທາງພູມສາດການເມືອງທີ່ມີຢູ່ ໂດຍສະເພາະຢ່າງຍິ່ງສະຖານະການໂລກໃນປັດຈຸບັນ ແລະ ເສດຖະກິດໂລກທີ່ບໍ່ໝັ້ນຄົງ.
 

ຄໍາເຫັນ

ຂ່າວຕ່າງປະເທດ

ຮ່ອງ​ຮອຍ​ເຄື່ອງ​ປັ້ນ​ດິນ​ເຜົາ​ຫັດ​ຖະ​ກຳຈິງ​ເຕີ​ເຈິ້ນ​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ

ຮ່ອງ​ຮອຍ​ເຄື່ອງ​ປັ້ນ​ດິນ​ເຜົາ​ຫັດ​ຖະ​ກຳຈິງ​ເຕີ​ເຈິ້ນ​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 25 ກໍ​ລະ​ກົດ ຜ່ານມາ, ໃນ​ກອງ​ປະ​ຊຸມ​ໃຫຍ່​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ 48 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນບູ​ຊານ​ຂອງ ສເກົາຫຼີ, ຮອງ​ຮອຍ​ເຄື່ອງ​ປັ້ນ​ດິນ​ເຜົາ​ຫັດ​ຖະ​ກຳຈິງ​ເຕີ​ເຈິ້ນ​ຂອງ​ຈີນ​ໄດ້​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ ຂອງ​ອົງ​ການ​ອຸຍ​ເນັດ​ສະ​ໂກ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ເປັນ​ທາງ​ການ, ຮ່ອງ​ຮອຍ​ດັ່ງ​ກ່າວ​ໄດ້​ກາຍ​ເປັນ​ມໍ​ລະ​ດົກ​ໂລກ​ລາຍ​ການ​ທີ 61 ຂອງ​ຈີນ. ນີ້​ແມ່ນ​ຈີນ​ສະ​ເໜີ​ເອົາ​ຮ່ອງ​ຮອຍ​ອຸດ​ສາ​ຫະ​ກຳ​​ເຂົ້າ​ເປັນ​ມໍ​ລະ​ດົກ​ໂລກເປັນ​ຄັ້ງ​ທຳ​ອິດ ຊຶ່ງ​ໄດ້ເຕີມ​ເຕັມ​ຊ່ອງ​ຫວ່າງມໍ​ລະ​ດົກ​ໃນ​ຫົວ​ຂໍ້ “ເຄື່ອງ​ປັ້ນ​ດິນ​ເຜົາ” ໃນ “ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ” ຂອງ​ອົງ​ການ​ອຸຍ​ເນັດ​ສະ​ໂກ ​ເຮັດ​ໃຫ້​ເຄື່ອງ​ປັ້ນ​ດິນ​ເຜົາ, ​ຜ້າ​ໄໝ ແລະ ຊາ ​ຢ່າງ​ຄົບ​ຖ້ວນ​ທີ່ເປັນ​ສື່​ກາງວັດ​ທະ​ນະ​ທຳ​ໃຫຍ່ 3 ​ຢ່າງ​ໃນ​ການ​ໄປ​ມາ​ຫາ​ສູ່​ດ້ານ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ໃນ​ສະ​ໄໝ​ບູ​ຮານ​ຂອງ​ຈີນ​ໄດ້​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ.
ຊຸບເປີແອວນີໂຢ ອາດຈະສົ່ງຜົນກະທົບຕໍ່ເສດຖະກິດອາຟຣິກາ

ຊຸບເປີແອວນີໂຢ ອາດຈະສົ່ງຜົນກະທົບຕໍ່ເສດຖະກິດອາຟຣິກາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ກໍລະກົດ ຜ່ານມາວ່າ: ບັນດານັກພະຍາກອນອາກາດເຕືອນວ່າ, ປະກົດການແອວນີໂຢ ຊຶ່ງມັກຈະເຮັດໃຫ້ເກີດໄພແຫ້ງແລ້ງ, ນໍ້າຖ້ວມ ແລະ ພາຍຸຮ້າຍແຮງໃນອາຟຣິກາ, ອາດຈະເພີ່ມທະວີຄວາມຮຸນແຮງຂຶ້ນຢ່າງຫຼວງຫຼາຍ ຖ້າຫາກອຸນຫະພູມທີ່ສູງຂຶ້ນຂອງມະຫາສະໝຸດປາຊີຟິກໃນປັດຈຸບັນຍັງສືບຕໍ່.
ພະລັງງານໝູນວຽນ ຈະກາຍເປັນແຫຼ່ງຜະລິດໄຟຟ້າທີ່ໃຫຍ່ທີ່ສຸດໃນປີ 2026

ພະລັງງານໝູນວຽນ ຈະກາຍເປັນແຫຼ່ງຜະລິດໄຟຟ້າທີ່ໃຫຍ່ທີ່ສຸດໃນປີ 2026

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ອົງການພະລັງງານສາກົນ (IEA) ລາຍງານວ່າ, ພະລັງງານໝູນວຽນກຳລັງຈະແຊງໜ້າຖ່ານຫີນຂຶ້ນເປັນແຫຼ່ງພະລັງງານສຳລັບຜະລິດໄຟຟ້າທີ່ໃຫຍ່ທີ່ສຸດໃນໂລກໃນປີ 2026, ຫຼັງຈາກມີອັດຕາສ່ວນໃກ້ຄຽງກັນໃນປີ 2025. ໃນຂະນະທີ່ຄວາມຕ້ອງການໄຟຟ້າທົ່ວໂລກຄາດວ່າຈະສືບຕໍ່ເພີ່ມຂຶ້ນຈົນຮອດປີ 2027.
ຍີ່ປຸ່ນ ຍັງສືບຕໍ່ປະເຊີນກັບສະພາບອາກາດຮ້ອນຮຸນແຮງ

ຍີ່ປຸ່ນ ຍັງສືບຕໍ່ປະເຊີນກັບສະພາບອາກາດຮ້ອນຮຸນແຮງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 26 ກໍລະກົດ ຜ່ານມາວ່າ: ອົງການອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ, 6 ເມືອງໃນພາກກາງຂອງຍີ່ປຸ່ນມີອຸນຫະພູມສູງເຖິງ 40 ອົງສາ ຫຼື ສູງກວ່ານັ້ນຕິດຕໍ່ກັນເປັນເວລາ 5 ມື້ ເມື່ອນັບມາຮອດວັນທີ 25 ກໍລະກົດ ຜ່ານມາ ຊຶ່ງເປັນໄລຍະເວລາທີ່ຮ້ອນທີ່ສຸດຕິດຕໍ່ກັນດົນທີ່ສຸດນັບຕັ້ງແຕ່ມີຂໍ້ມູນປຽບທຽບໃນປີ 2010. ໂດຍທັງ 6 ເມືອງດັ່ງກ່າວຕັ້ງຢູ່ໃນ 4 ແຂວງຂອງພາກພື້ນໂທໄກຄື: ຊິຊູໂອກະ, ກິຟຸ, ມິເອະ ແລະ ໄອຈິ.
ສິງກະໂປ ແລະ ໄທ ເຊັນບົດ MoU ເພີ່ມຄວາມປອດໄພທາງໄຊເບີ

ສິງກະໂປ ແລະ ໄທ ເຊັນບົດ MoU ເພີ່ມຄວາມປອດໄພທາງໄຊເບີ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ອົງການການເງິນສິງກະໂປ ຫຼື ທະນາຄານກາງສິງກະໂປ ແລະ ທະນາຄານແຫ່ງປະເທດໄທ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອເສີມຂະຫຍາຍການຮ່ວມມືດ້ານຄວາມປອດໄພທາງໄຊເບີ ແລະ ຕ້ານການສໍ້ໂກງທາງດີຈີຕອນ, ຍ້ອນວ່າໄພຂົ່ມຂູ່ທາງໄຊເບີມີຄວາມສັບຊ້ອນຫຼາຍຂຶ້ນໃນລະບົບການເງິນທີ່ເຊື່ອມຕໍ່ກັນໃນທົ່ວພາກພື້ນ.
ການ​ນຳ​ພັກ - ລັດ ຫວຽດນາມ ​ ​ໄຫ​ວ້ອາ​ໄລ​​ປະ​ທານ ​ໂຮ່​ຈິມິນ ແລະ ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ

ການ​ນຳ​ພັກ - ລັດ ຫວຽດນາມ ​ ​ໄຫ​ວ້ອາ​ໄລ​​ປະ​ທານ ​ໂຮ່​ຈິມິນ ແລະ ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເນື່ອງ​ໃນ​ໂອ​ກາດວັນ​ທະ​ຫານ​ເສຍ​ອົງ​ຄະ​ - ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຫວຽດນາມ ຄົບຮອບ 79 ປີ (27/7/1947 - 27/7/2026), ໃນ​ວັນ​ທີ 26 ກໍ​ລະ​ກົດ ຜ່ານມາ, ຄະ​ນະ​ຜູ້​ແທນ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​, ປະ​ທານ​ປະ​ເທດ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ໄປ​ວາງ​ພວງ​ມາ​ລາຢູ່ສຸສານ ປະທານ ໂຮ່ຈິມິນ ແລະ ຈູດ​ທູບ​ໃຕ້​ທຽນ​ອາ​ໄລ​ຫາ​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ອະ​ນຸ​ສາ​ວະ​ລີ​ບັນ​ດານັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດຖະ​ໜົ​ນ ​ບັກ​ເຊີນ ນະຄອນຫຼວງຮ່າ​ໂນ້ຍ.
ຂົງເຂດການຜະລິດຂັ້ນສູງຂອງຈີນສ້າງຜົນງານໂດດເດັ່ນ

ຂົງເຂດການຜະລິດຂັ້ນສູງຂອງຈີນສ້າງຜົນງານໂດດເດັ່ນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 25 ກໍລະກົດ ຜ່ານມາວ່າ: ໃນລະຫວ່າງເດືອນມັງກອນ ຫາ ເດືອນມິຖຸນາປີນີ້, ຂົງເຂດການຜະລິດຂັ້ນສູງຂອງຈີນສາມາດສ້າງຜົນງານທີ່ໂດດເດັ່ນ.
ລັດຖະບານອົສຕຣາລີ ຈະທົດສອບລະບົບເຕືອນໄພສຸກເສີນຜ່ານໂທລະສັບມືຖື

ລັດຖະບານອົສຕຣາລີ ຈະທົດສອບລະບົບເຕືອນໄພສຸກເສີນຜ່ານໂທລະສັບມືຖື

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ກໍລະກົດ ຜ່ານມາວ່າ: ທ່ານ ຄຣິສຕີ ແມັກເບນລັດຖະມົນຕີກະຊວງຄຸ້ມຄອງເຫດສຸກເສີນຂອງອົສຕຣາລີໄດ້ເປີດເຜີຍວ່າ, ລັດຖະບານອົສຕຣາລີຈະທົດສອບ "AusAlert," ລະບົບເຕືອນໄພສຸກເສີນທາງໂທລະສັບມືຖືທົ່ວປະເທດໃນເວລາ 14:00 ໂມງ ຂອງວັນທີ 27 ກໍລະກົດນີ້ ຕາມເວລາມາດຕະຖານຕາເວັນອອກຂອງອົສຕຣາລີ, ກ່ອນທີ່ຈະເລີ່ມນຳໃຊ້ຢ່າງເຕັມຮູບແບບໃນເດືອນຕຸລາ. ເຖິງແມ່ນວ່າບາງລັດ ແລະ ບາງເຂດມີຄວາມກັງວົນກ່ຽວກັບການເຊື່ອມໂຍງ AusAlertກັບລະບົບເຕືອນໄພທີ່ມີຢູ່ແລ້ວ.
ລັດຖະສະພາຝຣັ່ງ ຜ່ານຮ່າງກົດໝາຍຫ້າມເດັກນ້ອຍອາຍຸຕ່ຳກວ່າ 15 ປີໃຊ້ສື່ສັງຄົມອອນລາຍ

ລັດຖະສະພາຝຣັ່ງ ຜ່ານຮ່າງກົດໝາຍຫ້າມເດັກນ້ອຍອາຍຸຕ່ຳກວ່າ 15 ປີໃຊ້ສື່ສັງຄົມອອນລາຍ

ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ລັດຖະສະພາຝຣັ່ງໄດ້ຜ່ານຮ່າງກົດໝາຍວ່າດ້ວຍການປົກປ້ອງເດັກນ້ອຍຈາກຄວາມສ່ຽງທີ່ກ່ຽວຂ້ອງກັບການໃຊ້ສື່ສັງຄົມອອນລາຍ. ໂດຍຮ່າງກົດໝາຍດັ່ງກ່າວມີຈຸດປະສົງເພື່ອຫ້າມການເຂົ້າເຖິງສື່ສັງຄົມອອນລາຍສຳລັບເດັກນ້ອຍອາຍຸຕ່ຳກວ່າ 15 ປີ, ເພື່ອປົກປ້ອງພວກເຂົາຈາກເນື້ອໃນທີ່ອາດຈະເປັນອັນຕະລາຍ ຫຼື ເຮັດໃຫ້ເກີດຄວາມກັງວົນ. ບັນດາຂໍ້ກຳນົດດັ່ງກ່າວຈະມີຜົນບັງຄັບໃຊ້ໃນວັນທີ 1 ກັນຍາ ນີ້.
EU ສັ່ງໃຫ້ Google ຈ່າຍຄ່າປັບໃໝ 890 ລ້ານເອີໂຣ

EU ສັ່ງໃຫ້ Google ຈ່າຍຄ່າປັບໃໝ 890 ລ້ານເອີໂຣ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ກໍລະກົດ ຜ່ານມາວ່າ: ຄະນະກຳມາທິການເອີຣົບ (EU) ໄດ້ປັບ ໃໝ Google ເປັນຈຳນວນເງິນ 890 ລ້ານເອີໂຣ ສຳລັບການລະເມີດກົດໝາຍຕະຫຼາດດີຈີຕອນຂອງສະຫະພາບເອີຣົບ ໂດຍການໃຫ້ບໍລິການໆຄົ້ນຫາຂອງຕົນໄດ້ຮັບຜົນປະໂຫຍດໃນໜ້າສະແດງຜົນການຄົ້ນຫາ ແລະ ປ້ອງກັນບໍ່ໃຫ້ນັກພັດທະນາແອັບພິເຄເຊິນເຂົ້າເຖິງຜູ້ໃຊ້ເພື່ອແນະນຳທາງເລືອກທີ່ລາຄາຖືກກວ່າ Play Store.
ເພີ່ມເຕີມ