ການຕໍ່ສູ້ຂອງຊາຍຜູ້ບໍ່ຍອມແພ້ຕໍ່ໂຊກຊະຕາ

ການຕໍ່ສູ້ຂອງຊາຍຜູ້ບໍ່ຍອມແພ້ຕໍ່ໂຊກຊະຕາ

ການຕໍ່ສູ້ຂອງຊາຍຜູ້ບໍ່ຍອມແພ້ຕໍ່ໂຊກຊະຕາ
​ ທ່ານ ພົງສະຫວັດ ມະນີທອງ ຫຼື (ປີເຕີ) ຄະນະຜູ້ບໍລິຫານສະມາຄົມເພື່ອຄົນພິການ ແລະ ຜູ້ດ້ອຍໂອກາດ (PUA) ໄດ້ເຂົ້າຮ່ວມວາງສະແດງຜະລິດຕະພັນໃນໂອກາດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ3 (3RC-CCM) ທີ່ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນລະຫວ່າງວັນທີ14-18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ.
ການຕສຂອງຊາຍຜບຍອມແພຕໂຊກຊະຕາ - image 1
 

 

ທ່ານ ພົງສະຫວັດ ມະນີທອງ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 16 ກັນຍານີ້, ໂດຍໄດ້ແບ່ງປັນເລື່ອງລາວຊີວິດ ແລະ ວິໄສທັດໃນການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ (UXO) ໃນ ສປປ ລາວ ຊຶ່ງໃນປີ 2008 ເວລານັ້ນຕົນເອງມີອາຍຸພຽງ 16 ປີ, ເປັນເດັກນ້ອຍຢູ່ບ້ານໂພນທອງ ເມືອງຫີນເຫີບ ແຂວງວຽງຈັນ (ປັດຈຸບັນອາຍຸ 34 ປີ) ດ້ວຍຄວາມຮູ້ເທົ່າບໍ່ເຖິງການ ເນື່ອງຈາກຄວາມຄຶກຄະນອງຫຼິ້ນແບບເດັກນ້ອຍໄດ້ຈັບເອົາລະເບີດບໍ່ທັນແຕກທີ່ຕົກຢູ່ຕາມທາງມາຫຼິ້ນ ຈົນເກີດການແຕກຂຶ້ນຢ່າງບໍ່ທັນຕັ້ງໂຕ. ເຫດການຄັ້ງນັ້ນເຮັດໃຫ້ຕົນເອງສະລົບໄປກັບທີ່ ແລະ ຕ້ອງສູນເສຍແຂນ ແລະ ການມອງເຫັນ. ຊີວິດຫຼັງຈາກນັ້ນ ແມ່ນເຕັມໄປດ້ວຍຄວາມຫຍຸ້ງຍາກ ເພາະຄອບຄົວມີອາຊີບເຮັດນາ ແລະ ລາຍໄດ້ຈຳກັດ ບໍ່ສາມາດແບກຫາບຄ່າໃຊ້ຈ່າຍໃນໂຮງໝໍໄດ້ດົນ. ແນວໃດກໍຕາມ, ຫຼັງຈາກປິ່ນປົວຢູ່ເຮືອນໄດ້ 2-3 ເດືອນ, ຂ້າພະເຈົ້າໄດ້ຕັດສິນໃຈລຸກຂຶ້ນສູ້ຕໍ່ໂຊກຊະຕາ ໂດຍເລີ່ມຝຶກຊ່ວຍເຫຼືອຕົນເອງໃນການເຄື່ອນໄຫວຊີວິດປະຈຳວັນ ເຊັ່ນ: ການອາບນ້ຳ, ຊັກເຄື່ອງ, ອະນາໄມເຮືອນ ແລະ ການເຄື່ອນໄຫວອື່ນໆ.

ຈາກນັ້ນໄດ້ມີໂອກາດກ້າວສູ່ການເປັນກະບອກສຽງລະດັບຊາດ ແລະ ສາກົນ, ເຂົ້າມານະຄອນຫຼວງວຽງຈັນ ເພື່ອເປັນອາສາສະໝັກປຸກລະດົມຂົນຂວາຍ ຮຽກຮ້ອງໃຫ້ຢຸດນຳໃຊ້ລະເບີດ ລວມທັງເປັນກະບອກສຽງໃຫ້ກັບພາກລັດ ແລະ ອົງການຈັດຕັ້ງຕ່າງໆ ເພື່ອເຜີຍແຜ່ຄວາມຮູ້ ໂດຍການຮຽນພາສາອັງກິດ ແລະ ຝຶກອົບຮົມດ້ານອື່ນໆ ໂດຍສະເພາະ ດ້ານຈິດຕະວິທະຍາເພື່ອໃຫ້ຄຳປຶກສາ ແລະ ສ້າງແຮງບັນດານໃຈໃຫ້ຜູ້ພິການຄົນອື່ນໆ ຊຶ່ງທີ່ຜ່ານມາ, ໄດ້ໃຫ້ຄຳປຶກສາຕໍ່ຜູ້ພິການມາແລ້ວຫຼາຍກວ່າ 300 ຄົນ.

ແຜນການຊ່ວຍເຫຼືອ ແລະ ການມີສ່ວນຮ່ວມຂອງຜູ້ເຄາະຮ້າຍ, ໃນກອງປະຊຸມຄັ້ງນີ້, ສະມາຄົມ PUA ໄດ້ມີສ່ວນຮ່ວມໃນການວາງແນວທາງ ແລະ ຈັດກິດຈະກຳປິ່ນອ້ອມ ເພື່ອຊຸກຍູ້ການປະຕິບັດຕາມມາດຕາ 5 ຂອງສົນທິສັນຍາ CCM ຊຶ່ງເນັ້ນໃສ່:ການມີສ່ວນຮ່ວມໃຫ້ຜູ້ຖຶກເຄາະຮ້າຍ, ອົງການ DPO ແລະ NGO ທ້ອງຖິ່ນມີສ່ວນຮ່ວມນັບຕັ້ງແຕ່ການວາງແຜນ, ປະຕິບັດ ແລະ ຕິດຕາມປະເມີນຜົນໂຄງການ, ສ່ວນການສ້າງອາຊີບ: ເສີມສ້າງທັກສະວິຊາຊີບ ເຊັ່ນ: ການແກະສະລັກໄມ້, ການເຮັດກະສິກຳແລະ ການແປຮູບຜະລິດຕະພັນ ເພື່ອໃຫ້ຜູ້ພິການສາມາດສ້າງລາຍໄດ້ດ້ວຍຕົນເອງ, ການຮ່ວມມືສາກົນ: ເພີ່ມທະວີການຮ່ວມມືກັບພັນທະມິດສາກົນ ທາງດ້ານງົບປະມານ ແລະ ເຕັກນິກ.

ທ່ານ ພົງສະຫວັດ ມະນີທອງ ໄດ້ຝາກຂໍ້ຄວາມສົ່ງຕໍ່ແຮງບັນດານໃຈ, ເຖິງຜູ້ຖຶກເຄາະຮ້າຍ ແລະ ຜູ້ພິການທຸກຄົນວ່າ:ຂໍເປັນກຳລັງໃຈໃຫ້ຜູ້ເຄາະຮ້າຍ ແລະ ຜູ້ພິການທຸກຄົນ ຢ່າຟ້າວຍອມແພ້ ຕາບໃດທີ່ເຮົາຍັງມີລົມຫາຍໃຈ ແລະ ມີແສງສະຫວ່າງຢູ່ປາຍອຸໂມງ ຂໍໃຫ້ສູ້ຕໍ່ໄປການບໍ່ຍອມແພ້ໃນມື້ນີ້ ອາດນຳເຮົາໄປສູ່ຄວາມສຳເລັດໃນມື້ໜ້າ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ), ໃນ​ວັນ​ທີ 2 ຕຸ​ລາ​ນີ້ ທີ່ ແຂວງ​ຈຳ​ປາ​ສັກ, ໂດຍ​ການເປັນປະທານ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມ.
ເພີ່ມເຕີມ