ຂ່າວລະບຸວ່າ: ກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ແມ່ນໄດ້ເພີ່ມເຕີມກົນໄກການຄຸ້ມຄອງສິນຄ້າສົ່ງອອກ ແລະ ນຳເຂົ້າ ຜ່ານທາງທຸລະກຳເອເລັກໂຕຣນິກ; ເພີ່ມເຕີມກ່ຽວກັບການກວດກາ ແລະ ຕິດຕາມກວດກາ ສິນຄ້າສົ່ງອອກ ແລະ ນຳເຂົ້າ ຜ່ານແພລັດຟອມການຄ້າເອເລັກໂຕຣນິກ. ສິນຄ້າຕ່າງໆຕ້ອງປະຕິບັດລະບຽບການດ້ານພາສີ ແລະ ຕ້ອງກວດກາ, ຕິດຕາມກວດກາ. ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນ ຢູ່ຫວຽດນາມ ທີ່ຊື້-ຂາຍ ສິນຄ້າ ກັບຕ່າງປະເທດ ຜ່ານແພລັດຟອມການຄ້າເອເລັກໂຕຣນິກ ຕ້ອງໄດ້ຮັບການຢັ້ງຢືນທາງເອເລັກໂຕຣນິກ.
ໃນຕອນເຊົ້າວັນດຽວກັນນີ້, ສະພາແຫ່ງຊາດ ຍັງໄດ້ປຶກສາຫາລືຢູ່ຫໍປະຊຸມ ກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດ ວ່າດ້ວຍກົນໄກ ແລະ ນະໂຍບາຍ ທີ່ນຳໃຊ້ເຂົ້າໃນການຍົກຍ້າຍຮ່ອງຮອຍສະຖານ ພາຍໃນຂອບເຂດການຈັດຕັ້ງປະຕິບັດໂຄງການລົງທຶນກໍ່ສ້າງເສັ້ນທາງເຊື່ອມຕໍ່ສະໜາມບິນສາກົນຢາບິ່ງ ກັບ ນະຄອນຫຼວງຮ່າໂນ້ຍ, ບໍລິເວນແຂວງ ບັກນິງ ແລະ ໂຄງການກໍ່ສ້າງຄ້າຍທະຫານ ຂອງກອງພັນໃຫຍ່ກຳລັງອາກາດ ຕຳຫຼວດປະຊາຊົນ.
ຄໍາເຫັນ