ກະສິກໍາເຂັ້ມແຂງ-ເສດຖະກິດໝັ້ນຄົງ.

ກະສິກໍາເຂັ້ມແຂງ-ເສດຖະກິດໝັ້ນຄົງ.

ໂດຍ: ຣັດສະໝີ ດວງສັດຈະ ລະດູຝົນຂອງປີນີ້ແມ່ນມາໄວ ແລະ ບາງແຫ່ງພັດມາແຮງອີກ ຊຶ່ງເປັນໂອກາດທີ່ດີ ຕໍ່ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຕໍ່ຊາວກະສິກອນ ທີ່ເປັນກະດູກສັນຫຼັງຂອງຊາດ ກຳລັງສຸມໃສ່ສູ່ການຜະລິດ ເຮັດນາປີ, ສວນເຂົ້າ, ສວນມັນຕົ້ນ, ສາລີ ແລະ ພືດພັນທັນຍາຫານຕ່າງໆ ແລະ ລ້ຽງສັດນຳອີກ, ເຢີກໆ... ເດີ້ພີ່ນ້ອງ; ອີກປະມານອາທິດໜ້າ ຜູ້ຂຽນກ່າຊິລົງໄປກິນຕຳໝາກແຕງ, ຕຳໝາກຫຸ່ງຢູ່ຖຽງນາ-ຖຽງສວນນໍາພີ່ນ້ອງເຮົາເດີ້.

ຂະນະດຽວກັນ, ຖ້າເພີ່ນປ່ອຍໂອກາດ ກໍຈະຂໍອະນຸຍາດເຂົ້າພົບທ່ານປະທານບ້ານ, ປະທານເມືອງ ຫຼື ປະທານແຂວງ ເພື່ອນຳເອົາຈິດໃຈ, ຄວາມຄິດເຫັນ ຂອງພາກປະຊາຊົນ ຫຼື ຂອງຊາວບ້ານ-ຊາວສວນ ທີ່ມີຊີວິດຕິດດິນ ເພື່ອສະທ້ອນທາງດ້ານວິຊາການ, ບັນຫາແຫຼ່ງທຶນ, ການຕະຫຼາດ....ມາລົມສູ່ພວກທ່ານປະທານຟັງ ວ່າຊັ້ນເຢີ.

ເອົາລະບໍ່ເວົ້າຫຼາຍຢາຍຫ່າງຊາວໂຊຊຽວ ຊິເບື່ອນໍ! ຂໍເຂົ້າລາຍການເລີຍເນີພີ່ນ້ອງຊາວກະສິກອນ ກໍຄືປະຊາຊົນເຮົາ ເຮັດແນວໃດກໍຕາມ ຂໍຈົ່ງພ້ອມກັນທຸ້ມເທໃສ່ພາກກະສິກຳ ໃຫ້ເປັນຂະບວນການຟົດຟື້ນແທ້ໆ ເຮັດອີຫຼີ ແລະ ໄດ້ໝາກໄດ້ເງິນແທ້ໆ ເພາະປະເທດເຮົາມີທີ່ຕັ້ງ, ເງື່ອນໄຂ ແລະ ທ່າແຮງ ທີ່ບົ່ມຊ້ອນຢ່າງຫຼວງຫຼາຍເຂົ້າໃນການພັດທະນາ. ຂໍຢິບເອົາຄຳເຫັນຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ທີ່ມີທິດຊີ້ນໍາຕໍ່ກອງປະຊຸມສະຫຼຸບວຽກງານກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະ ບົດ ເມື່ອ 7 ປີທີ່ແລ້ວ ແຕ່ຍັງຄົງຄຸນຄ່າຢູ່ ຊຶ່ງມີບາງຕອນເພິ່ນວ່າ: “ພັກເຮົາໄດ້ເນັ້ນໃຫ້ຂະແໜງກະສິກຳ, ປ່າໄມ້ ແລະ ຊົນນະບົດໃນການຫັນເປັນທັນສະໄໝ, ຕິດພັນກັບການທ່ອງທ່ຽວ, ການອະນຸຮັກທຳມະຊາດ ແລະ ຊຸກຍູ້ທຸລະກິດ SMEs ໃຫ້ມີປະສິດທິຜົນ”.

ຜ່ານມາການຜະລິດກະສິກໍາ ຂອງຊາວກະສິກອນ ໂດຍລວມແມ່ນ ກະສິກໍາຂະໜາດນ້ອຍ, ກະແຈກກະຈາຍ, ຂຶ້ນກັບທໍາມະຊາດ, ການຜະລິດທີ່ມີຄຸນນະພາບ-ມູນຄ່າເພີ່ມ ບໍ່ສູງເທົ່າທີ່ຄວນ ແລະທ່າແຮງດ້ານດິນກະສິກໍາ ທີ່ສາມາດຂະຫຍາຍການຜະລິດພືດຜັກ ແລະ ອາຫານສົດ, ສະອາດ, ປອດສານພິດ... ທີ່ເປັນມູນເຊື້ອຂອງປະຊາຊົນສ່ວນໃຫຍ່ ພັດບໍ່ທັນໄດ້ຮັບການເອົາໃຈໃສ່ ຫຼື ສົ່ງເສີມ ດ້ວຍນະໂຍບາຍ ແລະ ໂຄງການພັດທະນາ ທີ່ເປັນລະບົບຈະແຈ້ງແທ້ ຈຶ່ງເຮັດໃຫ້ບັນດາຜູ້ປະກອບການໃນຂົງເຂດນີ້ບໍ່ທັນມີຫຼາຍ ເຮັດໃຫ້ຂະບວນການຜະລິດສິນຄ້າ ບໍ່ທັນສົມຄູ່ກັບທ່າແຮງທີ່ມີ ຈຶ່ງບໍ່ສາມາດນໍາເອົາລາຍຮັບ ແລະ ອາຊີບທີ່ໝັ້ນຄົງມາສູ່ຊາວກະສິກອນໄດ້ ເຮັດໃຫ້ການປະກອບອາຊີບ, ການຕັ້ງພູມລຳເນົາ ຂອງຊາວກະສິກອນ ບໍ່ທັນມີຄວາມເປັນລະບຽບ, ກະແຈກກະຈາຍ ຊຶ່ງກວມເອົາອັດຕາສ່ວນຫຼາຍ ຂອງປະຊາກອນຍັງທຸກຍາກ.

ສຳລັບແຜນງານຄໍ້າປະກັນ ຄວາມໝັ້ນຄົງດ້ານສະບຽງອາຫານ ຕິດພັນກັບການປະຕິບັດຕົວຈິງ, ຕ້ອງຮັບປະກັນໃຫ້ປະຊາຊົນບັນດາເຜົ່າ ຢູ່ເຂດຫ່າງໄກສອກຫຼີກ ທີ່ເຮັດວຽກງານກະສິກໍາລ້ວນໆ ສາມາດຮັບປະກັນໃຫ້ມີເຂົ້າກິນ ຫຼື ມີສະບຽງອາຫານພຽງພໍ. ສະນັ້ນ, ຂະແໜງການທີ່ກ່ຽວຂ້ອງຕ້ອງນໍາພາປະຊາຊົນເຮັດກະເສດສຸມຈາກລະດັບງ່າຍດາຍໄປສູ່ລະດັບສູງ ເຮັດໃຫ້ສາມາດກຸ້ມກິນ. ອີກດ້ານໜຶ່ງ ຕ້ອງເປີດກວ້າງຂະໜາດການຜະລິດສະບຽງອາຫານ ຢູ່ເຂດທີ່ມີເງື່ອນໄຂ ເປັນຕົ້ນບັນດາເຂດທົ່ງພຽງ ທີ່ໄດ້ກໍານົດໃນແຜນແລ້ວ ດ້ວຍການລົງທຶນທີ່ມີປະສິດທິຜົນ ທີ່ສາມາດເຮັດໃຫ້ມີການສະສົມສະບຽງອາຫານ, ຍົກສູງສະມັດຕະພາບຂອງການຜະລິດ ແລະ ມີແຫຼ່ງສະໜອງທີ່ພຽງພໍ. ເຂດການຜະລິດດັ່ງກ່າວ, ຈະສາມາດຊຸກຍູ້ໃຫ້ມີການນໍາໃຊ້ເຕັກນິກ-ກົນຈັກ ການຜະລິດ ທີ່ທັນສະໄໝ ທັງສາມາດເປັນບ່ອນສາທິດ ໃຫ້ກັບຊາວກະສິກອນ ໄດ້ຮຽນຮູ້ ແລະ ໝູນໃຊ້ຕໍ່ໄປ.

ການຜະລິດກະສິກໍາເປັນສິນຄ້າ ຍັງມີສິ່ງທ້າທາຍ, ບັນຫາ ທີ່ພວມປະສົບຄືການພັດທະນາຜະລິດ ຕະພັນກະສິກໍາ ໃຫ້ກາຍເປັນສິນຄ້າຍັງບໍ່ທັນດີ, ມີມາດຖານ ແລະ ຄຸນນະພາບບໍ່ທັນສູງ, ບໍ່ສອດຄ່ອງ ກັບເງື່ອນໄຂຕະຫຼາດຕ້ອງການ ແລະ ບໍ່ພຽງພໍດ້ານປະລິມານ; ຍັງມີຫຼາຍຂອດ ຫຼາຍຂັ້ນ ໃນການອອກອະນຸຍາດດໍາເນີນທຸລະກິດ ກໍຄືການຜະລິດເປັນສິນຄ້າ ຊຶ່ງເປັນສາເຫດ ເຮັດໃຫ້ການຜະລິດກະສິກໍາເປັນສິນຄ້າ ເພື່ອສົ່ງອອກພົບຂໍ້ຫຍຸ້ງຍາກບໍ່ສາມາດແກ່ງແຍ້ງແຂ່ງຂັນໄດ້.

ຜ່ານມາ, ການປະສານສົມທົບ ລະຫວ່າງຂະແໜງການກະສິກໍາ ກັບຂະແໜງອຸດສາຫະກໍາ-ການຄ້າ, ທະນາຄານ, ໄຟຟ້າ ແລະ ຂະແໜງການອື່ນໆ ທີ່ກ່ຽວຂ້ອງ ຍັງບໍ່ທັນແໜ້ນແຟ້ນ, ກົນໄກຍັງບໍ່ຈອດກັນ ເຮັດໃຫ້ເກີດມີສະພາບຜະລິດຫຼາຍ ແຕ່ພັດບໍ່ມີບ່ອນຈຳໜ່າຍ ເຮັດໃຫ້ປະຊາຊົນເສຍຜົນປະໂຫຍດ, ເສຍກຳລັງໃຈ ເພາະຕະຫຼາດບໍ່ຮັບປະກັນ. ສະນັ້ນ, ໃຫ້ເປັນເຈົ້າການປະສານສົມທົບກັບຂະແໜງການດັ່ງກ່າວ ຄົ້ນຄວ້າຫາທາງອອກຊ່ວຍປະຊາຊົນ, ຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ຢ່າງມີຈຸດສຸມ ໂດຍຕິດພັນກັບອຸດສາຫະກໍາປຸງແຕ່ງ, ຫຼຸດຂອດຂັ້ນການອອກອະນຸຍາດ, ມີການຈັດຕັ້ງສະຫະກອນກຸ່ມການຜະລິດ, ກົນໄກເສດຖະກິດຮ່ວມມື ຂອງປະຊາຊົນ ແລະ ຫຼາຍຮູບແບບເສດຖະກິດ, ຊ່ວຍແຫຼ່ງທຶນ, ສິນເຊື່ອ ແລະ ນະໂຍບາຍດ້ານໄຟຟ້າ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ຊອກຕະຫຼາດໃຫ້ກັບປະຊາຊົນ.

ການພັດທະນາຊົນນະບົດ ຖືເອົາການຜະລິດກະສິກໍາເປັນໝາກຫົວໃຈຂອງການພັດທະນາ, ຕ້ອງຮັບປະກັນຄວາມຍືນຍົງ ທາງດ້ານເສດຖະກິດ-ສັງຄົມ ແລະ ສະພາບແວດລ້ອມ, ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ. ໃນນີ້, ຊາວກະສິກອນ ສາມາດຮັບເອົາວິທະຍາການກະສິກຳທັນສະໄໝແລ້ວຈະເປັນກຳລັງຕົ້ນຕໍໃນການຂັບເຄື່ອນຂະບວນການພັດທະນາກະສິກຳ ແລະ ຊົນນະບົດ. ການຈັດຕັ້ງການຜະລິດ ແລະ ສ້າງສັງຄົມຊົນນະບົດໃຫ້ມີຄວາມເຂັ້ມແຂງ. ວຽກງານພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກແມ່ນໜ້າທີ່ຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ທັງແມ່ນໜ້າທີ່ຂອງທົ່ວສັງຄົມ. ດັ່ງນັ້ນ ມີຄວາມຈຳເປັນ ຕ້ອງປຸກລະດົມກຳລັງແຮງທັງຊາດ, ຂອງປະຊາຊົນ, ຜູ້ປະກອບການ, ນັກລົງທຶນ ແລະ ອົງການຈັດຕັ້ງ, ສະຖາບັນການເງິນພາຍໃນ, ການເງິນສາກົນ ແລະ ປະເທດເພື່ອນມິດ ເຂົ້າຮ່ວມໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢ່າງແຂງແຮງຕື່ມອີກ.

ເຖິງແນວໃດກໍດີ, ພາກກະສິກໍາລ້ວນແຕ່ມີບົດບາດສໍາຄັນຫຼາຍ ເພາະສະບຽງອາຫານ ເປັນອັນຫຼໍ່ລ້ຽງຊີວິດຂອງຄົນໃຫ້ມີສຸຂະພາບດີມີຊີວິດຍືນຍາວ “ໂຄງລ່າງຕັດສິນໂຄງບົນ ແລະ ກອງທັບເດີນດ້ວຍທ້ອງ”. ສະນັ້ນ, ໃນເງື່ອນໄຂໃໝ່ ຕໍ່ໜ້າສະພາບຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ-ເງິນຕາ, ການຜະລິດສະບຽງອາຫານ ຈຶ່ງຖືເປັນໜ້າທີ່ອັນດັບ 1 ຂອງທຸກຊັ້ນຄົນ ໂດຍຈະຕ້ອງພ້ອມກັນຫັນມາຈັດຕັ້ງປະຕິບັດແຜນງານຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານດ້ວຍການປະຕິບັດຄໍາຂັວນ ທີ່ວ່າ: “ກຸ້ມຕົນເອງເພິ່ງຕົນເອງ ຫຼື ດ້ວຍວຽກງານ 4 ປູກ- 4 ລ້ຽງ” ໃຫ້ຫຼາຍຂຶ້ນ. ເມື່ອເປັນຈັ່ງຊັ້ນ ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນ ຫຼື ບຸກຄົນ ທີ່ມີເງື່ອນໄຂ - ມີສະຖານທີ່ ທີ່ເໝາະສົມ ກໍຢ່ານິ້ງນອນເສີຍ ຕ້ອງມີສະບຽງອາຫານສໍາຮອງໄວ້ ຍິ່ງເປັນການດີ ເພື່ອຄໍ້າປະກັນໃຫ້ຄອບຄົວ ໄດ້ມີເຂົ້າປາ-ອາຫານໄວ້ບໍລິໂພກ ໃນຍາມຈໍາເປັນ, ທັງເປັນການສ້າງວັດທະນະທໍາໃນການອອກແຮງງານ, ຮູ້ປະຢັດ, ອາຫານທີ່ສະອາດ ສາມາດບໍລິໂພກໄດ້ທັນທີ ທັງປ້ອງກັນເຫດ ທີ່ພວກເຮົາອາດບໍ່ຮູ້ວ່າບັນຫານັ້ນໆ ມັນຈະເກີດເມື່ອໃດ?.

ເພີ່ມທະວີວຽກງານກະສິກໍາ ໃຫ້ກາຍເປັນການກະທຳຕົວຈິງ ແນໃສ່ໃຫ້ກຸ້ມການຜະລິດ ເພື່ອບໍລິ ໂພກໃນທົ່ວສັງຄົມ. ໃນນີ້, ຜູ້ໃດຫາກມີເນື້ອທີ່ໜ້ອຍ ກໍເຮັດເປັນສວນຄົວ, ເຮັດອ່າງລ້ຽງປາ ແລະ ສັດ ເຄິ່ງບົກ-ເຄິ່ງນ້ຳ. ສຳລັບຜູ້ທີ່ ມີເນື້ອທີ່ການຜະລິດກ້ວາງ ກໍນຳໃຊ້ດິນໃຫ້ເກີດປະໂຫຍດ ຈາກຕົ້ນທຶນການປູກ-ການລ້ຽງນ້ອຍໆ ສູ່ການຜະລິດໃຫຍ່ ທີ່ນໍາໃຊ້ເຕັກໂນໂລຊີ-ວິຊາການທີ່ດີ ດ້ວຍແຫຼ່ງທຶນຂອງຕົນ ແລະ ກ້າວສູ່ການກູ້ຢືມທຶນຮອນ ເພື່ອການຜະລິດດອກເບ້ຍຕ່ຳໄລຍະຍາວ ຈາກທະນາຄານ ພາຍໃຕ້ເງື່ອນໄຂແຫຼ່ງທຶນການສົ່ງເສີມຈຸລະວິສາຫະກິດ-ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ຮັບປະກັນແຜນງານຄໍ້າປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ ເພື່ອບໍລິໂພກ ແລະ ໃຫ້ກາຍເປັນສິນຄ້າ ບົນພື້ນຖານການແກ້ບັນຫາການນຳເຂົ້າສິນຄ້າປະເພດສະບຽງອາຫານຈາກຕ່າງປະເທດ ເຮັດໃຫ້ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນຊັ້ນຄົນຕ່າງໆ ໄດ້ຮັບຜົນປະໂຫຍດ ແລະ ຮັ່ງມີສີສຸກ ປະກອບສ່ວນ ເຂົ້າໃນການແກ້ໄຂບັນຫາບອບບາງທາງດ້ານເສດຖະກິດ, ການເງິນ- ເງິນຕາ ໃຫ້ຫຼຸດໜ້ອຍລົງ ແລະ ກ້າວສູ່ສະພາບປົກກະຕິໃນຕໍ່ໜ້າ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມຄົ້ນຄວ້າກວດກາການສະເໜີຂໍອະໄພຍະໂທດຂອງນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ

ກອງປະຊຸມຄົ້ນຄວ້າກວດກາການສະເໜີຂໍອະໄພຍະໂທດຂອງນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ

ໃນວັນທີ 13 ພະຈິກ 2025 ທີ່ຜ່ານມາ ກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ກວດກາການສະເໜີຂໍອະໄພຍະໂທດຂອງນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ ເພີ່ມເຕີມ ໂດຍການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ, ຮອງຫົວໜ້າກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ມີຜູ້ເຂົ້າຮ່ວມຈາກຫ້ອງວ່າການສໍານັກງານປະທານປະເທດ, ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທໍາ, ສານປະຊາຊົນສູງສຸດ ແລະ ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.
ເມືອງເງິນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2025

ເມືອງເງິນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2025

ວັນທີ 14 ພະຈິກຜ່ານມານີ້, ຢູ່ທີ່ຜາມໄຊອ່າງເກັບນໍ້າຫ້ວຍນານ້ອຍ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ໄດ້ປິດການແຂ່ງຂັນຊ່ວງເຮືອປະຈຳປີ 2025 ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານອາເມຊົງ ເຢ້ຍເລັງກໍາມະການປະຈໍາພັກແຂວງ ຫົວໜ້ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ຜູ້ຊີ້ນໍາອົງການປົກຄອງເມືອງເງິນ, ມີບັນດາການນຳຂັ້ນແຂວງ, ອົງການປົກຄອງເມືອງ, ເມືອງອ້ອມຂ້າງ, ອຳເພີສະເຫຼີມພະກຽດ, ອໍາເພີທຸງຊ້າງ,ອໍາເພີບໍ່ເກືອຈາກລາຊາອານາຈັກໄທ ຕະຫຼອດຮອດມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໄຟຟ້າຫົງສາ ສະໜັບສະໜູນງານປະເພນີແຂ່ງເຮືອ ເມືອງເງິນ ປະຈໍາປີ 2025

ໄຟຟ້າຫົງສາ ສະໜັບສະໜູນງານປະເພນີແຂ່ງເຮືອ ເມືອງເງິນ ປະຈໍາປີ 2025

ບໍລິສັດໄຟຟ້າຫົງສາ ຈໍາກັດ ຮ່ວມເປັນສ່ວນໜຶ່ງໃນການສືບສານ ງານປະເພນີບຸນຊ່ວງເຮືອ ເມືອງເງິນ ແຂວງໄຊຍະບູລີ ເຊິ່ງເປັນວັດທະນະທໍາເກົ່າແກ່ ທີ່ສະທ້ອນເຖິງຄວາມຊັດທາ, ຄວາມສາມັກຄີ ແລະ ຄວາມຜູກພັນຂອງຊຸມຊົນ.
3 ອົງການຈັດຕັ້ງມະຫາຊົນ, ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອຕ້ານໄພນໍ້າຖ້ວມໃຫ້ແກ່ແຂວງ ໄຊສົມບູນ.

3 ອົງການຈັດຕັ້ງມະຫາຊົນ, ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອຕ້ານໄພນໍ້າຖ້ວມໃຫ້ແກ່ແຂວງ ໄຊສົມບູນ.

ໃນວັນທີ 12-13 ພະຈິກ 2025, ທ່ານ ນ. ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ແລະ 3 ອົງການຈັດຕັ້ງມະຫາຊົນ ໄປເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ແຂວງໄຊສົມບູນ. ໃນພິທີມອບ-ຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 12 ພະຈິກ 2025 ທີ່ ຫ້ອງວ່າການປົກຄອງແຂວງ ໄຊສົມບູນ, ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ ນ. ຟອງສະໝຸດ ອັ່ນລາວັນ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນຈາກກະຊວງການຕ່າງປະເທດ ແລະ ແຂວງໄຊສົມບູນ ເຂົ້າຮ່ວມ ເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນການປະກອບສ່ວນຂອງພະນັກງານກະຊວງການຕ່າງປະເທດທີ່ຢູ່ພາຍໃນ ແລະ ຕ່າງປະເທດ ແລະ ການລະດົມຂົນຂວາຍຈາກພີ່ນ້ອງຄົນເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ. ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີ ເງິນສົດຈຳນວນ 300 ລ້ານກີບ, ເຂົ້າສານ 900 ກວ່າກິໂລ, ເຄື່ອງນຸ່ງຮົ່ມ 20 ແກັດ ພ້ອມດ້ວຍເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ ເພື່ອນໍາໄປຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນເສຍຫາຍ ຢູ່ແຂວງໄຊສົມບູນໃນທ້າຍປີ 2024 ແລະ ເດືອນກັນຍາ 2025 ຜ່ານມາ.
ເມືອງຫຼວງນໍ້າທາ ສະຫຼອງວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ເມືອງຫຼວງນໍ້າທາ ສະຫຼອງວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ໃນວັນທີ 14 ພະຈິກນີ້ ຢູ່ທີ່ເດີນໜ້າຫ້ອງວ່າການເມືອງຫຼວງນໍ້າທາ, ຫ້ອງການແຮງງານ ແລະ ສະຫວັດດີການສົງຄົມເມືອງ ສົມທົບກັບ ອົງການຈັດຕັ້ງສະຫະພັນແມ່ຍິງເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງ, ມີພາກສ່ວນກ່ຽວຂ້ອງ ອ້ອມຂ້າງເມືອງເຂົ້າຮ່ວມ.
ພິທີເຊັນສັນຍາ ໂຄງການປັບເດີ່ນ ແລະ ກໍ່ສ້າງກຳແພງ ຫ້ອງການສະພາປະຊາຊົນແຂວງວຽງຈັນ ຫຼັງໃໝ່.

ພິທີເຊັນສັນຍາ ໂຄງການປັບເດີ່ນ ແລະ ກໍ່ສ້າງກຳແພງ ຫ້ອງການສະພາປະຊາຊົນແຂວງວຽງຈັນ ຫຼັງໃໝ່.

ວັນທີ 15 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງວຽງຈັນ ໄດ້ຈັດພິທີເຊັນສັນຍາ ໂຄງການປັບເດີ່ນ ແລະ ກໍ່ສ້າງກຳແພງ ຫ້ອງການສະພາປະຊາຊົນແຂວງວຽງຈັນ ຫຼັງໃໝ່ ລະຫວ່າງ ທ່ານ ຄຳຫຼ້າ ສີສຸວົງ ເລຂາທິການ ສະພາປະຊາຊົນແຂວງ ຕາງໜ້າໃຫ້ ສະພາປະຊາຊົນແຂວງວຽງຈັນ ແລະ ທ່ານ ນົບພະຈອນ ບຸນວິໄລ ປະທານບໍລິສັດ ວິໄລໂຊກ ພັດທະນາຄົບວົງຈອນ ຈຳກັດຜູ້ດຽວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ, ມີພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ເພີ່ມເຕີມ