ກະຊວງ ອຄ ປະດັບຫຼຽນ ໃຫ້ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ງານວາງສະແດງໂລກ 2020

ກະຊວງ ອຄ ປະດັບຫຼຽນ ໃຫ້ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ງານວາງສະແດງໂລກ 2020
ໃນວັນທີ 20 ຕຸລາ ຜ່ານມາ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດຕັ້ງພິທີປະດັບຫຼຽນໄຊແຮງງານ ຊັ້ນ 2, ຊັ້ນ 3, ຫຼຽນກາແຮງງານ ແລະ ໃບຍ້ອງຍໍ ໃຫ້ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າຮ່ວມງານວາງສະແດງໂລກ ປະຈຳປີ 2020 ຢູ່ດູໄບ (ສະຫະລັດ ອາຣັບ ເອເມເຣດ). ຕາງໜ້າມອບໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະ ຊວງອຸດສາຫະກຳ ແລະ ການຄ້າ ໂດຍມີ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ສົມວິໄຊ ວົງທິລາດ ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານໃຫ້ຮູ້ວ່າ: ງານວາງສະແດງໂລກ ໄດ້ກຳນົດຈັດຂຶ້ນທຸກໆ 5 ປີ, ມີໄລຍະເວລາໃນການຈັດງານ 6 ເດືອນ ແລະ ໃນແຕ່ລະຄັ້ງ ຈະມີຫົວຂໍ້ຫຼັກຂອງງານທີ່ແຕກຕ່າງກັນ. ສຳລັບ ສປປ ລາວ ໄດ້ເລີ່ມເຂົ້າຮ່ວມງານວາງສະແດງໂລກມາແລ້ວ ທັງໝົດ 5 ຄັ້ງ ຄື: ຄັ້ງທີ 1 ໃນປີ 2000 ຢູ່ ປະເທດເຢຍລະມັນ, ຄັ້ງທີ 2 ໃນປີ 2005 ຢູ່ຍີ່ປຸ່ນ, ຄັ້ງທີ 3 ໃນປີ 2010 ຢູ່ ສປ ຈີນ, ຄັ້ງທີ 4 ໃນປີ 2015 ຢູ່ອີຕາລີ ແລະ ຄັ້ງທີ 5 ໃນປີ 2020 ຢູ່ດູໄບ. ສ່ວນຄັ້ງທີ 6 ຄາດວ່າ ຈະຈັດຂຶ້ນ ໃນລະຫວ່າງເດືອນເມສາ ຫາ ຕຸລາ 2025 ຢູ່ໂອຊາກາ ປະເທດຍີ່ປຸ່ນ. ຈຸດປະສົງຂອງການເຂົ້າຮ່ວມງານວາງສະແດງໂລກ ໃນຄັ້ງນີ້ ເພື່ອເປັນເວທີໃນການນໍາສະເໜີ ເອກະລັກພາບພົດອັນພົ້ນເດັ່ນ, ສະພາບການພັດທະນາເສດຖະກິດ-ສັງຄົມ, ໂຄສະນາເຜີຍແຜ່ວັດທະນະທໍາອັນດີງາມ ຂອງປະເທດເຮົາສູ່ສາກົນ, ທັງເປັນການດຶງດູດການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ, ພ້ອມທັງເປັນເວທີ ແລກປ່ຽນຂໍ້ມູນຂ່າວ ສານ ຊຶ່ງກັນ ແລະ ກັນ ລະຫວ່າງປະເທດທີ່ເຂົ້າຮ່ວມງານ.
ງານວາງສະແດງໂລກ ປະຈຳປີ 2020 ຈັດຂຶ້ນພາຍໃຕ້ຫົວຂໍ້ “ການເຊື່ອມສານສາຍໃຈ ເພື່ອອະນາຄົດທີ່ສົດໃສ’’(Connecting Minds,Creating the Future) ຊຶ່ງມີບັນດາປະເທດ ແລະ ອົງການຈັດຕັ້ງສາກົນຂັ້ນຕ່າງໆເຂົ້າຮ່ວມ ທັງໝົດ 192 ພາກສ່ວນ ລວມທັງ 10 ປະເທດສະມາຊິກອາຊຽນ. ສຳລັບ ສປປ ລາວ ໄດ້ນຳເອົາສິນຄ້າທ່າແຮງ, ສິນຄ້າທີ່ພົ້ນເດັ່ນ ເປັນຕົ້ນ ຜະລິດຕະພັນຫັດຖະກຳ, ຜ້າ                         ໄໝ, ແຜ່ນແພ, ເຟີນີເຈີ, ຂອງຕົບແຕ່ງບ້ານ, ເຄື່ອງຂອງທີ່ລະລຶກ ແລະ ອື່ນໆ ເຂົ້າຮ່ວມວາງສະແດງ.ນອກຈາກນັ້ນ, ຍັງມີ ຜະລິດຕະພັນກະສິກຳ ແລະ ກະສິກຳປຸງແຕ່ງ ເຊັ່ນ: ກາເຟສຳເລັດຮູບ, ຊາ, ເຂົ້າ, ໄມ້ເກດສະໜາ ແລະ ອື່ນໆ ມີມູນຄ່າປະມານ 25.000 ໂດລາ ແລະ ສາມາດຂາຍສິນຄ້າຕົວຢ່າງໄດ້ປະມານ 15.000 ໂດລາ ຊຶ່ງລວມມີ ຜະລິດຕະພັນຫັດຖະກໍາຜ້າໄໝ, ແຜ່ນແພ, ເຄື່ອງທີ່ລະລຶກ, ຜະລິດຕະພັນກາເຟດາວເຮືອງ ເຊັ່ນ: ໝາກໄມ້ອົບແຫ້ງ ແລະ ກາເຟສຳເລັດຮູບ, ໄມ້ເກດສະໜາ ແລະ ອື່ນໆ. ນອກຈາກນັ້ນ ຕະຫຼອດໄລຍະຂອງງານ ຍັງໄດ້ຮັບການສັ່ງຊື້ໄມ້ເກດສະໜາ ຈາກຜູ້ຊື້ທີ່ນະຄອນດູໄບ ຈຳນວນ 280.000 ໂດລາ.
ສຳລັບທິດທາງແຜນການໃນຕໍ່ໜ້າ ເພື່ອເປັນຍົກສູງບົດບາດການນຳພາຂອງພັກ-ລັດຈະໄດ້ສືບຕໍ່ກະກຽມເຂົ້າຮ່ວມງານວາງສະແດງໂລກ EXPO 2025 Osaka ຊຶ່ງມີແຜນຈະຈັດຂຶ້ນ ໃນລະຫວ່າງວັນທີ 13 ເມສາ ຫາ 13 ຕຸລາ 2025 ຢູ່ໂອຊາກາ ປະເທດຍີ່ປຸ່ນ ໃຫ້ປະສົບຜົນສຳເລັດຕາມຄາດໝາຍ, ກອງເລຂາຈະສືບຕໍ່ປະສານກັບເຈົ້າພາບງານ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງລາວ ໂດຍສະເພາະຕ້ອງໄດ້ກະກຽມຈັດກອງປະຊຸມ ຮ່ວມກັບພາກສ່ວນກ່ຽວຂ້ອງ ເພື່ອປຶກສາຫາລືຊຸກຍູ້ສົ່ງເສີມ ແລະ ລະດົມແນວຄວາມຄິດ ໃນການເຂົ້າຮ່ວມງານວາງສະແດງດັ່ງກ່າວ. ປັດຈຸບັດ ໄດ້ມີຄະນະຮັບຜິດຊອບຊີ້ນໍາລະດັບ                                                       ຊາດ, ແຕ່ງຕັ້ງຜູ້ຕາງໜ້າລັດຖະບານ, ຄະນະກອງເລຂາປະສານງານ, ງົບປະມານໃຊ້ຈ່າຍ, ການລະດົມການສະໜັບສະໜູນ ແລະ ຮ່ວມມືດ້ານຕ່າງໆ ຈາກບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ແລະ ໜ້າວຽກອື່ນໆ ໃຫ້ທ່ວງທັນຕາມການກໍານົດຂອງປະເທດເຈົ້າພາບ.
                       ຂ່າວ: ຂປລ,ພາບ: ອຄ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ