ກະຊວງການເງິນວາງວິໃສທັດຮອດປີ 2030 ຫັນຫຼາຍວຽກຈຸດສຸມເປັນທັນສະໄໝ

ກະຊວງການເງິນວາງວິໃສທັດຮອດປີ 2030 ຫັນຫຼາຍວຽກຈຸດສຸມເປັນທັນສະໄໝ
ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນວາລະດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ກໍລະກົດນີ້, ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ສັນຕິພາບ ພົມວິຫານ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງເກັບລາຍຮັບງົບປະມານ ໂດຍການຫັນເປັນທັນສະໄໝ ມີຄວາມຄືບໜ້າ, ຂໍ້ຫຍຸ້ງຍາກ ແລະ ບັນຫາຄົງຄ້າງຄືແນວໃດ? ຈະມີມາດຕະການແນວໃດແກ້ໄຂບັນຫາດັ່ງກ່າວໃຫ້ສໍາເລັດຕາມແຜນການ.

ກະຊວງການເງນວາງວໃສທດຮອດປ 2030 ຫນຫາຍວຽກຈດສມເປນທນສະໄໝ - image 1
 

ທ່ານໄດ້ຊີ້ແຈງວ່າ: ໄລຍະກ່ອນການເກັບລາຍຮັບຫັນເປັນທັນສະໄໝ ສ່ວນໃຫຍ່ໄດ້ເກັບລາຍຮັບເປັນເງິນສົດ ພາຍຫຼັງກະຊວງການເງິນໄດ້ສຸມໃສ່ຫັນເປັນທັນສະໄໝນັບແຕ່ປີ 2020 ເປັນຕົ້ນມາ ບວກກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະຄຳສັ່ງເລກທີ 18/ນຍ ແລະ ດຳລັດເລກທີ 205 ຮອດປັດຈຸບັນ, ອັດຕາສ່ວນການຈັດເກັບລາຍຮັບຜ່ານລະບົບທະນາຄານ ເຄື່ອງມືທັນສະໄໝອື່ນໆກວມເອົາ 95% ແລະ ເກັບເປັນເງິນສົດມີພຽງ 5% ຂອງລາຍຮັບທັງໝົດ. ອີງຕາມວິໃສທັດຮອດປີ 2030 ຂອງກະຊວງການເງິນ ການປະຕິບັດການຄຸ້ມຄອງການເງິນ ພາກລັດປະກອບມີ 3 ໄລຍະ, ປັດຈຸບັນຢູ່ໃນໄລຍະຕົ້ນຂອງໄລຍະທີ 3. ໄລຍະຜ່ານມາ, ການຈັດຕັ້ງປະຕິບັດວຽກງານ ການຫັນເປັນທັນສະໄໝແມ່ນອີງໃສ່ມະຕິຂອງລັດຖະບານ ສະບັບເລກທີ 09/ລບ, ລົງວັນທີ 8 ຕຸລາ 2021 ວ່າດ້ວຍການຮັບຮອງແຜນການຈັດຕັ້ງປະຕິບັດຕົວຈິງກ່ຽວກັບການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານເປັນທັນສະໄໝ 5 ປີ (2021-2025) ແລະ ມະຕິ 04/ລບ, ລົງວັນທີ 23 ມີນາ 2026 ວ່າດ້ວຍການຮັບຮອງແຜນການຫັນລາຍຮັບເປັນທັນສະໄໝໄລຍະ 5 ປີ (2026-2030) ປະກອບມີ 5 ແຜນວຽກຈຸດສຸມ ແລະ 15 ໜ້າວຽກທີ່ສຳຄັນ. ໃນນັ້ນເປັນການພັດທະນາໃໝ່ 23 ໜ້າວຽກ ຍົກລະດັບ 22 ໜ້າວຽກ ແລະ ຜັນຂະຫຍາຍ 10 ໜ້າວຽກ, ກະຊວງການເງິນໄດ້ກຳນົດຄາດໝາຍ ຜົນສຳເລັດໃນແຕ່ລະປີຄື: ປີ 2026 ໃຫ້ສຳເລັດ 25%, ປີ 2027 ໃຫ້ສຳເລັດ 60%, ປີ 2028 ໃຫ້ສຳເລັດ 80% ແລະ ປີ 2029 ໃຫ້ສຳ ເລັດ 95% ແລະ ປີ 2030 ໃຫ້ສຳເລັດ 100%.

ຜ່ານການຈັດຕັ້ງປະຕິບັດໃນໄລຍະ 6 ເດືອນຕົ້ນປີ 2026 ສາມາດຕີລາຄາແຜນການຈັດຕັ້ງປະຕິບັດບັນດາແຜນວຽກຈຸດສຸມດັ່ງກ່າວໄດ້ 12% ຂອງແຜນປີ 2026 ແລະ ສາມາດສັງລວມຜົນສຳເລັດ ແລະ ມາດຕະການຈັດຕັ້ງປະຕິບັດດັ່ງນີ້: ຜົນສຳເລັດດ້ານລາຍຮັບດ້ານການສົ່ງອອກ-ນໍາເຂົ້າສິນຄ້າ, ໄລຍະຜ່ານມາຂະແໜງ ພາສີໄດ້ນໍາໃຊ້ຫຼາຍໂມດູນກະແຈກກະຈາຍ ຈຶ່ງໄດ້ຍົກລະດັບ ແລະ ຫັນມານໍາໃຊ້ລະບົບພາສີທັນສະໄໝ ລວມສູນ (Smart Customs) ທີ່ເປັນການລວມສູນບັນດາໂມດຸນທັງໝົດ ໃຫ້ສາມາດແລກປ່ຽນຂໍ້ມູນແບບອີເລັກໂຕຣນິກ, ຫຼີກລ່ຽງການປ້ອນຂໍ້ມູນຊໍ້າຊ້ອນ, ຊ່ວຍໃຫ້ຜູ້ປະກອບມີຄວາມສະດວກໃນການແຈ້ງພາສີລ່ວງໜ້າ, ເຈົ້າໜ້າທີ່ພາສີ ສາມາດດໍາເນີນການກວດກາ, ບໍລິຫານຄວາມສ່ຽງກ່ອນສິນຄ້າມາຮອດດ່ານ ແລະ ດໍາເນີນການກວດປ່ອຍສິນຄ້າໄດ້ໄວ.

ການຫັນເປັນທັນສະໄໝຂອງຂະແໜງພາສີ ສາມາດເກັບລາຍຮັບໄດ້ ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 3 ປີຜ່ານມາ, ທຽບໄລຍະດຽວກັນ ສະເລ່ຍ ປີລະ 34%, ປັດຈຸບັນ, ນໍາໃຊ້ຢູ່ນະຄອນຫຼວງວຽງຈັນ ແລະ ຈະຜັນຂະຫຍາຍໄປຂອບເຂດທົ່ວປະເທດ.

ພາຍຫຼັງການຜັນຂະຫຍາຍ ແລະ ນໍາໃຊ້ລະບົບຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນ (TaxRIS) ທີ່ ມີບັນດາຫົວໜ່ວຍວິສາຫະກິດຫຼາຍກວ່າ 195,000 ຫົວໜ່ວຍ, ເຮັດໃຫ້ສາມາດຄຸ້ມຄອງ ຕິດຕາມເກັບລາຍຮັບຜ່ານລະບົບໄດ້ເພີ່ມຂຶ້ນ 251% ທຽບໃສ່ກ່ອນການນໍາໃຊ້ລະບົບ ຫຼື ເພີ່ມຂຶ້ນສະເລ່ຍຫຼາຍກວ່າ 20% ໃນແຕ່ລະປີ; ການເກັບອາກອນຈາກການຄ້າທາງເອເລັກໂຕນິກ (Digital Tax) ໂດຍສະເພາະການລົງທະບຽນຂອງຫົວ ໜ່ວຍທີ່ບໍ່ມີທີ່ຕັ້ງຢູ່ປະເທດລາວ (Microsoft, FaceBook, Youtube, Netfix ແລະ ອື່ນໆ) ທີ່ໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ທ້າຍປີ 2024 ເປັນຕົ້ນມາ ສາມາດເກັບລາຍຮັບໄດ້ປະມານ 12 ລ້ານໂດລາ; ໄດ້ສຳເລັດການຜັນຂະຫຍາຍລະບົບຄຸ້ມຄອງໃບເກັບເງິນອາກອນເອເລັກໂຕຣນິກ (E-Tax Invoice) ຢູ່ 4 ແຂວງ ຄື: ແຂວງວຽງຈັນ (ເມືອງວັງວຽງ), ແຂວງຫຼວງພະບາງ (ນະຄອນຫຼວງພະບາງ), ແຂວງຈຳປາສັກ (ເສັ້ນທາງເລກ 16) ແລະ ນະຄອນຫຼວງວຽງຈັນ, ສາມາດເກັບລາຍຮັບເພີ່ມຂຶ້ນໄດ້ 25 ຕື້ກວ່າກີບ. ຖ້າຫາກສາມາດຜັນຂະຫຍາຍ ແລະ ນໍາໃຊ້ຢ່າງເປັນລະບົບກັບທຸກຫົວໜ່ວຍທຸລະກິດ ຈະເຮັດໃຫ້ລາຍຮັບຂອງທ້ອງຖິ່ນເພີ່ມຂຶ້ນ ແລະ ເກີນແຜນ, ພ້ອມທັງເປັນການປັບປຸງການຖືບັນຊີທີ່ຖືກຕ້ອງ ແລະ ເປັນເງື່ອນໄຂໃຫ້ຫົວໜ່ວຍທຸລະກິດເຂົ້າເຖິງສິນເຊື່ອ ຜ່ານກອງທຶນເພື່ອການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ໄດ້ເພີ່ມຂຶ້ນ. ສຳເລັດການເຊື່ອມຕໍ່ຖານຂໍ້ມູນທີ່ດິນແຫ່ງຊາດ ກັບລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ, ສາມາດດຶງຂໍ້ມູນຕອນດິນໄດ້ 2 ລ້ານກວ່າຕອນ ແລະ ສຳເລັດການກຳນົດທີ່ຕັ້ງຂອງຕອນດິນ 1.4 ລ້ານຕອນ. ປະຊາຊົນສາມາດນໍາໃຊ້ແອັບປະເພດການນໍາໃຊ້ທີ່ດິນ (ປັກມຸດ) ແລະ ຊຳລະຜ່ານທະນາຄານໄດ້. ປັດຈຸບັນ, ເພື່ອເອກະພາບກັນຕໍ່ກົນໄກການຄຸ້ມຄອງ ຄ່າທໍານຽມ, ຄ່າບໍລິການ ໃນການນໍາໃຊ້ລະບົບທີ່ດິນແບບລວມສູນທັນສະໄໝ, ພ້ອມທັງການເກັບອາກອນທີ່ດິນປະຈຳປີ (ທີ່ຍັງຄ້າງ) ແລະ ອາກອນລາຍໄດ້ຈາກການຊື້-ຂາຍທີ່ດິນ, ຊຶ່ງຈະໄດ້ເລີ່ມຈັດຕັ້ງປະຕິບັດໃນໄຕມາດທີ III, 2026.

ການຜັນຂະຫຍາຍລະບົບດັ່ງກ່າວ, ສາມາດຫັນການເກັບຄ່າທໍານຽມ, ຄ່າບໍລິການ ແລະ ກອງທຶນຕ່າງໆ ຢູ່ຈຸດດຽວເຂົ້າບັນຊີຄັງເງິນແຫ່ງລັດແບບລວມສູນ ແລະ ມີຜົນສໍາເລັດທີ່ພົ້ນເດັ່ນດັ່ງນີ້: ສຳເລັດການຜັນຂະຫຍາຍລະບົບ ຢູ່ 15 ດ່ານສາກົນ (ເພີ່ມໃໝ່ 6 ດ່ານສາກົນ ໃນໄລຍະ 6 ເດືອນຕົ້ນປີ 2026) ແລະ ສືບຕໍ່ຜັນຂະຫຍາຍໃຫ້ສຳເລັດ 12 ດ່ານສາກົນເປົ້າໝາຍພາຍໃນປີ 2026 ແລະ ຈະສືບຕໍ່ຜັນຂະຫຍາຍໄປບັນດາກົມ ແລະ ຂະແໜງ ການອື່ນໆ. ຂ່າວ: ພູວັນ; ພາບ: ສຳນານ

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເພີ່ມເຕີມ