ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ວິສາຫະກິດຈີນ ອາຊີ-ໂປຕາສ ສາກົນ ຊ່ວຍສະໜັບສະໜູນປະເທດເຂັ້ມແຂງດ້ານການສຶກສາ: ກອງທຶນການສຶກສາລາວໄດ້ເບີກຈ່າຍ ງວດທໍາອິດ ຈໍານວນ 700,000 ໂດລາ

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ວິສາຫະກິດຈີນ ອາຊີ-ໂປຕາສ ສາກົນ ຊ່ວຍສະໜັບສະໜູນປະເທດເຂັ້ມແຂງດ້ານການສຶກສາ: ກອງທຶນການສຶກສາລາວໄດ້ເບີກຈ່າຍ ງວດທໍາອິດ ຈໍານວນ 700,000 ໂດລາ
ເມື່ອບໍ່ດົນມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນວັນຄູແຫ່ງຊາດ ແລະ ຊີ້ໃຫ້ເຫັນວ່າ: “ໃນປະຫວັດແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ກໍລ້ວນແຕ່ຮຽກຮ້ອງໃຫ້ມີຊັບພະຍາກອນມະນຸດທີ່ມີຄວາມຮູ້, ຄວາມສາມາດ, ມີແບບແຜນການດຳລົງຊີວິດທີ່ປອດໄສ, ມີຄຸນສົມບັດສິນທຳປະຕິວັດທີ່ໜັກແໜ້ນ. ຢາກເຮັດໄດ້ຄືແນວນັ້ນ, ຄູ-ອາຈານ ຂອງພວກເຮົາ ທີ່ຢູ່ ບັນດາສະຖານການສຶກສາ, ໃນໂຮງຮຽນ ແລະ ນອກໂຮງຮຽນ ຍິ່ງຈະຕ້ອງໄດ້ເສີມຂະຫຍາຍ ການຮຽນຮູ້ຂອງຕົນເອງ ໃຫ້ກ້າວທັນກັບການປ່ຽນແປງ ຂອງສາກົນກວ່າເວລາໃດໝົດ. ໃນສະພາບການທີ່ມີ ຄວາມທ້າທາຍຫຼາຍຢ່າງ ຕໍ່ຂະແໜງສຶກສາທິການ ແລະ ກິລາ, ພວກເຮົາບໍ່ອາດຈະປະໃຫ້ຄູປະເຊີນກັບສິ່ງທ້າທາຍນັ້ນພຽງລຳພັງໄດ້. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນໃນທົ່ວສັງຄົມຈະຕ້ອງໄດ້ໃຫ້ການຮ່ວມມື ແລະ ເຮັດວຽກຮ່ວມກັນ”.
ໃນວັນທີ 27 ຕຸລາ 2023, ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ (ຕໍ່ໄປນີ້ເອີ້ນຫຍໍ້ວ່າ: ກະຊວງສຶກສາ) ໄດ້ຮ່ວມກັບ ອາຊີ-ໂປຕາສ ສາກົນ ແລະ ບໍລິສັດໃນເຄືອ ຊີໂນ-ອາກຣີ ໂປຕາສ ຈໍາກັດ, ສໍາເລັດການຈັດ “ພິທີມອບທຶນຊ່ວຍເຫຼືອການສຶກສາ 2023-2024”. ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາການນຳຂັ້ນສູງ ແລະ ບັນດາສື່ມວນຊົນ; ທຶນຊ່ວຍເຫຼືອຊຸດທໍາອິດ ຈໍານວນ 700,000 ໂດລາ ຂອງກອງທຶນການສຶກສາທີ່ບໍລິສັດສ້າງຕັ້ງຂຶ້ນ ໄດ້ມອບໃຫ້ກະຊວງສຶກສາທິການຢ່າງເປັນທາງການ. ຮອງເຈົ້າແຂວງແຂວງເຊກອງ, ຮອງເຈົ້າແຂວງສາລະວັນ, ຮອງເຈົ້າແຂວງຊຽງຂວາງ, ຫົວໜ້າພະແນກສຶກສາແຂວງທີ່ກ່ຽວຂ້ອງ, ລວມທັງການນໍາທີ່ກ່ຽວຂ້ອງຂອງຝ່າຍສະໜອງທຶນ ອາຊີ-ໂປຕາສ ສາກົນ ໄດ້ເຂົ້າຮ່ວມໃນພິທີມອບທຶນຊ່ວຍເຫຼືອໃນຄັ້ງນີ້; ໂທລະພາບແຫ່ງຊາດລາວ, ໜັງສືພິມປະຊາຊົນ, ໜັງສືພິມວຽງຈັນທາມດັ່ງທີ່ຮູ້ກັນດີແລ້ວວ່າ, ກອງທຶນການສຶກສາໄດ້ສ້າງຕັ້ງຂຶ້ນໃນວັນທີ 1 ທັນວາ 2022, ເປັນກອງທຶນການສຶກສາ ທີ່ລົງນາມຮ່ວມກັນໂດຍກະຊວງສຶກສາທິການ ແລະ ກິລາ ແລະ ອາຊີ-ໂປຕາສ ສາກົນ ເຊິ່ງໄດ້ຮັບການສະ ໜັບສະໜູນທຶນເຕັມຈໍານວນຈາກ ບໍລິສັດ ອາຊີ-ໂປຕາສ ສາກົນ. ເຊິ່ງຈະສືບຕໍ່ຮັກສາການຊ່ວຍເຫຼືອໃນແຕ່ລະປີ 350,000 ໂດລາສະຫະລັດ, ເປັນກອງທຶນການສຶກສາແຫ່ງທໍາອິດຂອງລາວ, ທັງເປັນທຶນການສຶກສາສະເພາະຈໍານວນຫຼາຍທີ່ວິສາຫະກິດຈີນຊ່ວຍເຫຼືອຢູ່ລາວ. ອາຊີ-ໂປຕາສ ສາກົນ ກ່າວວ່າ ບໍລິສັດມີຄວາມກະຕັນຍູສະເໝີມາ ແລະ ມຸ້ງເນັ້ນເພື່ອເປັນ “ຜູ້ຊ່ວຍແຮງ” ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ; ໂດຍສະເພາະແມ່ນໄດ້ເອົາໃຈໃສ່ການພັດທະນາວຽກງານການສຶກສາ, ເຊິ່ງກອງທຶນການສຶກສານີ້ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຊ່ວຍໜູນຜູ້ທີ່ເຮັດວຽກດ້ານການສຶກສາໃນເຂດທຸກຍາກ, ນັກສຶກສາທີ່ທຸກຍາກໃນສະຖາບັນການສຶກສາ ແລະ ກໍ່ສ້າງຜູ້ມີຄວາມຮູ້ດ້ານເຕັກນິກວິຊາຊີບ. ຖືເອົາການປະຕິບັດຕົວຈິງ ເພື່ອແກ້ໄຂຄວາມຫຍຸ້ງຍາກທີ່ສຸດໃນພາລະກິດການສຶກສາ, ໃຫ້ການຮັບປະກັນດ້ານການເງິນ ແລະ ການສະໜັບສະໜູນການພັດທະນາວຽກງານການສຶກສາໃນ ສປປ ລາວ. ກອງທຶນດັ່ງກ່າວລວມມີ 3 ໂຄງການຊ່ວຍເຫຼືອຕົ້ນຕໍຄື: ໂຄງການທີ 1 ແມ່ນ “ທຶນຊ່ວຍເຫຼືອຄູ ອາຊີ-ໂປຕາສ ສາກົນ”, ເຊິ່ງເນັ້ນໃສ່ການຊ່ວຍເຫຼືອຄູອາຈານໃນເຂດທຸກຍາກ ແລະ ຄູທີ່ໄດ້ປະກອບສ່ວນເຂົ້າໃນການສິດສອນແຕ່ບໍ່ມີເງິນເດືອນ; ໂຄງການທີ 2 ແມ່ນ ”ກອງທຶນການສຶກສາ ອາຊີ-ໂປຕາສ ສາກົນ” ເຊິ່ງເນັ້ນໃສ່ການຊ່ວຍເຫຼືອນັກສຶກສາທີ່ທຸກຍາກຂອງ ສປປ ລາວ ໃນໂຮງຮຽນສາມັນສຶກສາ, ວິທະຍາໄລ ຫຼື ມະຫາວິທະຍາໄລ; ໂຄງການທີ 3 ແມ່ນ "ກອງທຶນອາຊີວະສຶກສາ ອາຊີ-ໂປຕາສ ສາກົນ", ເຊິ່ງເນັ້ນໃສ່ການຊ່ວຍເຫຼືອນັກວິຊາການ ແລະ ວຽກງານຄົ້ນຄ້ວາວິໄຈທີ່ມີຄວາມຈໍາເປັນເລັ່ງດ່ວນຂອງສະຖາບັນອາຊີວະສຶກສາໃນ ສປປ ລາວ.
ໃນພິທີ, ກະຊວງສຶກສາທິການ ແລະ ກິລາ ໄດ້ມອບໃບກຽດຕິຄຸນໃຫ້ແກ່ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ພ້ອມທັງອ່ານເຜີຍແຜ່ “ບົດແນະນໍາໂຄງການກອງທຶນຊ່ວຍເຫຼືອຄູ ແລະ ນັກຮຽນ ຂອງກະຊວງສຶກສາທິການ ແລະ ກິລາ”. ທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວວ່າ “ກອງທຶນຊ່ວຍເຫຼືອຊຸດທໍາອິດ ຈະຖືກທົດລອງປະຕິບັດຢູ່ພາກກາງ, ພາກເໜືອ ແລະ ພາກໃຕ້ ຈໍານວນ 6 ແຂວງ ເພື່ອໃຫ້ຄວາມຊ່ວຍເຫຼືອແກ່ຄູອາຈານ ແລະ ນັກຮຽນທຸກຍາກທີ່ຄົບເງື່ອນໄຂ ເພື່ອປັບປຸງຄ່າແຮງງານຂອງຄູສອນ ແລະ ໃຫ້ທຶນຊ່ວຍເຫຼືອນັກຮຽນທຸກຍາກ. ໃນຄັ້ງນີ້, ມີຄູອາສາສະໝັກ ຈໍານວນ 104 ຄົນ, ນັກຮຽນສາມັນ ສຶກສາ ຈໍານວນ 444 ຄົນ, ນັກຮຽນອາຊີວະສຶກສາ ຈໍານວນ 444 ຄົນ ແລະ ນັກສຶກສາມະຫາວິທະຍາໄລ ຈໍານວນ 444 ຄົນ, ລວມທັງໝົດ 1,436 ຄົນ ທີ່ໄດ້ຮັບທຶນຊ່ວຍເຫຼືອດ້ານການເງິນ”.
ທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວຊົມເຊີຍເປັນຢ່າງສູງຕໍ່ການເຄື່ອນໄຫວຊຸກຍູ້ກອງທຶນການສຶກສາຂອງ ອາຊີ-ໂປຕາສາ ສາກົນ, ທ່ານກ່າວວ່າ: "ການຊ່ວຍເຫຼືອຂອງ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຜັນຂະຫຍາຍ ການກໍ່¬ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ, ການຮ່ວມມືລະຫວ່າງ 2 ພັກ 2 ລັດ ແລະ ປະຊາຊົນ 2 ຊາດ ຂອງພວກເຮົາ ເວົ້າລວມ, ເວົ້າສະເພາະ ແມ່ນການກະຕຸຊຸກຍູ້ການຮ່ວມມື ໃນຂົງເຂດວຽກງານການສຶກສາຂອງ ສປປ ລາວ ໃຫ້ມີຄຸນນະພາບ ນັບມື້ນັບສູງຂຶ້ນ, ໂດຍສະເພາະ ແມ່ນເພື່ອປັບປຸງອັດຕາການເຂົ້າຮຽນ ແລະ ອັດຕາຮຽນຈົບ ຂອງນັກຮຽນ ສາມັນສຶກສາ, ເພີ່ມອັດຕາເຂົ້າຮຽນອາຊີວະສຶກສາ ແລະ ການສຶກສາຊັ້ນສູງ. ພ້ອມກັນນັ້ນ, ທຶນການສຶກສາດັ່ງກ່າວ ຍັງເປັນການແບ່ງເບົາຊີວິດການເປັນຢູ່ ຂອງຄູ ຈຳນວນໜື່ງຕື່ມອີກ, ແນ່ໃສ່ເຮັດໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽງທຸ່ນທ່ຽງປະກອບສ່ວນ ໃນການສິດສອນລູກຫຼານ ຂອງພວກເຮົາ
ທ່ານ ນາງ ດາລາ ພຣະກອນຄໍາ ຫົວໜ້າກົມການເງິນ ກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ນັບແຕ່ໂຄງການສະໜັບສະໜູນທຶນຊ່ວຍເຫຼືອຄູ ແລະ ນັກຮຽນ-ນັກສຶກສາ ໄດ້ມີພິທີເຊັນ ບົດບັນທຶກຂໍ້ຕົກລົງ ຮ່ວມກັນ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ຄັ້ງວັນທີ 01 ທັນວາ 2022 ກໍໄດ້ມີການຄົ້ນຄວ້າ ສ້າງຂໍ້ຕົກລົງ ລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບທຶນຊ່ວຍເຫຼືອຄູ ແລະ ນັກຮຽນ ນັກສຶກສາ ຂອງຂະແໜງ ສຶກສາທິການ ແລະ ກິລາ, ແລະ ຄະນະຮັບຜິດຊອບ ໄດ້ມີການປະສານສົມທົບ, ເກັບກຳຂໍ້ມູນ, ຄົ້ນຄວ້າ ປຶກສາຫາລື ແລະ ປະຊຸມຮ່ວມກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອກະກຽມສ້າງຄູ່ມືຄຸ້ມຄອງ ໃຫ້ທຶນຄູ ແລະ ນັກຮຽນ ນັກສຶກສາ (ສະບັບທົດລອງ) ແລະ ຄຳແນະນຳ ໃນການຄັດເລືອກເປົ້າ ໝາຍ ໃນ 6 ແຂວງ. ເນື່ອງຈາກວ່າ ເປັນຄັ້ງທຳອິດ ທີ່ໄດ້ຮັບການສະໜັບສະ ໜູນຈາກ ບໍລິສັດ ທີ່ມີການຊ່ວຍເຫຼືອໃຫ້ທຶນແກ່ຄູ ແລະ ນັກຮຽນ ນັກສຶກສາ ແກ່ຂະແໜງການສຶກສາທິການ ແລະ ກິລາ ຊຶ່ງມີ ຈຳນວນເງິນ 700.000 ໂດລາສະຫະລັດ ປະຕິບັດໃນໄລຍະ 2 ປີ/ສົກຮຽນ ແລະ ສົກຮຽນ 2023-2024 ນີ້ ເປັນສົກຮຽນທຳອິດ ທີ່ຈະໄດ້ມີການມອບທຶນ ໃຫ້ແກ່ເປົ້າໝາຍທີ່ໄດ້ຮັບການຄັດເລືອກຕາມເງື່ອນໄຂທີ່ໄດ້ກຳນົດ
ທ່ານ ນາງ ດາລາ ພຣະກອນຄໍາ ຫົວໜ້າກົມການເງິນ ກະຊວງສຶກສາທິການ ແລະ ກິລາ
Ai Yongjun, ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ເຊິ່ງເປັນບໍລິສັດໃນເຄືອຂອງ ອາຊີ-ໂປຕາສ ສາກົນ, ກ່າວວ່າ: ໃນຖານະທີ່ເປັນວິສາຫະກິດຈີນ ເຊິ່ງໄດ້ເຕີບໃຫຍ່ ແລະ ຂະຫຍາຍຕົວຢູ່ໃນ ສປປ ລາວ, ບໍລິສັດໄດ້ຮັບປະໂຫຍດຈາກການສະໜັບສະໜູນຂອງລັດຖະບານ ແລະ ປະຊາຊົນ, ບໍລິສັດມີຄວາມກະຕັນຍູສະເໝີມາ ແລະ ໄດ້ຕັ້ງໜ້າດໍາເນີນມາດຕະການຫຼາຍຢ່າງທີ່ເປັນປະໂຫຍດຕໍ່ການພັດທະນາເສດຖະກິດ, ການພັດທະນາສັງຄົມ ແລະ ການກໍ່ສ້າງຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ໄດ້ມອບໝາກຜົນແຫ່ງການພັດທະນາວິສາຫະກິດຄືນສູ່ປະຊາຊົນລາວ. ໃນບັນດາການເຄື່ອນໄຫວຫຼາຍຢ່າງຂອງຕົນ, ອາຊີ-ໂປຕາສ ສາກົນ ເອົາໃຈໃສ່ເປັນພິເສດຕໍ່ຂະແໜງການສຶກສາ ແລະ ຫວັງເປັນຢ່າງຍິ່ງວ່າຜ່ານມາດຕະການທີ່ແທດຈິງ, ພວກເຮົາຈະສາມາດຊຸກຍູ້ການພັດທະນາການສຶກສາຢູ່ ສປປ ລາວ ໂດຍພື້ນຖານ ແລະ ສະສົມຜູ້ມີຄວາມຮູ້ຄວາມສາມາດ ເພື່ອການພັດທະນາໃນໄລຍະຍາວຂອງປະເທດລາວ. ໃນອະນາຄົດ, ໄປຄຽງຄູ່ກັບການສືບຕໍ່ເສີມຂະຫຍາຍບົດບາດຂອງກອງທຶນ, ບໍລິສັດຍັງຈະໃຫ້ບູລິມະສິດຜູ້ທີ່ມີຄວາມສາມາດທີ່ມີຄຸນນະພາບສູງໃນການຮັບເລືອກເຂົ້າເຮັດວຽກໂດຍຜ່ານຮູບແບບການຮ່ວມມືລະຫວ່າງໂຮງຮຽນ ແລະ ວິສາຫະກິດ; ການເຊື່ອມໂຍງອຸດສາຫະກໍາ ແລະ ການສຶກສາຢ່າງແທ້ຈິງ ຈະເປັນການຊຸກຍູ້ຢ່າງຕໍ່ເນື່ອງສໍາຫຼັບການພັັດທະນາເພື່ອຫັນເປັນອຸດສາຫະກໍາ ແລະ ຫັນເປັນຕົວເມືອງຂອງ ສປປ ລາວ.
Ai Yongjun, ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ເຊິ່ງເປັນບໍລິສັດໃນເຄືອນຂອງ ອາຊີ-ໂປຕາສ ສາກົນ
ດັ່ງທີ່ຮູ້ກັນດີແລ້ວວ່າ, ນອກຈາກການສ້າງຕັ້ງກອງທຶນຊ່ວຍເຫຼືອດ້ານການສຶກສາສະເພາະແຫ່ງທໍາອິດຂອງ ສປປ ລາວ ແລ້ວ, ອາຊີ-ໂປຕາສ ສາກົນ ຍັງໃຫ້ການຊ່ວຍເຫຼືອບັນດາບ້ານທຸກຍາກອ້ອມຂ້າງໂຮງງານ, ໃນໂຄງການຫຼຸດຜ່ອນຄວາມທຸກຍາກດ້ານອຸດສາຫະກໍາ ຢູ່ບ້ານຊຽງແຫວນ ແຂວງຄໍາມ່ວນ ໄດ້ຖືກຈັດຕັ້ງປະຕິບັດໂດຍບໍລິສັດ; ບໍລິສັດໄດ້ລົງທຶນສະເພາະ 1,9 ຕື້ກວ່າກີບ ເພື່ອສ້າງໂຮງຮຽນປະຖົມແຫ່ງຄວາມຫວັງ ອາຊີ-ໂປຕາສ ໂດຍຜ່ານການສ້ອມແປງຫ້ອງຮຽນ, ສະໜັບສະໜູນອຸປະກອນການຮຽນ-ການສອນ, ການມອບທຶນຊ່ວຍເຫຼືອຄູ ແລະ ຮູບແບບອື່ນໆ, ເຊິ່ງໄດ້ປັບປຸງສະພາບແວດລ້ອມການຮຽນ-ການສອນຂອງທ້ອງຖິ່ນໄດ້ຢ່າງຫຼວງຫຼາຍ. ນອກຈາກນັ້ນ, ຍັງໄດ້ກໍ່ສ້າງເຮືອນຮົ່ມທີ່ທັນສະໄໝ 45 ແຫ່ງ ແລະ ແນະນໍາການນຳໃຊ້ເຕັກນິກການປູກຝັງທີ່ກ້າວໜ້າ ເພື່ອຊ່ວຍຊາວກະສິກອນເພີ່ມການຜະລິດ ແລະ ລາຍຮັບ, ເພື່ອໃຫ້ຊາວບ້ານທຸກຍາກສາມາດຫຼຸດພົ້ນອອກຈາກ “ໝວກ” ຄວາມທຸກຍາກໄດ້ໂດຍພື້ນຖານ. ໃນຖານະທີ່ເປັນບໍລິສັດດ້ານບໍ່ແຮ່ທີ່ໂດດເດັ່ນຢຸ່ລາວ, ບໍລິສັດຍັງຈະສືບຕໍ່ນໍາໃຊ້ຂໍ້ໄດ້ປຽບຂອງຕົນ ແລະ ສະໜັບສະໜູນການພັດທະນາພາລະກິດຕ່າງໆຂອງ ສປປ ລາວ ອີກຕໍ່ໄປ.
ອາຊີ-ໂປຕາສ ສາກົນ ແຈກຂອງຂັວນໃຫ້ແກ່ຕົວແທນຄູອາຈານ ແລະ ນັກສຶກສາ
ຖ້າປະເທດຕ້ອງການພັດທະນາ, ການສຶກສາຕ້ອງໄດ້ຮັບການຟື້ນຟູ. ການມອບທຶນຊ່ວຍເຫຼືອການສຶກສາ ເປັນການເລີ່ມຕົ້ນທີ່ດີຂອງການຮ່ວມມືລະຫວ່າງ ລັດຖະບານ-ວິສາຫະກິດ ເພື່ອສະໜັບສະໜູນການສຶກສາຂອງລາວ ແລະ ເພື່ອສ້າງແບບຢ່າງການສຶກສາ ຕາມຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”. ຮູບແບບການຮ່ວມມືລະຫວ່າງລັດຖະບານກັບວິສາຫະກິດຈະຮັດແໜ້ນພື້ນຖານການສຶກສາຂອງປະເທດໃຫ້ມີພະລັງແຮງ ແລະ ອາຊີ-ໂປຕາສ ສາກົນ ໄດ້ກາຍເປັນຕົ້ນແບບຂອງວິສາຫະກິດຈີນທີ່ໄດ້ກາຍເປັນແບບຢ່າງໃຫ້ທຸກວົງການໃນລາວໄດ້ຮຽນຮູ້. ດັ່ງທີ່ຮູ້ດີແລ້ວວ່າ, ໃນອະນາຄົດ, ກອງທຶນການສຶກສາຈະສືບຕໍ່ສຸມໃສ່ວຽກງານການສຶກສາຢູ່ເຂດຫ່າງໄກສອກຫຼີກ ແລະ ເຂດທຸກຍາກ ເພື່ອໃຫ້ການຊ່ວຍເຫຼືອ ແລະ ສະໜັນສະໜູນຄູອາຈານ ແລະ ພັດທະນານັກສຶກສາ ເພື່ອຊ່ວຍເຫຼືອປະເທດລາວ ແລະ ການພັດທະນາເສດຖະກິດ-ສັງຄົມໃຫ້ຫຼາຍຂຶ້ນ. ພ້ອມກັນນັ້ນ, ພວກຂ້າພະເຈົ້າຂໍເຊີນຊວນໃຫ້ບັນດາບໍລິສັດ ແລະ ໜ່ວຍງານຕ່າງໆ ເພີ່ມທະວີການຮ່ວມມືຊ່ວຍເຫຼືອພັດທະນາວຽກງານຕ່າງໆຢູ່ໃນ ລາວ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ຫຼາຍຍິ່ງຂື້ນ.

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ