ກະຊວງເຕັກໂນໂລຊີ ແລະ ການສື່ສານຕ້ອງຍົກສູງບົດບາດການຄຸ້ມຄອງມະຫາພາກ

ກະຊວງເຕັກໂນໂລຊີ ແລະ ການສື່ສານຕ້ອງຍົກສູງບົດບາດການຄຸ້ມຄອງມະຫາພາກ
ກອງປະຊຸມ ວຽກງານເຕັກໂນໂນໂລຊີ ແລະ ການສື່ສານ ທົ່ວປະເທດ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ໄດ້ຈັດຂຶ້ນໃນວັນທີ 11 ມັງກອນນີິ້ ທີ່ຫໍປະຊຸມແຫ່ງຊາດໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮອງປະທານຜູ້ປະຈຳການ ຄະນະຊີ້ນຳລະດັບຊາດເພື່ອການຫັນເປັນດິຈິຕ໋ອນຂອງ ສ ປ ປ ລາວ, ມີ ບັນດາລັດຖະມົນຕີ, ປະທານອົງການ-ທຽບເທົ່າ,ເຈົ້າແຂວງ, ຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ລົງເລິກການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ ແລະ ການສື່ສານ ປະຈໍາປີ 2023 ຊອກໃຫ້ເຫັນຈຸດດີ, ຜົນງານ,ຈຸດອ່ອນຂໍ້ຄົງຄ້າງທີ່ພົ້ນເດັ່ນ, ສາເຫດຕ່າງໆ ແລະ ບົດຮຽນຖອດຖອນໄດ້, ບົນພື້ນຖານ ເພື່ອກໍານົດທິດທາງແຜນການ ປີ 2024. ນອກຈາກນີ້ກອງປະຊມຈະໄດ້ເຜີຍແຜ່ ດໍາລັດວ່າດ້ວຍການບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ, ການຈັດຕັ້ງປະຕີບັດ ການບໍລິຫານລະບົບເຕັກໂນໂລຊີຂໍ້ມູນຂ່າວສານຂອງຜູ້ໃຫ້ບໍລິການທາງດ້ານການເງິນ, ການກະກຽມຄວາມພ້ອມການພັດທະນາຊັບພະຍາກອນມະນຸດໃນການຫັນເປັນດິຈິຕອນຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ, ລວມທັງ ບັນດາຫົວຂໍ້ຈໍານວນໜຶ່ງ ທີີ່ພົວພັນເຖິງທາງດ້ານວິຊາສະເພາະ ຂອງບັນດາກົມກອງພາຍໃນ ກຕສ ແລະ ບົດຄໍາເຫັນຂອງບັນດາຂະແໜງການ ແລະ ທ້ອງຖິ່ນຈໍານວນໜຶ່ງ ທີ່ຕິດພັນກັບວຽກງານຂະແໜງເຕັກໂນໂລຊີ ແລະ ການສື່ສານ, 
ທ່ານ ບໍ່ວຽງຄໍາ ວົງດາລາ ກ່າວວ່າ: ກອງປະຊຸມວຽກງານ ເຕັກໂນໂລຊີ ແລະ ການສື່ສານ ປະຈໍາປີ 2023 ນີ້ມີຄວາມໝາຍສໍາຄັນຫຼາຍ ທັງມີສ່ວນພົວພັນເຖິງໜ້າທີີ່ ແລະ ຄວາມຮັບຜິດຊອບ ຂອງຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ, ສະນັ້ນ ຈຶ່ງໄດ້ເຊື້ອເຊີນການນໍາທຸກພາກສ່ວນ ຢູ່ສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມເພື່ອສຸມໃສ່ໃນການຄົົ້ນຄວ້າ, ແລກປ່ຽນ ຄໍາຄິດເຫັນແນ່ໃສ່ ພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີການຫັນປ່ຽນເລິກເຊິ່ງ ແລະ ດີຂື້ນກວ່າເກົ່າ. ສະນັ້ນສະເໜີໃຫ້ບັນດາທ່ານທີີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ຈົົ່ງໄດ້ ພ້ອມກັນສຸມສະຕິປັນຍາ, ຄົົ້ນຄວ້າປະກອບຄໍາເຫັນຢ່າງເລິກເຊິ່ງ, ກົງໄປກົງມາ ແລະ ສ້າງສັນ ເພື່ອພ້ອມກັນ ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດໄດ້ບັນດາຄາດໝາຍຕ່າງໆ ທີີ່ກໍານົດໄວ້ໃນທິດທາງແຜນການ ປີ 2024, ລວມທັງການ ການສືບຕໍ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດຮອດປີ 2025 ໃຫ້ໄດ້ຮັບໝາກຜົນຕາມຄາດໝາຍທີີ່ວາງໄວ້.
ໃນໂອກາດເຂົ້າຮ່ວມ ກອງປະຊຸມ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ກຽດໂອ້ລົມຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວ ວຽກງານເຕັກໂນໂລຊີ ແລະ ການສື່ສານ ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໃຫ້ຄະນະນຳແຕ່ລະຂັ້ນ ແລະ ພະນັກງານ-ລັດຖະກອນທຸກຄົນ ທັງສູນກາງ ແລະ ທ້ອງຖິ່ນ ຈົ່ງສືບຕໍ່ເສີມຂະຫຍາຍຜົນສຳເລັດທີ່ຍາດມາໄດ້ ແລະ ສຸມໃສ່ບາງວຽກທີ່ສຳຄັນ ຄື: ກະຊວງເຕັກໂນໂລຊີ ແລະ ການສື່ສານ ສືບຕໍ່ ຍົກສູງບົດບາດການຄຸ້ມຄອງມະຫາພາກ ແລະ ພັດທະນາ ນຳໃຊ້ພື້ນຖານໂຄງລ່າງຍຸດທະສາດໃຫ້ມີປະສິດທິຜົນດີ, ເອົາໃຈໃສ່ການແບ່ງຂັ້ນຄຸ້ມຄອງ ວຽກງານເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ຊັດເຈນ, ສ້າງ ແລະ ປັບປຸງກົດໝາຍ ແລະ ບັນດານິຕິກໍາ ລຸ່ມກົດໝາຍດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃຫ້ຄົບຖ້ວນ ທັນກັບສະພາບການໃໝ່ ພ້ອມທັງໂຄສະນາເຜີຍແຜ່ ແລະ ບັງຄັບໃຊ້ໃຫ້ໄດ້ຮັບຜົນດີ, ເອົາໃຈໃສ່ສືບຕໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງເຕັກນິກມີສະຖຽນລະພາບ, ຄວາມໄວສູງ ແລະ ປອດໄພ ເພື່ອຮອງຮັບເຕັກໂນໂລຊີໃໝ່ ເຊັ່ນ: ຖານຂໍ້ມູນໃຫຍ່ (Bigdata), ກຸ່ມຂໍ້ມູນຜູກພັນ (Block Chain), ລະບົບສັນຍານ 5G ເຫຼົ່ານີ້ເປັນຕົ້ນ, ເລັ່ງພັດທະນາລະບົບເຊື່ອມໂຍງຂໍ້ມູນພາກລັດ (Government Data Exchange) ເພື່ອແລກ ປ່ຽນ ແລະ ລວມສູນຂໍ້ມູນພາກລັດ ໃຫ້ທຸກພາກສ່ວນສາມາດນຳໃຊ້ເພື່ອພັດທະນາບໍລິການໃຫ້ປະຊາຊົນ, ເລັ່ງປັບປຸງພື້ນຖານໂຄງລ່າງທີ່ຈຳເປັນໃຫ້ສະຖາບັນ ເຕັກໂນໂລຊີ ແລະ ການສື່ ສານ ມີຫຼັກສູດ ແລະ ມີສິ່ງອໍານວຍຄວາມສະດວກໃຫ້ແກ່ການຮຽນ-ການສອນ ເພື່ອສ້າງວິຊາການ ດີຈີຕອນ, ສືບຕໍ່ຊຸກຍູ້ບັນດາບໍລິສັດ ດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ອິນເຕີເນັດ ຍົກລະດັບ ແລະ ຂະຫຍາຍເຄືອຂ່າຍ ເຕັກນິກ ແລະ ລະບົບການບໍລິການ ທີ່ມີຄວາມສາມາດແຂ່ງຂັນກັນສູງຂຶ້ນ ແລະ ຂະຫຍາຍທຸລະກິດໄປຕ່າງປະເທດໃນອານາຄົດ. ໜ້າທີ່ສຳຄັນຢ່າງໜຶ່ງ ຂອງ ບໍລິສັດ ແມ່ນການປະຕິບັດພັນທະໃນການປະກອບສ່ວນຢ່າງຕັ້ງໜ້າຕໍ່ພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ທ່ານເນັ້ນຕື່ມວ່າ: ບັນດາ ກະຊວງ, ອົງການທຽບເທົ່າ, ແຂວງ ແລະ ນະຄອນຫຼວງ ຕ້ອງໄດ້ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງວ່າປັດຈຸບັນນີ້ລະບົບ ໄອຊີທີ ໄດ້ກາຍເປັນຄວາມຈຳເປັນສຳລັບທຸກກະຊວງ ແລະ ຂະແໜງການ ຢ່າງຫຼີກລ່ຽງບໍ່ໄດ້. ດັ່ງນັ້ນ, ການຫັນເປັນດິຈິຕອນໃນຂະແໜງການຕົນ ຈະສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງຈິງຈັງ ຂອງ ຄະນະພັກ, ຄະນະນຳທຸກຂັ້ນ,ເພື່ອຍົກສູງຄຸນນະພາບ ແລະ ຄວາມໂປ່ງໃສ,ໂດຍສະເພາະຂະແໜງເສດຖະກິດ ເຊັ່ນ: ການຄ້າທາງເອເລັກໂຕຣນິກ (e-commerce), ລະບົບພາສີເອເລັກໂຕຣນິກ (e-tax), ລະບົບຊໍາລະເງິນເອເລັກໂຕຣນິກ (e-payment) ລວມທັງ ການສຶກສາຜ່ານເອເລັກໂຕຣນິກ (e-education). ບັນດາກະຊວງ ແລະ ຂະແໜງການ ຕ້ອງຮ່ວມມືກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ນຳໃຊ້ພື້ນຖານໂຄງລ່າງ ຮ່ວມກັນ ຫຼີກລ່ຽງການລົງທຶນຊ້ຳຊ້ອນ ແລະ ເພື່ອປົກປ້ອງຂໍ້ມູນຂ່າວສານ,  ເປັນຕົ້ນແມ່ນ ສະກັດກັ້ນການທຳລາຍ, ການໂຈລະກຳຂໍ້ມູນຂ່າວສານ, ສະກັດກັ້ນຂໍ້ມູນທີ່ເປັນໄພຕໍ່ຄວາມໝັ້ນຄົງຂອງຊາດ, ເອົາໃຈໃສ່ເປັນພິເສດໃນການສ້າງບຸກຄະລາກອນ ໃຫ້ມີຄວາມຮູ້ນໍາໃຊ້ອຸປະກອນເອເລັກໂຕຼນິກທັນກັບການຂະຫຍາຍຕົວຂອງເຕັກໂນໂລຊີ ດິຈິຕອນ, ບັນດາ ຜູ້ປະກອບການ (ບໍລິສັດ) ແລະ ບັນດາ ສະມາຄົມ ໄອຊີທີ ໂດຍສະເພາະບັນດາລັດວິສາຫະກິດຕ້ອງໄດ້ເອົາໃຈໃສ່ປະຕິບັດກົດໝາຍ ແລະ ລະບຽບການຕ່າງໆຢ່າງເຂັ້ມງວດ ເປັນຕົ້ນແມ່ນ ການປະຕິບັດພັນທະຕໍ່ລັດຖະບານ ແລະ ການຂະຫຍາຍເຄືອຂ່າຍໃຫ້ປົກຄຸມໄປສູ່ເຂດຊົນນະບົດ ຕາມທິດຊີ້ນຳຂອງລັດຖະບານ, ຍົກສູງບົດບາດໃນການເຕົ້າໂຮມກຸ່ມທຸລະກິດ ໄອຊີທີ ເຂົ້າຮ່ວມຂະບວນການສົ່ງເສີມການມີສ່ວນຮ່ວມລະຫວ່າງພາກລັດ ແລະ ເອກະຊົນຮ່ວມກັນສ້າງສິ່ງອຳນວຍຄວາມສະດວກໃຫ້ເກີດທຸລະກິດລິເລີ່ມທີ່ນໍາໃຊ້ນະວັດຕະກໍາ ຫຼື ເອີ້ນວ່າ (Startup) ແລະ SME.
( ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 1 ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມານີ້ ທີ່ວິທະຍາຄານນາຍທະຫານບົກກົມມະດຳ ໂດຍມີທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍບັນດາຄະນະນໍາກົມໃຫຍ່ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ໃນໂອກາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ມີຫຼາຍພາກ ສ່ວນລວມທັງບຸກຄົນ ໄດ້ນໍາເອົາຜະລິດຕະພັນຂອງຕົນມາວາງຈໍາໜ່າຍ. ທ່ານ ນາງ ມິດຕາວັນ ພັນວົງສາ ເຈົ້າຂອງຮ້ານສິ້ນໄໝມ້ອນຊໍາເໜືອ ເມືອງວຽງໄຊ ແຂວງຫົວພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ຕົນເອງຮູ້ສຶກຕື່ນເຕັ້ນ-ດີໃຈ ປີນີ້, ເປັນປີທໍາອິດທີ່ໄດ້ມີໂອກາດນໍາເອົາສິ້ນໄໝມ້ອນຊໍາເໜືອ ຊຶ່ງເປັນຜະລິດຕະພັນສິ້ນເອກະລັກຂອງຊໍາເໜືອແທ້ມາວາງຂາຍໃນງານບຸນພະທາດຫຼວງ ທີ່ເປັນບຸນປະເພນີລະດັບຊາດຂອງລາວເຮົາ. ປົກກະຕິຂາຍຢູ່ຕະຫຼາດວຽງໄຊ ເມືອງວຽງໄຊ ແຂວງຫົວພັນ. ສິ້ນທີ່ນໍາມາວາງສະແດງ-ຂາຍໃນປີນີ້ ມີຂາຍປະເພດຄື: ຫຼັກໆແມ່ນສິ້ນໄໝມ້ອນສົດ, ສິ້ນຝ້າຍ, ມ້ອນປົນຝ້າຍ, ລາຄາເລີ່ມຕົ້ນ 2 ແສນກີບ ຫາ 3 ລ້ານກວ່າກີບ, ສິ້ນໄໝມ້ອນຊໍາເໜືອ ຈະມີເອກະລັກສະເພາະໃນຕົວ ແລະ ມີລວດລາຍສວຍງາມ ປານີດທີ່ສຸດ ຕໍາດ້ວຍສີມືຂອງຄົນລາວຊາວຊໍາເໜືອແທ້ ປະກອບມີ: ລາຍນາກ, ລາຍຮູບດອກໄມ້, ລາຍນົກຍຸງ, ລາຍງູ, ລາຍຊ້າງ.
ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2025 ທ່ານນາງ ວັນນີ ລໍມະນີ ຄະນະຜູ້ບໍລິຫານກຸ່ມຫັດຖະກຳຕໍ່າຫູກ-ທໍໄໝລາຍເຜົ່າເມີ້ຍດັ້ງເດີມເຮືອນລໍມະນີ ເປັນຕົວແທນຜະລິດຕະພັນເຜົ່າເມີ້ຍ ເມືອງປາກຊັນ ແຂວງບໍລິຄຳໄຊ ຊຶ່ງເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບຂອງແຂວງ) ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 3 ພະຈິກນີ້ວ່າ: ມີຄວາມຮູ້ສຶກພາກພູມໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງເຂົ້າຮ່ວມງານໃນຄັ້ງນີ້ ເພື່ອເຜີຍແຜ່ວັດທະນະທໍາຂອງເຜົ່າເມີ້ຍຜ່ານເຄື່ອງນຸ່ງຫົ່ມອັນຈົບງາມ ເພື່ອໃຫ້ທຸກຄົນໄດ້ຮູ້ຈັກ ແລະ ເຫັນວ່າເຜົ່າເມີ້ຍມີເອກະສະເພາະຂອງຕົນ ເພື່ອຈຳໜ່າຍສິນຄ້າ ແລະ ກະຈາຍລາຍໄດ້ໃຫ້ປະຊາຊົນພາຍໃນແຂວງ.
ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ພິທີ ມອບ-ຮັບ ໂຄງການ ກໍ່ສ້າງຮ່ອງລະບາຍນໍ້າ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ລະຫວ່າງບໍລິສັດຜູ້ຮັບເໝົາ (ບໍລິສັດ ແສງມີໄຊ ຄົບວົງຈອນ ຈໍາກັດຜູ້ດຽວ) ກັບ ເຈົ້າຂອງໂຄງການ (ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງຄໍາມ່ວນ) ເພື່ອມອບຕໍ່ໃຫ້ແກ່ ອົງການພັດທະນາ ແລະ ບໍລິຫານຕົວເມືອງທ່າແຂກ ເປັນຜູ້ຄຸ້ມຄອງຊົມໃຊ້, ຊຶ່ງໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ ຢູ່ທີ່ໂຮງແຮມ ຣີເວີເຣຍ ເມືອງທ່າແຂກ ແຂວງຄໍາມ່ວນ.
ເລຂາພັກແຂວງບັນຍາຍເອກະສານ ຊຸດຝຶກອົບຮົມທິດສະດີການເມືອງໃຫ້ການນຳຂັ້ນເມືອງ-ນະຄອນ

ເລຂາພັກແຂວງບັນຍາຍເອກະສານ ຊຸດຝຶກອົບຮົມທິດສະດີການເມືອງໃຫ້ການນຳຂັ້ນເມືອງ-ນະຄອນ

ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມເປັນປະທານໃນຊຸດຝຶກອົບຮົມໃຫ້ບັນດາສະຫາຍຄະນະບໍລິຫານງານພັກເມືອງ ແລະ ນະຄອນໄກສອນພົມວິຫານ, ຊຶ່ງຊຸດຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນທີ່ສະໂມສອນຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃນລະຫວ່າງວັນທີ 4-8 ພະຈິກ 2025; ເຂົ້າຮ່ວມມີສະຫາຍ ຄໍາວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສະ ຫວັນນະເຂດ ແລະ ສະຫາຍ ສາລີ ວິນລາວັນ ຄະນະປະຈຳພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງສະຫວັນນະເຂດ.
ເລຂາຄະນະບໍລິຫານງານພັກເມືອງ ແກ່ນທ້າວລົງຕິດຕາມການສໍາຫຼວດພົນລະເມືອງ.

ເລຂາຄະນະບໍລິຫານງານພັກເມືອງ ແກ່ນທ້າວລົງຕິດຕາມການສໍາຫຼວດພົນລະເມືອງ.

ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສແມ່ນມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດ, ຊຶ່ງວຽກງານດັ່ງກ່າວ ແມ່ນວຽກງານໃຫຍ່ລະດັບຊາດ ຈະໄດ້ຈັດຂຶ້ນໃນທຸກໆ 10 ປີ. ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025, ເມືອງແກ່ນທ້າວ ແຂວງໄຊຍະບູລີມີທັງໝົດ 51 ເຂດສໍາຫຼວດ ຊຶ່ງໄດ້ເລີ່ມລົງສໍາຫຼວດຢ່າງເປັນທາງການໃນວັນທີ 3 ພະຈິກ 2025 ແລະ ຈະໄດ້ດໍາເນີນໄປຮອດວັນທີ 14 ທັນວາ 2025.
ສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານແຂວງວຽງຈັນ.

ສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານແຂວງວຽງຈັນ.

ໃນວັນທີ 4 ພະຈິກຜ່ານມານີ້, ສະຫາຍ ເວ ຢົງຊານ ຮອງປະທານສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແຂວງກວາງຊີ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນ ກັບ ສະຫະພັນກຳມະບານແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງວຽງຈັນ ພ້ອມດ້ວຍຄະນະ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງວຽງຈັນ.
ສາລາພັກເຢັນນໍ້າບຸ້ຍ ບ້ານໜອງແປນ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ໜ້າໄປສໍາພັດ

ສາລາພັກເຢັນນໍ້າບຸ້ຍ ບ້ານໜອງແປນ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ໜ້າໄປສໍາພັດ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ກໍາລັງສືບຕໍ່ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ພາຍໃນເມືອງຊຶ່ງມີຫຼາຍຈຸດທີ່ໜ້າສົນໃຈ ເຂດທາງເລກ 10 ໂດຍສະເພາະແຫຼ່ງທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາ ທີ່ຕິດພັນກັບເຫດການທາງປະຫວັດສາດ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນໃນວັນທີ 10 ພະຈິກນີ້

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນໃນວັນທີ 10 ພະຈິກນີ້

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 10-21 ພະຈິກ 2025 ນີ້, ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 10 ວັນ (ບໍ່ລວມເອົາວັນພັກທາງລັດຖະການ).
ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025, ໃນວັນທີ 4 ພະຈິກກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ. ພີທີແຫ່ຜາສາດເຜິ້ງໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍມີຂະບວນຂອງພະສົງ ອອກໜ້າ ແລະ ຂະບວນຂອງການນໍາພັກ-ລັດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ , ພ້ອມດ້ວຍພັນລະຍາການນຳ ພ້ອມດ້ວຍຂະບວນຂອງມວນຊົນ ບັນດາເມືອງອ້ອມຂ້າງເຂົ້າຮ່ວມແຫ່ຢ່າງຄຶກຄື້ນ.
ເພີ່ມເຕີມ