ເກີດເຫດແຜ່ນດິນໄຫວຢ່າງຮຸນແຮງຢູ່ ໄຕ້ຫວັນ ຂອງ ຈີນ

ເກີດເຫດແຜ່ນດິນໄຫວຢ່າງຮຸນແຮງຢູ່ ໄຕ້ຫວັນ ຂອງ ຈີນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 3 ເມສາ ຜ່ານມາ ເກີດເຫດແຜ່ນດິນໄຫວຢູ່ ໄຕ້ຫວັນ (ຈີນ) ໃນເວລາ 7 ໂມງ 58 ນາທີ ໃນຕອນເຊົ້າຂອງວັນທີ 3 ເມສາ ຕາມເວລາທ້ອງຖິ່ນ. ເຫດແຜ່ນດິນໄຫວດັ່ງກ່າວໄດ້ເຮັດໃຫ້ໄຟຟ້າຂາດຢູ່ຫຼາຍບ່ອນ ແລະ ມີຜູ້ເສຍຊີວິດ, ຮັບບາດເຈັບ ແລະ ຕິດຄ້າງຢູ່ໃນຊາກອາຄານ. 

ຂ່າວລະບຸວ່າ: ຕາມໂຕເລກສະຖິຕິຫຼ້າສຸດຂອງອົງການດັບເພີງໃນເກາະ, ໄລ່ຮອດຕອນບ່າຍຂອງວັນທີ 3 ເມສາ, ມີຈຳນວນຜູ້ເສຍຊີວິດ 10 ຄົນ, ຫຼາຍກວ່າ 934 ຄົນໄດ້ຮັບບາດເຈັບ ແລະ ຫຼາຍກວ່າ 56 ຄົນຍັງຕິດຄ້າງຢູ່ໃນຊາກອາຄານ. ບັນດາກໍລະນີເສຍຊີວິດ ແລະ ຕິດຄ້າງລ້ວນແຕ່ຢູ່ເມືອງຫົວຫຼຽນ, ສະຖານທີ່ໃຈກາງຂອງເຫດແຜ່ນດິນໄຫວ. ທ່ານ ເຄືອທ໋າຍວັນ ອະດີດຜູ້ອຳນວຍການສູນພະຍາກອນແຜ່ນດິນໄຫວຂຶ້ນກັບອົງການອຸຕຸນິຍົມໄຕ້ຫວັນ ໃຫ້ຮູ້ວ່າ: ເຫດແຜ່ນດິນໄຫວມີຄວາມແຮງ 7,2 ຣິດເຕີ ມີກຳລັງແຮງເທົ່າກັບລູກສອນໄຟປະລະມານູປະມານ 32 ໜ່ວຍ ແລະ ຍັງອາດຈະເກີດສະພາບສັ່ນສະເທືອນທີ່ມີຄວາມແຮງ 6,5 – 7 ຣິດເຕີ ໃນເວລາ 3-4 ວັນຈະມາເຖິງ.

 

ຄໍາເຫັນ

ຂ່າວຕ່າງປະເທດ

ບໍລິສັດ ຍີ່ປຸ່ນ ຫຼຸດລາຄາລົດສົ່ງອອກໄປຍັງ ສະຫະລັດ ອາເມຣິກາ

ບໍລິສັດ ຍີ່ປຸ່ນ ຫຼຸດລາຄາລົດສົ່ງອອກໄປຍັງ ສະຫະລັດ ອາເມຣິກາ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງຍີ່ປຸ່ນ (BOJ) ໄດ້ເປີດເຜີຍໃນວັນທີ 10 ກໍລະກົດ ຜ່ານມາວ່າ: ບໍລິສັດຜະລິດລົດຂອງຍີ່ປຸ່ນ ໄດ້ຫຼຸດລາຄາລົດທີ່ຈະສົ່ງອອກໄປ ສະຫະລັດ ອາເມຣິກາ ໃນອັດຕາທີ່ຫຼາຍທີ່ສຸດແບບບໍ່ເຄີຍມາກ່ອນ ຊຶ່ງເປັນສັນຍານວ່າບໍລິສັດຍີ່ປຸ່ນຍອມເສຍຜົນກຳໄລເພື່ອຮັກສາຄວາມສາມາດໃນການແຂ່ງຂັນ ເນື່ອງຈາກມາດຕະການອັດຕາພາສີຂອງ ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ສົ່ງຜົນກະທົບຕໍ່ອຸດສາຫະກຳລົດ.
ສິງກະໂປ ຊ່ວຍເຫຼືອບັນດາວິສາຫະກິດ ປັບຕົວກັບການປ່ຽນແປງຂອງອັດຕາພາສີ

ສິງກະໂປ ຊ່ວຍເຫຼືອບັນດາວິສາຫະກິດ ປັບຕົວກັບການປ່ຽນແປງຂອງອັດຕາພາສີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກໍລະກົດ ຜ່ານມາວ່າ: ທ່ານ ກັນ ຄິມຢົງ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ໄດ້ປະກາດແຜນການດຳເນີນໂຄງການທຶນຊ່ວຍເຫຼືອເພື່ອການປັບຕົວທາງທຸລະກິດ (Business Adaptation Grant) ພາຍໃນເດືອນຕຸລາ 2025 ນີ້ ເພື່ອຊ່ວຍໃຫ້ບັນດາວິສາຫະກິດທີ່ມີເງື່ອນໄຂປັບຕົວເຂົ້າກັບການປ່ຽນແປງຂອງອັດຕາພາສີ.
ສັນ​ຍາ​ຍົກ​ເວັ້ນ​ວີ​ຊາ​ ​ລະ​ຫວ່າງ​ຈີນ ແລະ ມາ​ເລ​ເຊຍ ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້

ສັນ​ຍາ​ຍົກ​ເວັ້ນ​ວີ​ຊາ​ ​ລະ​ຫວ່າງ​ຈີນ ແລະ ມາ​ເລ​ເຊຍ ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້

ຂ່າວສານຊີອາໄອລາຍງານ ໃນວັນທີ 11 ກໍລະກົດນີ້ວ່າ: ສັນຍາວ່າດ້ວຍການຍົກເວັ້ນວີຊາຕໍ່ຜູ້ຖືໜັງສືຜ່ານແດນທາງລັດຖະການ ແລະ ໜັງສືຜ່ານແດນທົ່ວໄປຂອງກັນ ລະຫວ່າງ ລັດຖະບານສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານມາເລເຊຍ ຈະມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 17 ກໍລະກົດນີ້ເປັນຕົ້ນໄປ.
ຫວຽດ​ນາມ ສະ​ເໜີ 3 ການ​ກຳ​ນົດ​ທິດຈຸດສຸມ​ໃຫ້​ແກ່ອາ​ຊຽນ

ຫວຽດ​ນາມ ສະ​ເໜີ 3 ການ​ກຳ​ນົດ​ທິດຈຸດສຸມ​ໃຫ້​ແກ່ອາ​ຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດບັນດາການເຄື່ອນໄຫວຂອງຄະນະຜູ້ແທນຫວຽດ ນາມ ໃນກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 58 (AMM-58) ທີ່ຈັດຂຶ້ນຫວ່າງມໍ່ໆມານີ້, ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດ ແລະ ເຂົ້າຮ່ວມກອງປະຊຸມຄົບຄະນະ AMM-58 ຢູ່ສູນກອງປະຊຸມກົວລາລຳເປີ (Kuala Lumpur) ປະເທດມາເລເຊຍ.
ກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກໄຂຂຶ້ນຢູ່ປັກກິ່ງ

ກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກໄຂຂຶ້ນຢູ່ປັກກິ່ງ

ວັນທີ 10 ກໍລະກົດນີ້, ກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກ ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ.
ພັກກອມມູນິດຫວຽດນາມ ວາງບາງທິດທາງ ໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ວາງບາງທິດທາງ ໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ໄດ້ສືບຕໍ່ຢຶດໝັ້ນຢ່າງແນວແນ່ປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໃນສາຍສຳພັນອັນແໜ້ນແຟ້ນກັບການຮັກສາຄວາມເປັນສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ. ຢືດໝັ້ນຄວາມເປັນເອກະລາດ, ຄວາມເປັນ ເຈົ້າ; ຮັກສາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ພ້ອມດຽວກັນນັ້ນຕ້ອງການປົກປັກຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະ ຂໍ້ສະດວກໃຫ້ແກ່ການພັດທະນາປະເທດຊາດ.
ໄພນ້ຳ​ຖ້ວມ​ຢູ່​ລັດ​ເທັກ​ຊັ​ສ​ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 111 ຄົນ​ ແລະ ຫາຍ​ສາບ​ສູນ 172 ຄົນ

ໄພນ້ຳ​ຖ້ວມ​ຢູ່​ລັດ​ເທັກ​ຊັ​ສ​ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 111 ຄົນ​ ແລະ ຫາຍ​ສາບ​ສູນ 172 ຄົນ

ຂ່າວສານຊີອາໄອລາຍງານວ່າ: ນັບ​ມາ​ຮອດ​ວັນ​ທີ 8 ກໍ​ລະ​ກົດ ຜ່ານມານີ້, ໄ​ພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ຢູ່​ລັດ​ເທັກ​ຊັ​ສ​ຂອງ ສະຫະລັດ ​ອາ​ເມ​ຣິ​ກາ​ ໄດ້​ເຮັດ​ໃຫ້​​ມີ​ຜູ້​ເສຍ​ຊີ​ວິດຢ່າງ​ໜ້ອຍ 111 ຄົນ, ນອກ​ນີ້​ຍັງ​ມີ​ຜູ້​ຫາຍ​ສາບ​ສູນ 172 ຄົນ​.
ອິນໂດເນເຊຍ ລົງນາມຂໍ້ຕົກລົງດ້ານພະລັງງານ - ທັນຍາພືດ ກັບ ສະຫະລັດ ອາເມຣິກາ

ອິນໂດເນເຊຍ ລົງນາມຂໍ້ຕົກລົງດ້ານພະລັງງານ - ທັນຍາພືດ ກັບ ສະຫະລັດ ອາເມຣິກາ

ຂ່າວຕ່າງປະເທດລາຍງານໃນວັນທີ 9 ກໍລະກົດ ຜ່ານມາວ່າ: ບໍລິສັດ​ນ້ຳມັນ​ແຫ່ງ​ລັດ ​ແລະ ບໍລິສັດ​ກະສິກຳ ​ຂອງ​ອິນ​ໂດ​ເນ​ເຊຍ​ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ເພື່ອເພີ່ມ​ການຊື້​ພະລັງງານ ​ແລະ ຜະລິດ​ຕະພັນ​ກະສິກຳ ​ຂອງ​ ສະຫະລັດ ອາ​ເມ​ລິ​ກາ ​ເພື່ອ​ຫຼີກ​ເວັ້ນຜົນກະທົບຈາກການປະກາດ​ເກັບ​ພາສີນຳເຂົ້າ 32% ຂອງ​ ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ.
ສິງກະໂປ ຈະຈ້າງຄູສອນໃໝ່ 1,000 ຄົນຕໍ່ປີ

ສິງກະໂປ ຈະຈ້າງຄູສອນໃໝ່ 1,000 ຄົນຕໍ່ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ກໍລະກົດ ຜ່ານມາວ່າ: ທ່ານ ເດສມອນ ລີ ລັດຖະມົນຕີ​ກະຊວງ​ສຶກສາ​ທິການ ສິງກະໂປ ກ່າວວ່າ: ສິງກະ​ໂປ​ຈະ​ຮັບສະໝັກ​ຄູ​ສອນ​ໃໝ່ 1,000 ຄົນຕໍ່ປີໃນຊຸມຕໍ່ໄປ ຊຶ່ງ​ເພີ່ມ​ຂຶ້ນ​ຈາກໄລຍະຜ່ານມາທີ່ໄດ້​ຮັບສະໝັກ ປະມານ 700 ຄົນ​ຕໍ່​ປີ​.
ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕໍ່

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕໍ່

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ທ່ານ ອັນວາ ອິບຣາຮີມ ກ່າວຄຳເຫັນໃນພິທີເປີດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ໃນວັນທີ 9 ກໍລະກົດ ຜ່ານມາ ຢູ່ມາເລເຊຍ ວ່າ: ບັນດາລັດຖະມົນຕີການຕ່າງປະເທດ ແລະ ເສດຖະກິດໃນພາກພື້ນ ຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ຍ້ອນວ່າມີແຕ່ພ້ອມກັນກະທຳ, ອາຊຽນຈຶ່ງອາດສາມາດນຳຈິດໃຈສາມັກຄີກາຍເປັນໝາກຜົນຢ່າງລະອຽດ ແລະ ແທດຈິງໃຫ້ແກ່ພາກພື້ນ.
ເພີ່ມເຕີມ