ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕິດພັນກັບການສົ່ງເສີມຜະລິດເປັນສິນຄ້າ

ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕິດພັນກັບການສົ່ງເສີມຜະລິດເປັນສິນຄ້າ

ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕິດພັນກັບການສົ່ງເສີມຜະລິດເປັນສິນຄ້າ
ໂດຍ:ວັນໄຊ ຕະວິນຍານ ພາຍຫຼັງມີມະຕິເລກທີ 01/ກມສພ ໃນທ້າຍປີ 2010 ວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນຍ້ອງຍໍ ໃນໄລຍະໃໝ່ ພາຍໃຕ້ຄໍາຂວັນ ຮັກຊາດ ແລະ ພັດທະນາ ທ້າຍປີ 2010ຄະນະພັກ,

 

ຄະນະນໍາກະຊວງກະສິກໍາ ແລະ ປ່າໄມ້ ຖືເອົາວຽກງານແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂວັນ “ຮັກຊາດ ແລະ ພັດທະນາ”ຕິດພັນກັບການສົ່ງເສີມການຜະລິດກະສິກຳເປັນສິນຄ້າ, ໂດຍໄດ້ອອກເປັນຂໍ້ຕົກລົງ ຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 5079/ກປ, ລົງວັນທີ 24 ພະຈິກ 2022ວ່າດ້ວຍການເປີດຂະບວນການແຂ່ງຂັນ-ຍ້ອງຍໍພາຍໃຕ້ຄຳຂວັນ “ຮັກຊາດ ແລະ ພັດທະນາ” ແຕ່ປີ 2021-2025 ເພື່ອເປັນບ່ອນອີງໃຫ້ການຈັດຕັ້ງທຸກພາກສ່ວນຜັນຂະຫຍາຍຕາມໜ້າທີ່ການເມືອງຂອງຕົນ ແລະ ເພື່ອກະຕຸກຊຸກຍູ້ ປຸກລະດົມ ພະນັກງານ-ລັດຖະກອນ ທົ່ວຂະແໜງການ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ອຸລາພອນ ພົງສະຫວັດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງກະສິກໍາ-ປ່າໄມ້ ກ່າວວ່າ:

ກະຊວງໄດ້ກຳນົດ 3 ເນື້ອໃນ 4 ເປົ້າໝາຍ ເປັນຂໍ້ແຂ່ງຂັນທົ່ວຂະແໜງການ, 3 ເນື້ອໃນປະກອບມີ: (1) ວຽກດີ: ປະຕິບັດວຽກງານໄດ້ຕາມຄາດໝາຍ ຫຼື ລື່ນຄາດໝາຍທີ່ວາງໄວ້ ໂດຍມີຕົວຊີ້ວັດຢັ້ງຢືນຜົນສຳເລັດ; ມີປະສິດທິພາບ ແລະ ປະສິດທິຜົນໃນການເຄື່ອນໄຫວວຽກງານໃນທົ່ວຂະແໜງກະສິກຳ ແລະ ປ່າໄມ້;(2)ພະນັກງານໜັກແໜ້ນ: ຮັກລະບອບປະຊາທິປະໄຕປະຊາຊົນ, ຮັກມູນເຊື້ອຂອງຊາດ, ຮັກວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດ; ມີທັດສະນະການເມືອງໜັກແໜ້ນ, ອຸດົມການທີ່ຖືກຕ້ອງ, ມີສະຕິຊາດ, ສະຕິເອກະລາດ; ສູ້ຊົນພັດທະນາຕົນເອງ ໃຫ້ມີຄວາມຮູ້, ຄວາມສາມາດເກັ່ງສະເພາະດ້ານ, ກຳແໜ້ນ ແລະ ຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກ-ລັດ ໃຫ້ເປັນແຜນການ, ແຜນງານ, ໂຄງການ ແລະ ການຄວບຄຸມບັນຊາປະຕິບັດຕົວຈິງ, ຄວາມເດັດຂາດໃນການແກ້ໄຂບັນຫາ ແລະ ປະກົດການຫຍໍ້ທໍ້ຕ່າງໆ ແລະ ມີຈັນຍາບັນຕໍ່ວິຊາຊີບຂອງຕົນ; ແບບແຜນວິທີເຮັດວຽກ: ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງໝູ່ຄະນະ, ຂອງມະຫາຊົນ, ລົງຕິດແທດກັບຕົວຈິງ, ມີສະຕິໃນການເຄົາລົບ ແລະ ປະຕິບັດມະຕິ-ຄຳສັ່ງຂອງຂັ້ນເທິງ ແລະ ໝູ່ຄະນະ; ພະນັກງານ ຕ້ອງປະຕິບັດການຫັນທິດລົງຮາກຖານ ແລະ ການລົງຕິດແທດກັບຕົວຈິງ; ມີທັດສະນະມະຫາຊົນ, ຄວາມສາມາດປຸກລະດົມ ແລະ ເຕົ້າໂຮມຄວາມສາມັກຄີ ແລະ ນໍ້າໃຈຮັບໃຊ້ປະຊາຊົນ,ມີແບບແຜນດຳລົງຊີວິດປອດໃສຂາວສະອາດ; ສູ້ຊົນຕີລາຄາເປັນພະນັກງານ-ລັດຖະກອນປະເພດແຂງ;(3)ການຈັດຕັ້ງເຂັ້ມແຂງ: ສະແດງອອກດ້ານຄວາມສາມາດນຳພາດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ອົງການຈັດຕັ້ງມະຫາຊົນ ແລະ ແບບແຜນວິທີນຳພາ; ຊີ້ນຳ-ນຳພາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ນະໂຍບາຍການຕ່າງປະເທດຂອງພັກ-ລັດ; ເພີ່ມທະວີຄົ້ນຄວ້ານຳໃຊ້ ວິທະຍາສາດ, ເຕັກໂນໂລຊີ; ຫັນເປັນອຸດສາຫະກຳ ແລະ ທັນສະໄໝ; ສູ້ຊົນພັດທະນາທາງດ້ານອົງປະກອບການຈັດຕັ້ງ ແລະ ບຸກຄະລາກອນ ໃຫ້ມີຄວາມກ້າວໜ້າ ແລະ ມີຄຸນນະພາບ; ນຳພາເຮັດໃຫ້ການຈັດຕັ້ງມີຄວາມສະຫງົບ, ໜັກແໜ້ນ, ເຂັ້ມແຂງ, ປອດໃສ; ມີຄວາມສາມັກຄີເປັນປຶກແຜ່ນໃນການຈັດຕັ້ງ; ຮັບປະກັນໂຄງປະກອບການຈັດຕັ້ງ ຫັນເປັນໜຸ່ມ, ເພດ, ເຜົ່າ, ແລະ ສ້າງພະນັກງານໄປຕາມແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ເນື້ອໃນ 4 ເປົ້າໝາຍປະກອບມີ: (1). ຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນະການ; (2). ຜະລິດກະສິກໍາເປັນສິນຄ້າ,(3). ປ່າໄມ້ພັດທະນາແບບຍືນຍົງ ແລະ (4). ຊົນນະບົດພັດທະນາ. ໃນແຕ່ລະເປົ້າໝາຍໄດ້ກໍໍານົດຄາດໝາຍສູ້ຊົນ,ຕົວຊີ້ບອກຢ່າງລະອຽດ ແລະ ໄດ້ຈັບມືແຂ່ງຂັນ ໃນວັນທີ 10 ກຸມພາ 2023.ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ປະກອບສ່ວນຍູ້ແຮງໃນເປົ້າໝາຍທີ່ກໍານົດອອກໃນຂໍ້ແຂ່ງຂັນ ໂດຍສະເພາະເປົ້າໝາຍການຜະລິດກະສິກໍາເປັນສິນຄ້າ ເຫັນວ່າບັນດາຄາດໝາຍສູ້ຊົນໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດ ສະແດງອອກຄື: ການຜະລິດກະສິກຳ ເປັນສິນຄ້າ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຜະລິດ, ການຜະລິດເປັນກຸ່ມ, ເປັນຟາມ ນັບແຕ່ລະດັບຄອບຄົວຈົນເຖິງຜູ້ປະກອບການທຸລະກິດກະສິກຳ-ປ່າໄມ້ ໄດ້ຮັບການພັດທະນາຂຶ້ນ ຊຶ່ງເປັນພື້ນຖານສຳຄັນໃຫ້ແກ່ການຜະລິດກະສິກຳ-ປ່າໄມ້ ເປັນສິນຄ້າເພື່ອຊົມໃຊ້ພາຍໃນ ທົດແທນການນຳເຂົ້າ ແລະ ເປັນສິນຄ້າເພື່ອສົ່ງອອກ; ໄດ້ເຈລະຈາເຕັກນິກເປີດຕະຫຼາດກັບປະເທດຄູ່ຄ້າ ເພື່ອການສົ່ງອອກ ຜະລິດຕະພັນກະສິກຳ ແລະ ປ່າໄມ້ ທີ່ເປັນທ່າແຮງ ຂອງ ສປປ ລາວ ເພີ່ມຂຶ້ນຫຼາຍລາຍການ;ໃນປີ 2024 ລວມຍອດຜະລິດຕະພັນກະສິກໍາ ແລະ ປ່າໄມ້ ຂະຫຍາຍຕົວ ໃນລະດັບ 2.6% ຂຶ້ນໄປ, ໃນນັ້ນ: ປູກຝັງ ຂະຫຍາຍຕົວ 2%, ລ້ຽງສັດ ຂະຫຍາຍຕົວ 3.5%, ປ່າໄມ້ ຂະຫຍາຍຕົວ 3%, ປະມົງ ຂະຫຍາຍຕົວ 4.3% ແລະ ປະກອບສ່ວນໃນ ລວມຍອດຜະລິດຕະພັນພາຍໃນ (GDP) 20.8%; ການສົ່ງອອກຜະລິດຕະພັນກະສິກໍາ ແລະ ປ່າໄມ້ ໃນເດືອນມັງກອນ ຫາ ເດືອນກັນຍາ ປີ 2024 ປະຕິບັດໄດ້ 1,235 ລ້ານກວ່າໂດລາ ບັນລຸລື່ນແຜນການ 2%.

ທ່ານ ນາງ ອຸລາພອນ ພົງສະຫວັດ ກ່າວຕື່ມວ່າ:ສໍາລັບການຈັດຕັ້ງຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປີ 2025 ກະຊວງກະສິກໍາ-ປ່າໄມ້ຈະສືບຕໍ່ຄົ້ນຄວ້າ,ເຊື່ອມຊຶມບັນດາມະຕິ,ຄໍາສັ່ງ,ບົດແນະນໍາ ຕ່າງໆ ຂອງຂັ້ນເທິງໃນແຕ່ລະໄລຍະ, ກໍານົດເນື້ອໃນການແຂ່ງຂັນດ້ານຕ່າງໆ,ຈັດຕັ້ງເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາດ້ວຍການກໍານົດບັນດາຄາດໝາຍສູ້ຊົນ ແລະ ໄລຍະເວລາຈັດຕັ້ງປະຕິບັດຈະແຈ້ງ,ຕິດຕາມຊຸກຍູ້ຂະບວນການໃຫ້ມີບັນຍາກາດຟົດຟື້ນແຕ່ລະໄລຍະບົນພື້ນຖານເນື້ອໃນການແຂ່ງຂັນຕ່າງໆ ທີ່ວາງອອກ;ຊຸກຍູ້ຂະບວນການແຂ່ງຂັນຮັກຊາດແລະພັດທະນາໃຫ້ກວ້າງຂວາງເລິກເຊິ່ງແລະຕໍ່ເນື່ອງ, ໂຄສະນາເຜີຍແຜ່ຂະບວນການແຂ່ງຂັນ-ຍ້ອງຍໍໃຫ້ແຂງແຮງ,ປຸກລະດົມພົນລະເມືອງລາວທຸກຄົນທຸກການຈັດຕັ້ງຂອງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ທຸກພາກສ່ວນເສດຖະກິດທັງພາກລັດ ແລະ ເອກະຊົນເຂົ້າຮ່ວມຢ່າງແຂງແຮງ ເພື່ອແຂ່ງຂັນກັນສ້າງຂະບວນການພັດທະນາ ແລະ ແກ້ໄຂຄວາມທຸກຍາກຢູ່ຊົນນະບົດ ໃຫ້ເປັນຂະບວນການຟົດຟື້ນ, ຮັບປະກັນໃຫ້ບັນລຸຕາມຄາດໝາຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ