ກຸ່ມບໍລິສັດຕ້າຖັງຈີນ ສົ່ງຄວາມອົບອຸ່ນສູ່ນັກຮຽນຊົນນະບົດບ້ານຫ້ວຍເງີຍ

ກຸ່ມບໍລິສັດຕ້າຖັງຈີນ ສົ່ງຄວາມອົບອຸ່ນສູ່ນັກຮຽນຊົນນະບົດບ້ານຫ້ວຍເງີຍ

ກຸ່ມບໍລິສັດຕ້າຖັງຈີນ ສົ່ງຄວາມອົບອຸ່ນສູ່ນັກຮຽນຊົນນະບົດບ້ານຫ້ວຍເງີຍ
ທ່ານຢູບົວ ຮອງອຳນວຍການອາວຸໂສຄົນທຳອິດຂອງກຸ່ມບໍລິສັດຕ້າຖັງຈີນພ້ອມ​ຄະ​ນະໄດ້ລົງ​ຢ້ຽມ​ຢາມ-ຖາມຂ່າວສະພາບນັກຮຽນທີ່ໂຮງຮຽນປະຖົມບ້ານຫ້ວຍເງີຍ ເມືອງເງິນ ແຂວງໄຊຍະບູລີ ພ້ອມທັງໄດ້ມອບເຄື່ອງນຸ່ງຫົ່ມ (ຊຸດກັນໜາວ) ແລະ ອຸປະກອນການຮຽນໃຫ້ແກ່ນ້ອງໆນັກຮຽນໃນ​ວັນ​ທີ 25 ພະ​ຈິກ 2025 ນີ້.
ກມບລສດຕາຖງຈນ ສງຄວາມອບອນສນກຮຽນຊນນະບດບານຫວຍເງຍ - image 1
 

ການຊ່ວຍເຫຼືອບ້ານທຸກຍາກດ້ວຍຄວາມຈິງໃຈບ້ານຫ້ວຍເງີຍ ເປັນບ້ານທີ່ປະສົບຄວາມຫຍຸ້ງຍາກໃນດ້ານເສດຖະກິດ, ໂຮງຮຽນຍັງຂາດເຂີນສິ່ງອຳນວຍຄວາມສະດວກພື້ນຖານ ແລະ ເງື່ອນໄຂການຮຽນຍັງຫຍຸ້ງຍາກ. ກຸ່ມບໍລິສັດຕ້າຖັງຈີນ ໄດ້ໃຫ້ການຊ່ວຍເຫຼືອແບບຕົງຈຸດຕາມຄວາມຕ້ອງການ ໂດຍການເຄື່ອນໄຫວດັ່ງກ່າວໄດ້ມອບເຄື່ອງນຸ່ງຫົ່ມ, ເກີບກິລາ, ກະເປົ໋ານັກຮຽນ, ປຶ້ມ ແລະ ອຸປະກອນການຮຽນຕ່າງໆໃຫ້ແກ່ນ້ອງໆນັກຮຽນ ພ້ອມທັງໃຫ້ກຳລັງໃຈແກ່ນ້ອງໆເພື່ອໃຫ້ເຂົາເຈົ້າຕັ້ງໃຈຮ່ຳຮຽນ, ສ້າງຄວາມເພິ່ງພາຕົນເອງ ແລະ ນຳໃຊ້ຄວາມຮູ້ເພື່ອປ່ຽນແປງໜ້າຕາຂອງບ້ານເກີດ ແລະ ກຳນົດອານາຄົດຂອງຕົນເອງໃຫ້ດີຂຶ້ນ.

ກມບລສດຕາຖງຈນ ສງຄວາມອບອນສນກຮຽນຊນນະບດບານຫວຍເງຍ - image 2
 

ໂອກາດດັ່ງກ່າວ, ທ່ານຢູບົວ ໄດ້ສອບຖາມນາຍບ້ານກ່ຽວກັບສະພາບເສດຖະກິດຂອງບ້ານຫ້ວຍເງີຍ ແລະ ຊີວິດຄວາມເປັນຢູ່ຂອງຊາວບ້ານ, ນອກຈາກນັ້ນຍັງໄດ້ພົບປະກັບອາຈານຂອງໂຮງຮຽນດັ່ງກ່າວເພື່ອສອບຖາມສະພາບການດຳເນີນງານຂອງໂຮງຮຽນ ແລະ ສະພາບການຮຽນຂອງນັກຮຽນ. ທ່ານຮອງອຳນາວຍການກຸ່ມບໍລິສັດຕ້າຖັງຈີນຍັງໄດ້ແນະນຳວິໄສທັດການພັດທະນາຂອງກຸ່ມບໍລິສັດຕ້າຖັງຈີນ ທີ່ໃຫ້ຄວາມສຳຄັນທັງທາງດ້ານການພັດທະນາ ແລະ ຄວາມຮັບຜິດຊອບຕໍ່ສັງຄົມໄປພ້ອມກັນ.

ທ່ານຢູບົວ ໄດ້ກ່າວວ່າ: ໃນຂະນະທີ່ກຸ່ມບໍລິສັດຕ້າຖັງຈີນ ມຸ່ງມັ່ນສົ່ງເສີມການພັດທະນາແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມຂອງ ສປປ ລາວ, ບໍລິສັດຍັງຈະສືບຕໍ່ມີສ່ວນຮ່ວມໃນກິດຈະກຳສາທາລະນະປະໂຫຍດຢູ່ທ້ອງຖິ່ນ ໂດຍຜ່ານການປັບປຸງເງື່ອນໄຂດ້ານການສຶກສາ, ການຈັດຝຶກອົບຮົມອາຊີບຕ່າງໆ ແລະ ມາດຕະການອື່ນໆ, ເພື່ອຮ່ວມກັບປະຊາຊົນລາວສ້າງເສັ້ນທາງສູ່ການພັດທະນາຮ່ວມກັນ ແລະ ຄວາມຮັ່ງມີຮ່ວມກັນ, ດ້ວຍການປະຕິບັດຕົວຈິງເພື່ອຮັບໃຊ້ການສ້າງຊຸມຊົນ,ຕາມແນວທາງຄູ່ຮ່ວມຊະຕາກຳຈີນ-ລາວ.

ນອກຈາກນັ້ນ, ທ່ານຢູບົວ ຍັງໄດ້ຕັ້ງຂໍ້ກຳນົດໃຫ້ບໍລິສັດຂອງກຸ່ມຕ້າຖັງຈີນ ທີ່ປະຕິບັດວຽກງານຢູ່ ສປປ ລາວ ຈົ່ງຊ່ວຍເຫຼືອແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆທີ່ຊາວບ້ານຫ້ວຍເງີຍ ແລະ ໂຮງຮຽນປະຖົມບ້ານຫ້ວຍເງີຍກຳລັງປະສົບຢູ່ຢ່າງທັນການ ແລະ ຕໍ່ເນື່ອງ.

ກມບລສດຕາຖງຈນ ສງຄວາມອບອນສນກຮຽນຊນນະບດບານຫວຍເງຍ - image 3
 

ການລົງຢ້ຽມຢາມໂຮງຮຽນຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມຈິງໃຈຂອງກຸ່ມບໍລິສັດຕ້າຖັງຈີນໃນການມີສ່ວນຮ່ວມພັດທະນາສັງຄົມ ແລະ ຄວາມຮັບຜິດຊອບຕໍ່ຊຸມຊົນທ້ອງຖິ່ນ, ໂດຍສະເພາະການດູແລເດັກນ້ອຍທີ່ເປັນອະນາຄົດຂອງຊາດ, ເຊິ່ງເປັນການປະກອບສ່ວນສ້າງສາຍພົວພັນມິດຕະພາບຈີນ-ລາວໃຫ້ເຂັ້ມແຂງຍິ່ງໆຂຶ້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ