ຮອງ ລມຕ ກະຊວງການຕ່າງປະເທດ ຕ້ອນຮັບ ຮອງ ລມຕ ກະຊວງແຜນການ ຣາຊະອານາຈັກ ກໍາປູເຈຍ

ຮອງ ລມຕ ກະຊວງການຕ່າງປະເທດ ຕ້ອນຮັບ ຮອງ ລມຕ ກະຊວງແຜນການ ຣາຊະອານາຈັກ ກໍາປູເຈຍ

ຮອງ ລມຕ ກະຊວງການຕ່າງປະເທດ ຕ້ອນຮັບ ຮອງ ລມຕ ກະຊວງແຜນການ ຣາຊະອານາຈັກ ກໍາປູເຈຍ
ໃນວັນທີ 26 ພະຈິກ 2025, ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າພົບປະເຮັດວຽກຂອງ ທ່ານ ປອ ປົດ ບຸນນາກ, ຮອງລັດຖະມົນຕີກະຊວງແຜນການ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ເຮັດວຽກ ເພື່ອແລກປ່ຽນບົດຮຽນ ກ່ຽວກັບ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາ, ເຊິ່ງ ອົງການສະຫະປະຊາຊາດ ໄດ້ແນະນໍາໃຫ້ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026 ແລະ ກໍາປູເຈຍ ຖືກແນະນໍາໃຫ້ອອກຈາກສະຖານະພາບດັ່ງກ່າວໃນປີ 2029.

 

ຮອງ ລມຕ ກະຊວງການຕາງປະເທດ ຕອນຮບ ຮອງ ລມຕ ກະຊວງແຜນການ ຣາຊະອານາຈກ ກາປເຈຍ - image 1
 

ໃນໂອກາດດັ່ງກ່າວ, ທ່ານ ໄມທອງ ທໍາມະວົງສາ, ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ກັບຄະນະຜູ້ແທນ ກໍາປູເຈຍ ເຊິ່ງເປັນປະເທດທີ່ມີສາຍພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຍາວນານ ກັບ ສປປ ລາວ, ພ້ອມທັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບ ກໍາປູເຈຍ ທີ່ຜ່ານເກນການປະເມີນ ແລະ ຖືກແນະນໍາໃຫ້ອອກຈາກສະຖານະພາບດ້ອຍພັດທະນາໃນປີ 2029, ເຊິ່ງໄດ້ສະແດງໃຫ້ເຫັນຄວາມພະຍາຍາມພັດທະນາປະເທດຂອງ ກໍາປູເຈຍ ຕະຫຼອດໄລຍະເວລາຜ່ານມາ. ນອກຈາກນັ້ນ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ຍັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ແລະ ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ (Smooth Transition Strategy ຫຼື STS) ຂອງ ສປປ ລາວໃນໄລຍະຜ່ານມາເພື່ອເປັນການແລກປ່ຽນບົດຮຽນ ໃຫ້ແກ່ ຄະນະຜູ້ແທນກໍາປູເຈຍ.ຣາຊະອານາຈັກ ກໍາປູເຈຍ ກໍເປັນໜຶ່ງໃນຈໍານວນ 44 ປະເທດທີ່ມີສະຖານະພາບດ້ອຍພັດທະນາ ແລະ ຢູ່ໃນໄລຍະທີ່ກໍາລັງພິຈາລະນາສ້າງແຜນຍຸດທະສາດການຂ້າມຜ່ານ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ຂອງຕົນໃນອະນາຄົດອັນໃກ້ນີ້ ເພື່ອຮັບປະກັນໃຫ້ແກ່ການອອກຈາກສະຖານະພາບດ້ອຍພັດທະນາ ໄດ້ຢ່າງໂລ່ງລ່ຽນ ແລະ ຍືນຍົງ.

ຮອງ ລມຕ ກະຊວງການຕາງປະເທດ ຕອນຮບ ຮອງ ລມຕ ກະຊວງແຜນການ ຣາຊະອານາຈກ ກາປເຈຍ - image 2
 

ໃນໂອກາດດຽວກັນ, ທ່ານ ປອ ປົດ ບຸນນາກ, ຮອງລັດຖະມົນຕີກະຊວງແຜນການ ກໍາປູເຈຍ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ກັບການຕ້ອນຮັບອັນອົບອຸ່ນຂອງຝ່າຍ ສປປ ລາວ ແລະ ການແຈ້ງໃຫ້ຊາບ ກ່ຽວກັບການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ ໄລຍະຜ່ານມາ, ເຊິ່ງເປັນຂໍ້ມູນ ແລະ ບົດຮຽນອັນສໍາຄັນໃຫ້ແກ່ ກໍາປູເຈຍ. ພ້ອມດຽວກັນນີ້, ທ່ານ ປອ ປົດ ບຸນນາກ ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຄວາມຄືບໜ້າການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ຂອງ ກໍາປູເຈຍ ແລະ ໄດ້ລົງເລິກປຶກສາຫາລືໃນບາງບັນຫາສໍາຄັນເພີ່ມຕື່ມ ຮ່ວມກັບຝ່າຍ ສປປ ລາວ ຢ່າງກົງໄປກົງມາ.

ໃນຕອນທ້າຍ, ຫົວໜ້າຄະນະທັງສອງຝ່າຍ ໄດ້ໃຫ້ຄໍາໝາຍໝັ້ນຈະສືບຕໍ່ແລກປ່ຽນບົດຮຽນນໍາກັນໃນອະນາຄົດ ໂດຍສະເພາະວຽກງານການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ລວມທັງໄລຍະຂ້າມຜ່ານ 3 ປີ ແລະ ຈະສືບຕໍ່ເພີ່ມທະວີການພົວພັນສອງຝ່າຍລະຫວ່າງ ລາວ-ກໍາປູເຈຍ ໃຫ້ນັບມື້ນັບມີຜົນປະໂຫຍດແກ່ການພັດທະນາ ກໍຄືປະຊາຊົນຂອງທັງສອງປະເທດ.

ຮອງ ລມຕ ກະຊວງການຕາງປະເທດ ຕອນຮບ ຮອງ ລມຕ ກະຊວງແຜນການ ຣາຊະອານາຈກ ກາປເຈຍ - image 3
 

ນອກຈາກການພົບປະເຮັດວຽກກັບ ກະຊວງການຕ່າງປະເທດ, ໃນລະຫວ່າງ ວັນທີ 26-27 ພະຈິກ 2025ຄະນະຜູ້ແທນກໍາປູເຈຍ ຍັງຈະໄດ້ເຄື່ອນໄຫວພົບປະເຮັດວຽກຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການເງິນແລະ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂອງສປປ ລາວ, ພ້ອມທັງໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື, ໃນນາມແຂກຖືກເຊີນພິເສດ, ໃນຫົວຂໍ້ ການຈັດຕັ້ງປະຕິບັດແຜນຍຸດທະສາດ STS ໃຫ້ແກ່ພະນັກງານທ້ອງຖິ່ນຂອງ ບັນດາແຂວງພາກເໜືອ ແລະ ພາກກາງ ຂອງ ສປປ ລາວ, ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ.

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ໃນວັນທີ 21 ມັງກອນ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຊຣເກຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ເມື່ອບໍ່ດົນມານີ້ ທີ່​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ​ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ ຕວັກກີ ປະຈໍາ ສປປ ລາວ.
ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີລົງນາມເອກະສານ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການຮ່ວມລົງນາມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ໃນອາທິດຜ່ານມານີ້, ສະຖານກົງໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ ແຂວງຈໍາປະສັກໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈະເປີດຂຶ້ນໃນໄວໆນີ້. ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ສະຖານກົງໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈຳປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ຈາກ ແຂວງຈຳປາສັກ, ອັດຕະປື, ສາລາວັນ ແລະ ເຊກອງ ເຂົ້າຮ່ວມ.
ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ພ້ອມສຽງເພງຊາດດັງກ້ອງທົ່ວອາຊຽນ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື "ອາຊຽນ ພາຣາເກມ" (ASEAN ParaGames 2025) ຈັດຂຶ້ນໃນຕອນແລງວັນທີ 17 ມັງກອນຜ່ານມາ ທີ່ນະຄອນຣາຊະສີມາ ປະເທດໄທ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກົງສັກ ຍອດມະນີ ຜູ້ວ່າການ ການກິລາແຫ່ງປະເທດໄທ, ມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງຄະນະນຳພາທັບນັກກິລາຄົນພິການລາວ ພ້ອມດ້ວຍບັນດາຄະນະນຳອີກ 9 ຊາດເຂົ້າຮ່ວມ.
ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ທ່ານນາງ ເລ ທິ ທູ ຮັງ (Le Thi Thu Hang) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະສື່ມວນຊົນຕ່າງປະທາດ ເຂົ້າພົບປະໃນວັນທີ 19 ມັງກອນ ນີ້ ທີ່ກະຊວງການຕ່າງປະເທດ ຫວຽດນາມ ຊຶ່ງປະກອບມີ ສື່ມວນຊົນຈາກ ສປປ ລາວ, ກຳປູເຈຍ, ອິນເດຍ, ສີລັງກາ, ຣັດເຊຍ, ກູບາ ແລະ ໂມຊຳບິ ທີ່ໄດ້ເດີນທາງເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 2026 ແລະ ຈະດໍາເນີນໄປຈົນຮອດ ວັນທີ 25 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ພາຍໃຕ້ການສະໜັບສະໜູນຂອງໄຈກາ (JICA) ແລະ ມູນນິທິຍີ່ປຸ່ນ (JF) ໄດ້ຈັດງານບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2026 ໃນລະຫວ່າງວັນທີ 16-17 ມັງກອນຜ່ານມາ ຢ່າງຄຶກຄື້ນ ໂດຍມີທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການໄຈກາປະຈຳລາວ, ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວຍີ່ປຸ່ນ ພ້ອມຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ໃນຕົ້ນປີ 2026, ບັນຍາກາດທາງການເມືອງໃນທົ່ວປະເທດ ໄດ້ມຸ່ງໜ້າໄປສູ່ເຫດການໜຶ່ງທີ່ມີຄວາມສໍາຄັນເປັນພິເສດຕໍ່ການດໍາເນີນພາລະກິດປະຕິວັດຂອງພັກ ແລະ ຂອງຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ຈັດຂຶ້ນໃນສະພາບການທີ່ປະເທດໄດ້ຜ່ານການດໍາເນີນການປັບປຸງໃໝ່ເກືອບ 40 ປີ ພ້ອມກັບຜົນສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ໃນຂະນະດຽວກັນ ກໍກໍາລັງຢືນຢູ່ຕໍ່ໜ້າຄວາມຕ້ອງການໃໝ່ຂອງໄລຍະການພັດທະນາໃນອະນາຄົດ. ວຽກງານກະກຽມສໍາລັບເຫດການທາງການເມືອງອັນສໍາຄັນຢ່າງສູງນີ້ ໄດ້ຖືກດໍາເນີນຢ່າງເຂັ້ມງວດ ແລະ ເປັນລະບົບ, ສະທ້ອນໃຫ້ເຫັນຢ່າງຊັດເຈນຈິດວິນຍານແຫ່ງການປັບປຸງໃໝ່, ຄວາມຮັບຜິດຊອບ ແລະ ທັດສະນະວິໄສທັດຍຸດທະສາດ.
ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ໃນຕອນບ່າຍວັນທີ 16 ມັງກອນ ນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variara) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ໃນວັນທີ 14 ມັງກອນ ຜ່ານມານີ້ ທີ່ ນະຄອນຫຼວງບາງກອກ ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ມີພິທີເຊັນສັນຍາຮ່ວມມືດ້ານພະລັງງານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB) ປະເທດມາເລເຊຍ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ LTMS-PIP.
ເພີ່ມເຕີມ