![]() |
ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ ແມ່ນໜຶ່ງໃນບໍລິສັດທີ່ໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນປະຈຳປີ 2025 ຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ, ຕາງໜ້າມອບລາງວັນໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຕາງໜ້າຮັບໂດຍ ທ່ານ ນາງ ພູເງິນ ຈີນທະລາສີ ຜູ້ອຳນວຍການສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ພ້ອມດ້ວຍບັນດາທ່ານຕາງໜ້າຈາກພາກລັດ,ສະມາຄົມທຸລະກິດ, ນັກທຸລະກິດ ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ພູເງິນ ຈີນທະລາສີ ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນໂອກາດເຂົ້າຮ່ວມພິທີຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນ ປະຈຳປີ 2025 ຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ທີ່ຫໍປະຊຸມແຫ່ງຊາດ ເມື່ອບໍ່ດົນມານີ້ວ່າ: ດ້ວຍການພັດທະນາທາງດ້ານການບໍລິການທີ່ມີຄຸນນະພາບ ດັ່ງນັ້ນ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ ຈຶ່ງໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນ ປະຈຳປີ 2025 ຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ການໄດ້ຮັບລາງວັນດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນໃນການພັດທະນາທຸລະກິດ ຍົກລະດັບການບໍລິການ ເພື່ອຕອບສະໜອງກັບຄວາມຕ້ອງການຂອງລູກຄ້າໃນໄລຍະໃໝ່ ກໍຄືການເຂົ້າຫາແຫຼ່ງທຶນທີ່ສະດວກສະບາຍຂອງລູກຄ້າ ທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ. ພ້ອມນີ້ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນ ຈະສືບຕໍ່ສ້າງຜົນງານ ແລະ ປັບປຸງການບໍລິການໃຫ້ດີ ມີຄຸນະພາບ, ຂະຫຍາຍສິນເຊື່ອໃຫ້ກວ້າງຂຶ້ນກວ່າເກົ່າ; ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ ມີສຳນັກງານໃຫຍ່ຕັ້ງຢູ່ຖະໜົນສີສະຫວ່າງວົງ ບ້ານລັດຕະນະລັງສີໃຕ້ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ.

ຄໍາເຫັນ