ສາລະວັນຈັດກິດຈະກຳອອກກຳລັງກາຍເພື່ອສຸຂະພາບ ລະນຶກວັນສາກົນລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ

ສາລະວັນຈັດກິດຈະກຳອອກກຳລັງກາຍເພື່ອສຸຂະພາບ ລະນຶກວັນສາກົນລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ

ສາລະວັນຈັດກິດຈະກຳອອກກຳລັງກາຍເພື່ອສຸຂະພາບ ລະນຶກວັນສາກົນລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ
ສະຫະພັນແມ່ຍິງແຂວງສາລະວັນ ຈັດກິດຈະກຳອອກກຳລັງກາຍເພື່ອສຸຂະພາບ (ເຕັ້ນແອວໂລບິກ) ເນື່ອງໃນໂອກາດລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ພາຍໃຕ້ຄຳຂັວນ “ຮ່ວມແຮງ ຮ່ວມໃຈກັນ ຢຸດຕິການໃຊ້ຄວາມຮຸນແຮງ ຜ່ານທາງດີຈີຕ້ອນຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນ”. ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 25 ພະຈິກຜ່ານມາ ທີ່ເດີ່ນສວນໄມ້ດູ່ 1,000 ປີ, ໂດຍການເຂົ້າຮ່ວມຂອງ ທ່ານ ທອງດີ ຈັນທະວົງ ປະທານແນວລາວສ້າງຊາດແຂວງ, ທ່ານ ນາງ ຈັນທະຈອນ ຫວາດທະລາວົງ ຮອງປະທານສະຫະພັນແມ່ຍິງແຂວງ, ມີການນຳ ແລະ ພະນັກງານຈາກພະແນກການອ້ອມຂ້າງ, ອົງການທຽບເທົ່າ ແລະມວນຊົນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ສາລະວນຈດກດຈະກຳອອກກຳລງກາຍເພອສຂະພາບ ລະນກວນສາກນລບລາງຄວາມຮນແຮງຕແມຍງ ແລະ ເດກຍງ - image 1
 

ທ່ານ ທອງດີ ຈັນທະວົງ ໄດ້ຫວນຄືນ ວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໄດ້ຖືກປະກາດເປັນຄັ້ງທຳອິດ ໃນກອງປະຊຸມນັກເຄື່ອນໄຫວສົ່ງເສີມດ້ານສິດທິຂອງແມ່ຍິງ ເພື່ອລະນຶກເຖິງວິລະກຳຂອງສາມເອື້ອຍນ້ອງ ຈາກສາທາລະນະລັດໂດມີນີແກນ ທີ່ຖືກລອບຄາດຕະກຳຢ່າງໂຫດຮ້າຍປ່າເຖື່ອນ ໃນວັນທີ 25 ພະຈິກ 1960 ຊຶ່ງທົ່ວໂລກໄດ້ຮັບຮູ້ວ່າເປັນວັນຕ້ານຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ຄວາມຮຸນແຮງຕໍ່ແມ່ຍິງເກີດຂຶ້ນໄດ້ໃນທຸກເມື່ອທຸກເວລາ ໃນທຸກສະຖານທີ່ ໂດຍບໍ່ຈຳແນກຊັ້ນວັນນະເຊື້ອຊາດ, ສາສະໜາ, ວັດທະນະທຳ, ຖານະໃນສັງຄົມ, ລະດັບການສຶກສາ ແລະ ແຜ່ລາມໄປທຸກບ່ອນ, ຢູ່ໃນໂລກປັດຈຸບັນ ແມ່ຍິງ ປະສົບຄວາມຮຸນແຮງເພີ່ມຂຶ້ນເລື້ອຍໆໃນສະພາບຕ່າງໆ ລວມໃນສະຖານທີ່ເຮັດວຽກ ແລະ ຢູ່ຫ່າງໄກຜ່ານທາງ ອອນລາຍ ຊຶ່ງມີ 38% ແລະ 85% ທີ່ໃຊ້ເວັບອອນລາຍ ໄດ້ເຫັນຄວາມຮຸນແຮງທາງດີຈິຕອນຕໍ່ແມ່ຍິງຄົນອື່ນໆ, ໃນຍຸກໂລກາພິວັດແຫ່ງການເຂົ້າເຖິງ ແລະ ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຢ່າງກວ້າງຂວາງ, ຄວາມຮຸນແຮງຜ່ານອິນເຕີເນັດ, ໂທລະສັບມືຖື, ຮູບແບບການຄ້າມະນຸດ, ການເຄື່ອນຍ້າຍແຮງງານຜິດກົດໝາຍ ແລະ ອື່ນໆ. ໃນໂອກາດນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງອົງການຈັດຕັ້ງທຸກພາກສ່ວນ ທັງພາກລັດ-ເອກະຊົນ ແລະ ສັງຄົມ ຈົ່ງສືບຕໍ່ໂຄສະນາເຜີຍແຜ່ ແລະ ປູກຈິດສຳນຶກທົ່ວປວງຊົນ ໃຫ້ມີຄວາມຮັບຮູ້ເຂົ້າໃຈອັນຖືກຕ້ອງ ໃນການປະຕິບັດກົດໝາຍ ແລະ ນະໂຍບາຍທີ່ເປັນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ເອົາໃຈໃສ່ປັບປຸງ ແລະ ສ້າງຄວາມເຂັ້ມແຂງໂດຍສະເພາະ ໃຫ້ການບໍລິການຊ່ວຍເຫຼືອແມ່ຍິງ ແລະ ເດັກຍິງທີ່ຖືກເຄາະຮ້າຍຈາກການຄ້າມະນຸດ.

ສາລະວນຈດກດຈະກຳອອກກຳລງກາຍເພອສຂະພາບ ລະນກວນສາກນລບລາງຄວາມຮນແຮງຕແມຍງ ແລະ ເດກຍງ - image 2
 

ການກິດຈະກຳອອກກຳລັງກາຍຄັ້ງນີ້, ເພື່ອແນໃສ່ໃຫ້ເອື້ອຍນ້ອງແມ່ຍິງທຸກຄົນ ມີສຸຂະພາບແຂງແຮງ ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງໃນມໍ່ນີ້.

(ຂ່າວ: ທິດລານີ ໂຄດໂຍທາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບເຄື່ອງ ໃຫ້ນັກຮຽນນອນຫໍພັກຢູ່ໂຮງຮຽນ ມສ ປາກເປັດ

ມອບເຄື່ອງ ໃຫ້ນັກຮຽນນອນຫໍພັກຢູ່ໂຮງຮຽນ ມສ ປາກເປັດ

ໃນວັນທີ 25 ພະຈິກ 2025ນີ້, ທ່ານ ສົມບູນ ໄຊວຸດ ຮອງປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍຄອບຄົວການນຳເມືອງ ແລະ ນັກທຸລະກິດຍິງພາຍໃນເມືອງ ໄດ້ນຳເອົາເຄື່ອງຊ່ວຍເຫຼືອມອບໃຫ້ນັກຮຽນທີ່ນອນຫໍພັກຢູ່ທີ່ໂຮງຮຽນ ມັດທະຍົມສຶກສົມບູນ ປາກເປັດ ເມືອງຊຽງຮ່ອນ ແຂວງໄຊຍະບູລີ.
ເມືອງລະມາມ ສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ຄົບຮອບ 43 ປີ

ເມືອງລະມາມ ສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ຄົບຮອບ 43 ປີ

ຄະນະກໍາມະການປົກຄອງເມືອງລະມາມ ແຂວງເຊກອງ ຮ່ວມກັບ ຂະແໜງການກ່ຽວຂ້ອງແຂວງ ຈັດພິທີສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ຄົບຮອບ 43 ປີ (1 ຕຸລາ 1982-1 ຕຸລາ 2025) ໃນວັນທີ 26 ພະຈິກນີ້ ທີ່ສະໂມສອນເມືອງ, ໂດຍມີທ່ານ ດາວວີ ສວຍທະລັງສີ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາ, ອະດີດການນໍາຂັ້ນແຂວງ-ເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ອ້ອມຂ້າງແຂວງ ແລະ ເມືອງລະມາມ ເຂົ້າຮ່ວມ.
ກະຊວງຍຸຕິທຳປາຖະກະຖາວັນສຳຄັນຂອງຊາດ

ກະຊວງຍຸຕິທຳປາຖະກະຖາວັນສຳຄັນຂອງຊາດ

ກະຊວງຍຸຕິທຳທຳ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງຊາດຄື:ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025),ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ປະດັບຫຼຽນກາລະນິກ 50 ປີ ວັນສະຖາປານາ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກນີ້ ທີ່ກະຊວງດັ່ງກ່າວໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ຄຳພັນ ບຸນພາຄົມ ຮອງລັດຖະມົນຕິກະຊວງຍຸຕິທຳ ມີບັນດາພະນັກງານພາຍໃນກະຊວງເຂົ້າຮ່ວມຮັບຟັງ.
ຍ່າງເພື່ອສຸຂະພາບ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ຍ່າງເພື່ອສຸຂະພາບ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ວັນທີ່ 25 ພະຈິກ 2025 ນີ້, ສະຫະພັນແມ່ນຍິງແຂວງຫຼວງພະບາງ ໄດ້ຈັດຂະບວນການຍ່າງເພື່ອສຸຂະພາບ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງວັນທີ 25 ພະຈິກ ໂດຍມີ ທ່ານ ຄໍາຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ມີເອື້ອຍນ້ອງແມ່ຍິງ ແລະຜູ້ຕາງໜ້າຈາກພະແນກການ-ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.
ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນ

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນ

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ ດຳເນີນທຸລະກິດກ່ຽວກັບການໃຫ້ບໍລິການດ້ານການເງິນເປັນຕົ້ນ: ການປ່ອຍກູ້ຂະໜາດນ້ອຍ ແລະ ຮັບຝາກເງິນ ຊຶ່ງໄດ້ກໍ່ຕັ້ງຂຶ້ນໃນປີ 2007 ເປັນບໍລິສັດຖືຮຸ້ນໂດຍເອກະຊົນ ປ່ອຍກູ້ໃຫ້ແກ່ຜູ້ເຮັດທຸລະກິດຂະໜາດນ້ອຍ, ພະນັກງານ-ລັດຖະກອນ, ພະນັກງານລັດວິສາຫະກິດ ແລະ ເອກະຊົນ. ສຳລັບຜູ້ທີ່ເປັນພະນັກງານສາມາດນຳໃຊ້ເງິນເດືອນເປັນຫຼັກຊັບຄໍ້າປະກັນເພື່ອຂໍກູ້ຢືມເງິນໂດຍບໍ່ມີການຄໍ້າປະກັນດ້ວຍວັດຖຸ ຫຼື ອະສັງຫາລິມະຊັບ ແລະ ຜູ້ຝາກເງິນໄດ້ຮັບຝາກຈາກບຸກຄົນທົ່ວໄປໃນສະກຸນເງິນກີບ.
ນໍ້າໃຈວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໄດ້ເປັນສັນຍາລັກ ສະແດງເຖິງຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ.

ນໍ້າໃຈວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໄດ້ເປັນສັນຍາລັກ ສະແດງເຖິງຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ.

ເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງ ການສະຖາປະນາ ສປປ ລາວ ແລະ ວັນຄ້າຍວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ. ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ວັນທີ 2 ທັນວາ 1975 ແມ່ນວັນປະຫວັດສາດທີ່ຍິ່ງໃຫຍ່ທີ່ສຸດຂອງຊາດລາວ, ຊຶ່ງເປັນການສິ້ນສຸດການປົກຄອງຂອງພວກຈັກກະພັດ ແລະ ປະກາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ເປັນວັນທີ່ມີຄວາມໝາຍສຳຄັນຢ່າງເລິກເຊິ່ງ, ເປັນການຢືນຢັນເຖິງໄຊຊະນະອັນສະຫງ່າລາສີຂອງການຕໍ່ສູ້ອັນຍາວນານ, ເດັດດ່ຽວໜຽວແໜ້ນ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ເພື່ອປົດປ່ອຍປະເທດຊາດ, ນຳເອົາເອກະລາດ, ອິດສະຫຼະພາບ ແລະ ສັນຕິພາບມາສູ່ປະຊາຊົນລາວບັນດາເຜົ່າຢ່າງສົມບູນ.
ຄອບຄົວຕົວແບບປູກອ້ອຍ ຕາມກົນໄກ 2+3

ຄອບຄົວຕົວແບບປູກອ້ອຍ ຕາມກົນໄກ 2+3

ປັດຈຸບັນ ມີຫຼາຍໆຄອບຄົວທີ່ມີຄວາມສົນໃຈ ແລະຫັນສູ່ການຜະລິດກະສິກຳປູກຝັງ-ລ້ຽງສັດ ເພື່ອຮັບໃຊ້ພາຍໃນຄອບຄົວໃຫ້ພຽງພໍ, ຫຼຸດຜ່ອນການຊື້ຈາກພາຍນອກ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຄືດັ່ງຄອບຄົວຂອງລຸງ ຄໍາພັນ ວໍລະແສງໃນໄວ 54 ປີ, ອາຊີບຊາວສວນ, ປະຊາຊົນບ້ານຄໍາວົງສາ, ເມືອງພູວົງ, ແຂວງອັດຕະປື, ເພິ່ນເປັນຄອບຄົວຕົວແບບ ໃນການປູກອ້ອຍ ຕາມກົນໄກ 2+3 ການລົງທຶນແບບມີສ່ວນຮ່ວມ ສາມາດສ້າງລາຍຮັບໃຫ້ຄອບຄົວ 1 ຕື້ 146 ລ້ານກີບ/ປີ.
ກຸ່ມບໍລິສັດຕ້າຖັງຈີນ ສົ່ງຄວາມອົບອຸ່ນສູ່ນັກຮຽນຊົນນະບົດບ້ານຫ້ວຍເງີຍ

ກຸ່ມບໍລິສັດຕ້າຖັງຈີນ ສົ່ງຄວາມອົບອຸ່ນສູ່ນັກຮຽນຊົນນະບົດບ້ານຫ້ວຍເງີຍ

ທ່ານຢູບົວ ຮອງອຳນວຍການອາວຸໂສຄົນທຳອິດຂອງກຸ່ມບໍລິສັດຕ້າຖັງຈີນພ້ອມ​ຄະ​ນະໄດ້ລົງ​ຢ້ຽມ​ຢາມ-ຖາມຂ່າວສະພາບນັກຮຽນທີ່ໂຮງຮຽນປະຖົມບ້ານຫ້ວຍເງີຍ ເມືອງເງິນ ແຂວງໄຊຍະບູລີ ພ້ອມທັງໄດ້ມອບເຄື່ອງນຸ່ງຫົ່ມ (ຊຸດກັນໜາວ) ແລະ ອຸປະກອນການຮຽນໃຫ້ແກ່ນ້ອງໆນັກຮຽນໃນ​ວັນ​ທີ 25 ພະ​ຈິກ 2025 ນີ້.
ປກສ ນວ ມີຄວາມພ້ອມຮອບດ້ານປ້ອງກັນໃນງານສະຫຼອງວັນຊາດທີ 2 ທັນວາ

ປກສ ນວ ມີຄວາມພ້ອມຮອບດ້ານປ້ອງກັນໃນງານສະຫຼອງວັນຊາດທີ 2 ທັນວາ

ປັດຈຸບັນກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ (ປກສ ນວ) ໄດ້ກຽມຄວາມພ້ອມຮອບດ້ານການປ້ອງກັນໃນງານສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີທີ່ໃກ້ຈະມາເຖິງນີ້, ໂດຍສະເພາະໄດ້ກຽມຄວາມພ້ອມດ້ານກໍາລັງພົນ 900 ກວ່າຄົນເພື່ອປະຈໍາຢູ່ແຕ່ລະຈຸດຮັກສາຄວາມສະຫງົບປອດໄພເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ດໍາເນີນໄປຢ່າງໂລ່ງລ່ຽນ ແລະ ສໍາເລັດຕາມເປົ້າໝາຍ.
ນວ ປະດັບປະດາຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາຄົບຮອບ 50 ປີ

ນວ ປະດັບປະດາຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາຄົບຮອບ 50 ປີ

ວັນຊາດທີ 2 ທັນວາ ປີນີ້ພໍດີຄົບຮອບ 50 ປີ ຊຶ່ງເປັນອີກໜຶ່ງວັນທີ່ມີຄວາມໝາຍ-ຄວາມສຳຄັນທີ່ສຸດ ແລະ ເປັນວັນເອກອ້າງທະນົງໃຈຂອງປວງຊົນລາວທັງຊາດ. ເພື່ອເຮັດໃຫ້ວັນດັ່ງກ່າວມີຄວາມໝາຍ-ຄວາມສຳຄັນເລິກເຊິ່ງ ໃນໂອກາດວັນສຳຄັນດັ່ງກ່າວ ຈະເຫັນໄດ້ວ່າຢູ່ຕາມສະຖານທີ່ຕ່າງໆທົ່ວປະເທດ ກໍຄືໃນນະຄອນຫຼວງວຽງຈັນ (ນວ) ກໍຈະມີການປະດັບປະດາເອຍ້ອງຫຼາຍສີສັນສວຍງາມ, ສ້າງຂະບວນການຕ່າງໆ, ມີຫຼາກຫຼາຍກິດຈະກຳ ເພື່ອຂໍ່ານັບຮັບຕ້ອນ, ກະກຽມການສະເຫຼີມສະຫຼອງວັນດັ່ງກ່າວໃກ້ມາເຖິງນີ້ໃຫ້ເປັນຂະບວນຟົດຟື້ນ.
ເພີ່ມເຕີມ