ໄຂກອງປະຊຸມໃຫຍ່ ຜູ້ແທນສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ຄັ້ງທີ lll

ໄຂກອງປະຊຸມໃຫຍ່ ຜູ້ແທນສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ຄັ້ງທີ lll

ໄຂກອງປະຊຸມໃຫຍ່ ຜູ້ແທນສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ຄັ້ງທີ lll
ກອງປະຊຸມໃຫຍ່ ຜູ້ແທນສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ຄັ້ງທີ lll ໄດ້ໄຂຂຶ້ນໃນວັນທີ 27 ພຶດສະພາ ຜ່ານມາ ທີ່ສະໂມສອນໃຫຍ່ເມືອງອະນຸວົງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັທ ສຸວັນລໍ່ ເຢຍປໍ ປະທານສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົຈວ ລຳພອນ ນົມຈັນທະວົງ ຄະນະບໍລິຫານງານພັກ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ

 

ແລະ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ, ມີແຂກຖືກເຊີນຈາກສູນກາງ ແລະ ແຂວງເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານຮ່າງບົດລາຍງານການເມືອງ ທັງ 2 ພາກ, ຮ່າງແຜນພັດທະນາຂອງສະຫະພັນນັກຮົບເກົ່າແຂວງ ໄລຍະ 5 ປີ (2025-2030), ຮ່າງບົດສຳຫຼວດການນໍາພາລວມ. ຕະຫຼອດໄລຍະ 5 ປີ ຜ່ານມາສະຫະນັກຮົບເກົ່າແຕ່ລະຂັ້ນ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານລັດຖະກອນເປັນກົກ ດ້ວຍການປຸກລະດົມສະມາຊິກນັກຮົບເກົ່າ, ເສີ່ມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຂົ້າຮ່ວມຄົ້ນຄວ້າເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິກອງປະຊຸມໃຫຍ່ຂອງພັກ, ກົດໝາຍ, ຄຳສັ່ງຂອງພັກ, ລັດຖະທຳມະນູນ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ມະຕິກອງປະຊຸມໃຫຍ່ຜູ້ແທນສະຫະພັນນັກຮົບເກົ່າ ທົ່ວປະເທດ ຄັ້ງທີ lV ແລະ ມູນເຊື້ອຂອງຊາດ, ຂອງພັກ, ວັນປະຫວັດສາດສໍາຄັນຕ່າງໆ ໂດຍສະເພາະ ໄດ້ໂຄສະນາ-ປະຊາສຳພັນ ຜ່ານສື່ຂ່າວມວນຊົນ ໃນແຕ່ລະໄລຍະ ອອກອາກາດທາງສະຖານີ-ວິທະຍຸ, ໂທລະພາບ, ໜັງສືພິມ-ວາລະສານ ແລະ ສື່ອອນລາຍ. ສໍາເລັດການຈັດຕັ້ງປະຕິບັດນະໂຍບາຍ ໂຄງການປຸກສ້າງເຮືອນທີ່ຢູ່ອາໃສ ໃຫ້ຄອບຄົວນັກຮົບເກົ່າຜູ້ທຸກຍາກໄດ້ 1 ຫຼັງ, ມອບໃຫ້ຄອບຄົວ ສະຫາຍ ພັຕ ຝາເຢຍຢ່າງ ຢູ່ບ້ານນໍ້າຄ້ຽນເມືອງຮົ່ມ ແລະ ດ້ານອື່ນໆ ກໍມີຜົນສໍາເລັດ.

ໃນໂອກາດນີ້, ຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ຊຸດໃໝ່ ຊຶ່ງມີຜູ້ສະໝັກທັງໝົດ 10 ສະຫາຍ, ຍິງ 1 ສະຫາຍ, ເລືອກເອົາ 8 ສະຫາຍ, ຍິງ 1 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ພັທ ສົມພອນ ເຮືອງມະນີວັນ ເປັນປະທານ, ສະຫາຍ ພັທ ຄໍາມະນີ ທິບພະວົງ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ພັທ ນາງ ນວນຈັນ ວັນລາວົງ ເປັນຮອງປະທານ ແລະ ສະຫາຍ ພັຕ ເຊັ່ງເຮີ່ ແລວເຊີ ເປັນຮອງປະທານກວດກາ. ພ້ອມນີ້ ຍັງໄດ້ເລືອກເອົາຜູ້ແທນສົມບູນ ຈຳນວນ 8 ສະຫາຍ ຍິງ 1 ສະຫາຍ ແລະ ສໍາຮອງ 1 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນຄະນະບໍລິຫານງານສະຫະພັນນັກຮົບເກົ່າແຫ່ງຊາດລາວ.

(ພາບ-ຂ່າວ: ນາງ ຟອງ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ສຊປລ ຄັ້ງທີ VI

ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ສຊປລ ຄັ້ງທີ VI

ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ VI ໄດ້ເປີດຂຶ້ນໃນວັນທີ 15 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ສຊປລ, ເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີບັນດາສະຫາຍອະດີດຄະນະບໍລິຫານງານ ສຊປລ, ແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ຕຸລາ ນີ້ ທີ່ສະໂມສອນຫ້ອງວ່າການແຂວງວຽງຈັນ, ພາຍໃຕ້ການເປັນປະທານ ສະຫາຍ ຄຳພັນ ສິດທິດຳພາ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ມີອະດີດການນໍາຂັ້ນສູງ, ສະມາຊິກພັກອາວຸໂສບຳນານ, ພ້ອມດ້ວຍຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ສອງໝື່ນກວ່າສະຫາຍ ຈາກທ້ອງຖິ່ນ, ພະແນກການ-ອົງການອ້ອມຂ້າງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII

ໃນຕອນເຊົ້າຂອງວັນທີ 15 ຕຸລານີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີຄັ້ງທີ VIII ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ມີແຂກຖືກເຊີນຈາກສູນກາງ, ທ້ອງຖິ່ນ ແລະ ຜູ້ແທນສົມບູນທີ່ເປັນຕົວແທນໃຫ້ສະມາຊີກພັກທົ່ວແຂວງ ເຂົ້າຮ່ວມ.
ກອງປະຊຸມສະມາຊິກພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ກອງປະຊຸມສະມາຊິກພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ໃນຕອນເຊົ້າຂອງວັນທີ 14 ຕຸລານີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມສະມາຊິກພັກ ຂຶ້ນຢ່າງເປັນທາງການ ທີ່ສະໂມສອນໃຫຍ່ ຄະນະກວດກາສູນກາງພັກ, ໂດຍການເປັນປະທານຂອງສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ພະນັກງານອາວຸໂສບໍານານ, ຄະນະໜ່ວຍພັກຫ້ອງການ-ບັນດາກົມ ພ້ອມດ້ວຍສະມາຊິກພັກ ພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຂົ້າຮ່ວມ ຈຳນວນ 192 ສະຫາຍ ຍິງ 66 ສະຫາຍ.
ຄອສພ ຄັດເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຂອງພັກ

ຄອສພ ຄັດເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຂອງພັກ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມຕົວແທນສະມາຊິກພັກ ເພື່ອຄັດເລືອກເອົາຜູ້ແທນສົມບູນ, ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ໃນວັນທີ 14 ຕຸລານີ້ ທີ່ສະໂມສອນໃຫຍ່ ຄອສພ, ໂດຍການເປັນປະທານ ຂອງສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາຄະນະພັກ, ຄະນະນໍາ, ບັນດາຄະນະກົມ, ຄະນະພະແນກ ທີ່ຂຶ້ນກັບ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.
ປະກາດແຕ່ງຕັ້ງ ຫົວໜ້າຄະນະສານແພ່ງສານປະຊາຊົນແຂວງເຊກອງ

ປະກາດແຕ່ງຕັ້ງ ຫົວໜ້າຄະນະສານແພ່ງສານປະຊາຊົນແຂວງເຊກອງ

ພິທີປະກາດແຕ່ງຕັ້ງທ່ານ ບຸນນະເລດ ອິນທິຈັກ ຜູ້ພິພາກສາຊັ້ນສອງ ສານປະຊາຊົນແຂວງເຊກອງ ເປັນຫົວໜ້າຄະນະສານແພ່ງ ສານປະຊາຊົນແຂວງເຊກອງ ຈັດຂຶ້ນໃນວັນທີ 13 ຕຸລາຜ່ານມາ ໂດຍມີ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ, ທ່ານ ບຸນຫລາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງເຊກອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງການເງິນທ້າຍສະໄໝທີ III

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງການເງິນທ້າຍສະໄໝທີ III

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງການເງິນທ້າຍສະໄໝທີ III ຈັດຂຶ້ນໃນວັນທີ 10 ຕຸລາຜ່ານມາ ທີ່ກະຊວງການເງິນ ໂດຍການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະ ນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ມີຮອງເລຂາຄະນະບໍລິຫານງານພັກ, ກຳມະການປະຈຳພັກ, ຄະນະບໍລິຫານງານພັກກະຊວງການເງິນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄຂກອງປະຊຸມໃຫຍ່ ສະມາຊິກພັກ

ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄຂກອງປະຊຸມໃຫຍ່ ສະມາຊິກພັກ

ວັນທີ 13 ຕຸລານີ້, ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ XVI ຂອງຕົນຂຶ້ນທີ່ຫ້ອງປະຊຸມອົງການໄອຍະການແຂວງອຸດົມໄຊ, ໂດຍການເປັນປະທານຂອງສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ ເລຂາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ. ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ມີສະຫາຍ ພູວົງ ໄພມະນີ ຮອງຄະນະຈັດຕັ້ງແຂວງ, ພ້ອມດ້ວຍອະດີດການນຳ, ແຂກເຊີນ ແລະ ສະມາຊິກພັກພາຍໃນຮາກຖານເຂົ້າຮ່ວມ 42 ສະຫາຍຍິງ 12 ສະຫາຍ.
ໄຊສົມບູນເຜີຍແຜ່ມະຕິ ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກ ແຂວງ ຄັ້ງທີ ll

ໄຊສົມບູນເຜີຍແຜ່ມະຕິ ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກ ແຂວງ ຄັ້ງທີ ll

ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ຈັດກອງປະຊຸມເຜີຍແຜ່ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ ll ແລະ ບົດປາໃສ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ອົງຄະນະພັກຄັ້ງທີ II ຂຶ້ນໃນຕອນເຊົ້າຂອງວັນທີ 8 ຕຸລານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ແດງ ປະທຸມທອງ ປະທານສະພາປະຊາຊົນແຂວງ, ມີພະນັກງານຫຼັກແຫຼ່ງກຸ່ມປົກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຍທຂ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ

ຍທຂ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ

ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານສຳຄັນຂອງພັກ ຂຶ້ນໃນວັນທີ 3 ຕຸລາ ນີ້ ທີ່ ຍທຂ ໃຫ້ກຽດເຜີຍແຜ່ເອກະສານໂດຍທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ຍທຂ ຊຶ່ງມີພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ