ຄຳມ່ວ ນສອບເສັງນັກຮຽນເກັ່ງ ປ5, ມ4 ແລະ ມ7

ຄຳມ່ວ ນສອບເສັງນັກຮຽນເກັ່ງ ປ5, ມ4 ແລະ ມ7
ການສອບເສັງຄັດເລືອກນັກຮຽນເກັ່ງທົ່ວແຂວງຄຳມ່ວນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສູນ ITC ໂຮງຮຽນ ມໍປາຍທ່າແຂກ ໂດຍການເປັນປະທານຂອງທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຄະນະຮັບຜິດຊອບຈັດການສອບເສັງ, ຄູ-ອາຈານ ຕະຫຼອດຮອດນັກຮຽນ ຈາກໂຮງຮຽນ ຕ່າງໆໃນທົ່ວແຂວງເຂົ້າຮ່ວມ.
ການສອບເສັງຄັ້ງນີ້, ມີນັກຮຽນເຂົ້າຮ່ວມສອບເສັງທັງໝົດຈໍານວນ 13 ຄົນ. ໃນນັ້ນ, ຊັ້ນ ປ5 ມີ 29 ຄົນ, ສອບເສັງ 3 ວິຊາຄື: ພາສາລາວ, ຄະນິດສາດ, ວິທະຍາສາດ ແລະ ສິ່ງແວດລ້ອມ, ຊັ້ນ ມ4 ແລະ ມ.7 ມີນັກຮຽນເຂົ້າສອບເສັງຊັ້ນລະ 42 ຄົນ, ສອບເສັງໃນ 5 ວິຊາຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ, ເຄມີສາດ ແລະ ພາສາອັງກິດ. ນອກນີ້, ຍັງມີການຖາມ-ຕອບວິທະຍາສາດ.
ການສອບເສັງໄດ້ກໍານົດເອົາຄະແນນດັ່ງນີ້, ທີ 1, ທີ 2 ແລະ ທີ 3 ແມ່ນລະດັບຄະແນນ 7 ຂຶ້ນໄປ. ຊຶ່ງມີຜົນການສອບເສັງດັ່ນີ້,  ຊັ້ນ ປ5 ໄດ້ທີ 1 ມີ 2 ຄົນຄື: ນາງ ອາລັນຍາ ສີລິບຸນຍະສອນ (ວິຊາຄະນິດສາດ) ແລະ ນາງ ເມລະດາ ອະນັນຕະທັດ (ວິຊາວິທະຍາສາດແລະສິ່ງແວດລ້ອມ) ມາຈາກໂຮງຮຽນປະຖົມເທີນ-ຫີນບູນເມືອງຄູນຄໍາ, ທີ 2 ນາງ ນັນທິດາ ໄຊຍະວົງ ໂຮງຮຽນປະຖົມທຳມະວົງເມືອງທ່າແຂກ (ວິຊາຄະນິດສາດ), ຊັ້ນ ມ.4 ທີ 1 ມີ 3 ຄົນຄື: ນາງ ຄໍາແພງ ວົງວິໄລ ຈາກມສເທີນ-ຫີນບູນເມືອງຄູນຄໍາ (ວິຊາພາສາລາວ-ວັນນະຄະດີ), ທ້າວ ຄໍາສະໄໝ ອາລຸນລາສີ ຈາກໂຮງຮຽນຄໍາມ່ວນ-ກວາງບິ່ງເມືອງທ່າແຂກ (ວິຊາຟີຊິກສາດ) ແລະ ນາງ ແພັດຕີ້ ທາວົງ ມສ ນໍ້າເທີນ 2 ເມືອງຍົມມະລາດ (ພາສາອັງກິດ). ສໍາລັບຊັ້ນ ມ7 ທີ 1 ມີ 4 ນ້ອງຄື: ນາງ ຂວັນໃຈ ຫານທະວົງ ໂຮງຮຽນ ມໍປາຍທ່າແຂກ (ວິຊາພາສາລາວ-ວັນນະຄະດີ), ທ້າວ ເປັນເອກ ໂຊກທະວີ ໂຮງຮຽນຄໍາມ່ວນ-ກວາງບິ່ງ ເມືອງທ່າແຂກ (ວິຊາຄະນິດສາດ), ນາງ ທິດາວອນ ພົມມະລາດ ໂຮງຮຽນ ມໍປາຍທ່າແຂກ (ວິຊາຟີຊິກສາດ) ແລະ ນາງ ຕົ້ນເພີນ ລິນຊົມພູ ຈາກ ມສ ຍົມມະລາດ ເມືອງຍົມມະລາດ (ວິຊາພາສາອັງກິດ), ລາງວັນທີ 2 ມີ 2 ຄົນຄື: ນາງ ຍິ່ງຈະເລີນ ສຸແສງໄທ ໂຮງຮຽນ ມໍປາຍທ່າແຂກ (ວິຊາຟີຊິກສາດ), ທ້າວ ເພັດສະຫຼາດ ພູມີຈັນ ໂຮງຮຽນມໍປາຍທ່າແຂກ (ພາສາອັງກິດ) ແລະ ລາງວັນທີ 3 ມີ 1 ນ້ອງ ຄື: ນາງ ພິນສາກົນ ອິນທະວີຄໍາ ໂຮງຮຽນ ມໍປາຍ ທ່າແຂກ (ພາສາອັງກິດ).
(ຂ່າວ-ພາບ: ກອງຄຳ)

ຄໍາເຫັນ

ຂ່າວສືກສາ-ກິລາ

ກອງປະຊຸມສະພາບໍລິຫານກອງທຶນພັດທະນາອາຊີວະສຶກສາ

ກອງປະຊຸມສະພາບໍລິຫານກອງທຶນພັດທະນາອາຊີວະສຶກສາ

ກອງປະຊຸມສະພາບໍລິຫານກອງທຶນພັດທະນາອາຊີວະສຶກສາ -------------------- ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສະພາບໍລິຫານ ແລະ ເປີດກອງທຶນພັດທະນາອາຊີວະສຶກສາ ໃນວັນທີ 7 ເມສານີ້, ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍການເເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງ ສສກ, ມີບັນດາຫົວໜ້າກົມ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ດາລາວອນ ກິດຕິພັນ ກ່າວວ່າ: ກອງທຶນພັດທະນາອາຊີວະສຶກສາ ໄດ້ສ້າງຕັ້ງກອງທຶນດັ່ງກ່າວຂຶ້ນ ເພື່ອສົ່ງເສີມສະຖານອາຊີວະສຶກສາໃນການຈັດຕັ້ງການຮຽນ-ການສອນ, ສົ່ງເສີມການຝຶກອົບຮົມ ແລະ ຍົກລະດັບຄູວິຊາຊີບ ດ້ານວິຊາສະເພາະຂອງສະຖານອາຊີວະສຶກສາ ແລະ ຫົວໜ່ວຍແຮງງານ, ສະໜັບສະໜູນການຝຶກອົບຮົມວິຊາຊີບ ສໍາລັບຜູ້ຮຽນທີ່ມີບັນຫາ, ສົ່ງເສີມຫົວໜ່ວຍແຮງງານໃນການຈັດຝຶກອົບຮົມພາກປະຕິບັດຕົວຈິງ, ສົ່ງເສີມເບ້ຍລ້ຽງໃຫ້ຜູ້ດ້ອຍໂອກາດ ແລະ ຜູ້ທຸກຍາກໃຫ້ເຂົ້າເຖິງອາຊີວະສຶກສາ ແລະ ຝຶກອົບ ຮົມວິຊາຊີບ, ສະໜັບສະໜູນການພັດທະນາຫົວຄິດປະດິດສ້າງ, ນະວັດຕະກຳ ແລະ ການບໍລິຫານ-ການຄຸ້ມຄອງ ກອງທຶນພັດທະນາອາຊີວະສຶກສາ. ພ້ອມນີ້, ກະຊວງ ສສກ ໄດ້ຕີລາຄາສູງຕໍ່ການຮ່ວມມື ແລະ ການສະໜັບສະໜູນຈາກທຸກພາກສ່ວນທັງພາກລັດ ແລະ ເອກະຊົນ, ບັນດາຄູ່ຮ່ວມພັດທະນາ ທີ່ໄດ້ປະກອບສ່ວນໃນວຽກງານກອງທຶນພັດທະນາອາຊີວະສຶກສາ ຈົນສາມາດບັນລຸເປົ້າໝາຍທີ່ກຳນົດໄວ້ ໂດຍສະເພາະແມ່ນ ລັດຖະບານ ສສ ເຢຍລະມັນ ໃຫ້ການສະໜັບສະໜູນໃນການສ້າງຄູ່ມືການປະຕິບັດກອງທຶນພັດທະນາອາຊີວະສຶກສາ ຊຶ່ງເປັນເອກະສານທີ່ສຳຄັນໃນການຈັດຕັ້ງວຽກງານດັ່ງກ່າວ. ທ່ານ ນາງ ດາລາວອນ ກິດຕິພັນ ກ່າວໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີຄວາມສອດຄ່ອງກັບເປົ້າໝາຍ ຂອງການນໍາໃຊ້ກອງທຶນພັດທະນາອາຊີວະສຶກສາ, ພວກເຮົາຈໍາເປັນຕ້ອງໄດ້ມີນິຕິກຳ ແລະ ລະບຽບການສະເພາະ ໃນການຈັດຕັ້ງປະຕິບັດກອງທຶນ ກໍຄື ຄູ່ມືປະຕິບັດກອງທຶນພັດທະນາອາຊີ ວະສຶກສາ. ມາເຖິງປັດຈຸບັນ, ຄູ່ມືດັ່ງກ່າວໄດ້ຮັບການອະນຸມັດເປັນທີ່ຮຽບຮ້ອຍ ໂດຍມີຂໍ້ຕົກລົງວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ສະບັບເລກທີ 768/ສສກ, ລົງວັນທີ 20 ກຸມພາ 2026, ເປັນບ່ອນອີງໃນການຮັບທຶນ ແລະ ການນໍາໃຊ້ກອງທຶນ ໂດຍສະເພາະການຄຸ້ມຄອງ-ບໍລິຫານການເງິນ ແລະ ການຈັດຊື້-ຈັດຈ້າງ ເປັນເຄື່ອງມືໃນການກວດກາ, ຕິດຕາມ ແລະ ປະເມີນຜົນ ໃນການປະຕິບັດໜ້າທີ່ຂອງສະພາບໍລິຫານ, ຄະນະຮັບ ຜິດຊອບຈັດຕັ້ງປະຕິບັດ, ກອງເລຂາ ແລະ ຜູ້ຈັດຕັ້ງປະຕິບັດກອງທຶນພັດທະນາອາຊີວະສຶກສາ. ໃນນັ້ນ, ມີການແນະນໍາໂຄງປະກອບການຈັດຕັ້ງ, ການເຄື່ອນໄຫວ ແລະ ແບບແຜນວິທີເຮັດວຽກ, ໄດ້ກຳນົດການປະຕິບັດນະ ໂຍບາຍໃຫ້ຄູ, ນັກຮຽນ, ນັກສຶກສາ ແລະ ບຸກຄະລາກອນ. ຂ່າວ: ສສກ
ໂຮງຮຽນວິຣະຖາວອນ ແຂ່ງຂັນຈິນຕະຄະນິດຄັ້ງທີ 4

ໂຮງຮຽນວິຣະຖາວອນ ແຂ່ງຂັນຈິນຕະຄະນິດຄັ້ງທີ 4

ໂຮງຮຽນວິຣະຖາວອນ ນະຄອນຫຼວງວຽງຈັນ (ນວ) ຈັດການແຂ່ງຂັນຈິນຕະຄະນິດ (Mental Math) ຄັ້ງທີ 4 ໃນວັນທີ 4 ເມສາຜ່ານມາ, ພາຍໃຕ້ໂຄງການ SoloBan Kid ໂດຍມີນັກຮຽນເຂົ້າຮ່ວມ 200 ຄົນ ຈາກໂຮງຮຽນທັງພາຍໃນ ແລະ ຕ່າງປະເທດ ບັນຍາກາດເຕັມໄປດ້ວຍຄວາມຄືກຄື້ນ ແລະ ການແຂ່ງຂັນຢ່າງສ້າງສັນ.
ຊາວໜຸ່ມກົມຕຳຫຼວດຄຸມຂັງ-ດັດສ້າງ ແຂ່ງຂັນກິລາຕ້ອນຮັບ 2 ວັນປະຫວັດສາດ

ຊາວໜຸ່ມກົມຕຳຫຼວດຄຸມຂັງ-ດັດສ້າງ ແຂ່ງຂັນກິລາຕ້ອນຮັບ 2 ວັນປະຫວັດສາດ

ຄະນະບໍລິຫານງານຊາວໜຸ່ມ ກົມຕຳຫຼວດຄຸມຂັງ-ດັດສ້າງ ສ້າງຂະບວນການແຂ່ງຂັນກິລາບານເຕະມິດຕະພາບ ເພື່ອຕ້ອນຮັບວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ (ປກສ) ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ແລະ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (14 ເມສາ 1955-14 ເມສາ 2026) ໃນວັນທີ 2 ເມສາຜ່ານມາ, ໂດຍມີທ່ານ ພັອ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະນຳ, ສະມາຊິກຊາວໜຸ່ມທົ່ວກົມກອງດັ່ງກ່າວເຂົ້າຮ່ວມ.
ລັດວິສາຫະກິດໄຟຟ້າລາວ ຮ່ວມສົ່ງເສີມທີມເບສະຫວັນ  ແຂ່ງຂັນບານເຕະ ຢູ-10 ຊີງແຊັມເຍົາວະຊົນອາຊຽນ 2026 ທີ່ປະເທດໄທ

ລັດວິສາຫະກິດໄຟຟ້າລາວ ຮ່ວມສົ່ງເສີມທີມເບສະຫວັນ ແຂ່ງຂັນບານເຕະ ຢູ-10 ຊີງແຊັມເຍົາວະຊົນອາຊຽນ 2026 ທີ່ປະເທດໄທ

ນັກກິລາບານເຕະເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 10 ປີ ຫຼື ຢູ-10 ປີ ສະໂມສອນ ເບ ສະຫວັນ ອາຄາເດມີ ຊຶ່ງນຳພາໂດຍທ່ານ ນາງ ສຸວັນນີ ອິນທະພົມ ຮອງປະທານສະໂມສອນ ເບ ສະຫວັນ ອາຄາເດມີ ໄດ້ທັດສະນະສຶກສາ ທີ່ລັດວິສາຫະກິດໄຟຟ້າລາວ ໃນວັນທີ 1 ເມສາ ຜ່ານມາ, ເນື່ອງໃນໂອກາດກຽມເຂົ້າຮ່ວມແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 10 ປີ ຊີງແຊັມເຍົາວະຊົນອາຊຽນ ປະຈຳປີ 2026 ຫຼື “U10 ASIAN YOUTH CHAMPIONSHIPS CUP 2026” ທີ່ນະຄອນຫຼວງບາງກອກ ປະເທດໄທ ຈະຈັດຂຶ້ນໃນລະຫວ່າງວັນທີ 4-5 ເມສາ 2026 ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງທ່ານ ອັດສະວິນ ແສງທອງຄຳ ຮອງຫົວໜ້າຫ້ອງການໄຟຟ້າລາວ ລັດວິສາຫະກິດ ໄຟຟ້າລາວ ພ້ອມຄະນະ, ມີຄະນະຄູຝຶກ ແລະ ນັກກິລາ ຕະຫຼອດຮອດຜູ້ປົກຄອງເຂົ້າຮ່ວມ.
2 ພາກສ່ວນ ແຂ່ງຂັນບານເຕະມິດຕະພາບ ເພື່ອເສີມສ້າງຄວາມສຳພັນ

2 ພາກສ່ວນ ແຂ່ງຂັນບານເຕະມິດຕະພາບ ເພື່ອເສີມສ້າງຄວາມສຳພັນ

ບໍລິສັດ ພີທີທີ (ລາວ) ຈຳກັດ ຮ່ວມກັບ ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດກິດຈະກຳເຕະບານມິດຕະພາບ ເພື່ອເສີມສ້າງຄວາມສໍາພັນອັນດີ ລະຫວ່າງອົງກອນ ແລະ ສື່ມວນຊົນ ພ້ອມທັງ ເພື່ອສົ່ງເສີມສຸຂະພາບ ແລະ ຄວາມສາມັກຄີ.
ມສ ແກ່ນທ້າວ ຈັດງານປະກວດສິລະປະ-ວັນນະຄະດີ ຄັ້ງທີ XI ປະຈຳສົກຮຽນ 2025-2026

ມສ ແກ່ນທ້າວ ຈັດງານປະກວດສິລະປະ-ວັນນະຄະດີ ຄັ້ງທີ XI ປະຈຳສົກຮຽນ 2025-2026

ໃນຄ່ຳຄືນວັນທີ 27 ມີນາຜ່ານມານີ້, ໂຮງຮຽນ ມສ ແກ່ນທ້າວ ເມືອງແກ່ນທ້າວ, ແຂວງໄຊຍະບູລີໄດ້ຈັດງານປະກວດສິລະປະ-ວັນນະຄະດີ ນັກຮຽນ ຄັ້ງທີ XI ປະຈຳສົກຮຽນ 2025-2026 ຂຶ້ນຢ່າງເບີກບານມ່ວນຊື່ນ ຢູ່ທີ່ເດີ່ນກິລາເມືອງແກ່ນທ້າວ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳປຸ່ນ ນວນສະບັບ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີທ່ານ ສີຄານ ແກ່ນມະນີປະທານຄະນະກໍາມະການປົກຄອງເມືອງ ພ້ອມດ້ວຍຄະນະພັກ-ອົງການປົກຄອງເມືອງ, ຄູ-ອາຈານ, ຜູ້ປົກຄອງ ແລະ ມວນຊົນພາຍໃນເມືອງເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.
ແດນໃຕ້ ຊາຍ-ຍິງ ຄອງແຊັມເຕະບານ ລາວໂຄຄາ-ໂຄລາ ບ໊ອຕຕລິງ

ແດນໃຕ້ ຊາຍ-ຍິງ ຄອງແຊັມເຕະບານ ລາວໂຄຄາ-ໂຄລາ ບ໊ອຕຕລິງ

ສຳເລັດງານແຂ່ງຂັນກິລາເຕະບານ COPA COCA COLA LAOS 2026 ເພື່ອຄັດເລືອກຫາສຸດຍອດນັກເຕະດາວເດັ່ນນັກຮຽນມັດທະຍົມສຶກສາ ຍິງ-ຊາຍ ທົ່ວປະເທດ ລາຍການ COPA COCA COLA LAOS ປະຈຳປີ 2026 ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ຄັ້ງທີ VIII, ການແຂງຂັນຄັ້ງນີ້ ຊຶ່ງເປັນການຮ່ວມມືລະຫວ່າງກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ສະຖາບັນກິລາກາຍະກຳ ແລະ ບໍລິສັດ ລາວໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ, ບໍລິສັດ ຮຸ່ງອາລຸນ ການຄ້າເອເລັກໂຕຣນິກ ຈຳກັດ ເປັນຜູ້ປະສານງານຈັດການແຂ່ງຂັນ.
ເຊກອງ ກຽມຄວາມພ້ອມ ເປັນເຈົ້າພາບ ງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ

ເຊກອງ ກຽມຄວາມພ້ອມ ເປັນເຈົ້າພາບ ງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ

ທ່ານ ຄໍາໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ສກຂ)ເຊກອງ ລາຍງານໃນກອງປະຊຸມຄະນະກໍາມະການປົກຄອງແຂວງ ຄັ້ງທີ 2 ປະຈໍາໄຕມາດ I ກ່ຽວກັບການກະກຽມຄວາມພ້ອມດ້ານຕ່າງໆ
ສາລະວັນ ສອບເສັງຄັດເລືອກບັນຈຸທົດແທນລັດຖະກອນຄູປະຈຳປີ 2026

ສາລະວັນ ສອບເສັງຄັດເລືອກບັນຈຸທົດແທນລັດຖະກອນຄູປະຈຳປີ 2026

ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ໄດ້ຈັດສອບເສັງຄັດເລືອກບັນຈຸທົດແທນລັດຖະກອນຄູປະຈຳປີ 2026 ຂຶ້ນໃນວັນທີ26ມີນາຜ່ານມາ ທີ່ສູນການສຶກສານອກໂຮງຮຽນ, ໂດຍການເຂົ້າຮ່ວມ ແລະ ເປີດຫົວບົດສອບເສັງຂອງທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ສຸກສະເຫຼີມພອນ ໄມມະນີ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ບຸນຖາວອນ ທໍາມະພັດ ຮອງຫົວໜ້າພະແນກການເງິນແຂວງ, ມີບັນດາຄະນະຮັບຜິດຊອບການສອບເສັງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງພຽງ ເປີດການແຂ່ງຂັນກິລາປະຈຳປີ 2026

ເມືອງພຽງ ເປີດການແຂ່ງຂັນກິລາປະຈຳປີ 2026

ເພື່ອເປັນການສົ່ງເສີມໃຫ້ມວນຊົນ, ທຸກເພດທຸກໄວໄດ້ອອກກໍາລັງກາຍ ແລະ ຫັນມາຫຼີ້ນກິລາ ຫຼາຍຂຶ້ນ, ເພື່ອເສີມສ້າງຄວາມສາມັກຄີພາຍໃນ ລະຫວ່າງຫ້ອງການອ້ອມຂ້າງເມືອງ ກັບໂຮງຮຽນ, ທັງເປັນການສົ່ງເສີມສຸຂະພາບພະລະນາໄມຂອງພະນັກງານ, ມວນຊົນ ແລະ ມະຫາຊົນ ໃຫ້ແຂງແຮງ ແລະ ຫ່າງໄກຢາເສບຕິດ. ໃນວັນທີ 26 ມີນາຜ່ານມາ, ເມືອງພຽງ ແຂວງໄຊຍະບູລີ ໄດ້ເປີດການແຂ່ງຂັນກິລາ ປະຈຳປີ 2026 ຂຶ້ນ ທີເດີ່ນກິລາຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ອິນທີ ຈັນປະເສີດເຮີ ຫົວໜ້າພະແນກສຶກສາ ທິການ ແລະກິລາ ແຂວງ,ມີ ທ່ານແຂກຖືກເຊີນ ແລະ ນັກກິລາເຂົ້າຮ່ວມ.
ເພີ່ມເຕີມ