ໄຊສົມບູນ ສະຫຼຸບວຽກງານກິລາ-ກາຍຍະກຳ

ໄຊສົມບູນ ສະຫຼຸບວຽກງານກິລາ-ກາຍຍະກຳ

ໄຊສົມບູນ ສະຫຼຸບວຽກງານກິລາ-ກາຍຍະກຳ
ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບວຽກງານກິລາ-ກາຍຍະກຳ, ປະກາດການຈັດຕັ້ງຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳ ແຂວງຊຸດໃໝ່, ປຶກສາຫາລືປະເພດກິລາ ເຂົ້າຮ່ວມງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VIII ປີ 2027 ທີ່ແຂວງເຊກອງ ວັນທີ 15 ກັນຍາ 2026 ນີ້ ທີ່ສະໂມສອນຂອງພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍການເປັນປະທານຂອງທ່ານ ນາງ ເພັດສະໄໝ ໂພໄຊຍະວົງ, ຮອງປະທານຄະນະກຳມະການປົກຄອງ ແຂວງ, ປະທານຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳ ແຂວງໄຊສົມບູນ, ມີ ທ່ານ ພຸດລຳໄພ ທຽມພຣະສອນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ຮອງປະທານຄະນະບໍລິຫານງານສະມາຄົມກິລາ-ກາຍະກຳແຂວງ, ມີບັນດາປະທານສະຫະພັນກິລາ, ຜູ້ຕາງໜ້າສະຫະພັນກິລາປະເພດຕ່າງໆ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໄຊສມບນ ສະຫບວຽກງານກລາ-ກາຍຍະກຳ - image 1
 

ໂອກາດນີ້ ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ ໄດ້ມີຄຳເຫັນວ່າ: ຈຸດປະສົງກອງປະຊຸມໃນຄັ້ງນີ້ ເເມ່ນເພື່ອປະກາດການຈັດຕັ້ງຄະນະບໍລິຫານງານສະມາຄົມ ກິລາ-ກາຍະກຳແຂວງ (ຊຸດໃໝ່), ຄົ້ນຄວ້າປັບປຸງບາງສະຫະພັນກິລາຂອງແຂວງ ແລະ ຮ່ວມກັນຄົ້ນຄ້ວາ, ປຶກສາຫາລື ເພື່ອກຳນົດປະເພດກິລາ ກຽມເຂົ້າຮ່ວມງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VIII ປີ 2027 ທີ່ແຂວງເຊກອງ ໃຫ້ມີຄວາມເໝາະສົມກັບສະພາບຄວາມເປັນຈິງ ພ້ອມດຽວກັນນີ້ ທ່ານ ຍັງໄດ້ສະເໜີໃຫ້ພະແນກສຶກສາທິການ ແລະ ກິລາ ແຂວງ ປະສານສົມທົບກັບບັນດາສະຫະພັນກິລາ ຄົ້ນຄວ້າ ແລະ ເລືອກເອົາປະເພດກິລາ ທີ່ເປັນຈຸດແຂງຂອງແຂວງ ສຸມໃສ່ "ປະເພດກິລາທີ່ມີຄຸນນະພາບ, ວາງແຜນຄັດເລືອກນັກກິລາ ຈາກບັນດາໂຮງຮຽນຕ່າງໆໃນທົ່ວແຂວງ ແຕ່ຫົວທີ ແລະ ຝຶກຊ້ອມຢ່າງເປັນລະບົບ, ເອົາໃຈໃສ່ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ທັກສະຂອງຄູຝຶກ ໃຫ້ມີຄວາມຊໍານານງານ ເພື່ອຝຶກຊ້ອມນັກກິລາ ໃຫ້ຮັບປະກັນທັງດ້ານປະລິມານ ແລະ ຄຸນນະພາບ, ພ້ອມທັງສ້າງແຜນງົບປະມານຮັບໃຊ້ຢ່າງລະອຽດ, ໂປ່ງໃສ. ຄຽງຄູ່ກັບງົບປະມານຂອງລັດ ພ້ອມນີ້ ທ່ານ ຍັງໄດ້ຮຽກຮ້ອງໃຫ້ບັນດາພະແນກການ, ອົງການ-ກົມກອງ ບັນດາເມືອງ ແລະ ບັນດາໂຮງຮຽນ ເອົາໃຈໃສ່ສົ່ງເສີມ ແລະ ອໍານວຍຄວາມສະດວກ ໃຫ້ນັກຮຽນ-ນັກກິລາ ໄດ້ມີເວລາຝຶກຊ້ອມ ໂດຍບໍ່ໃຫ້ກະທົບຕໍ່ກັບການຮຽນ-ການສອນ.

ຈາກນັ້ນ ທ່ານ ພຸດລໍາໄພ ທຽມພຣະສອນ ໄດ້ລາຍງານການເຄື່ອນໄຫວວຽກງານທີ່ພົ້ນເດັ່ນ ໃນໄລຍະ 5 ປີ ຜ່ານມາ ເປັນຕົ້ນແມ່ນ ໄດ້ສົ່ງຄະນະນໍາ, ຄູຝຶກ ແລະ ນັກກິລາ ບານເຕະ ເຂົ້າຮ່ວມແຂ່ງຂັນກິລາ ເຕະບານ ທົ່ວປະເທດ ສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ທີ່ນະຄອນຫຼວງວຽງຈັນ ສາມາດເຂົ້າເຖິງຮອບ 8 ທິມ, ເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ປີ 2022 ທີ່ແຂວງຊຽງຂວາງ ຄື: ແລ່ນ-ລານ, ບານເຕະ, ເປຕັງ, ໜ້າເກັກ, ໝາກຂ່າງ, ໝາກເສິກ, ຍິງທະນູ ແລະ ກັອຟ ສາມາດຍາດໄດ້ 8 ຫຼຽນຄໍາ, 4 ຫຼຽນເງິນ ແລະ 2 ຫຼຽນທອງ ລວມ 14 ຫຼຽນ, ເຂົ້າຮ່ວມງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ III ປີ 2022 ທີ່ແຂວງຊຽງຂວາງ ຄື: ແລ່ນ-ລານ ແລະ ຍົກນໍ້າໜັກ ສາມາດຍາດໄດ້ 9 ຫຼຽນຄໍາ, 6 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 18 ຫຼຽນ, ເຂົ້າຮ່ວມງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ຄື: ແລ່ນ-ລານ, ເຕະບານ, ເປຕັງ, ບານສົ່ງ, ກະຕໍ້, ໜ້າເກັກ ແລະ ໝາກເສິກ ຍາດໄດ້ 1 ຫຼຽນທອງ, ເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ປີ 2025 ທີ່ນະຄອນຫຼວງວຽງຈັນຄື: ແລ່ນ-ລານ, ໜ້າເກັກ, ໝາກຂ່າງ, ເປຕັງ, ໝາກເສິກ ແລະ ກິລາກອັຟ ສາມາດຍາດໄດ້ 2 ຫຼຽນທອງ, ເຂົ້າຮ່ວມງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ປີ 2025 ທີ່ນະຄອນຫຼວງວຽງຈັນ ຄື: ແລ່ນ-ລານ ແລະ ຍົກນໍ້າໜັກ ສາມາດຍາດໄດ້ 2 ຫຼຽນເງິນ ແລະ ຈັດການແຂ່ງຂັນກິລາ ເຕະບານ, ເປຕັງ, ໜ້າເກັກ, ຕີໝາກຂ່າງ ເພື່ອສະເຫຼີມສະຫຼອງວັນບຸນສໍາຄັນຕ່າງໆ ຂອງ ຊາດ ແລະ ຂອງສາກົນ ເປັນປະຈຳທຸກໆປີ.

ນອກນີ້, ກອງປະຊຸມ ຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳແຂວງ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ສະຫະພັນກິລາບານເຕະ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງສະຫະພັນກິລາແລ່ນ-ລານ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ສະຫະພັນກິລາ ເປຕັງ (ຊຸດໃໝ່) ຕື່ມອີກ.

ຈາກນັ້ນ ຜູ້ເຂົ້າຮ່ວມ ກໍໄດ້ປະກອບຄໍາເຫັນໃສ່ບົດສະຫຼຸບ, ບັນດາຮ່າງຂໍ້ຕົກລົງ ແລະ ຄົ້ນຄວ້າປຶກສາຫາລືກະກຽມປະເພດກິລາ ເຂົ້າຮ່ວມງານມະຫະກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VIII ປີ 2027 ທີ່ແຂວງເຊກອງ ທັງນີ້ ກໍເພື່ອເຮັດໃຫ້ວຽກງານກິລາ-ກາຍຍະກຳ ມີຄວາມສອດຄ່ອງ ແລະ ບັນລຸຕາມແຜນການ ທີ່ວາງໄວ້.

ພາບ-ຂ່າວ: ນ. ບັງອອນ ເພັດມະນີ

ຄໍາເຫັນ

ຂ່າວສືກສາ-ກິລາ

ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ວັນທີ 30 ຕຸລາຜ່ານມາ, ໂຮງຮຽນປະຖົມ ແລະ ມັດທະຍົມສຶກສາສົມບູນສິນໄຊ (ໂຮງຮຽນສິນໄຊ) ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳນໍາພານັກຮຽນຊັ້ນ ມ6 ຫຼາຍກວ່າ 50 ຄົນ ຍິງ 36 ຄົນ ພ້ອມດ້ວຍຄູນໍາພາ 5 ທ່ານ ນໍາໂດຍທ່ານນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນສິນໄຊໄປທັດສະນະສຶກສາຢ້ຽມຢາມສວນສຶກສາກະສິກຳ ແລະ ສິ່ງແວດລ້ອມ ຂອງໂຮງຮຽນສິນໄຊຢູ່ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດການແຂ່ງຂັນກິລາບານເຕະ ຊີງຂັນທ່ານປະທານສູນກາງແນວລາວສ້າງຊາດ (ສນຊ) ປີ 2026 ພາຍໃຕ້ຫົວຂໍ້: ກ້ອນກໍາລັງມະຫາສາມັກຄີຂອງຊາວໜຸ່ມບັນດາເຜົ່າ ພ້ອມຂານອາສາຕະລຸມບອນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ ຂຶ້ນຢ່າງເປັນທາງການ ໃນວັນທີ 2 ພະຈິກຜ່ານມານີ້, ທີ່ເດີ່ນກິລາບານເຕະລ້ານຊ້າງສະເຕດຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ທ່ານ ສຸລິປັນຍາ ຣາຊສົມບັດ ຮອງປະທານ ສນຊ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ນັກກິລາ, ຄູຝຶກ, ກຳມະການ ແລະ ຊາວໜຸ່ມ-ເຍົາວະຊົນ, ມວນຊົນ, ແຂກຖືກເຊີນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

ການແຂ່ງຂັນບານເຕະເຍົາວະຊົນນານາຊາດ SingaCup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ທີ່ປະເທດສິງກະໂປ ສະໂມສອນ ເບສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ຈາກ ສປປ ລາວ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຄອງແຊັມໄດ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ພາຍຫຼັງນັດຊີງຊະນະເລີດເອົາຊະນະ ສະໂມສອນ BESM Woodleigh FC ຈາກສິງກະໂປ ເຈົ້າພາບ 7-1.
ສະຖາບັນຣັຕະນະບໍລິຫານທຸລະກິດ ສຳເລັດສົກສຶກສາ 2025-2026

ສະຖາບັນຣັຕະນະບໍລິຫານທຸລະກິດ ສຳເລັດສົກສຶກສາ 2025-2026

ວັນທີ 31 ຕຸລາຜ່ານມາ, ທີ່ໂຮງແຮມດອນຈັນພາເລດ, ສະຖາບັນຣັຕະນະບໍລິຫານທຸລະກິດ ໄດ້ຈັດພິທີສະຫຼຸບຜົນການຈັດຕັ້ງປະຕິບັດການຮຽນ-ການສອນ ປະຈຳສົກສຶກສາ 2025-2026 ແລະ ທງວາງທິດທາງແຜນການສົກສຶກສາ 2026-2027 ພ້ອມທັງມອບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ ລະດັບປະລິນຍາຕີ ລະບົບ 4 ປີ ຮຸ່ນທີ IV (ສົກສຶກສາ 2022-2026) ຈຳນວນ 251 ຄົນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງ ສສກ ແລະ ທ່ານ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານສະຖາບັນຣັຕະນະບໍລິຫານທຸລະກິດ, ມີປະທານສະພາທີ່ປຶກສາສະຖາບັນຣັຕະນະບໍລິຫານທຸລະກິດ, ແຂກຖືກເຊີນ, ມີບັນດາຄະນະບໍລິຫານ, ຄູ-ອາຈານ, ຜູ້ປົກຄອງ ແລະ ນັກສຶກສາ ເຂົ້າຮ່ວມ.
ປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ພະນັກງານ ສກລ

ປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ພະນັກງານ ສກລ

ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດພິທີປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກໃຫ້ພະນັກງານ ສກລ ໃນວັນທີ 29 ຕຸລາຜ່ານມາ, ພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກຮອງປະທານສູນກາງສະຫະພັນກໍາມະບານລາວ, ມີບັນດາຕາງໜ້າກົມ, ຄະນະຮັບຜິດຊອບ ແລະ ນັກຝຶກອົບຮົມທັງໝົດ 46 ສະຫາຍ ຍິງ 28 ສະຫາຍເຂົ້າຮ່ວມ.
ເຍົາວະຊົນ ເບ ສະຫວັນ ຕັ້ງເປົ້າໝາຍ ຫວັງຄອງແຊັມລາຍການສິງກາຄັບ 2026 ທີ່ປະເທດສິງກະໂປ

ເຍົາວະຊົນ ເບ ສະຫວັນ ຕັ້ງເປົ້າໝາຍ ຫວັງຄອງແຊັມລາຍການສິງກາຄັບ 2026 ທີ່ປະເທດສິງກະໂປ

ທີມບານເຕະຫຼານນ້ອຍເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ສະໂມສອນ ເບ ສະຫວັນ ເອັບຊີ ຊຸດກຽມເດີນທາງໄປປະເທດສິງກະໂປ ຮ່ວມແຂ່ງຂັນບານເຕະເຍົາວະຊົນນານາຊາດລາຍການສິງກາ ຄັບ 2026 ຫຼື Singa Cup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ຊຶ່ງລາຍການດັ່ງກ່າວມີ 36 ທີມແຈ້ງເຈດຈຳນົງເຂົ້າຮ່ວມຊີງໄຊ.
ສ​ສກສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນ

ສ​ສກສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນ

ຄູມີບົດບາດສຳຄັນຫຼາຍຕໍ່ການຮຽນຮູ້ຂອງເດັກ ແລະ ຕໍ່ອະນາຄົດຂອງປະ​ເທດ,ເຂົາເຈົ້າເປັນຫົວໃຈຫຼັກຂອງລະບົບການສຶກສາ.ເຖິງຢ່າງໃດກໍຕາມ, ຄູຫຼາຍທ່ານໄດ້ປະຕິບັດໜ້າທີ່ຢູ່ເຂດຫ່າງໄກ ແລະ ພົບສິ່ງທ້າຍໃນວຽກງານ,ຄູຈຳນວນໜຶ່ງຕ້ອງສອນນັກຮຽນທີ່ຢູ່ໃນລະດັບຂັ້ນຮຽນຕ່າງກັນໃນຫ້ອງຮຽນດຽວກັນ, ໃນຂະນະທີ່ບາງຄົນຕ້ອງສອນເດັກທີ່ເວົ້າພາສາເຜົ່າຕ່າງກັນຢູ່ໃນຄອບຄົວ ແລະ ອາດຈະຍັງບໍ່ທັນສາມາດເວົ້າພາສາລາວໄດ້ດີເທື່ອ ເຊິ່ງເປັນພາສາຫຼັກທີ່ໃຊ້ໃນການຮຽນ-ການສອນ.ດັ່ງນັ້ນ, ຄູຈຶ່ງຕ້ອງການການສະໜັບສະໜູນທີ່ສາມາດນຳໄປປະຕິບັດໄດ້ຈິງ ເພື່ອຊ່ວຍໃຫ້ນັກຮຽນທຸກຄົນສາມາດມີສ່ວນຮ່ວມ ແລະ ໄດ້ຮຽນຮູ້ຢ່າງທົ່ວເຖິງ.
ສຳເລັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ​ຈໍາປາສັກ​

ສຳເລັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ​ຈໍາປາສັກ​

ສະຫະພັນກິລາບານສົ່ງແຂວງຈໍາປາສັກ​ ໄດ້ຈັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ​​ ໃນງານບຸນອອກພັນສາປະວໍຣະນາ ແລະ​ ຊ່ວງເຮືອປະຈຳປີ 2026​ ທີ່​ນະຄອນປາກເຊ​ ຈັດຂຶ້ນໃນລະຫວ່າງວັນທີ 23​ - 26 ຕຸລາຜ່ານມາ,​ ໃຫ້ກຽດມອບລາງວັນໃນຄັ້ງນີ້ໂດຍ ທ່ານ ໂພໄຊ ວົງຄຳຊາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສຸຂີໂຕ ຫົງວັນທອງ ຄະນະສະຫະພັນກິລາບານສົ່ງແຂວງ, ມີທີມນັກກິລາ, ມີຜູ້ຊົມ-ເຊຍ, ແຂກຖືກເຊີນເຂົ້າຮ່ວມ.
ຈຳປາສັກ ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ

ຈຳປາສັກ ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ

​ ສະຫະພັນກິລາບານສົ່ງແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກິລາບານສົ່ງໃນຮົ່ມ (ປະເພດທີມຊາຍ) ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ ເພື່ອສະເຫຼີມສະຫຼອງງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງຈໍາປາສັກ ຊຶ່ງ​ການແຂ່ງຂັນໃນຄັ້ງນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-26 ຕຸລາ 2026 ໂດຍມີທັງໝົດ 14 ທີມເຂົ້າຮ່ວມແຂ່ງຂັນ ປະກອບມີ: ທີມຈາກ​ນະຄອນຫຼວງວຽງຈັນ 1 ທີມ, ​ແຂວງເຊກອງ 1 ທີມ ແລະ ​ສະໂມສອນພາຍໃນແຂວງຈຳປາສັກຈຳນວນ 12 ທີມ.
ຜົນສໍາເລັດງານສັບປະດາດີຈີຕອນລາວ ປະຈຳປີ 2026

ຜົນສໍາເລັດງານສັບປະດາດີຈີຕອນລາວ ປະຈຳປີ 2026

ໃນວັນທີ 25 ຕຸລານີ້ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ໄດ້ຈັດພີທີປິດງານສັບປະດາດີຈີຕອນລາວ (Lao Digital Week) ປະຈຳປີ 2026. ໂດຍການເຂົ້າຮ່ວມເປັນປະທານກ່າວປິດຂອງທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີທ່ານຮອງລັດຖະມົນຕີ, ບັນດາຄະນະກົມ/ທຽບເທົ່າອອ້ມຂ້າງກະຊວງ, ຄະນະຜູ້ອຳນວຍການ, ຜູ້ຕາງໜ້າບັນດາບໍລິສັດ ແລະ ຜູ້ປະກອບການທີ່ໃຫ້ການຜູ້ສະໜັບສະໜູນເຂົ້າຮ່ວມວາງສະແດງ, ນັກວິທະຍາກອນ, ແຂກຖືກເຊີນ, ນັກຮຽນນັກສຶກສາ ແລະ ສື່ມວນຊົນເຂົ້າຮ່ວມຫຼາຍກວ່າ 300 ຄົນ.
ເພີ່ມເຕີມ