ສະມາຊິກກຳມະບານອ້ອມຂ້າງແຂວງອຸດົມໄຊ ຮ່ວມໃຈອະນາໄມຟື້ນຟູໂຮງຮຽນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

ສະມາຊິກກຳມະບານອ້ອມຂ້າງແຂວງອຸດົມໄຊ ຮ່ວມໃຈອະນາໄມຟື້ນຟູໂຮງຮຽນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

ສະມາຊິກກຳມະບານອ້ອມຂ້າງແຂວງອຸດົມໄຊ ຮ່ວມໃຈອະນາໄມຟື້ນຟູໂຮງຮຽນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ
ເມື່ອບໍ່ດົນມານີ້, ສະຫະພັນກຳມະບານ ແຂວງອຸດົມໄຊ ນຳພາໂດຍ ທ່ານ ນາງ ທຸມມາ ປັນຍາສິດ ປະທານສະຫະພັນກຳມະບານ ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ນຳພາສະມາຊິກກຳມະບານ ຈາກບັນດາຮາກຖານອ້ອມຂ້າງແຂວງ ສ້າງຂະບວນການອອກແຮງງານລວມ ເພື່ອຊ່ວຍເຫຼືອປະຊາຊົນ ແລະ ໂຮງຮຽນປະຖົມ ບ້ານນາງິ້ວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດ.
ສະມາຊກກຳມະບານອອມຂາງແຂວງອດມໄຊ ຮວມໃຈອະນາໄມຟນຟໂຮງຮຽນ ທໄດຮບຜນກະທບຈາກໄພທຳມະຊາດ - image 1
 

ເນື່ອງຈາກພື້ນທີ່ດັ່ງກ່າວໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ ໂດຍຖືກນ້ຳຖ້ວມຊຸ, ດິນເຈື່ອນ ແລະ ຂີ້ຕົມໄຫຼຖົມອາຄານສະຖານທີ່. ດັ່ງນັ້ນ, ບັນດາສະມາຊິກກຳມະບານ ຈຶ່ງໄດ້ພ້ອມແຮງຮ່ວມໃຈກັນ ດຳເນີນການຂຸດດິນ, ຍ້າຍກ້ອນຫີນຂະໜາດໃຫຍ່, ຈົກຂີ້ຕົມ ແລະ ອະນາໄມຟື້ນຟູສະພາບແວດລ້ອມພາຍໃນ ແລະ ອ້ອມຮອບໂຮງຮຽນປະຖົມບ້ານນາງິ້ວ ທັງນີ້ກໍເພື່ອເລັ່ງຟື້ນຟູສະພາບແວດລ້ອມໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ເພື່ອກະກຽມຄວາມພ້ອມໃຫ້ແກ່ຄູ-ອາຈານ ແລະ ລູກຫຼານນັກຮຽນ ໄດ້ກັບມາສືບຕໍ່ການຮຽນ-ການສອນ ຕາມປົກກະຕິ.

ສະມາຊກກຳມະບານອອມຂາງແຂວງອດມໄຊ ຮວມໃຈອະນາໄມຟນຟໂຮງຮຽນ ທໄດຮບຜນກະທບຈາກໄພທຳມະຊາດ - image 2
 

ໃນໂອກາດນີ້, ທ່ານ ທອງໄຊ ມະນີແສນ ປະທານອົງການປົກຄອງບ້ານນາງິ້ວ ໄດ້ສະແດງຄວາມຂອບໃຈມາຍັງຄະນະສະຫະພັນກຳມະບານແຂວງ ແລະ ບັນດາສະມາຊິກກຳມະບານ ທີ່ປະກອບສ່ວນເຫື່ອແຮງ ເພື່ອຊ່ວຍເຫຼືອປະຊາຊົນພາຍໃນບ້ານນາງິ້ວ.

ໂອກາດດັ່ງກ່າວ, ສະຫະພັນກຳມະບານແຂວງ ແລະ ວິທະຍາໄລວິຊາຊີບແບບປະສົມແຂວງ ຍັງໄດ້ມອບອຸປະກອນສ້ອມແປງ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ໃຫ້ແກ່ໂຮງຮຽນ ແລະ ປະຊາຊົນຜູ້ປະສົບໄພຕື່ມອີກ ເພື່ອເປັນການຊຸກຍູ້, ປຸກລະດົມ ແລະ ໃຫ້ກຳລັງໃຈແກ່ປະຊາຊົນ ແລະ ຄູ-ອາຈານ ໃຫ້ມີກຳລັງໃຈຜ່ານຜ່າຄວາມຫຍຸ້ງຍາກ ແລະ ຟື້ນຟູຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ. ຂ່າວ: ໄມພອນ

ຄໍາເຫັນ

ຂ່າວສືກສາ-ກິລາ

ເມືອງສາມັກຄີໄຊ ບັນລຸແຜນພັດທະນາການສຶກສາ 9 ຄາດໝາຍ

ເມືອງສາມັກຄີໄຊ ບັນລຸແຜນພັດທະນາການສຶກສາ 9 ຄາດໝາຍ

ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວເມືອງສາມັກຄີໄຊ, ແຂວງອັດຕະປື ປະຈຳສົກຮຽນ 2025-2026 ແລະ ຜ່ານທິດທາງແຜນການປະຈຳສົກຮຽນ 2026-2027 ໄດ້ຈັດຂຶ້ນໃນວັນທີ 15 ກັນຍາ 2026 ທີ່ສະໂມສອນຫ້ອງວ່າການປົກຄອງເມືອງ, ໂດຍການເປັນປະທານຂອງ ທ່ານ ຄູນສະຫວັນ ເວັນມະສອນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ກໍລະກັນ ສົມພັກດີ ຮອງຫົວໜ້າພະແນກສຶກສາທິ ການ ແລະ ກິລາແຂວງ, ມີຄະນະຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສສຍລ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I

ສສຍລ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I

ສູນກາງສະພັນແມ່ຍິງລາວ (ສສຍລ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປິດຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ແກ່ສະມາຊິກພັກ, ພະນັກງານ ຄັ້ງທີ I ຂຶ້ນໃນວັນທີ 14 ກັນຍາ ນີ້ ທີ່ ສສຍລ (ຕຶກບຶງຂະຫຍອງ) ໂດຍການເປັນປະທານ ຂອງທ່ານ ນາງ ທໍາມາ ເພັດວິໄຊ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານຄະນະບໍລິຫານງານ ສສຍລ ຊຶ່ງມີທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄອສພ, ມີຜູ້ຕາງໜ້າຈາກສູນກາງສະພັນແມ່ຍິງລາວ, ຫົວໜ້າກົມ, ຮອງກົມ ແລະ ຕາງໜ້າຈາກ ຄອສພ, ພ້ອມດ້ວຍວິທະຍາກອນ ແລະ ນັກສໍາມະນາກອນເຂົ້າຮ່ວມ.
ໄຊສົມບູນ ສະຫຼຸບວຽກງານກິລາ-ກາຍຍະກຳ

ໄຊສົມບູນ ສະຫຼຸບວຽກງານກິລາ-ກາຍຍະກຳ

ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບວຽກງານກິລາ-ກາຍຍະກຳ, ປະກາດການຈັດຕັ້ງຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳ ແຂວງຊຸດໃໝ່, ປຶກສາຫາລືປະເພດກິລາ ເຂົ້າຮ່ວມງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VIII ປີ 2027 ທີ່ແຂວງເຊກອງ ວັນທີ 15 ກັນຍາ 2026 ນີ້ ທີ່ສະໂມສອນຂອງພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍການເປັນປະທານຂອງທ່ານ ນາງ ເພັດສະໄໝ ໂພໄຊຍະວົງ, ຮອງປະທານຄະນະກຳມະການປົກຄອງ ແຂວງ, ປະທານຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳ ແຂວງໄຊສົມບູນ, ມີ ທ່ານ ພຸດລຳໄພ ທຽມພຣະສອນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ຮອງປະທານຄະນະບໍລິຫານງານສະມາຄົມກິລາ-ກາຍະກຳແຂວງ, ມີບັນດາປະທານສະຫະພັນກິລາ, ຜູ້ຕາງໜ້າສະຫະພັນກິລາປະເພດຕ່າງໆ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມືອງພຽງ ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາປະຈໍາສົກຮຽນ 2025-2026

ເມືອງພຽງ ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາປະຈໍາສົກຮຽນ 2025-2026

ໃນວັນທີ 15 ກັນຍາ 2026 ນີ້ ຫ້ອງການສຶກສາທິການ ແລະ ກິລາເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ປະຈໍາສົກຮຽນ 2025-2026 ຂຶ້ນ. ກອງປະຊຸມຄັ້ງນີ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ,ມີທ່ານ ບຸນທະວີ ຊົງເຮີ ຮອງປະທານຄະນະກຳມະການປົກຄອງເມືອງ (ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ), ມີບັນດາຄະນະພັດທະນາການສຶກສາຂັ້ນເມືອງ, ຜູ້ບໍລິຫານການສຶກສາ, ພະນັກງານວິຊາການ ແລະ ຜູ້ອໍານວຍການໂຮງຮຽນເຂົ້າຮ່ວມ.
ຊາວໜຸ່ມ ລາວ - ມຽນມາ ເຕະບານມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີສອງຊາດ

ຊາວໜຸ່ມ ລາວ - ມຽນມາ ເຕະບານມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີສອງຊາດ

‎ ວັນທີ 11 ກັນຍາ 2026 ນີ້ , ໄດ້ມີການແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງ ຊາວໜຸ່ມ ລາວ ແລະ ຊາວໜຸ່ມ ມຽນມາ ທີ່ເດີ່ນກິລາແຂວງທ່າຂີ້ເຫຼັກ, ສາທາລະນະລັດ ສະຫະພາບ ມຽນມາ, ເພື່ອສ້າງຂະບວນການຟົດຟື້ນ ແລະ ຮັດແໜ້ນສາຍພົວພັນໄມຕີຈິດມິດຕະພາບອັນດີງາມຖານບ້ານໃກ້ເຮືອນຄຽງ.
ຄຳມ່ວນ ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນກາງຮຸ່ນທີ VI

ຄຳມ່ວນ ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນກາງຮຸ່ນທີ VI

ແຂວງ​ຄຳ​ມ່ວນໄດ້​ຈັດພິທີ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VI ໃນວັນທີ 11 ກັນຍາຜ່ານ​ມາທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຄຳມ່ວນ ໂດຍການເປັນປະທານຂອງ ສະ​ຫາຍ ອານຸພາບ ຕຸນາລົມ ຄະ​ນະເລຂາທິການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີທ່ານ ສົມໃຈ ພານິຈັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການຮຽນຮູ້ຂັ້ນພື້ນຖານຢູ່ 4 ເມືອງ

ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການຮຽນຮູ້ຂັ້ນພື້ນຖານຢູ່ 4 ເມືອງ

ແຂວງວຽງຈັນ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານ(Start Smart Schools for Foundational Learning) ຢູ່ 8 ໂຮງຮຽນ ໃນ 4 ເມືອງ ຂອງແຂວງ ເພື່ອປັບປຸງຜົນການຮຽນຮູ້ພື້ນຖານຂອງນັກຮຽນ ຜ່ານການໃຊ້ອຸປະກອນດິຈິຕອນ ສໍາລັບນັກຮຽນຊັ້ນປະຖົມ ປີທີ 1-3.
ສິນໄຊອາສາຮ່ວມໃຈພັດທະນາແຂວງໄຊສົມບູນມອບເຄື່ອງໃຫ້ໂຮງຮຽນປະຖົມສົມບູນພູຫົວຊ້າງ

ສິນໄຊອາສາຮ່ວມໃຈພັດທະນາແຂວງໄຊສົມບູນມອບເຄື່ອງໃຫ້ໂຮງຮຽນປະຖົມສົມບູນພູຫົວຊ້າງ

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກຂະບວນການຊ່ວຍເຫຼືອສັງຄົມພາຍໃຕ້ຫົວຂໍ້ສິນໄຊອາສາຮ່ວມໃຈພັດທະນາແຂວງໄຊສົມບູນ ຄັ້ງທີ 1 ປະຈຳປີ 2026 ໃຫ້ໂຮງຮຽນປະຖົມສົມບູນບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ຈັດຂຶ້ນໃນວັນທີ 10 ກັນຍາ 2026
ທ່ານ ທອງສະລິດ ມັງໜໍ່ເມກ ລົງເຄື່ອນໄຫວຊຸກຍູ້ການຮຽນ-ການສອນ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ

ທ່ານ ທອງສະລິດ ມັງໜໍ່ເມກ ລົງເຄື່ອນໄຫວຊຸກຍູ້ການຮຽນ-ການສອນ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ

ໃນວັນທີ 10 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,(ສສກ)ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳຂັ້ນສູນກາງ, ຂັ້ນແຂວງ ແລະ ຄະນະພະແນກ ໄດ້ລົງຊຸກຍູ້ວຽກງານການຮຽນ-ການສອນ ແລະ ມອບເຄື່ອງໃຫ້ນັກຮຽນໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026-2027,
ຮອງລັດຖະມົນຕີ ສສກ ໂອ້ລົມ ຄະນະນັກກິລາທີມຊາດລາວ ເອົາໃຈໃສ່ຄວາມສາມັກຄີມີວິໄນ ຍາດເອົາໄຊຊະນະມາສູ່ປະເທດຊາດ

ຮອງລັດຖະມົນຕີ ສສກ ໂອ້ລົມ ຄະນະນັກກິລາທີມຊາດລາວ ເອົາໃຈໃສ່ຄວາມສາມັກຄີມີວິໄນ ຍາດເອົາໄຊຊະນະມາສູ່ປະເທດຊາດ

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ກະກຽມຄວາມພ້ອມຢ່າງຮອບດ້ານ ເພື່ອສົ່ງຄະນະນຳ, ຄູຝຶກ ແລະ ທີມນັກກິລາ ເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນກິລາ 2 ງານໃຫຍ່ລະດັບທະວີບອາຊີ ກໍຄື ງານມະຫະກຳກິລາເອຊຽນເກມ (Asian Games) ຄັ້ງທີ 20 ທີ່ເມືອງ ໄອຈິ-ນາໂກຢາ ແລະ ນະຄອນຫຼວງໂຕກຽວ ລະຫວ່າງວັນທີ 19 ກັນຍາ ເຖິງ 4 ຕຸລາ 2026 ພ້ອມຈະສູ້ຊົນໃຫ້ໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ແລະ ເຂົ້າຮ່ວມງານມະຫະກຳກິລາເອຊຽນພາຣາເກມ (Asian Para Games) ຄັ້ງທີ 5 ລະຫວ່າງວັນທີ 10–25 ຕຸລາ 2026 ທີ່ປະເທດຍີ່ປຸ່ນ.
ເພີ່ມເຕີມ