ບຸນຫໍ່ເຂົ້າສະຫຼາກ ບຸນປະເພນີຂອງຊາວພຸດ

ບຸນຫໍ່ເຂົ້າສະຫຼາກ ບຸນປະເພນີຂອງຊາວພຸດ

ບຸນຫໍ່ເຂົ້າສະຫຼາກ ບຸນປະເພນີຂອງຊາວພຸດ
ພາຍຫຼັງການເຮັດບຸນຫໍ່ເຂົ້າປະດັບດິນສໍາເລັດແລ້ວ ຕໍ່ມາກໍແມ່ນບຸນຫໍ່ເຂົ້າສະຫຼາກ ຊຶ່ງເປັນອີກໜຶ່ງງານບຸນປະເພນີຂອງຊາວພຸດທີ່ມີຄວາມໝາຍ-ຄວາມສຳຄັນມີປະຫວັດຄວາມເປັນມາດົນນານ ແລະ ຍັງເປັນບຸນທີ່ຢູ່ໃນຮີດ 12 ຄອງ 14 ປະເພນີຊາວພຸດທີ່ເຄີຍສືບທອດປະຕິບັດກັນມາ ເມື່ອຮອດເດືອນ 10 ລາວຂອງທຸກໆປີ, ປີນີ້ແມ່ນກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 10 ພ.ສ 2569 ຫຼື ກົງກັບວັນເສົາວັນທີ 26 ກັນຍາ 2026.

 

ບນຫເຂາສະຫາກ ບນປະເພນຂອງຊາວພດ - image 1
 

ໃນຮີດ 12 ຄອງ 14 ປະເພນີລາວ ທີ່ເວົ້າເຖິງຄວາມໝາຍ-ຄວາມສຳຄັນຂອງປະເພນີບຸນຫໍ່ເຂົ້າສະຫຼາກໃຫ້ຮູ້ວ່າ: ການເຮັດບຸນຫໍ່ເຂົ້າສະຫຼາກເພື່ອອຸທິດບຸນກຸສົນໃຫ້ວິນຍານຍາດພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວ ແລະ ພວກຜີເຜດ ໂດຍມີເວລາຫ່າງຈາກບຸນຫໍ່ເຂົ້າປະດັບດິນພຽງແຕ່ 14 ວັນ ຊຶ່ງເປັນໄລຍະເວລາທີ່ຜີເຜດຕ້ອງກັບໄປຢູ່ທີ່ຂອງຕົນ, ບຸນທັງສອງນີ້ມີລັກສະນະຄ້າຍກັນຄື: ການເຮັດຫໍ່ເຂົ້າສົ່ງໃຫ້ຜີເຜດ ຊຶ່ງລວມທັງບັນພະບຸລຸດຍາດພີ່ນ້ອງຂອງຜູ້ທໍາບຸນ ແລະ ຜີເຜດທີ່ບໍ່ມີຍາດ. ຕາມປະເພນີສືບທອດກັນມາເມື່ອຮອດມື້ຂຶ້ນ 14 ຄໍ່າເດືອນ 10 ຈະເປັນມື້ກະກຽມເຂົ້າ, ປາ, ອາຫານ ແລະ ໝາກໄມ້ຕ່າງໆ (ຕາມທີ່ສັດທາຫາມາໄດ້) ແລ້ວນໍາມາໃສ່ກວຍ (ເຮັດດ້ວຍໄມ້ໄຜ່) ພໍຮອດຕອນເຊົ້າຂອງມື້ຂຶ້ນ 15 ຄໍ່າ ກໍນໍາເອົາເຄື່ອງຂອງທີ່ກະກຽມໄວ້ນັ້ນໄປວັດເພື່ອຖວາຍໃຫ້ເຈົ້າພະພິຂຸສົງ ແລະ ຢາດນໍ້າໄປໃຫ້ວິນຍານຂອງບັນພະບຸລຸດ ແລະ ຜີເຜດທີ່ບໍ່ມີຍາດ. ແຕ່ປະເພນີບຸນຫໍ່ເຂົ້າສະຫຼາກຈະມີຄວາມແຕກຕ່າງຈາກບຸນອື່ນໆຄື: ກ່ອນຈະນໍາເຄື່ອງທານໄປຖວາຍພະສົງຊາວບ້ານຈະຈັບສະຫຼາກກັບພະພິຂຸສາມະ ເນນກ່ອນ ຖ້າຈັບຖືກສະຫຼາກໃນຊື່ພະສົງ-ເນນອົງໃດ ກໍເອົາຂອງໄປທານພະສົງ-ເນນອົງນັ້ນ ອີກວິທີໜຶ່ງຜູ້ຖວາຍຈະຂຽນຊື່ຕົນເອງລົງໃນບາດແລ້ວໃຫ້ພະສົງ-ສາມະເນນຈັບເອົາ ຖ້າອົງໃດໄດ້ສະຫຼາກຂອງໃຜຜູ້ນັ້ນ ກໍນໍາເອົາຂອງທານຖວາຍຂອງຕົນໄປຖວາຍພະສົງ-ເນນອົງນັ້ນ. ນອກນັ້ນ, ຍັງມີການຈັດພາເຂົ້າເພື່ອໄປບູຊາ “ຜີຕາແຮກ” ຊຶ່ງເປັນຜີທີ່ຊາວນາເຊື່ອວ່າເປັນຜູ້ດູແລເຂົ້າກ້າໃນນາໃຫ້ຈະເລີນງອກງາມ ຕະຫຼອດຈົນຊ່ວຍຂັບໄລ່ສັດຕູເຂົ້າໄດ້ແກ່: ນົກ, ໜູ ຫຼື ຫອຍ ເປັນຕົ້ນ ບໍ່ໃຫ້ເຂົ້າມາທຳລາຍຕົ້ນເຂົ້າ.

ບນຫເຂາສະຫາກ ບນປະເພນຂອງຊາວພດ - image 2
 

ກ່ຽວກັບເລື່ອງເລົ່າປະຫວັດຄວາມເປັນມາຂອງບຸນຫໍ່ເຂົ້າສະຫຼາກໃຫ້ຮູ້ໂດຍຫຍໍ້: ໃນອະດີດຕະ ການລ່ວງມາແລ້ວ ໄດ້ມີພະພຸດທະເຈົ້າອົງໜຶ່ງຊົງພະນາມວ່າ: ປະທະມຸດຕະຣະອາໄສຢູ່ໃນກຸງຫົງສາວະດີ ມະຫານະຄອນທານີ ເປັນທີ່ໂຄຈອນທຽວບິນທະບາດ ຍັງມີສາມີພັນລະຍາຄູ່ໜຶ່ງ ເປັນຄົນອານາຖາເຂັນໃຈຢູ່ໃນພະນະຄອນ, ມີອາຊີບຮັບຈ້າງຕັດຟືນຂາຍຕາມພາສາຄົນຍາກຈົນ ແຕ່ເປັນຜູ້ເຫຼື້ອມໄສໃນພຸດທະສາສະໜາຢູ່ມາມື້ໜຶ່ງຜູ້ເປັນສາມີມາຄິດເບິ່ງວ່າການລ້ຽງຊີບຄືມີຄວາມຫຍຸ້ງຍາກແທ້ ຄົງຈະເນື່ອງມາຈາກຕົນບໍ່ໄດ້ບໍາເພັນກອງການກຸສົນ, ບໍ່ໄດ້ໃຫ້ທານຮັກສາສິນ, ຟັງທໍາມະຈະເລີນທໍາເມດຕາພາວະນາໃນຊາດປາງກ່ອນ ມາໃນຊາດນີ້ຈຶ່ງເປັນຄົນຍາກຈົນເຂັນໃຈໄຮ້ຊັບອັບປັນຍາ ກໍເລີຍມີຈິດໃຈຢາກສ້າງກຸສົນເຮັດບຸນກິນທານ ເພື່ອເປັນການສ້າງຂຸມຊັບ ແລະ ສະບຽງອາຫານເອົາໄວ້ໃນຊາດພົບໜ້າ ຈຶ່ງໄດ້ປຶກສາກັບພັນລະຍາແລ້ວພັນລະຍາກໍເຫັນດີຢູ່ມາມື້ໜຶ່ງສາມີພັນລະຍາກໍພາກັນເຂົ້າປ່າ ເພື່ອເກັບຜັກຫັກຟືນມາຂາຍໄດ້ພໍເປັນມູນຄ່າແລ້ວ ກໍພາກັນໄປຊື້ໝໍ້ເຂົ້າໜ່ວຍໜຶ່ງ, ໝໍ້ແກງໜ່ວຍໜຶ່ງ, ອ້ອຍ 4 ລໍາ, ກ້ວຍ 4 ໜ່ວຍ ນໍາມາຈັດແຈງແຕ່ງເຄື່ອງສໍາເລັດແລ້ວຈຶ່ງນ້ອມໄປສູ່ວັດວາອາຮາມເຮັດເປັນສະຫຼາກກາພັດທານ ພ້ອມກັບຊາວບ້ານຄົນອື່ນໆ ສາມີພັນລະຍາຄູ່ນັ້ນຈົກສະຫຼາກຖືກພະພິຂຸສົງໜຶ່ງກໍດີໃຈຫຼາຍ ຈຶ່ງໄດ້ນ້ອມເອົາສະຫຼາກກາພັດທານຂອງຕົນໄປຖວາຍແລ້ວຫຼັ່ງນໍ້າທັກຂີໂນທົກ (ນໍ້າຕາ) ໃຫ້ຕົກລົງເໜືອແຜ່ນພື້ນພະສຸທາ (ແຜ່ນດິນ) ແລ້ວຕັ້ງຄວາມປາຖະໜາວ່າ: ເຕຊະບຸນກຸສົນຜົນທານນີ້ຂ້າພະເຈົ້າທັງສອງເກີດໃນພົບໃດໆກໍດີ ຂຶ້ນຊື່ວ່າຄວາມເຂັນໃຈໄຮ້ຊັບອັບປັນຍາ ເໝືອນດັ່ງຊາດນີ້ຢ່າໄດ້ມີແກ່ພວກຂ້າພະເຈົ້າທັງສອງເລີຍຂໍໃຫ້ຂ້າພະເຈົ້າທັງສອງເປັນຜູ້ຮັ່ງມີ ພ້ອມໄປດ້ວຍຊັບສົມບັດສິນທານບໍລິວານລາບຍົດສັນລະເສີນສຸກ ແລະ ມີລິດເດດຢ່າງເຫຼືອຫຼາຍໃນພົບນີ້ ແລະ ພົບໜ້າເທີ້ນ. ຕໍ່ມາບໍ່ນານສາມີພັນລະຍາທັງສອງກໍໄດ້ຕາຍໄປ ແລະ ໄດ້ໄປເກີດເປັນເທວະບຸດ ເທວະດາໃນຊັ້ນດາວະດິງ (ສະຫວັນ) ສະເຫວີຍສົມບັດທິບອັນເປັນທີ່ຢູ່ໃນວິມານຜາສາດຄໍາ ເມື່ອຈຸດຕິຕາຍຈາກສະຫວັນ ກໍໄດ້ລົງມາເກີດເປັນບໍຣົມກະສັດສະເຫວີຍລາດຊະສົມບັດຢູ່ໃນນະຄອນພາຣານະສີມີນາມວ່າ: ພະເຈົ້າສັດທາດິດສະເຫວີຍລາດຊະສົມບັດຢູ່ສີ່ໝື່ນແປດພັນປີ. ນີ້ແຫຼະຄືບຸນກຸສົນຈາກການໃຫ້ທານສະຫຼາກ ມີຜົນອັນຍິ່ງໃຫຍ່ໄພສານ ສາມາດນໍາທ່ານທັງຫຼາຍໃຫ້ໄດ້ຮັບຄວາມສຸກ, ຄວາມຈະເລີນທັງໃນພົບນີ້ພົບໜ້າ ແລະ ພົບຕໍ່ໆໄປ.

ສະຫຼຸບແລ້ວການເຮັດບຸນຫໍ່ເຂົ້າສະຫຼາກ ເປັນບຸນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາ. ຫຼັງຈາກໄດ້ເຮັດບຸນດັ່ງກ່າວແລ້ວເຊື່ອວ່າຍາດພີ່ນ້ອງທີ່ລ່ວງລັບໄປນັ້ນ, ພວກຜີເຜດຈະມາຮັບຈັບໂຈມເອົາສິ່ງຂອງຕ່າງໆທານໄປຈຶ່ງເຮັດໃຫ້ຈະມີຄວາມສະບາຍກາຍ-ໃຈ ແລະ ເຊື່ອວ່າຜົນບຸນທີ່ກະທຳໄປຈະນຳຄວາມຢູ່ເຢັນເປັນສຸກຄວາມຈະເລີນຮຸ່ງເຮືອງມາສູ່ຕົນເອງ ແລະ ຄອບຄົວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ), ໃນ​ວັນ​ທີ 2 ຕຸ​ລາ​ນີ້ ທີ່ ແຂວງ​ຈຳ​ປາ​ສັກ, ໂດຍ​ການເປັນປະທານ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມ.
ເພີ່ມເຕີມ